ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອລະດົມຄວາມຄິດເຫັນພາຍໃນຄະນະຊີ້ນໍາ ແລະ ຄະນະຮັບຜິດຊອບຄົ້ນຄວ້າເນື້ອໃນສ້າງຮ່າງກົດໝາຍ ວ່າດ້ວຍນໍ້າເປື້ອນໃຫ້ຄົບຖ້ວນສົມບູນກ່ອນນໍາສະເໜີຕໍ່ຄະນະນໍາກະຊວງ ແລະ ກະກຽມເປີດກວ້າງທົ່ວປະເທດ.
ທ່ານ ງາມປະສົງ ເມືອງມະນີ ກ່າວວ່າ: ຂະແໜງນໍ້າປະປາ ແລະ ສຸຂາພິບານ ແມ່ນຂະແໜງສໍາຄັນ ແລະ ເປັນໜຶ່ງໃນປັດໃຈຊຸກຍູ້ການພັດທະນາຂະແໜງ ຍທຂ ປະກອບສ່ວນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃຫ້ສາມາດບັນລຸຕາມເປົ້າໝາຍການພັດທະນາແບບຍືນຍົງ (Sustainable Development Goals, SDGs). ນໍ້າປະປາ ແລະ ສຸຂາພິບານ ເປັນໜ້າວຽກໜຶ່ງທີ່ນອນຢູ່ໃນເປົ້າໝາຍທີ 6 (SDGs 6) ຂອງເປົ້າໝາຍການພັດທະນາແບບຍືນຍົງ ເພື່ອຮັບປະກັນໃຫ້ມີນໍ້າໃຊ້, ການບໍລິຫານນໍ້າແບບຍືນຍົງ ແລະ ສຸຂະອະນາໄມສຳລັບໝົດທຸກຄົນ. ຍຸດທະສາດ ແລະ ແຜນພັດທະນາຮອດປີ 2030, ປະຊາຊົນທີ່ດໍາລົງຊີວິດຢູ່ໃນເຂດຕົວເມືອງໄດ້ເຂົ້າເຖິງສຸຂາພິບານທີ່ມີການຄຸ້ມຄອງປອດໄພ, ທົ່ວເຖິງ, ເປັນໜ້າເພິ່ງພໍໃຈ ແລະ ສົມເຫດສົມຜົນ. ຮັບປະກັນໃຫ້ນ້ຳເປື້ອນໃນເທສະບານແຂວງ ແລະ ເມືອງໄດ້ຮັບການບໍາບັດທີ່ເໝາະສົມ, ວຽກງານສຸຂາພິບານໄດ້ຮັບການຄຸ້ມຄອງຢ່າງມີປະສິດທິພາບ ແລະ ປອດໄພຕໍ່ສິ່ງແວດລ້ອມ ແລະ ສັງຄົມ.
ໃນກອງປະຊຸມ, ທ່ານ ວັນສະແຫວງ ອຸດທະຈັກ ຮອງຫົວໜ້າກົມນໍ້າປະປາໄດ້ລາຍງານໂຄງສ້າງ ແລະ ຮ່າງເບື້ອງຕົ້ນຂອງກົດໝາຍວ່າດ້ວຍນໍ້າເປື້ອນ ປະກອບມີ 17 ພາກ, 13 ໝວດ 112 ມາດຕາ. ກອງປະຊຸມຄັ້ງນີ້ ຕາງໜ້າຈາກສະພາແຫ່ງຊາດ, ກະຊວງຍຸຕິທໍາ, ກະຊວງ ຍທຂ ໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງກົດໝາຍດັ່ງກ່າວເພື່ອໃຫ້ເນື້ອໃນຄົບຖ້ວນສົມບູນ. ຂ່າວ: ສາຍພອນ
ຄໍາເຫັນ