ຄົນເຊື້ອຊາດລາວຢູ່ຕ່າງປະເທດ

ຄົນເຊື້ອຊາດລາວຢູ່ຕ່າງປະເທດ ພູມໃຈໄດ້ເຫັນຄວາມສວຍງາມຂອງ ສປປ ລາວ

ຄົນເຊື້ອຊາດລາວຢູ່ຕ່າງປະເທດ ພູມໃຈໄດ້ເຫັນຄວາມສວຍງາມຂອງ ສປປ ລາວ
ໂດຍ: ວັນເພັງ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມພົບປະພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດຄັ້ງປະຖົມມະລືກ ໃນຫົວຂໍ້ ຮັກບ້ານເກີດ ທີ່ຈັດຂຶ້ນຢູ່ ນະຄອນຫຼວງວຽງຈັນ (ນວ) ເມື່ອບໍ່ດົນມານີ້,ທ່ານ ນາງ ສົມບູນ ພົມສຸວັນ ຄົນເຊື້ອຊາດລາວ

ມາຈາກປະເທດນິວຊີແລນໄດ້ໃຫ້ສໍາພາດຜ່ານສື່ມວນຊົນວ່າ:ຕົນເອງຮູ້ສຶກດີໃຈ ແລະ ປະທັບໃຈ ທີ່ໄດ້ມີໂອກາດກັບມາ ສປປ ລາວ ອີກຄັ້ງ ຊຸດນີ້ກໍຖືວ່າເປັນໂອກາດດີທີ່ພັກ-ລັດຖະບານ ສປປ ລາວ ເຫັນຄວາມສໍາຄັນ ເຮັດໃຫ້ໄດ້ມາເຂົ້າຮ່ວມກອງປະຊຸມພີ່ນ້ອງເຊື້ອຊາດລາວ ຢູ່ຕ່າງປະເທດ ໃນຄັ້ງນີ້, ຕົນເອງໄດ້ອອກຈາກບ້ານເກີດເມືອງນອນ(ສປປ ລາວ) ໄປອາໄສຢູ່ປະເທດນີວຊີແລນແຕ່ປີ 1985 ແຕ່ກ່ອນແມ່ນອາໄສຢູ່ບ້ານໂພນສະອາດ ເມືອງໄຊເສດຖານວແຕ່ກໍກັບມາລາວເລື້ອຍໆ ແຕ່ມາເທື່ອໃດກໍເຫັນວ່າ ສປປ ລາວ ມີການພັດທະນາຫຼາຍຂຶ້ນເລື້ອຍໆ ບໍ່ວ່າຈະຢູ່ຕ່າງແຂວງ ຫຼື ພາຍໃນ ນວໂດຍສະເພາະເຫັນວ່າມີຫຼາຍດ້ານໄດ້ຮັບການພັດທະນາຂຶ້ນຫຼາຍເຊັ່ນ: ຖະໜົນຫົນທາງ, ອາຄານບ້ານເຮືອນ, ບ້ານພັກ, ໂຮງແຮມ, ໂຮງຈັກໂຮງງານ, ພື້ນຖານໂລ່ງລ່າງ ແລະ ອື່ນໆ. ສິ່ງສຳຄັນ ສປປ ລາວຍັງມີເສັ້ນທາງລົດໄຟລາວ-ຈີນໄປມາຫາສູ່ຜ່ານລະຫວ່າງບາງແຂວງພາກເໜືອຂອງລາວ ແລະ ຕ່າງປະເທດໄດ້ແລ້ວໂດຍສະເພາະ ສປ ຈີນ ແມ່ນມີຄວາມສະດວກ-ສະບາຍຫຼາຍ, ໃຊ້ເວລາໜ້ອຍ, ປະຢັດເງິນຈາກແຕ່ກ່ອນໃຊ້ເວລາການເດີນທາງຫຼາຍຊົ່ວໂມງ, ຫຼາຍວັນ.ພ້ອມນັ້ນ,ຍັງຮູ້ສຶກດີໃຈ ແລະ ປະທັບໃຈໄດ້ເຫັນຫຼາຍສິ່ງຢ່າງທີ່ສວຍງາມ, ມີຄວາມຈະເລີນຮຸ່ງເຮືອງຕ່າງຈາກເມື່ອກ່ອນຫຼາຍ. ການມາ ສປປ ລາວ ເທື່ອນີ້ນອກຈາກໄດ້ເຂົ້າຮ່ວມກອງປະຊຸມແລ້ວ, ຍັງໄດ້ໄປທ່ອງທ່ຽວສະຖານທີ່ສໍາຄັນຕ່າງໆເຊັ່ນ: ຂີ່ລົດໄຟລາວ-ຈີນ ໄປທ່ຽວແຂວງຫຼວງພະບາງ, ວັງວຽງ ແລະ ທ່ຽວເມືອງວຽງໄຊ ແຂວງຫົວພັນ. ນອກນັ້ນ, ຍັງໄດ້ໄປທ່ຽວພາກໃຕ້: ສະຖານທ່ອງທ່ຽວທໍາມະຊາດຕາດຫຼີ່ຜີ ແລະ ອື່ນໆ ໄດ້ເຫັນຄວາມສວຍງາມຂອງປະເທດລາວເຫັນແລ້ວກໍຢາກໃຫ້ພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດໄດ້ມາເຫັນ ແລະຮັບຮູ້ປະເທດລາວ.
ທ່ານ ນາງ ສົມບູນ ພົມສຸວັນ ກ່າວຕື່ມວ່າ: ແນ່ນອນເມື່ອກັບປະເທດນິວຊີແລນ ຈະແນະນໍາໃຫ້ຄົນເຊື້ອຊາດລາວຢູ່ຕ່າງປະເທດ ແລະຄົນຕ່າງປະເທດຮັບຮູ້ລາວຫຼາຍຂຶ້ນ,ປະເທດລາວບໍ່ຄືແຕ່ກ່ອນແລ້ວ ເພາະຍັງມີຄົນຈໍານວນໜຶ່ງບໍ່ເຂົ້າໃຈ ແລະ ບໍ່ຮັບຮູ້ວ່າປະເທດລາວມີການປ່ຽນແປງໜ້ອຍຫຼາຍສໍ່າໃດ. ສະນັ້ນ, ຢາກໃຫ້ທຸກຄົນໄດ້ມາເຫັນກັບຕາຈຶ່ງຈະເປັນການດີກວ່າ. ດັ່ງຄໍາສຸພາສິດທີ່ວ່າ: ສິບປາກເວົ້າບໍ່ເທົ່າຕາເຫັນ. ໂອກາດນີ້, ທ່ານ ນາງ ສົມບູນ ພົມສຸວັນ ຍັງຝາກເຖິງພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດບໍ່ວ່າຈະຢູ່ປະເທດໃດກໍຕາມຖ້າຫາກວ່າມີໂອກາດ ກໍເຊີນເຂົ້າມາທ່ຽວ ສປປ ລາວເພື່ອຮັບປະສົບການໃໝ່ໆ ໄດ້ເຫັນປະເທດລາວຕົວຈິງ ເຊື່ອແນ່ວ່າຫຼາຍທ່ານຈະມີຄວາມພູມໃຈ ແລະ ປະທັບໃຈ ກັບວັດທະນະທໍາອັນດີງາມຂອງລາວ, ຄວາມເປັນລາວ ແລະ ອື່ນໆເຊັ່ນດຽວກັນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ທ່ານ ນາງດີ່ນ້າ ສົມສະໝຸດ ຫົວໜ້າສາຍງານວຽກການຕະຫຼາດ ບໍລິສັດສະມໍລບີ ໄດ້ໃຫ້ສໍາພາດກ່ຽວກັບຜົນສໍາເລັດການເກັບມ້ຽນຂີ້ເຫຍື້ອ ໃນໄລຍະງານບຸນນະມັດດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຜ່ານມາ ຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນມານີ້ວ່າ: ປະລິມານຂີ້ເຫຍື້່ອໃນງານບຸນປີນີ້ ຖືວ່າຫຼຸດລົງຈາກປີກາຍ ເນື່ອງຈາກປະເພດຂີ້ເຫຍື້ອສ່ວນຫຼາຍເປັນກ່ອງໂຟມ, ໄມ້ສຽບລູກຊີ້ນ, ໃບປິວ, ຈອກນໍ້າ ແລະ ຖົງເສດອາຫານເປັນຕົ້ນ ຊຶ່ງສາມາດເກັບມ້ຽນຂີ້ເຫຍື້ອໄດ້ທັງໝົດ 633,731 ກິໂລກຼາມໂດຍນໍາໃຊ້ລົດຂະ ໜາດໃຫຍ່ຂະໜາດ 12 ແມັດກ້ອນ ຂົນສົ່ງຂີ້ເຫຍື້ອ ຈຶ່ງເຮັດໃຫ້ຈໍານວນຖ້ຽວໃນການຂົນສົ່ງຂີ້ເຫຍື້ອກໍຫຼຸດລົງໄດ້ພຽງ 186 ຖ້ຽວ ທຽບເທົ່າ 558 ຖ້ຽວ (ຄູນສາມ) ໃນປີກາຍ.
ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາ ບໍລິສັດ ລາວໂທລະຄົມ ຄົບຮອບ 29 ປີ (11 ພະຈິກ 1996-11 ພະຈິກ 2025) ຂຶ້ນໃນວັນທີ 14 ພະຈິກ 2025 ທີ່ ສໍານັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນລີຊີ ແລະ ການສື່ສານ ແລະ ບັນດາທ່ານ ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າຜູ້ຖືຮຸ້ນຝ່າຍຕ່າງປະເທດ ແລະ ມີບັນດາ ຄະນະອຳນວຍການ ແລະ ພະນັກງານ ລາວໂທລະຄົມ ເຂົ້າຮ່ວມ
ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພິທີມອບທຸງໄຊນໍາໜ້າ ຂະບວນການແຂ່ງຂັນ 4 ບຸກ ປະຈໍາປີ 2022 – 2024 ຄັ້ງທີ I ໃຫ້ພະແນກຊາວຫນຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກ 2025 ນີ້, ມີ ທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ພັນໂທ ພອນສະຫວັດ ຊົງພູດອຍ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ, ພ້ອມດ້ວຍຄະນະບັນຊາອົງການ 5 ຫ້ອງ, ມີຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາຮາກຖານຊາວໜຸ່ມ ອ້ອມຂ້າງກອງບັນຊາການ ເຂົ້າຮ່ວມ.
ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ເມື່ອຕົ້ນເດືອນພະຈິກນີ້, ທ່ານ ໄຊສົງຄາມ ມະໂນທັມ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມ ແຫ່ງຊາດ, ອະດີດ ຮອງລັດຖະມົນຕີ ກະຊວງ ຍທຂ ໄດ້ຮັບລາງວັນກຽດຕິຍົດ “ວິສາວະກອນດີເດັ່ນອາຊຽນ” ເປັນຜູ້ທໍາອິດ ຈາກ ສປປ ລາວ ຊຶ່ງເປັນລາງວັນອັນຊົງຄຸນຄ່າ ທີ່ສະພາວິສາວະກອນອາຊີບຂອງອາຊຽນ (ASEAN Chartered Professional Engineer Coordinating Committee) ມອບໃຫ້ວິສາວະກອນ ຜູ້ທີ່ມີຜົນງານດີເດັ່ນ ຈາກແຕ່ລະປະເທດສະມາຊິກອາຊຽນ ແລະ ເປັນການຮັບຮູ້ເຖິງຄວາມເປັນມືອາຊີບທາງດ້ານວິສາວະກໍາຂອງ ທ່ານ ໄຊສົງຄາມ ມະໂນທັມ.
ຄຸ້ມຄອງປ້ອງກັນ ແລະ ຮັກສາເສັ້ນຊາຍແດນ ໃຫ້ມີຄວາມສະຫງົບ

ຄຸ້ມຄອງປ້ອງກັນ ແລະ ຮັກສາເສັ້ນຊາຍແດນ ໃຫ້ມີຄວາມສະຫງົບ

ກອງຮ້ອຍທະຫານຊາຍແດນ 325 ທີ່ຂຶ້ນກັບກອງບັນຊາການທະຫານແຂວງສະຫວັນນະເຂດ ແມ່ນກົມກອງໜຶ່ງມີພາລະບົດບາດໜ້າທີ່ເປັນກໍາລັງຕົ້ນຕໍ ໃນການຄຸ້ມຄອງປົກປ້ອງເສັ້ນຊາຍແດນ ລາວ-ໄທ, ຕິດຕາມກຳແໜ້ນສະພາບການຮອບດ້ານ ຕາມບໍລິເວນຊາຍແດນ ທີ່ກົມກອງຮັບຜິດຊອບ ໃຫ້ມີຄວາມສະຫງົບປອດໄພ, ໂດຍປະສານສົມທົບກໍາລັງປ້ອງກັນຊາຍແດນປະເທດໄທ, ເພື່ອແລກປຽນຂໍ້ມູນຂ່າວສານ, ການລາດຕາເວນຮ່ວມ ແລະ ການແກ້ໄຂກໍລະນີຕ່າງໆ ທີ່ເກີດຂື້ນບໍລິເວນຊາຍແດນ ຕາມການມອບໝາຍຂອງຂັ້ນເທິງ, ເພື່ອປົກປັກຮັກສາເຂດນໍ້າແດນດິນອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດລາວໄວ້ໃຫ້ໝັ້ນຄົງ.
ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ໃນວັນທີ 13 ພະຈິກນີ້, ພະແນກການເງິນແຂວງເຊກອງ ຮ່ວມກັບກະຊວງການເງິນ ຈັດກອງປະຊຸມປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ ແລະວຽກງານກວດກາໄລ່ລຽງອາກອນ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ມີທ່ານ ຄຳຮຸ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງ, ມີຄະນະກຳມະການປະເມີນ ຈາກກະຊວງ, ພະແນກການເງິນແຂວງ ແລະຫ້ອງການໆເງິນ 4 ເມືອງເຂົ້າຮ່ວມ.
ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ພິທີສະແດງທົດລອງ ການສວນສະໜາມສະເຫຼີມ​ສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 3 ໄດ້ຈັດຂຶ້ນວັນທີ 12 ພະຈິກ 2025 ນີ້ ທີ່ສະໜາມຫຼວງ ໂດຍມີສະຫາຍ ບຸນທອງ ຈິດມະນີ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກຜູ້ປະຈໍາການຄະນະເລຂາທິການສູນກາງພັກຮອງ​ປະ​ທານ​ປະ​ເທດ,ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຊີ້ແຈງ ຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ,ໃນວັນທີ 13 ພະຈິກນີ້,ທີ່ສະພາແຫ່ງຊາດ,ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ໃນຕອນເຊົ້າວັນທີ 11 ພະຈິກນີ້, ຫ້ອງການກະສິກຳ ແລະ ສີ່ງແວດລ້ອມເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025 ຢູ່ທີ່ບ້ານທົ່ງນາມີ ເນື່ອງໃນໂອກາດວັນສັກວັກຊີນປ້ອງກັນພະຍາດສັດແຫ່ງຊາດ (11 ພະຈິກ)ຂອງທຸກໆປີ.
ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ພິທີປະກາດການຈັດຕັ້ງການນຳຂັ້ນສູງຂອງເມືອງຊົນນະບູລີ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກນີ້ ທີ່ສະໂມສອນຂອງເມືອງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຈາກພະແນກການ, ກົມກອງ ແລະພະນັກງານຫຼັກແຫຼ່ງພາຍໃນເມືອງເຂົ້າຮ່ວມ.
ເພີ່ມເຕີມ