ຄອບຄົວທ່ານ ນາງ ພົມມາ ແສງສຸລິຍາ ປູກຝັງ-ລ້ຽງສັດສ້າງລາຮັບ 370 ລ້ານກີບຕໍ່ປີ

ຄອບຄົວທ່ານ ນາງ ພົມມາ ແສງສຸລິຍາ ປູກຝັງ-ລ້ຽງສັດສ້າງລາຮັບ 370 ລ້ານກີບຕໍ່ປີ
ປະຈຸບັນການປູກຝັງ-ລ້ຽງສັດຂ່າຍເປັນສິນຄ້າ, ແມ່ນທາງເລືອກໜຶ່ງຂອງປະຊາຊົນ ແລະ ຜູ້ປະກອບການອັນເປັນປັດໃຈໃຫ້ແກ່ການພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ, ຊຶ່ງພັກ-ລັດຖະບານຍາມໃດກໍໄດ້ເອົາໃຈໃສຊຸກຍູ້ສົ່ງເສີມ, ໂດຍຫັນຈາກການຜະລິດເປັນສິນຄ້າແບບທໍາມະຊາດໄປສູ່ການຜະລິດເປັນສິນຄ້າ, ໂດຍການນໍາໃຊ້ເຕັກຕິກວິທະຍາສາດເຂົ້າໃນການຜະລິດກໍຄືການປູກຝັງ-ລ້ຽງສັດຂາຍເປັນສິນຄ້າ, ໂດຍປະຕິບັດຕາມແນວທາງນະໂຍບາຍການປ່ຽນແປງໃໝ່ຂອງພັກທີ່ວ່າ: ເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ໂດຍເລີ່ມຈາກຄອບຄົວ ແລະ ປະຕິບັດຕາມແຜນພັດທະນາແມ່ຍິງເມືອງ ທັງເປັນການປະຕິບັດເນື້ອໃນຄຳຂວັນຂໍ້ແຂ່ງຂັນ 3 ດີຂອງສູນກາງແມ່ຍິງລາວວາງອອກໃຫ້ເປັນຂະບວນກວ້າງຂວາງ. 
ຄອວຄົວຂອງທ່ານຄອບຄົວຂອງທ່ານ ນາງພົມມາ ແສງສຸລິຍາ ອາຍຸ 31 ປີ ສະມາຊິກສະຫະພັນແມ່ຍິງຢູ່ບ້ານດົງວຽງ ເມືອງວຽງພູຄາ ແຂວງຫຼວງນໍ້າທາ. ໃນຄອບຄົວມີສະມາຊິກທັງໝົດ 7 ຄົນ, ມີແຮງງານຕົ້ນຕໍ 2 ຄົນ. ໃນໄລຍະຜ່ານມາຄອບຄົວຂອງທ່ານ ນາງ ພົມມາ ແສງສຸລິຍາ ແມ່ນມີອາຊີບເປັນຊາວນາ ແລະ ເຫັນວ່າຄອບຄົວ ມີພຽງແຕ່ກູ້ມຢູ່ກູ່ມກິນ, ລາຍຮັບຍັງຕ່ຳ. ມາຮອດປີ 2014 ໄດ້ມີແນວຄິດລິເລີ້ມດ້ວຍຄວາມເຫັນດີເປັນເອກະພາບພາຍໃນຄອບຄົວ, ຄວາມດຸໝັ່ນຂະຫຍັ່ນພຽນຈິ່ງຕັດສິນໃຈຫັນມາເຮັດການກະເສດ, ປູກຝັງ-ລ້ຽງສັດ ສ້າງລາຍຮັບເຂົ້າໃນຄອບຄົວ, ເປັນຕົ້ນແມ່ນການປູກໝາກແຕງ, ໝາກເຂືອ, ໝາກເພັດ, ສາລີຫວານ, ໝາກນໍ້າເຕົ້າ, ໝາກອຶ່, ຜັກຫອມ ແລະ ອື່ນໆ ຂາຍເປັນອາຊີບ ຊຶ່ງມີເນື້ອທີ່ການປູກພືດໝູນວຽນ 3.000 ຕາແມັດ ແລະ ລາຍຮັບຈາກການຂາຍສັດລ້ຽງ ປະເພດງົວ, ໝູ, ສັກປີກ, ມີໜອງປາ 1 ໜອງ, ຂາຍເຂົ້າ ແລະ ອື່ນໆ ສາມາດສ້າງລາຍຮັບໄດ້ທັງໝົດໄດ້ 370 ລ້ານກີບຕໍ່ປີ. ການຂ່ຍສ່ວນໃຫຍແມ່ນພໍຄ້າ, ແມ່ຄ້າສັງຊື້ ມາເອົາເອງຢູ່ກັບສ່ວນ ແລະ ເອົາສົ່ງໃຫ້ພໍຄ້າແມ່ຄ້າຢູຕະຫຼາດຈໍານວນໜຶ່ງ.
 ຜ່ານການຍຶດຖືອາຊີບປູກຝັງ-ລ້ຽງສັດຂາຍເປັນສິນຄ້າເຮັດໃຫ້ຄອບຄົວມີຖານະດີຂຶ້ນກວ່າເກົ່າ, ຊີວິດການເປັນຢູ່ໄດ້ຮັບການປັບປຸງຮອບດ້ານ ເສດຖະກິດຂອງຄອບຄົວມີບາດກ້າວຂະຫຍາຍຕົວຢາງຕໍ່ເນືອງ ແລະ ໄດ້ກາຍເປັນຄອບຄົວແບບຢາງທີດີໃຫ້ແກ່ສະມາຊິກສະຫະພັນແມ່ຍິງຫຼາຍໆຄອບຄົວພາຍໃນບ້ານ ຊຶ່ງໄດ້ຮຽນເອົາປະສົບການ ແລະ ມູນເຊື້ອອັນດຸໝັນຂະຍັນພຽນຂອງທ່ານ ໄປພັດທະນາເສດຖະກິດຄອບຄົວຂອງຕົນໃຫ້ມີຢູ່ມີກິນ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກເທືອລະກ້າວ. ມາຮອດປັດຈຸບັນຄອບຄົວຂອງ ນາງ ພົມມາ ແສງສຸລິຍາ ມີພາຫະນະ ແລະ ເຄື່ອງມືທຳການຜະລິດຈຳນວນໜຶ່ງ, ມີດີນ 5 ເຮັກຕາ, ເຮືອນ 1 ຫຼັງ. ໃນຕໍ່ໜ້າມີຄາດໝາຍຈະສູ້ຊົນສ້າງເສດຖະກິດຄອບຄົວໃຫ້ຫຼາຍຂຶ້ນກວ່າເກົ່າ ໂດຍສະເພາະ ຈະຂະຫຍາຍເນື້ອທີ່ປູກພືດຜັກຖະກຸນຖົວ, ຕົ້ນໄມ້ໃຫ້ໝາກ, ລ້ຽງສັດ, ຂະຫຍາຍຕົ້ນຢາງພາລາ ແລະ ລາຍຮັບອື່ນໆອີກ ໃຫ້ໄດ້ 470 ລ້ານກີບຕໍ່ປີ ແລະ ຈະພະຍາຍາມປັບປຸງຖອດຖອນບົດຮຽນນຳຜູ້ອື່ນໄປເລື້ອຍໆ, ສືບຕໍ່ໃນການບົວລະບັດ ປົກປັກຮັກສາເຄື່ອງປູກຝັງ ແລະ ນຳໃຊ້ເຕັກນິກວິທະຍາສາດ ເຂົ້າໃນການປູກ, ການລ້ຽງທີ່ມີຢູ່ໃນປັດຈຸບັນ ເພື່ອໃຫ້ຄອບຄົວມີການພັດທະນາດີຂຶ້ນເລື້ອຍໆ.
ໂດຍ: ຄໍາປິງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ

ສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ

ໜັງສືພິມປະຊາຊົນ ສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 75 ປີ (13/8/1950-13/8/2025) ຂຶ້ນ ໃນວັນທີ 15 ສິງຫານີ້ ທີ່ສຳນັກງານໜັງສືພິມປະຊາຊົນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຫົວໜ້າກົມ, ຮອງກົມ, ບັນດາຜູ້ອຳນວຍການສື່ສິ່ງພິມ, ວິທະຍຸ, ໂທລະພາບ, ອະດີດບັນນາທິການ, ພະນັກງານອາວຸໂສບຳນານ ແລະ ພະນັກງານເຂົ້າຮ່ວມ.
ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ໃນວັນທີ 14 ສິງຫານີ້ ສະມາຄົມຜະລິດ ແລະ ປຸງແຕ່ງກຳສິກຳລາວ (ສະມາຄົມທຸລະກິດກະສິກຳລາວ) ໄດ້ຈັດພິທີເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ (ໂຄງການສົ່ງເສີມປູກສົ້ມພໍດີ, ງາດຳ-ງາຂາວ ແລະ ຫົວບົ່ວໃຫຍ່ ເປັນສິນຄ້າສົ່ງອອກໄປ ສ.ເກົາຫຼີ ແລະ ເຊັນສັນຍາຊື້-ຂາຍຮ່ວມກັນ ຂຶ້ນທີ່ສວນຂອງສະຫະກອນ 3 ເອຟ໋ ກະສິກໍາຍືນຍົງຂອງລາວ ບ້ານນາເທບ ເມືອງໂພນໂຮງ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.
ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ໃນວັນທີ 14 ສິງຫານີ້ ສະມາຄົມຜະລິດ ແລະ ປຸງແຕ່ງກຳສິກຳລາວ (ສະມາຄົມທຸລະກິດກະສິກຳລາວ) ໄດ້ຈັດພິທີເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ (ໂຄງການສົ່ງເສີມປູກສົ້ມພໍດີ, ງາດຳ-ງາຂາວ ແລະ ຫົວບົ່ວໃຫຍ່ ເປັນສິນຄ້າສົ່ງອອກໄປ ສ.ເກົາຫຼີ ແລະ ເຊັນສັນຍາຊື້-ຂາຍຮ່ວມກັນ ຂຶ້ນທີ່ສວນຂອງສະຫະກອນ 3 ເອຟ໋ ກະສິກໍາຍືນຍົງຂອງລາວ ບ້ານນາເທບ ເມືອງໂພນໂຮງ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.
ກຽມພ້ອມຮັບມື ຕ້ານໄພພິບັດທາງທຳມະຊາດ ໃນໄລຍະລະດູຝົນປີນີ້

ກຽມພ້ອມຮັບມື ຕ້ານໄພພິບັດທາງທຳມະຊາດ ໃນໄລຍະລະດູຝົນປີນີ້

ໃນລະດູຝົນນີ້, ກົມຊົນລະປະທານ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ກຽມຄວາມພ້ອມຮອບດ້ານ ຮັບມືກັບໄພພິບັດທາງທຳມະຊາດ ເຝົ້າລະວັງເຂດພື້ນທີ່ ມີຄວາມສ່ຽງ ພ້ອມທັງໄດ້ອອກແຈ້ງການ ເຖິງຂະແໜງຊົນລະປະທານແຂວງ, ນະຄອນຫຼວງວຽງຈັນ ໃຫ້ກະກຽມຄວາມພ້ອມຮັບມືກັບປະກົດການທີ່ຈະເກີດຂຶ້ນ.
ພູມໃຈໃນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ພູມໃຈໃນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ເນື່ອງໃນໂອກາດເຂົ້າຮ່ວມພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13/8/1950-13/8/2025) ຈັດຂຶ້ນໃນວັນທີ 13 ສິງຫາ ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ພູວົງ ພະມີສິດ ກຳມະການສູນກາງແນວລາວສ້າງຊາດ ຫົວໜ້າທີ່ປຶກສາວຽກງານຊົນເຜົ່າ ທັງເປັນປະທານສວນວັດທະນະທໍາບັນດາເຜົ່າ ໄດ້ສະແດງຄວາມຮູ້ສຶກຕໍ່ວັນດັ່ງກ່າວຜ່ານສື່ມວນຊົນວ່າ: ວັນສ້າງຕັ້ງແນວລາວສ້າງຊາດເປັນໜຶ່ງວັນທີ່ມີຄວາມໝາຍ-ສຳຄັນ ຕົນເອງມີຄວາມຮູ້ສຶກດີໃຈ ແລະ ພູມໃຈຫຼາຍທີ່ໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງວັນດັ່ງກ່າວໃນຄັ້ງນີ້.
ມອບເງີນຊຸກຍູ້ ກອງປະຊຸມໃຫຍ່ຄັ້ງທີIX ຂອງອົງຄະນະພັກແຂວງຫຼວງນ້ຳທາ.

ມອບເງີນຊຸກຍູ້ ກອງປະຊຸມໃຫຍ່ຄັ້ງທີIX ຂອງອົງຄະນະພັກແຂວງຫຼວງນ້ຳທາ.

ວັນທີ 13 ສິງຫາ 2025 ຢູ່ທີ່ຫ້ອງວ່າການແຂວງຫຼວງນໍ້າທາ,ບັນດາບໍລິສັດຕ່າງໆ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງນໍ້າທາ ຄື: ບໍລິສັດ ກຸຫຼາບຄໍາ ຈໍາກັດ ມອບ100,000,000 ກີບ, ບໍລີສັດ skvກຣຸບ 100,000,000 ກີບ, ບໍລິສັດ ລ້ານຊ້າງ ກໍ່ສ້າງ ທາງດ່ວນ ບໍ່ເຕ່ນ-ນາເຕີຍ100,000,000 ກີບ ແລະ ບໍລິສັດ ສົມປະສົງ ເຄຫາ, ຂົວທາງ ແລະ ຊົນລະປະທານ ຈໍາກັດຜູ້ດຽວ ຈໍານວນ 30,000,000 ກີບລວມເປັນເງີນທັງໝົດ 330,000,000 ກີບ, ໃຫ້ກຽດມອບໂດຍຜູ້ຕາງໜ້າແຕ່ລະບໍລິສັດ ແລະ ໃຫ້ກຽດຮັບໂດຍທ່ານ ອ່ອນຈັນ ຄໍາພາວົງ ຮອງເຈົ້າແຂວງຫຼວງນໍ້າທາ.
ລົງເລິກການຮ່ວມມືລະຫວ່າງສະຖາບັນກັບວິສາຫະກິດ

ລົງເລິກການຮ່ວມມືລະຫວ່າງສະຖາບັນກັບວິສາຫະກິດ

ສະຖາບັນຂົງຈື ມະຫາວິທະຍາໄລ ສຸພານຸວົງ ໄດ້ຮ່ວມມືກັບ ບໍລິສັດ ຊີຈີເອັນເອເນີຈີເຕັກໂນໂລຊີ (ລາວ) ຈຳກັດ, ບໍລິສັດ ທາງລົດໄຟລາວ-ຈີນ, ບໍລິສັດ ພາວເວີຊາຍນາ ແລະ ຫົວໜ່ວຍທຸລະກິດຈີນອື່ນໆ ສ້າງສູນສາທິດການຝຶກຫັດງານໃນຫຼາຍໆພື້ນທີ່, ລົງເລິກການພັດທະນາການສ້າງພະນັກງານທ້ອງຖິ່ນ ຜ່ານໂຄງການ “ພາສາຈີນ ເຕັກນິກວິຊາຊີບ”.
ພູມໃຈໃນອາຊີບສື່ມວນຊົນ

ພູມໃຈໃນອາຊີບສື່ມວນຊົນ

ແມ່ຍິງລາວ ແມ່ນຜູ້ທີ່ມີຄວາມດຸໝັ່ນ ພາກພຽນ ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ແລະ ເຮັດວຽກຄຽງບ່າຄຽງໄຫຼ່ ກັບເພດຊາຍ ບໍ່ວ່າຈະແມ່ນໄລຍະສົງຄາມກໍຄືໄລຍະສັນຕິສຸກ, ແມ່ຍິງປະກອບສ່ວນສ້າງສາພັດທະນາປະເທດຊາດດ້ວຍຄວາມຫ້າວຫັນໃນຫຼາກຫຼາຍສາຂາອາຊີບ ຊຶ່ງອາຊີບໃນຂົງເຂດສື່ມວນຊົນ ກໍເປັນອາຊີບໜຶ່ງ ທີ່ແມ່ຍິງລາວເຮົາ ມີບົດບາດສຳຄັນ ປະກອບສ່ວນຕໍ່ຜົນສຳເລັດຂອງການປະຕິບັດສອງໜ້າທີ່ຍຸດທະຍຸດທະສາດ ດັ່ງ ທ່ານ ນາງ ອາດີນາ ມະຫາວົງ ກໍເປັນຜູ້ໜຶ່ງທີ່ໄດ້ເຄື່ອນໄຫວຢ່າງຫ້າວຫັນ ແລະ ມີຄວາມພູມໃຈຕໍ່ອາຊີບສື່ມວນຊົນ.
ທ່ານ ດາວວີ ວົງໄຊ ຍື່ນສານຕາຕັ້ງຕໍ່ ເຈົ້າຊາຍ ອາລົວ ແຫ່ງ ເລັກເຕິນສະເຕນ

ທ່ານ ດາວວີ ວົງໄຊ ຍື່ນສານຕາຕັ້ງຕໍ່ ເຈົ້າຊາຍ ອາລົວ ແຫ່ງ ເລັກເຕິນສະເຕນ

ໃນວັນທີ 12 ສິງຫາ ຜ່ານມາ ທີ່ສຳນັກພະລາດຊະວັງ ວາດູສ ປະເທດເລັກເຕິນສະເຕນ (Principality of Liechtenstein), ທ່ານ ດາວວີ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ເຈົ້າຊາຍ ອາລົວ ແຫ່ງ ເລັກເຕິນສະເຕນ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມຄົນໃໝ່ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳປະເທດເລັກເຕິນສະເຕນ ຊຶ່ງມີສຳນັກງານສະຖານທູດ ຕັ້ງຢູ່ເຊີແນວ ປະເທດສະວິດ.
ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ຍທຂ  ສະໄໝທີ VI ຮອບທີ I

ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ຍທຂ ສະໄໝທີ VI ຮອບທີ I

ຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງສະໄໝທີ VI ຮອບທີ I ຂຶ້ນໃນວັນທີ 14 ສິງຫານີ້ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ ພາຍໃຕ້ການເປັນປະທານຂອງ ສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງ ຍທຂ, ມີຄະນະປະຈໍາພັກກະຊວງ, ກໍາມະການພັກ, ຄະນະໜ່ວຍພັກ, ຮາກຖານພັກ ແລະ ບັນດາສະມາຊິກພັກເຂົ້າຮ່ວມ.
ເພີ່ມເຕີມ