ຄອບຄົວຕົວແບບປູກໝາກກ້ຽງຂາຍ ອາດເປັນແຮງຈູງໃຈໃຫ້ຊາວບ້ານແກ່ງ

ຄອບຄົວຕົວແບບປູກໝາກກ້ຽງຂາຍ ອາດເປັນແຮງຈູງໃຈໃຫ້ຊາວບ້ານແກ່ງ
ໃນໂອກາດລົງຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ເນື້ອໃນຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ IIທີ່ເມືອງຍອດອູແຂວງຜົ້ງສາລີ ເມື່ອບໍ່ດົນມານີ້, ທ່ານ ສົມຈິດ ຫັບລະກອນຮອງປະທານສະພາປະຊາຊົນແຂວງຜົ້ງສາລີ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 2, ພ້ອມດ້ວຍຄະນະໄດ້ຖືໂອກາດດັ່ງກ່າວນີ້ ເພື່ອລົງຊຸກຍູ້ ແລະ ຢ້ຽມຢາມປະຊາຊົນເຂດຫ່າງໄກສອກຫຼີກໂດຍສະເພາະໄດ້ໄປຢ້ຽມຢາມຄອບຄົວຂອງທ່ານ ຈັນ ອິນລໍາ, ປະຊາຊົນ ບ້ານ ແກ່ງ, ເມືອງ ຍອດອູແຂວງ ຜົ້ງສາລີຊຶ່ງເປັນຄອບຄົວຕົວແບບໃນການປູກໝາກກ້ຽງ.
ທ່ານ ຈັນ ອິນລໍາ ໃຫ້ຮູ້ວ່າ: ໃນເມື່ອກ່ອນຕົນເອງໄດ້ນໍາພາຄອບຄົວບຸກເບີກເນື້ອທີ່ດິນຂອງຕົນຢູ່ບ້ານແກ່ງ,ໄລຍະທໍາອິດ ແມ່ນໄດ້ເຮັດສວນຢາງພາລາ, ຫຼັງຈາກນັ້ນ ໄດ້ຕັດສິນໃຈນໍາເອົາເບ້ຍຕົ້ນໝາກກ້ຽງ ຈາກ ສປ ຈີນ ມາປູກ ເຊິ່ງໄດ້ໃຊ້ຕົ້ນທຶນທັງໝົດ 12 ລ້ານກວ່າກີບ ເພື່ອນໍາໃຊ້ເຂົ້າໃນການປູກໝາກກ້ຽງ ມີ2 ຊະນິດຄື: ໝາກກ້ຽງຊະນິດນ້ອຍ ແລະ ຊະນິດໃຫຍ່, ມີທັງໝົດ 460 ຕົ້ນ, ໃນເນື້ອທີ່ປະມານ 0,184ເຮັກຕາ, ສາມາດໃຫ້ຜົນຜະລິດໄດ້ເຖິງ 12 ໂຕນ/ປີ ຂາຍໃນລາຄາ 15.000 ກີບ ຫາ 25.000 ກີບ/ກິໂລ, ສ້າງລາຍຮັບໄດ້ເຖິງ 180 ລ້ານກີບ/ປີ, ພາຍຫຼັງຫັກລົບຕົ້ນທຶນອອກແລ້ວຍັງມີກໍາໄລໃນການປູກໝາກກ້ຽງປະມານ167 ລ້ານກວ່າກີບ.
ທ່ານ ຍັງໃຫ້ຮູ້ຕື່ມອີກວ່າ: ນອກຈາກນີ້ແລ້ວ, ຍັງມີລາຍຮັບຈາກການຜະລິດກະສິກໍາອຶ່ນໆ ເຊັ່ນ: ລາຍຮັບຈາກການຂາຍນໍ້າຢາງພາລາໃນເນື້ອທີ່ປະມານ 1,7ເຮັກຕາ, ມີ 800 ຕົ້ນ ໄດ້ 9 ໂຕນ/ປີ,ຂາຍໃນລາຄາ 10.000 ກີບ/ກິໂລ ລວມເປັນເງິນໄດ້ 90 ລ້ານກີບ/ປີ, ລາຍຮັບຈາກການຂາຍຊາ ໃນເນື້ອທີ່ປະມານ 0,03ເຮັກຕາ, ມີ 500 ຕົ້ນ, ໄດ້ຜົນຜະລິດຊາແຫ້ງ 20 ກິໂລ/ປີ, ຂາຍໃນລາຄາ 250.000 ກີບ/ກິໂລ, ລວມລາຍຮັບທັງໝົດດພາຍໃນຄອບຄົວ 262 ລ້ານກວ່າກີບ/ປີ.
ຈາກປະສົບການກໍຄືຜົນສໍາເລັດໃນການປູກໝາກກ້ຽງ ແລະ ໄມ້ອຸດສາຫະກໍາເຮັດໃຫ້ຄອບຄົວມີແຮງຈູງໃຈຂະຫຍາຍສວນໝາກກ້ຽງອີກຕໍ່ໄປ ແລະ ສາມາດຢັ້ງຢືນໄດ້ວ່າເນື້ອທີ່ດິນຂອງເມືອງຍອດອູ ໂດຍສະເພາະບ້ານແກ່ງ ສາມາດປູກໝາກກ້ຽງເປັນສິນຄ້າທີ່ຍືນຍົງໃນອານາຄົດໄດ້ ແລະ ນີ້ຈະກາຍເປັນຈຸດລິເລີ່ມໃຫ້ຄອບຄົວອຶ່ນໆນໍາໄປເປັນບົດຮຽນເພື່ອລົງທຶນປູກໝາກກ້ຽງກາຍເປັນສິນຄ້າສໍາຄັນຂອງເມືອງຍອດອູ ກໍຄືແຂວງຜົ້ງສາລີ ໃນອານາຄົດ.
(ພາບ-ຂ່າວ: ພອນແກ້ວປະເສີດ ສຸລິວົງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຊາວໜຸ່ມ ພະແນກສາທາລະນະສຸກແຂວງ ປະກາດ 4 ບຸກ ປະຈຳປີ 2025.

ຊາວໜຸ່ມ ພະແນກສາທາລະນະສຸກແຂວງ ປະກາດ 4 ບຸກ ປະຈຳປີ 2025.

ພິທີປະກາດຄະນະຊາວໜຸ່ມຮາກຖານພະແນກສາທາລະນະສຸກ ແຂວງເຊກອງ ເປັນຊາວໜຸ່ມຕົວແບບ 4 ບຸກ ຄັ້ງທີ Il ປະຈຳປີ 2025 ຈັດຂຶ້ນໃນວັນທີ 27 ມັງກອນນີ້ ທີ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງ ໂດຍການເຂົ້າຮ່ວມຂອງສະຫາຍ ໄຊຍະພອນ ວົງຫາຈັກ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີສະຫາຍ ກິລິຍາ ສຸດທິຈັກ ຄະນະພັກຮາກຖານ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມ.
ຄະນະນໍາແຂວງສະຫວັນນະເຂດ ປຶກສາຫາລືບັນຫາສຳຄັນຕ່າງໆ

ຄະນະນໍາແຂວງສະຫວັນນະເຂດ ປຶກສາຫາລືບັນຫາສຳຄັນຕ່າງໆ

ກອງປະຊຸມຄະນະກຳມະການປົກຄອງແຂວງສະຫວັນນະເຂດ ຄັ້ງທີ I ໄດ້ຈັດຂຶ້ນທີ່ຫ້ອງວ່າການແຂວງ ໃນວັນທີ 26 ມັງກອນຜ່ານມາ ໂດຍການເປັນປະທານຂອງ ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ, ມີສະຫາຍ ນາງ ດາວອນ ໄຊສຸລຽນ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ບັນດາສະຫາຍປະທານໃນຄະນະກຳມະການປົກຄອງນະຄອນໄກສອນ ພົມວິຫານ, ຄະນະກຳມະການປົກຄອງເມືອງ ຈາກ 14 ເມືອງຂອງແຂວງເຂົ້າຮ່ວມ.
ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກແຂວງຊຽງຂວາງ

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກແຂວງຊຽງຂວາງ

ພິທີມອບ-ຮັບໜ້າທີ່ ລະຫ່ວາງ ເລຂາຄະນະບໍລິຫານງານພັກແຂວງຊຽງຂວາງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 27 ມັງກອນນີ້ ຢູ່ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສູນກາງແນວລາວສ້າງຊາດ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ກອງບັນຊາການ, ອົງການຈັດຕັ້ງ ເຂົ້າຮ່ວມ.
ສະຫາຍ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ໄດ້ຮັບການແຕ່ງຕັ້ງເປັນເລຂາພັກແຂວງຫຼວງນ້ຳທາ

ສະຫາຍ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ໄດ້ຮັບການແຕ່ງຕັ້ງເປັນເລຂາພັກແຂວງຫຼວງນ້ຳທາ

ພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກແຂວງຫຼວງນໍ້າທາ ລະຫວ່າງ ສະຫາຍ ວຽງສະຫວັດ ສີພັນດອນ ເລຂາຄະນະບໍລິຫານງານພັກແຂວງຫຼວງນໍ້າທາ ຜູ້ເກົ່າ ແລະ ສະຫາຍ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຜູ້ໃໝ່, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ມີການນໍາຈາກສູນກາງ, ການນໍາແຂວງ, ອະດີດການນໍາແຂວງ, ສອງກອງບັນຊາການ ແລະ ພະນັກງານຫຼັກແຫຼ່ງຂອງແຂວງ ເຂົ້າຮວ່ມ.
ພັກກໍານົດທາດແທ້ມູນເຊື້ອປະຕິວັດຂອງສະຫະພັນກໍາມະບານລາວ

ພັກກໍານົດທາດແທ້ມູນເຊື້ອປະຕິວັດຂອງສະຫະພັນກໍາມະບານລາວ

ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນກໍາມະບານລາວ (1 ກຸມພາ 1956-1 ກຸມພາ 2025) ຄົບຮອບ 70 ປີ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ພັກໄດ້ມອບໝາຍພາລະກິດອັນໃຫຍ່ຫຼວງໃຫ້ອົງການຈັດຕັ້ງກໍາມະບານລາວ ທີ່ເປັນອົງການຕົວແທນແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າໃນຂອບເຂດທົ່ວປະເທດ.
ຄໍາມ່ວນ ປູກເຂົ້ານາແຊງໄດ້ແລ້ວ 9,503 ເຮັກຕາ

ຄໍາມ່ວນ ປູກເຂົ້ານາແຊງໄດ້ແລ້ວ 9,503 ເຮັກຕາ

ໃນລະດູການປູກເຂົ້ານາແຊງປີ 2026 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້າ 15,759 ເຮັກຕາ, ເນື້ອທີ່ແຜນການຂອງປີນີ້ລື່ນປີ 2025 ຜ່ານມາ 1,573 ເຮັກຕາ, ຄາດຄະເນຜົນຜະລິດ 77,396 ໂຕນ, ຄາດຄະເນໝົດແນວປູກ 1,261 ໂຕນ. ໃນນີ້, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 5,463 ເຮັກຕາ, ຄາດຄະເນຜົນຜະລິດ 25,734 ໂຕນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 10,296 ເຮັກຕາ, ຄາດຄະເນຜົນຜະລິດ 51,662 ໂຕນ.
ເມືອງແກ່ນທ້າວ ຈະປະກາດສ້າງຕັ້ງຕາແສງດອນເມນ ເປັນຕາແສງທໍາອິດຂອງເມືອງ.

ເມືອງແກ່ນທ້າວ ຈະປະກາດສ້າງຕັ້ງຕາແສງດອນເມນ ເປັນຕາແສງທໍາອິດຂອງເມືອງ.

ທ່ານ ບຸນຍັງ ພັນທະວົງ ຮອງປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ ຫົວໜ້າຄະນະຊີ້ນໍາການສ້ງຕັ້ງຕາແສງຂັ້ນເມືອງ ໄດ້ລາຍງານການກະກຽມຄວາມພ້ອມການສ້າງຕັ້ງຕາແສງ ຢູ່ໃນກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 4 ສະໄໝທີ VIII ວ່າ: ໂດຍປະຕິບັດຕາມ ແຈ້ງການຂອງຄະນະປະຈໍາພັກແຂວງ ໄຊຍະບູລີ ເລກທີ 581/ຄພຂ.ຊຍ, ລົງວັນທີ 31 ຕຸລາ 2025 ກ່ຽວກັບການສ້າງຕັ້ງຕາແສງ ແລະ ຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງແຂວງ ສະບັບເລກທີ 2162/ຄປຂ, ລົງວັນທີ 26 ທັນວາ 2025 ວ່າດ້ວຍການສ້າງຕັ້ງຕາແສງຂອງເມືອງແກ່ນທ້າວ.
ພາກພູມໃຈ ແນະນໍາໜາບປານ້ອຍໃນງານເທດສະການອາຫານລາວ

ພາກພູມໃຈ ແນະນໍາໜາບປານ້ອຍໃນງານເທດສະການອາຫານລາວ

ໃນໂອກາດເຂົ້າຮ່ວມເປີດງານເທດສະການອາຫານລາວ ປີ 2026 ພາຍໃຕ້ຄໍາຂວັນ: “ສຳຜັດຄວາມເປັນລາວ ຜ່ານລົດຊາດອາຫານລາວ" ທ່ານ ນາງ ອາດີນາ ມະຫາວົງ ປະທານໂທລະພາບຊ່ອງ 5 ເອັມວີລາວ ທັງເປັນ THE WORLD MADAM 2025, The World Madam ASIA 2025 ແລະ The World Madam Laos 2025 ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 26 ມັງກອນນີ້ວ່າ: ຕົນເອງມີຄວາມຮູ້ສຶກດີໃຈ ແລະ ພາກພູມໃຈທີ່ໄດ້ເຂົ້າຮ່ວມ ແລະ ມີສ່ວນຮ່ວມໃນການປະກອບສ່ວນສະໜັບສະໜູນ ໃນງານເທດສະການອາຫານລາວຄັ້ງນີ້ ຊຶ່ງປີນີ້ຄົບຮອບ 21 ປີພໍດີ ການຈັດງານເທດສະການອາຫານລາວສູ່ຕະຫຼາດໂລກ.
Vietjet ສະນຳເໜີຫຼຸດລາຄາປີ້ຍົນຊັ້ນ Deluxe 30% ສຳລັບການເດີນທາງໄປຫວຽດນາມ ຕະຫຼອດປີ 2026

Vietjet ສະນຳເໜີຫຼຸດລາຄາປີ້ຍົນຊັ້ນ Deluxe 30% ສຳລັບການເດີນທາງໄປຫວຽດນາມ ຕະຫຼອດປີ 2026

ສາຍການບິນ Vietjet ມອບສ່ວນຫຼຸດສູງສຸດເຖິງ 30% ສໍາລັບປີ້ຍົນປະເພດ Deluxe ຕັ້ງແຕ່ວັນທີ 27 ຫາ 29 ມັງກອນ 2026, ເພື່ອເຊີນນັກທ່ອງທ່ຽວຈາກລາວໃຫ້ເລີ່ມຕົ້ນການເດີນທາງໄປທ່ອງທ່ຽວຫວຽດນາມໃນປີ 2026. ດ້ວຍຖ້ຽວບິນໂດຍກົງຂອງ Vietjet ລະຫວ່າງ ນະຄອນຫຼວງວຽງຈັນ - ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ພ້ອມທັງເຄືອຂ່າຍຖ້ຽວບິນທີ່ພວມຂະຫຍາຍຕົວໃນທົ່ວອາຊີ-ປາຊີຟິກ, ໂປຣໂມຊັນທີ່ມີກຳນົດເວລານີ້ແມ່ນໂອກາດທີ່ບໍ່ຄວນພາດໃນການວາງແຜນລ່ວງໜ້າ ແລະ ເພີດເພີນກັບຄວາມຄຸ້ມຄ່າໃນການເດີນທາງຕະຫຼອດປີ 2026.
ສານອວຍພອນວັນຊາດ ອົສຕຣາລີ ຄົບຮອບ 238 ປີ

ສານອວຍພອນວັນຊາດ ອົສຕຣາລີ ຄົບຮອບ 238 ປີ

ພະນະທ່ານ ທອງລຸນ ສີສຸລິດ ປະທານ​ປະ​ເທດ ແຫ່ງສາ​ທາ​ລະນ​­ະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົ­​ນລາວ ໄດ້ສົ່ງສານອວຍພອນ ເຖິງ ພະນະ​ທ່ານ​ນາງ ແຊມ ມອສຕິນ ຜູ້ສຳເລັດຣາຊະການແຫ່ງເຄື່ອຈັກກະພົບ ອົສຕຣາລີ ທີ່ແຄນເບີຣາ ໂດຍມີເນື້ອໃນວ່າ: ຕາງໜ້າໃຫ້ ປະຊາຊົນລາວ ແລະໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ປະຊາຊົນ ອົສຕຣາລີ ເພື່ອນມິດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ອົສຕຣາລີ ຄົບຮອບ 238 ປີ.
ເພີ່ມເຕີມ