ຄອສພ  ຈັດກອງປະຊຸມແນະນຳການກຳນົດຕຳແໜ່ງງານ

ຄອສພ  ຈັດກອງປະຊຸມແນະນຳການກຳນົດຕຳແໜ່ງງານ
ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ໄດ້ຈັດກອງປະຊຸມແນະນຳການກຳນົດຕຳແໜ່ງງານ  ຂຶ້ນໃນວັນທີ 17 ມັງກອນ ນີ້ ທີີີີ່ສະໂມສອນໃຫຍ່ ຂອງຄອສພ ໂດຍການເປັນປະທານ ຂອງທ່ານ ອານົງສັກ ອິນທະວົງ ຫົວໜ້າກົມຈັດຕັ້ງພະນັກງານ ຄອສພມີຮອງຫົວໜ້າກົມ, ຫົວໜ້າພະແນກ,ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການພາຍໃນ ຄອສພ ເຂົ້າຮ່ວມ.
    ຈຸດປະສົງເພືຶ່ອການກຳນົດຕຳແໜ່ງງານ ຊຶ່ງການກຳນົດຫຼັກການ, ລະບຽບການ, ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ການກວດກາວຽກງານກຳນົດຕຳແໜ່ງງານ ເພື່ອເປັນບ່ອນອີງໃຫ້ແກ່ອົງການຈັດຕັ້ງພັກ,ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົມເກົ່າລາວ, ອົງການຈັດຕັ້ງມະຫາຊົນ ຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການກຳນົດຕຳແໜ່ງງານຢ່າງຖືກຕ້ອງ ແລະ ເປັນລະບົບ ແນໃສ່ຮັບປະກັນການປັບປຸງກົງຈັກ,ການບັນຈຸ,ການສັບຊ້ອນ, ການປະເມີນຜົນພະນັກງານ-ລັດຖະກອນ ໃຫ້ໄດ້ຮັບຜົນດີ.  ໃນກອງປະຊຸມ ທ່ານ ພອນປະເສີດ ກຸລະວົງ ຫົວໜ້າພະແນກ ພັດທະນາການຈັດຕັ້ງ ກະຊວງພາຍໃນ ໄດ້ບັນຍາຍຄວາມຮູ້ພື້ນຖານກ່ຽວກັບການກຳນົດຕຳແໜ່ງງານ ຊຶ່ງມີທັງໝົດ9ຂໍ້ຄື: 1).ຈຸດປະສົງຂອງການກຳນົດຕຳແໜ່ງງານ,2).ຄວາມໝາຍຂອງການກຳນົດຕຳແໜ່ງງານ, 3). ການວິເຄາະງານ(ວິເຄາະວຽກ) ແລະ ຂັ້ນຕອນການກຳນົດຕຳແໜ່ງງານ,4). ອົງປະກອບຂອງຕຳແໜ່ງງານ,5). ຄວາມສຳຄັນ ແລະ ຜົນປະໂຫຍດ ຂອງການກຳນົດຕຳແໜ່ງງານ, 6). ວິທີການກຳນົດຕຳແໜ່ງງານ, 7). ບາດກ້າວໃນການກຳນົດຕຳແໜ່ງງານ, 8). ສິ່ງທີ່ຄວນເອົາໃສ່ ແລະ 9). ຕົວຢ່າງການກຳນົດຕຳແໜ່ງງານ. ໃນກອງປະຊຸມ ຍັງໄດ້ແລກປ່ຽນບົດຮຽນ, ຈັດແບ່ງກຸ່ມຄົ້ນຄ້ວາກຳນົດຕຳແໜ່ງງານ ແລະ ແຕ່ລະກຸ່ມໄດ້ຂຶ້ນຜ່ານການກຳນົດຕຳແໜ່ງງານຂອງຕົນ.
ຂ່າວ-ພາບ: ພັດ ລໍວັນໄຊ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດ ໄບຣຊອຍສ ມອບເຄື່ອງຊ່ວຍເຫຼືອໃຫ້ນັກຮຽນເຂດຫ່າງໄກສອກຫຼີກ

ບໍລິສັດ ໄບຣຊອຍສ ມອບເຄື່ອງຊ່ວຍເຫຼືອໃຫ້ນັກຮຽນເຂດຫ່າງໄກສອກຫຼີກ

ບໍລິສັດ ໄບຣຊອຍສ ຈໍາກັດຜູ້ດຽວ ໄດ້ນໍາເຄື່ອງຊ່ວຍເຫຼືອປະເພດເກີບແພຈໍານວນ 100 ກວ່າຄູ່ ມາມອບໃຫ້ໜັງສືພິມປະຊາຊົນ ເພື່ອນໍາໄປມອບຕໍ່ໃຫ້ນັກຮຽນຢູ່ເຂດຫ່າງໄກສອກຫຼີກ ໃນວັນທີ 1 ກໍລະກົດນີ້ ທີ່ສໍານັກງານໜັງສືພິມປະຊາຊົນ ກ່າວມອບໂດຍທ່ານນາງ ລັດຕະນະໄຊ ແສນກີດຈະນຸລັກ ຜູ້ອໍານວຍການບໍລິສັດ ໄບຣຊອຍສ ຈໍາກັດຜູ້ດຽວ (BRIGHT CHOICE) ພ້ອມດ້ວຍຄອບຄົວ ໂດຍການກ່າວຮັບຂອງທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ.
ປະກາດເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍທະຫານ

ປະກາດເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍທະຫານ

ກົມໃຫຍ່ການເມືອງກອງທັບ ປະກາດເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍທະຫານ ແລະ ປະດັບທຽບຊັ້ນໃຫ້ນັກ ຮຽນທີ່ຈົບຈາກສາຍລັດຢູ່ບັນດາກົມກອງທີ່ຂຶ້ນກັບກົມໃຫຍ່ການເມືອງກອງທັບ ຂຶ້ນໃນວັນທີ 30 ມິຖຸນາຜ່ານມາ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຫົວໜ້າກົມໃຫຍ່ການເມືອງກອງທັບ, ຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເມືອງໂຂງ ປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ,

ເມືອງໂຂງ ປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ,

ພິທີປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955-20 ກໍລະກົດ 2025) ຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງຈຳປາສັກ ຄັ້ງທີ VIII, ມະຕິກອງປະຊຸມວິສາມັນຄົບຄະນະບໍລິຫານງານແມ່ຍິງແຂວງສະໄໝທີ 8 ທີ່ເມືອງ ໂຂງ ແຂວງຈຳປາສັກ ຂຶ້ນໃນວັນທີ 1 ກໍລະກົດນີ້ ທີ່ສະໂມສອນຂອງເມືອງ ໂດຍການເຂົ້າຮ່ວມຂອງທ່ານ ນາງ ເຕດາວັນ ແກ້ວພິລາວັນ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງ, ມີບັນດາທ່ານໃນຄະນະບໍລິຫານງານພັກເມືອງ, ກຳມະການພັກເມືອງ, ປະທານສະຫະພັນແມ່ຍິງເມືອງ, ຄະນະບໍລິຫານງານສະຫະພັນແມ່ຍິງເມືອງ, ພະນັກງານອາວຸໂສບຳນານເຂົ້າຮ່ວມຢ່າງພ້ອມພຽງ.
ປາກກະດິງ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ

ປາກກະດິງ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ

ພິທີປະດັບຫຼຽນກາລະນຶກ 70 ປີ, ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ແລະ ມອບໃບຍ້ອງຍໍຜົນງານການກະກຽມກອງປະຊຸມໃຫຍ່ຄັງທີ VIII ຂອງອົງຄະນະພັກເມືອງປາກກະດິງ ພ້ອມທັງອະນຸມັດພະນັກງານເຂົ້າຮັບອຸດໜູນບຳນານ ໄດ້ຈັດຂຶ້ນເມື່ອບໍ່ດົນຜ່ານມານີ້ ຢູ່ທີ່ຫ້ອງປະຊຸມ ກຸ່ມເສດຖະກິດຂອງເມືອງ. ພາຍໄຕ້ການເປັນປະທານຂອງທ່ານ ບຸນຄົບ ຈັນທະວົງ ເລຂາຄະນະບໍລິຫານງານພັກເມືອງປາກກະດິງ.
ໄຊພູທອງ ປັກດໍາເຂົ້ານາປີໄດ້ແລ້ວ 3,450 ເຮັກຕາ

ໄຊພູທອງ ປັກດໍາເຂົ້ານາປີໄດ້ແລ້ວ 3,450 ເຮັກຕາ

ຕາມການລາຍງານຂອງ ທ່ານ ສຸວັນ ໄຊຍະມັງດາລາ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງໄຊພູທອງ ແຂວງສະຫວັນນະເຂດ ໃນຄັ້ງວັນທີ 1 ກໍລະກົດນີ້ວ່າ: ສໍາລັບແຜນການຜະລິດເຂົ້ານາປີນີ້ ມີເນື້ອທີ່ 14,351.35 ເຮັກຕາ ຄາດຂະເນສະມັດຕະພາບ 5 ໂຕນ/ເຮັກຕາ, ຄາດຄະເນຜົນຜະລິດ 71,756.75 ໂຕນ, ແຜ່ນການຈັດຕັ້ງປະຕິບັດ 1,590.4 ເຮັກຕາ, ໃນລະບົບຊົນລະປະທານ 200 ເຮັກຕາ. ການປູກເຂົ້າລະດູຝົນແຜນ 14,351.35 ເຮັກຕາ, ແນວປູກ 861.06 ໂຕນ, ປະຕິບັດໄດ້ແລ້ວ 819.54 ໂຕນ ເທົ່າກັບ 94.82%, ໄຖຮຸດສໍາເລັດ 94.82% ເທົ່າກັບ 13,607.95 ເຮັກຕາ, ຕົກກ້າແລ້ວ 450 ໂຕນ ເທົ່າກັບ 52.26% ຂອງແນວປູກທັງໝົດ, ນາວ່ານໄດ້ 5,760 ເຮັກຕາ, ແນວປູກ 345.6 ໂຕນ ເທົ່າກັບ 40.13% ຂອງແນວປູກທັງໝົດ, ນາຢອດໄດ້ 349 ເຮັກຕາ, ແນວປູກ 20.94 ໂຕນ ເທົ່າກັບ 2.43% ຂອງແນວປູກທັງໝົດ, ປັກດຳໄດ້ແລ້ວ 3,450 ເຮັກຕາ ເທົ່າກັບ 40%, ລວມປະຕິບັດໄດ້ທັງໝົດ 11,848.44 ເັກຮຕາ ເທົ່າກັບ 82.56%
ສື່ມວນຊົນສໍາເລັດຊຸດອົບຮົມການລາຍງານຂ່າວສີຂຽວ

ສື່ມວນຊົນສໍາເລັດຊຸດອົບຮົມການລາຍງານຂ່າວສີຂຽວ

ບັນດາສື່ມວນຊົນຈາກແຂວງພາກກາງ ສຳເລັດການເຂົ້າຮ່ວມຝຶກອົບຮົມການລາຍງານຂ່າວສີຂຽວຢູ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 23-27 ມິຖຸນາ ຜ່ານມາ ເພື່ອສົ່ງເສີມການພັດທະນາແບບຍືນຍົງໃນ ສປປ ລາວ ໂດຍການສະໜັບສະໜູນຈາກໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ (ແກມຊິວ).
ຫັດຖະກໍາຕໍ່າຫູກຕິດພັນກັບແມ່ຍິງຈາກອາຊີບສໍາຮອງກາຍເປັນອາຊີບຫຼັກ

ຫັດຖະກໍາຕໍ່າຫູກຕິດພັນກັບແມ່ຍິງຈາກອາຊີບສໍາຮອງກາຍເປັນອາຊີບຫຼັກ

ໂດຍ: ແສງຈັນ ແມ່ຍິງລາວ ແມ່ນຜູ້ທີ່ມີຄວາມອົດທົນ, ດຸໝັ່ນໃນໜ້າທີ່ວຽກງານ ເປັນຕົ້ນແມ່ນຫັດຖະກໍາ, ຕໍ່າຫູກ-ທໍໄໝ ແມ່ນວຽກງານທີ່ມີຄວາມສໍາຄັນ ຕິດພັນກັບແມ່ຍິງລາວ ທັງເປັນການສ້າງລາຍຮັບໃຫ້ກັບຄອບຄົວສະເໝີມາ.
ສາລະວັນ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ

ສາລະວັນ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ

ໃນຕອນເຊົ້າຂອງວັນທີ 30 ມິຖຸນານີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງສາລະວັນ, ຄະນະປະຈໍາສະພາປະຊາຊົນແຂວງສາລະວັນ ໄດ້ຮັບຮອງເອົາມະຕິວ່າດ້ວຍການຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງໃນກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງປະຈໍາເດືອນ ມິຖຸນາ 2025, ໂດຍການເປັນປະທານກອງປະຊຸມຂອງທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານຄະນະປະຈໍາ ສະພາປະຊາຊົນແຂວງ, ມີທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ທັງເປັນຮອງຫົວໜ້າຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ.
ກອງ​ປະຊຸມວິສາມັນຄົບ​ຄະນະ​ບໍລິຫານ​ງານ ສຊປລ ສະ​ໄໝທີ VIII

ກອງ​ປະຊຸມວິສາມັນຄົບ​ຄະນະ​ບໍລິຫານ​ງານ ສຊປລ ສະ​ໄໝທີ VIII

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດກອງ​ປະຊຸມວິສາມັນຄົບ​ຄະນະ​ບໍລິຫານ​ງານ ສຊປລ ສະ​ໄໝທີ VIII ຂຶ້ນໃນລະຫວ່າງ30 ມິຖຸນາ - 1 ກໍລະກົດ 2025 ທີ່ສູນກິດຈະກໍາຄົບວົງຈອນຊາວໜຸ່ມ ສຊປລ ພາຍໃຕ້ການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີບັນດາສະຫາຍ​ຄະນະ​ເລຂາທິການ, ຄະ​ນະ​ບໍລິຫານ​ງານ, ຫົວໜ້າກົມ, ຮອງ​ຫົວໜ້າກົມ, ເລຂາ ຄຊປປລ ກະຊວງ​-ອົງການ, ນະຄອນຫຼວງວຽງຈັນ, ບັນດາແຂວງເຂົ້າຮ່ວມ.
ມອບໂຄງການກໍ່ສ້າງເຮືອນເຜົ່າກຣີ້

ມອບໂຄງການກໍ່ສ້າງເຮືອນເຜົ່າກຣີ້

ພິທີມອບ-ຮັບໂຄງການກໍ່ສ້າງເຮືອນເຜົ່າກຣີ ຫຼື ເຜົ່າຕອງເຫຼືອງ ເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ປ່າຊົມໃຊ້ບ້ານໂພນທອງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ບົວຈັນ ພັນທະວົງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງໄຊຍະບູລີ, ມີທ່ານ ກອງໄຊ ໄຊຍະລາດ ຮອງເຈົ້າເມືອງໆພຽງ, ມີແຂກຖືກເຊີນ ພ້ອມດ້ວຍເຜົ່າກຣີເຂົ້າຮ່ວມ.
ເພີ່ມເຕີມ