ຄອສພ ປາຖະກະຖາເຫດການຜ່າວົງປິດລ້ອມ ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນ

ຄອສພ ປາຖະກະຖາເຫດການຜ່າວົງປິດລ້ອມ ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນ

ຄອສພ ປາຖະກະຖາເຫດການຜ່າວົງປິດລ້ອມ ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນ
ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດພິທີປາຖະກະຖາການຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນ ຊຽງຂວາງ (18/5/1959-18/5/2025) ແລະ ວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ (24/5/1960-24/5/2025) ຂຶ້ນໃນວັນທີ 21 ພຶດສະພານີ້ ທີ່ສະໂມສອນຂອງ ຄອສພ, ກ່າວປາຖະກະຖາໂດຍ ສະຫາຍນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າ ຄອສພ; ເຂົ້າຮ່ວມພິທີມີບັນດາສະຫາຍຄະນະພັກ-ຄະນະນໍາ ພ້ອມດ້ວຍສະມາຊິກພັກ, ພະນັກງານ -ລັດຖະກອນພາຍໃນ ຄອສພ.

 

 

ສະຫາຍນາງ ວິລະວອນ ພັນທະວົງ ໄດ້ຍົກໃຫ້ເຫັນ ສະພາບການຖືກປິດລ້ອມຂອງກອງພັນທີ 2, ການຜ່າວົງປິດລ້ອມ, ຄວາມໝາຍສໍາຄັນ ແລະ ປັດໄຈພື້ນຖານການຜ່າວົງປິດລ້ອມຂອງກອງພັນທີ 2 ຊຶ່ງໃນຄໍ່າຄືນຂອງວັນທີ 18/5/1959 ພາຍໃຕ້ການບັນຊາຂອງຄະນະກອງພັນ, ແຕ່ລະກົມກອງ ພ້ອມກັບຄອບຄົວພະນັກງານ-ນັກຮົບທັງໝົດໄດ້ນຳໃຊ້ຄວາມມືດຖອນທັບໄປທາງທິດ ບ້ານໂຕນ - ນາແຖງ - ໜອງເຕີ້ ແລ້ວເຂົ້າປ່າໄປຕາມທິດບ້ານມາຍ ຢ່າງປິດລັບ. ໃນເວລາດຽວກັນນັ້ນ, ເພື່ອຫຼອກສັດຕູ, ກໍໄດ້ຈັດຕັ້ງໝວດໜຶ່ງຢູ່ຄ້າຍໂດຍແມ່ນ ທ້າວ ອາວ ເປັນຜູ້ຮັບຜິດຊອບເຮັດໜ້າທີ່ຕີກະແຫຼ່ງ, ກວດແຖວເອີ້ນຊື່, ກວດກາຈໍານວນພົນຕາມທໍາມະດາໃຫ້ຮອດ 12 ໂມງກາງຄືນຈຶ່ງໃຫ້ມິດງຽບ ແລ້ວກໍຖອນອອກໄປຕາມທິດເຄື່ອນທັບຂອງກອງພັນ. ພ້ອມນັ້ນ, ໄດ້ຈັດຕັ້ງພາກສ່ວນໜຶ່ງ (ປະມານ 1 ກອງຮ້ອຍ) ໂດຍແມ່ນ ທ່ານ ເຢຍນູ ຮັບຜິດຊອບ ໃຫ້ສະກັດຢູ່ຂົວຊຽງຂວາງຢ່າງປິດລັບ, ລໍຖ້າຮອດ 6 ໂມງເຊົ້າຂອງມື້ຕໍ່ມາ.

ການຜ່າວົງປິດລ້ອມຂອງກອງພັນທີ 2 ແມ່ນໄຊຊະນະອັນໃຫຍ່ຫຼວງຂອງກໍາລັງປະກອບອາວຸດເຮົາທີ່ຢູ່ໃຕ້ການນຳພາຂອງພັກ, ເປັນເຫດການປະຫວັດສາດອັນສຳຄັນຂອງຊາດ, ຂອງພັກ, ຂອງກອງທັບເຮົາ ແລະ ເປັນບົດຮຽນອັນລ້ຳຄ່າທີ່ສຸດໃຫ້ແກ່ຂະບວນຕໍ່ສູ້ຂອງກອງທັບ ແລະ ປະຊາຊົນເຮົາຍາດເອົາໄຊຊະນະໃນໄລຍະຕໍ່ມາ, ຄະນະພັກ-ຄະນະບັນຊາ, ພະນັກງານ-ສະມາຊິກພັກຕະຫຼອດນັກຮົບທຸກຄົນໃນກອງພັນທີ 2 ໄດ້ເສີມຂະຫຍາຍມູນເຊື້ອຕໍ່ສູ້ບໍ່ຍອມຈໍານົນຂອງບັນພະບູລຸດ ແລະ ປະຊາຊົນລາວ ຜູ້ຮັກຊາດ ສາມາດທັບມ້າງກົນອຸບາຍຂອງພວກຈັກກະພັດ ແລະ ລູກແຫຼ່ງຕີນມືຂອງພວກເຂົາທີ່ຫວັງດັບມອດກຳລັງປະຕິວັດ, ໂດຍສະເພາະແມ່ນ 2 ກອງພັນທີ່ເຂົ້າຮ່ວມກັບກອງທັບແຫ່ງຊາດ ນັ້ນພັງທະລາຍລົງ, ສະແດງໃຫ້ເຫັນເຖິງຄວາມບໍລິສຸດພຸດຜ່ອງ, ຄວາມຈົງຮັກພັກດີ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຄວາມອົດທົນໝັ້ນໜຽວບໍ່ຄອນແຄນຕໍ່ການນາບຂູ່, ຫຼອກລວງຂອງສັດຕູ. ນ້ຳໃຈສູ້ຮົບພິລະອາດຫານ ແລະ ມີໄຫວພິບຂອງກອງພັນທີ 2 ໄດ້ເປັນແວ່ນແຍງ, ເປັນການປຸກລະດົມ ອັນແຮງກ້າໃຫ້ແກ່ຂະບວນການປະຕິວັດ ເພື່ອຕີເອົາຊະນະກັບຈັກກະພັດອາເມຣິກາ ແລະ ລູກແຫຼ່ງຕີນມື. ພ້ອມດຽວກັນນັ້ນ, ກໍເຮັດໃຫ້ກຳລັງປະຕິວັດໂດຍສະເພາະແມ່ນກຳລັງປະກອບອາວຸດປະຊາຊົນ ນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ, ເຮັດໃຫ້ຊື່ສຽງອິທິພົນຂອງກໍາລັງຝ່າຍປະເທດລາວ (ແນວລາວຮັກຊາດ) ນັບມື້ພົ້ນເດັ່ນຂຶ້ນໃນເວທີສາກົນ.

ຈາກນັ້ນ, ສະຫາຍ ນາງ ວິລະວອນ ພັນທະວົງ ຍັງໄດ້ສືບຕໍ່ປາຖະກະຖາວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດໃນຄໍ່າຄືນວັນທີ 23/5/1960 ເວລາ 12 ໂມງ ທ່ຽງຄືນ ຫາ 0 ໂມງ ຂອງວັນທີ 24/5/1960 ຜູ້ນໍາທຸກຄົນໄດ້ນຸ່ງໂສ້ງ, ເສື້ອ, ເກີບ, ໝວກ ແລະ ປະກອບອາວຸດ, ປອມຕົວເປັນສາລະວັດທະຫານ, ຈັດຕັ້ງເປັນ 3 ຈຸ ແຕ່ລະຈຸມີສາລະວັດທະຫານແຕ່ 2 ເຖິງ 3 ຄົນ ພາທາງ ແລະ ປ້ອງກັນ. ຍ່າງອອກປະຕູຄຸກເບື້ອງທາງເລກ 13 ໃຕ້ ຊຶ່ງກັບປະຕູໃຫຍ່ຂອງກະຊວງປ້ອງກັນປະເທດປັດຈຸບັນ. ຮຸ່ງເຊົ້າຂອງວັນທີ 25/5/1960 ຈຶ່ງເດີນທາງຕໍ່ໄປຜ່ານດ່ານສູງໄປເຖິງສໍານັກປິດລັບຂອງທ່ານ ສາລີ ວົງຄໍາຊາວ, ພັກເຊົາຢູ່ທີ່ນັ້ນປະມານ 10 ວັນ ເພື່ອກຽມວັດຖຸປັດໄຈຕ່າງໆໃຫ້ແກ່ການເດີນທາງຕໍ່ໄປ. ເດີນທາງໄປຮອດສຳນັກງານປິດລັບຂອງແຂວງວຽງຈັນ, ພັກຢູ່ນັ້ນ 5 ວັນ ແລ້ວເດີນທາງໄປທາງເມືອງກາສີ, ໄປຫາບ້ານຖ້ຳແກ້ວ. ເວລານັ້ນ, ຜູ້ນຳໄດ້ຮັບຂ່າວກ່ຽວກັບການເຮັດລັດຖະປະຫານຂອງກອງແລຢູ່ວຽງຈັນ ແລະ ກໍໄດ້ຮັບໂທລະເລກຈາກສູນກາງພັກວ່າໃຫ້ແບ່ງເປັນສອງພາກສ່ວນເພື່ອພ້ອມກັບຄະນະຊີ້ນຳສູນກາງພັກ ສືບຕໍ່ນຳພາພາລະກິດປະຕິວັດຕໍ່ໄປຈົນເຖິງໄຊຊະນະສຸດທ້າຍ.

ການໂຕນຄຸກແບບຮ່ວມໝູ່ ຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດຄັ້ງມະຫັດສະຈັນນີ້ ແມ່ນມີຄວາມສ່ຽງສູງທີ່ສຸດ, ບໍ່ມີຜູ້ໃດຈະຄິດວ່າຈະເປັນໄປໄດ້, ສາເຫດການໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາໄປສູ່ເຂດທີ່ໝັ້ນປະຕິວັດຢ່າງປອດໄພແມ່ນຍ້ອນການນໍາອັນສະຫຼາດສ່ອງໃສ ແລະ ປີຊາສາມາດຂອງປະທານ ໄກສອນ ພົມວິຫານ; ຍ້ອນນໍ້າໃຈຮັກຊາດອັນແຮງກ້າຂອງບັນດາຜູ້ນໍາເຮົາທີ່ມີຄວາມກ້າຫານ, ຕັດສິນໃຈຕໍ່ສູ້ຍອມເສຍສະຫຼະ ມີຄວາມປີຊາສາມາດຂົນຂວາຍ, ສຶກສາອົບຮົມສາລະວັດທະຫານ, ເຮັດໃຫ້ສັດຕູກາຍເປັນມິດສະຫາຍຮ່ວມຕາຍນຳກັນ; ຍ້ອນສາລະວັດທະຫານມີນໍ້າໃຈຮັກຊາດອັນດູດດື່ມ, ເບື່ອໜ່າຍຕໍ່ອຳນາດປົກຄອງຫຸ່ນປະຕິການ. ເຂົາເຈົ້າມີຄວາມຈົງຮັກພັກດີ, ຊື່ສັດຕໍ່ຜູ້ນຳສຸດຂີດກາຍເປັນຜູ້ເປີດປະຕູຫ້ອງຄຸມຂັງແຕ່ລະຫ້ອງ ແລະ ເປີດປະຕູຄຸກແລ້ວປ້ອງກັນ ແລະ ພາທາງຜູ້ນຳພັກ ແລະ ແນວລາວຮັກຊາດຍ່າງອອກຈາກຄຸກໂພນເຄັງ ອອກໄປຢ່າງປອດໄພ.

(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ