ຄອສພ ພົບປະກັບ ຄະນະຜູ້ແທນຂັ້ນສູງຂອງຄະນະໂຄສະນາສູນກາງພັກກອມມູນິດຈີນ

ຄອສພ ພົບປະກັບ ຄະນະຜູ້ແທນຂັ້ນສູງຂອງຄະນະໂຄສະນາສູນກາງພັກກອມມູນິດຈີນ
ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມຄະນະ ໄດ້ພົບປະກັບ ຄະນະຜູ້ແທນຂັ້ນສູງຂອງຄະນະໂຄສະນາສູນກາງພັກກອມມູນິດຈີນ ນໍາໂດຍ ສະຫາຍ ຫຼີ ຊູ ເຫຼີຍ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນ ໃນຕອນເຊົ້າວັນທີ 9 ມັງກອນນີ້ ທີ່ນະຄອນຫຼວງວຽງຈັນ ໂອກາດທີ່ຄະນະດັ່ງກ່າວ ເດີນທາງມາເຂົ້າຮ່ວມກອງປະຊຸມສຳມະນາທິດສະດີ ລະຫວ່າງພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດຈີນ ຄັ້ງທີ XI ໃນລະຫວ່າງວັນທີ 9-10 ມັງກອນ 2024 ທີ່ ສປປ ລາວ ເປັນເຈົ້າພາບ.
    ໂອກາດນີ້, ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ  ຕີລາຄາສູງຕໍ່ ສະຫາຍ ຫຼີ ຊູ ເຫຼີຍ  ພ້ອມຄະນະທີ່ມາເຂົ້າຮ່ວມກອງປະຊຸມສໍາມະນາທິດສະດີສອງພັກ ລາວ-ຈີນ ຄັ້ງທີ XI ແລະ ການພົບປະເຮັດວຽກ ຂອງສອງຄະນະໂຄສະນາອົບຮົມໃນຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນຍິ່ງ ຊຶ່ງໄດ້ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການຈັດຕັ້ງຜັນຂະຫຍາຍສັນຍາແມ່ບົດຄູ່ຮ່ວມຊາຕາກໍາ ລາວ-ຈີນ ສະບັບໃໝ່ ທີ່ ສະຫາຍ ເລຂາທິການໃຫຍ່ ທອງລຸນ ສີສຸລິດ ແລະ ປະທານ ສີຈິ້ນຜິງ ໄດ້ເຊັນກັນໃນທ້າຍປີ 2023 ຜ່ານມານີ້ ທີ່ນະຄອນຫຼວງປັກກິ່ງ, ທັງເປັນການເພີ່ມພູນຄູນສ້າງການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ, ຈີນ-ລາວ, ພິເສດລະຫວ່າງສອງຄະນະໂຄສະນາອົບຮົມພວກເຮົາ ໃຫ້ນັບມື້ ເລິກເຊິ່ງ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.
    ສະຫາຍ ຫຼີ ຊູ ເຫຼີຍ ກໍໄດ້ກ່າວສະແດງຄວາມຂອບໃຈທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ມີການວາງແຜນລະອຽດຮອບຄອບ, ພ້ອມທັງກ່າວສະແດງຄວາມພາກພູມໃຈທີ່ໄດ້ຖືກມອບໝາຍຈາກພັກກອມມູນິດຈີນ ມາເຂົ້າຮ່ວມກອງປະຊຸມສຳມະນາດັ່ງກ່າວ ພ້ອມທັງໃຫ້ຮູ້ວ່າ: ພວກເຮົາມີຄວາມຮັບຜິດຊອບສູງ ເພື່ອຈະກ້າວເຂົ້າສູ່ການຈັດຕັ້ງປະຕິບັດ ຕາມການຮ່ວມມືຂອງການນໍາຂັ້ນສູງສຸດ ຂອງສອງພັກ, ສອງລັດ, ຊຸກຍູ້ການແລກປ່ຽນບົດຮຽນທາງດ້ານການປົກຄອງປະເທດ ບໍລິຫານລັດ ໃຫ້ພັດທະນາກ້າວເຂົ້າສູ່ລວງເລິກ, ເພີ່ມທະວີການແລກປ່ຽນ ການຮ່ວມມື ລະຫວ່າງສອງຄະນະໂຄສະນາອົບຮົມສູນກາງພັກ, ຊຸກຍູ້ສົ່ງເສີມການແລກປ່ຽນ ແລະ ຮ່ວມມືໃນຂົງເຂດວັດທະນະທໍາ, ການໄປມາຫາສູ່ກັນ ລະຫວ່າງປະຊາຊົນສອງປະເທດ ຈີນ-ລາວ. ນອກນີ້, ກໍສະແດງຄວາມຊົມເຊີຍ ທີ່ເຫັນວ່າ: ພາຍໃຕ້ການນໍາພາອັນເຂັ້ມແຂງຂອງສູນກາງພັກປະຊາຊົນປະຕິວັດລາວ ທີ່ນໍາພາໂດຍ ສະຫາຍ ເລຂາທິການໃຫຍ່ ທອງລຸນ ສີສຸລິດ ຊຶ່ງນັບແຕ່ກອງປະຊຸມໃຫຍ່ຄັ້ງທີ XI ເປັນຕົ້ນມາ ພາລະກິດພັກ-ລັດ ຂອງ ສປປ ລາວ ທຸກປະການຖືວ່າລ້ວນແລ້ວແຕ່ໄດ້ຮັບການພັດທະນາຢ່າງຮຸ່ງເຮືອງ, ປະຊາຊົນລາວ ໄດ້ມີຄວາມຮັບຮູ້ຕໍ່ຜົນປະໂຫຍດ ແລະ ມີຄວາມຜາສຸກນັບມື້ນັບຫຼາຍຂຶ້ນຢ່າງພົ້ນເດັ່ນ ຊຶ່ງແມ່ນຜົນສຳເລັດອັນໃຫຍ່ຫຼວງຂອງຝ່າຍລາວ. ພ້ອມດຽວກັນນີ້, ສະຫາຍ ຫຼີ ຊູ ເຫຼີຍ ຍັງກ່າວວ່າ: ໄດ້ຮັບຊາບວ່າການດຳເນີນບໍລິຫານຂອງທາງລົດໄຟ ຈີນ-ລາວ ຖືວ່າດີສົມຄວນ ບໍ່ວ່າການຂົນສົ່ງສິນຄ້າ ຫຼື ວ່າການຂົນສົ່ງຜູ້ໂດຍສານ ລ້ວນແລ້ວແຕ່ມີຈໍານວນທີ່ດີຫຼາຍສົມຄວນ ຊຶ່ງໄດ້ຮູ້ສຶກດີໃຈຫຼາຍ ແລະ ໄດ້ກຳລັງໃຈສູງ, ຫວັງວ່າໂຄງການລົດໄຟ ຈີນ-ລາວ ຈະໄດ້ສືບຕໍ່ປະກອບສ່ວນເຂົ້າໃນການຊຸກຍູ້ສົ່ງເສີມການພັດທະນາເສດຖະກິດ-ສັງຄົມຂອງປະເທດລາວ. 
ການພົບປະຄັ້ງນີ້, ສອງຝ່າຍ ຍັງໄດ້ລາຍງານສະພາບການເຄື່ອນໄຫວວຽກງານໂຄສະນາອົບຮົມຂອງແຕ່ລະຝ່າຍໃຫ້ກັນຊາບ ຊຶ່ງພ້ອມດຽວກັນນີ້ ສະເພາະຝ່າຍລາວ ກໍໄດ້ກ່າວວ່າ: ໃນໄລຍະຜ່ານມາ ຄະນະໂຄສະນາອົບຮົມສູນກາງພັກໄດ້ປະສານສົມທົບກັບສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ສ້າງເອກະສານປາຖະກະຖາ ຕ່າງໆປະສານສົມທົບກັບບໍລິສັດທາງລົດໄຟ ລາວ-ຈີນ ສ້າງເອກະສານນໍາພາແນວຄິດ ກ່ຽວກັບໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແລະຈັດຕັ້ງການປາຖະກະຖາຜົນສໍາ ເລັດຂອງການກໍ່ສ້າງໂຄງການດັ່ງກ່າວ; ຈັດຕັ້ງກອງປະຊຸມສໍາມະນາທິດສະດີ ລະຫວ່າງ ສອງພັກ ລາວ-ຈີນ ໃນ ຫຼາຍຫົວຂໍ້ທີ່ສໍາຄັນ ຊຶ່ງເປັນການຄົ້ນຄວ້າແລກປ່ຽນທາງດ້ານທິດສະດີ ແລະ ພຶດຕິກໍາ ເພື່ອປະກອບເຂົ້າໃນການ ປັບປຸງບູລະນະແນວທາງຂອງພັກ. ນອກນັ້ນ, ຝ່າຍຈີນໄດ້ໃຫ້ການຊ່ວຍເຫຼືອໃນການຝຶກອົບຮົມທາງດ້ານວິຊາ ການໃນຫົວຂໍ້ສະເພາະຕ່າງໆໄລຍະສັ້ນໃຫ້ແກ່ພະນັກງານໂຄສະນາອົບຮົມສູນກາງພັກ ປປ ລາວ; ວາລະສານອະລຸນໃໝ່ ຂອງພັກ ປປ ລາວ ກັບ ວາລະສານສິວຊຶ ຂອງສູນກາງພັກກອມມູນິດຈີນ ກໍໄດ້ມີການພົວພັນພົບປະ ຢ້ຽມຢາມ ແລະ ແລກປ່ຽນບົດຮຽນການເຄື່ອນໄຫວວຽກງານວາລະສານ ຊຶ່ງກັນ ແລະ ກັນ; ໜັງສືພິມປະຊາຊົນ ສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ແລະ ວາລະສານຈໍາປາຂອງແຂວງຢູນນານ ສປ ຈີນ ໄດ້ມີການ ແລກປ່ຽນຂໍ້ມູນຂ່າວສານນໍາກັນປົກກະຕິ, ສອງຄະນະໂຄສະນາໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນການເຜີຍແຜ່ມູນເຊື້ອ ການພົວພັນສອງຝ່າຍ ລາວ-ຈີນ ຢ່າງຕໍ່ເນື່ອງ ຕິດພັນກັບການຜັນຂະຫຍາຍແຜນແມ່ບົດຄູ່ຮ່ວມຊາຕາກໍາ ລາວ- ຈີນ ເຂົ້າສູ່ຊີວິດຕົວຈິງ. ສັງລວມແລ້ວ, ຜ່ານການຈັດຕັ້ງປະຕິບັດແຜນການພົວພັນ-ຮ່ວມມື 2 ຝ່າຍ ແລະ ການປະຕິບັດແຜນ ແມ່ບົດຄູ່ຮ່ວມຊາຕາກໍາລາວ-ຈີນ ໃນໄລຍະຜ່ານມາ ເຫັນວ່າໄດ້ມີຜົນສໍາເລັດຕົວຈິງຫຼາຍດ້ານ ຊຶ່ງໄດ້ ປະກອບສ່ວນອັນສໍາຄັນໃຫ້ແກ່ການພັດທະນາສາຍພົວພັນຂອງ 2 ຝ່າຍ, ປະກອບສ່ວນໃນການພັດທະນາ ເສດຖະກິດ-ສັງຄົມ ຂອງລາວ, ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນລາວ ກໍຄື ການຍົກລະດັບຊີວິດ ການເປັນຢູ່ ແລະ ນໍາເອົາຄວາມຈະເລີນ, ຄວາມຜາສຸກມາສູ່ປະຊາຊົນລາວ.
ສໍາລັບທິດທາງແຜນການຮ່ວມມືໃນຕໍ່ໜ້າ, ຝ່າຍລາວ ເຫັນດີເປັນເອກະພາບ ໃນການສືບຕໍ່ເພີ່ມທະວີການພົວພັນຮ່ວມມື ຜ່ານຮູບແບບການແລກປ່ຽນ ເພື່ອຢ້ຽມຢາມ ແລະ ພົບປະຄະນະຜູ້ ແທນການນໍາຂັ້ນສູງ ແລະ ຄະນະທີມງານວິຊາການຂອງສອງຝ່າຍ ຢ່າງເປັນປົກກະຕິ ຕິດພັນກັບການກໍ່ສ້າງ-ບໍາລຸງ ຍົກລະດັບຄວາມຮູ້ທາງດ້ານທິດສະດີ, ວຽກງານວິຊາສະເພາະໃຫ້ພະນັກງານໂຄສະນາອົບຮົມຂອງລາວ ຢູ່ ສປ ຈີນ ທັງໄລຍະສັ້ນ ແລະ ໄລຍະຍາວ ຫຼື ສົ່ງຊ່ຽວຊານຈີນ ມາຝຶກອົບຮົມຢູ່ ສປປ ລາວ, ສືບຕໍ່ແລກປ່ຽນຂໍ້ມູນຂ່າວສານໃນດ້ານຕ່າງໆທີ່ຈໍາເປັນ, ສ້າງເອກະສານໂຄສະນາເຜີຍແຜ່ຜົນສໍາເລັດ ຂອງການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງ 2 ພັກ, 2 ລັດ ຜ່ານບັນດາພາຫະນະສື່ມວນຊົນໃຫ້ມີຫຼາຍ ຮູບແບບ ແລະ ກວ້າງຂວາງຍິ່ງຂຶ້ນ, ປະສານສົມທົບກັນເພື່ອຈັດກອງປະຊຸມສໍາມະນາທິດສະດີ ແລະ ພຶດຕິກໍາ ລະ ຫວ່າງ 2 ຝ່າຍໃນແຕ່ລະປີ ໃຫ້ເປັນປົກກະຕິ. ພ້ອມນີ້, ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດແຜນການຮ່ວມມືສອງຝ່າຍ ໃຫ້ມີປະສິດທິພາບ ແລະ ກ້າວສູ່ ລວງເລິກນັ້ນ, ເຫັນວ່າສອງຝ່າຍ ຕ້ອງຄົ້ນຄວ້າກົນໄກການຮ່ວມມື ລະຫວ່າງສອງຄະນະໂຄສະນາ ໃຫ້ປົກກະຕິ. ພ້ອມດຽວກັນ, ກໍ ສະເໜີໃຫ້ຊ່ວຍເຫຼືອກໍ່ສ້າງ ແລະ ປັບປຸງພື້ນ ຖານໂຄງລ່າງ ໂດຍສະເພາະແມ່ນ ສູນຝຶກອົບຮົມຄົບວົງຈອນ (ດົງໝາຍຄາຍ), ປະກອບພາຫະນະ, ວັດຖຸອຸປະກອນທີ່ຈໍາເປັນ ເພື່ອປະກອບໃຫ້ບັນດາກົມ, ທຽບເທົ່າກົມ ສາມາດເຄື່ອນໄຫວວຽກງານວິຊາສະເພາະ ຢ່າງມີປະສິດທິພາບ ແລະ ມີຄວາມຄ່ອງຕົວ.       (ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການຮ່ວມມື

ຄະນະຜູ້ແທນຊາວໜຸ່ມລາວເຂົ້າພົບປະເຮັດວຽກກັບ ຮອງປະທານພັກ ປະຊາຊົນກໍາປູເຈຍ

ຄະນະຜູ້ແທນຊາວໜຸ່ມລາວເຂົ້າພົບປະເຮັດວຽກກັບ ຮອງປະທານພັກ ປະຊາຊົນກໍາປູເຈຍ

ໃນວັນທີ 7 ຕຸລາ ນີ້, ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ນຳພາຄະນະຜູ້ແທນຊາວໜຸ່ມລາວ ເຂົ້າພົບປະເຮັດວຽກກັບ ພະນະທ່ານ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ຮອງປະທານພັກ ປະຊາຊົນກໍາປູເຈຍ ປະທານສູນກາງຊາວໜຸ່ມພັກປະຊາຊົນກຳປູເຈຍ ຢູ່ ນະຄອນຫຼວງພະນົມເປັນ.
ຍົກລະດັບການຄຸ້ມຄອງປະກັນສັງຄົມ ແລະ ສິດທິແຮງງານຊາວກະສິກອນ 32,000 ກວ່າຄົນໃນ 7 ແຂວງ

ຍົກລະດັບການຄຸ້ມຄອງປະກັນສັງຄົມ ແລະ ສິດທິແຮງງານຊາວກະສິກອນ 32,000 ກວ່າຄົນໃນ 7 ແຂວງ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຮ່ວມກັບອົງການສາກົນເປີດ “ໂຄງການສ້າງຄວາມກ້າວໜ້າໃຫ້ລະບົບປົກປ້ອງສັງຄົມ ແລະ ສິດທິດ້ານແຮງງານສຳລັບຊາວກະສິກອນໃນຂະແໜງກາເຟ, ຊາ ແລະ ປ່າໄມ້ (SOLAR II)” ໃນວັນທີ 29 ກັນຍາຜ່ານມາ ທີ່ນະຄອນຫຼວງວຽງຈັນ ເປັນກຽດກ່າວເປີດໂດຍທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີ ກະຊວງ ຮສສ, ມີທ່ານ ມາກ ກາລາເຮີ (Marc Gallagher) ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ, ມີທ່ານ ລາສ ໂຢຮັນເຊນ (Lars Johansen) ຮອງຜູ້ອຳນວຍການ ຫ້ອງການອົງການແຮງງານສາກົນ (ILO) ປະຈຳປະເທດໄທ, ກຳປູເຈຍ ແລະ ສປປ ລາວ, ທ່ານ ພອນສານ ວິໄລເມັ້ງ ຮອງປະທານສູນກາງສະຫະພັນກຳມະບານລາວ, ທ່ານ ໄຊບັນດິດ ລາດສະພົນ ຮອງປະ ທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ມີບັນດາຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ຜູ້ຕາງໜ້າອົງການ ILO, ພະແນກ ຮສສ ແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຄະນະຜູ້ແທນ ຄອ​ສ​ພຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ຄະນະຜູ້ແທນ ຄອ​ສ​ພຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ຄະນະຜູ້ແທນ ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ນໍາໂດຍ ທ່ານ ສາຄອນ ພົມມະລາດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອ​ສ​ພ) ພ້ມ​ຄະ​ນະໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 28 ກັນຍາ ຫາ 02 ຕຸລາ 2026.
ສ​ປ​ປລາວ-ເອີ​ຣົບປຶກ​ສາ​ຫາລື ການຮ່ວມມືທາງດ້ານປ່າໄມ້

ສ​ປ​ປລາວ-ເອີ​ຣົບປຶກ​ສາ​ຫາລື ການຮ່ວມມືທາງດ້ານປ່າໄມ້

ກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມຮ່ວມກັບສະຫະພາບເອີຣົບ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບ ການຮ່ວມມືທາງດ້ານປ່າໄມ້ ໃນ​ວັນ​ທີ 1 ຕຸ​ລາ​ຜ່ານ​ມາທີ່ ນະ​ຄອນຫຼວງວຽງ​ຈັນ, ໂດຍ​ການເປັນປະທານຮ່ວມຂອງ ທ່ານ ນາງຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ທ່ານ ມາກ ກາລາເຮີ (Mark Gallagher), ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາ ສປປ ລາວ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23

ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23

ກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ຂອງຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23 ໄດ້ຈັດຂຶ້ນໃນວັນທີ 1 ຕຸລາ ນີ້ ທີ່ ແຂວງຫຼວງພະບາງ ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານນາງ ເອກສິຣິ ປິນທະຣຸຈິ ຫົວໜ້າຫ້ອງການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະຜູ້ແທນຂອງທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມປຶກສາຫາລື ແລະ ເອກະພາບແຜນການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ

ກອງປະຊຸມປຶກສາຫາລື ແລະ ເອກະພາບແຜນການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ

ວັນທີ 1 ຕຸລາ 2026 ນີ້, ທີ່ ກອງພົນນ້ອຍຊ່າງແສງ 249 ກອງທັບປະຊາຊົນຫວຽດນາມ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ເອກະພາບແຜນການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ (ລາວ-ຫວຽດນາມ-ກຳປູເຈຍ)ປະຈໍາປີ 2026, ເຊິ່ງຝ່າຍລາວ ນຳໂດຍ ສະຫາຍ ພັນເອກ ຄຳຜາຍ ອ້ວນວິໄລ ຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ; ຝ່າຍຫວຽດນາມ ນຳໂດຍ ສະຫາຍ ພົນຈັດຕະວາ ຟ໋າມ ວັນຕີ ຮອງຫົວໜ້າກົມກອບກູ້ໄພພິບັດ ກອງທັບປະຊາຊົນຫວຽດນາມ ແລະ ຝ່າຍກຳປູເຈຍ ນຳໂດຍ ສະຫາຍ ພັນເອກ ຫຼົງກິມລຽນ ຮອງຫົວໜ້າກົມອົບຮົມ ກອງບັນຊາການທະຫານສູງສຸດ ກອງທັບຣາຊະອານາຈັກກຳປູເຈຍ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ທັງສາມຝ່າຍ ເຂົ້າຮ່ວມ.
ສະຫະພັນແມ່ຍິງແຂວງຄໍາມ່ວນ ແລະ ແຂວງກວາງຈິ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື 2 ຝ່າຍ

ສະຫະພັນແມ່ຍິງແຂວງຄໍາມ່ວນ ແລະ ແຂວງກວາງຈິ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື 2 ຝ່າຍ

​ ວັນທີ 30 ກັນຍາຜ່ານມາ, ທີ່ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມພົບປະ ລະຫວ່າງ ຄະນະຜູ້ແທນສະຫະພັນແມ່ຍິງແຂວງຄໍາມ່ວນ (ສປປ ລາວ) ແລະ ຄະນະຜູ້ແທນສະຫະພັນແມ່ຍິງແຂວງກວາງຈິ (ສສ ຫວຽດນາມ) ເພື່ອເສີມສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງສອງອົງການຈັດຕັ້ງແມ່ຍິງ. ຝ່າຍແຂວງຄໍາມ່ວນນໍາໂດຍ ທ່ານ ນາງ ໄພວັນ ພົນຫາລາດ ປະທານສະຫະພັນແມ່ຍິງແຂວງ, ທ່ານ ນາງ ດາລາມິນ ສີສະຫວ່າງ ຮອງປະທານສະຫະພັນແມ່ຍິງແຂວງ ພ້ອມດ້ວຍຄະນະ ແລະ ພະນັກງານຂະແໜງການກ່ຽວຂ້ອງ, ສ່ວນຝ່າຍແຂວງກວາງຈິ ນໍາພາໂດຍ ທ່ານ ນາງ ເຈິ່ນ ຖິ ຖຸຍ ງາ ຮອງປະທານຜູ້ປະຈຳການສະຫະພັນແມ່ຍິງແຂວງກວາງຈິ ພ້ອມດ້ວຍຄະນະກໍາມະການ ແລະ ວິຊາການ.
ການສ້າງສາຍພົວພັນການທູດລະຫວ່າງ ສປປ ລາວ ກັບ ສ ຕຣີນິດັດ ແລະ ໂຕບາໂກ

ການສ້າງສາຍພົວພັນການທູດລະຫວ່າງ ສປປ ລາວ ກັບ ສ ຕຣີນິດັດ ແລະ ໂຕບາໂກ

ໃນວັນທີ 29 ກັນຍາຜ່ານມານີ້ ທີ່ ນະຄອນນິວຢອກ ສະຫະລັດ ອາເມຣິກາ, ໄດ້ມີພິທີລົງນາມຖະແຫຼງການຮ່ວມ ວ່າດ້ວຍ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ, ໂດຍຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ ແມ່ນ ທ່ານ ເນລ ພາຣຊັນ (H.E. Dr. Neil Parsan) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ ປະຈໍາອົງການສະຫະປະຊາຊາດ ໄດ້ຮ່ວມລົງນາມໃນຖະແຫຼງການຮ່ວມຄັ້ງນີ້ ໂດຍການເຂົ້າຮ່ວມເປັນສັກຂີພິຍານໃນພິທີດັ່ງກ່າວຂອງບັນດານັກການທູດທັງສອງຝ່າຍ.
ແມ່ຍິງແຂວງ ແລະ ແມ່ຍິງສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ພົບປະແລກປ່ຽນບົດຮຽນ

ແມ່ຍິງແຂວງ ແລະ ແມ່ຍິງສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ພົບປະແລກປ່ຽນບົດຮຽນ

ການພົບປະແລກປ່ຽນບົດຮຽນ ລະຫວ່າງ ສະຫະພັນແມ່ຍິງແຂວງ ແລະ ສະຫະພັນແມ່ຍິງສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ຈັດຂຶ້ນໃນວັນທີ 30 ກັນຍາຜ່ານມາ, ທີ່ຫ້ອງປະຊຸມໂຮງຮຽນລາວ-ຫວຽດແຂວງເຊກອງ ໂດຍມີທ່ານ ນາງ ມະໂນລາ ສຸດທິຈັກ ກຳມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງ, ມີທ່ານ ເຈິ່ນ ດິງ ຮ່າຍ ປະທານສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ພ້ອມດ້ວຍສະມາຊິກແມ່ຍິງ ເຂົ້າຮ່ວມ.
ສ​ສກເລີ່ມຄົ້ນຄວ້າ ປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນຊັ້ນ​ປະ​ຖົມ

ສ​ສກເລີ່ມຄົ້ນຄວ້າ ປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນຊັ້ນ​ປະ​ຖົມ

ກະຊວງສຶກສາທິການ ແລະ ກິລາ (ສສກ)ພາຍໃຕ້ການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ(BEQUAL)ໄດ້ເລີ່ມດຳເນີນການຄົ້ນຄວ້າໃໝ່ ກ່ຽວກັບປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນໂດຍສະເພາະແມ່ນກຸ່ມນັກຮຽນທີ່ບໍ່ໄດ້ໃຊ້ພາສາລາວເປັນຫຼັກຢູ່ໃນຄອບຄົວ. ການຄົ້ນຄວ້າໃນຄັ້ງນີ້ ແມ່ນຈັດຕັ້ງປະຕິບັດໂດຍສູນຄົ້ນຄວ້າພາສາລາວ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ຮ່ວມກັບແຜນງານບີຄວາ (BEQUAL).
ເພີ່ມເຕີມ