ຄອສພ ສຸມໃສ່ປັບປຸງ-ກໍ່ສ້າງພັກ ຍົກສູງບົດບາດ ແລະ ຄວາມສາມາດນໍາພາທີ່ເຂັ້ມແຂງຂອງພັກໃນໄລຍະໃໝ່

ຄອສພ ສຸມໃສ່ປັບປຸງ-ກໍ່ສ້າງພັກ ຍົກສູງບົດບາດ ແລະ ຄວາມສາມາດນໍາພາທີ່ເຂັ້ມແຂງຂອງພັກໃນໄລຍະໃໝ່

ຄອສພ ສຸມໃສ່ປັບປຸງ-ກໍ່ສ້າງພັກ ຍົກສູງບົດບາດ ແລະ ຄວາມສາມາດນໍາພາທີ່ເຂັ້ມແຂງຂອງພັກໃນໄລຍະໃໝ່
ໃນໄລຍະ 5 ປີຜ່ານມາ ອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ສຸມໃສ່ປັບປຸງ-ກໍ່ສ້າງພັກ ເພື່ອຍົກສູງບົດບາດ ແລະ ຄວາມສາມາດໃນການນໍາພາທີ່ເຂັ້ມແຂງຂອງພັກໃນໄລຍະໃໝ່. ສະຫາຍ ວັນສີ ກົວມົວ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າ ຄອສພ ໄດ້ຂຶ້ນລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄອສພ ໃນວັນທີ 28 ພຶດສະພານີ້ ທີ່ ຄອສພ.
ຄອສພ ສມໃສປບປງ-ກສາງພກ ຍກສງບດບາດ ແລະ ຄວາມສາມາດນາພາທເຂມແຂງຂອງພກໃນໄລຍະໃໝ - image 1
 




ໂດຍສະເພາະວຽກງານກໍ່ສ້າງພັກ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາວຽກງານປັບປຸງ ແລະ ກໍ່ສ້າງພັກ ເປັນຂອດຕັດສິນໃຫ້ການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກໃນແຕ່ລະໄລຍະ. ໃນໄລຍະ 5 ປີຜ່ານມາ ໄດ້ສຸມໃສ່ປັບປຸງ-ກໍ່ສ້າງພັກທັງ 4 ດ້ານໄປພ້ອມໆກັນ ເພື່ອຍົກສູງບົດບາດ ແລະ ຄວາມສາມາດໃນການນໍາພາທີ່ເຂັ້ມແຂງຂອງພັກໃນໄລຍະໃໝ່ເຂັ້ມແຂງຂຶ້ນ; ຈັດຕັ້ງເຊື່ອມຊຶມເອກະສານມະຕິ-ຄໍາສັ່ງຕ່າງໆຂອງພັກ-ລັດ ເປັນວຽກງານສໍາຄັນ ແລະ ເຮັດຢ່າງຕໍ່ເນື່ອງ ທັງທາງກວ້າງ ແລະ ເລິກ ດ້ວຍຫຼາຍຮູບການ ແລະ ວິທີການ ເປັນຕົ້ນການຈັດຕັ້ງຄົ້ນຄວ້າ, ເຊື່ອມຊຶມ ເພື່ອກຳແໜ້ນ ແລະ ປະຕິບັດກົດລະບຽບຂອງພັກ ສະໄໝທີ XI, ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ບັນດາມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ສະໄໝທີ XI. ຄຽງຄູ່ກັນນັ້ນ, ໄດ້ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກ ຄອສພ ຄັ້ງທີ V ຢ່າງກວ້າງຂວາງ, ໄດ້ຮັບການຜັນຂະຫຍາຍເຂົ້າສູ່ລວງເລິກ, ແຂງແຮງ ແລະ ຮອບດ້ານ ເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ທົ່ວອົງຄະນະພັກມີຄວາມຮັບຮູ້, ເຂົ້າໃຈ, ເຊື່ອໝັ້ນ ແລະ ເອກະພາບກັນສູງຕໍ່ແນວທາງແຜນນະໂຍບາຍຂອງພັກ ກໍຄືທິດທາງໜ້າທີ່ ຂອງຄະນະບໍລິຫານງານພັກວາງອອກໃນແຕ່ລະໄລຍະຢ່າງເລິກເຊິ່ງ, ນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຢ່າງປະດິດສ້າງ ແລະ ມີຜົນສໍາເລັດ; ເອົາໃຈໃສ່ປັບປຸງ-ກໍ່ສ້າງພັກທາງດ້ານການຈັດຕັ້ງໄດ້ຍູ້ແຮງການປະຕິບັດແນວທາງການຈັດຕັ້ງຂອງພັກ ໂດຍຢຶດໝັ້ນກົດລະບຽບພັກ ຊຶ່ງໄດ້ເຮັດໃຫ້ກົງຈັກການຈັດຕັ້ງພັກ, ໜ່ວຍພັກ, ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນຂຶ້ນເລື້ອຍໆ, ການຈັດຕັ້ງພັກໄດ້ເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບເທື່ອລະກ້າວ.
ໂຄງປະກອບຂອງຄະນະໜ່ວຍພັກສ່ວນຫຼາຍແມ່ນຖືກຕາມທິດທີ່ກຳນົດໄວ້ໃນການປະຕິບັດລະ ບອບຄວບຕຳແໜ່ງ, ດ້ານແບບແຜນວິທີເຮັດວຽກ, ວິທີນໍາພາ ໄດ້ຮັບການປັບປຸງ ແລະ ມີການຫັນປ່ຽນໃນທາງທີ່ດີຂຶ້ນ. ຄຽງຄູ່ກັນນັ້ນ, ກໍໄດ້ສຸມໃສ່ປັບປຸງກົງຈັກການຈັດຕັ້ງລັດແກ້ໄຂການຊໍ້າຊ້ອນ ແລະ ກ້າວກ່າຍກັນ ຕາມທິດກະທັດຮັດ, ເຂັ້ມແຂງ ແລະ ໜັກແໜ້ນ; ການບຳລຸງກໍ່ສ້າງສະມາຊິກພັກ-ພະນັກງານ ໄດ້ດໍາເນີນໄປຢ່າງຕໍ່ເນື່ອງໂດຍການກໍ່ສ້າງ-ຍົກລະດັບຢູ່ໃນລະບົບໂຮງຮຽນໄລຍະສັ້ນ-ຍາວ ທັງຢູ່ພາຍໃນ-ຕ່າງປະເທດ ແລະ ສ້າງພະນັກງານກັບທີ່ຕິດພັນກັບວຽກງານຕົວຈິງ; ການດໍາເນີນຊີວິດການເມືອງກາງສະໄໝ ແລະ ທ້າຍສະໄໝໃນທົ່ວອົງຄະນະພັກ ຄອສພ ໄດ້ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ມີເນື້ອໃນຄວາມໝາຍເລິກເຊິ່ງ; ການປັບປຸງປົວແປງພາຍໃນພັກໄດ້ເປັນເຄື່ອງມືສໍາຄັນ ເພື່ອຍູ້ແຮງການກໍ່ສ້າງ-ປັບປຸງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ; ການຕີລາຄາຄຸນນະພາບຂອງໜ່ວຍພັກ ແລະ ແບ່ງປະເພດສະມາຊິກພັກ ໄດ້ກາຍເປັນມາດຕະການສໍາຄັນໃນການກໍ່ສ້າງພັກ.
ໃນປີ 2025, ຄະນະບໍລິຫານງານສູນກາງພັກ ອອກມະຕິວ່າດ້ວຍການປັບປຸງການຈັດຕັ້ງ ສະບັບເລກທີ 03/ຄບສພ, ລົງວັນທີ 12 ມີນາ 2025, ສະພາແຫ່ງຊາດ ໄດ້ຮັບຮອງມະຕິວ່າດ້ວຍການຮັບຮອງເອົາກົງຈັກລັດຖະບານ ສະບັບເລກທີ 05/ສພຊ, ລົງວັນທີ 20 ມີນາ 2025. ໃນນັ້ນ, ໄດ້ໂອນເອົາວຽກງານຖະແຫຼງຂ່າວ ພ້ອມດ້ວຍອາຄານສະຖານທີ່, ພາຫະນະອຸປະກອນຮັບໃຊ້ວຽກງານ ແລະ ຍົກຍ້າຍພະນັກງານ-ລັດຖະກອນຂົງເຂດສື່ມວນຊົນ ຂອງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ( ຖວທ) ມາຂຶ້ນກັບ ຄອສພ ແລະ ໄດ້ປັບປຸງພາລະບົດບາດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ຄອສພ ສະບັບເລກທີ 20/ກມສພ ມາເປັນສະບັບເລກທີ 22/ກມສພ, ລົງວັນທີ 23 ກຸມພາ 2026 ຊຶ່ງປະກອບມີທັງໝົດ 14 ກົມທຽບເທົ່າ. ພ້ອມນັ້ນ, ກໍໄດ້ສັບຊ້ອນຈັດວາງພະນັກງານຂັ້ນຫົວໜ້າກົມ, ຮອງຫົວໜ້າກົມ, ຂັ້ນພະແນກ ແລະ ວິຊາການຈໍານວນໜຶ່ງ ຕາມຄວາມເໝາະສົມ ແລະ ສອດຄ່ອງຕາມນິຕິກຳທີ່ກ່ຽວຂ້ອງກໍານົດໄວ້. ຄຽງຄູ່ກັນນັ້ນ, ການຈັດຕັ້ງພັກ ກໍໄດ້ປັບປຸງໃຫ້ສອດຄ່ອງກັບກົງຈັກການຈັດຕັ້ງລັດ. ພາຍຫຼັງການປັບປຸງກົງຈັກການຈັດຕັ້ງເຫັນວ່າວຽກງານຂອງ ຄອສພ ໄດ້ມີການຂັບເຄື່ອນດີຂຶ້ນ, ບາງບັນຫາຄົງຄ້າງໄດ້ຮັບການປັບປຸງແກ້ໄຂ, ໂດຍສະເພາະບຸກຄະລາກອນຂັ້ນກົມ ແມ່ນໄດ້ຮັບການປັບປຸງ, ສັບຊ້ອນ ແລະ ຈັດວາງຕາມທິດຫັນເປັນໜຸ່ມ ແລະ ໜັກແໜ້ນ, ການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແມ່ນໄດ້ມີການປັບປຸງ ແລະ ດໍາເນີນຕາມຂັ້ນຕອນທີ່ກຳນົດໄວ້.
ດ້ານການຈັດຕັ້ງພັກ, ຄະນະບໍລິຫານງານພັກ ໄດ້ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງພັກ ໄປຕາມການປັບປຸງກົງຈັກການຈັດຕັ້ງລັດ, ປັດຈຸບັນ ຄະນະບໍລິຫານງານພັກ ຄອສພ ຊຸດທີ V ປະກອບມີທັງໝົດ 11 ສະຫາຍ ຍິງ 2 ສະຫາຍ ໄປຮັບໜ້າທີ່ໃໝ່ຢູ່ບ່ອນປະຈໍາການໃໝ່ 2 ສະຫາຍ ຍິງ 1 ສະຫາຍ, ບຳນານ 2 ສະຫາຍ ຍິງ 1 ສະຫາຍ; ມີ 2 ຄະນະພັກຮາກຖານ, ມີ 26 ໜ່ວຍພັກ. ໃນນັ້ນ, ໜ່ວຍພັກບຳນານ 3 ໜ່ວຍພັກ, ມີ 11 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ, ມີສະມາຊິກພັກທັງໝົດ 543 ສະຫາຍ, ຍິງ 217 ສະຫາຍ (ໃນນັ້ນ, ສະມາຊິກພັກສໍາຮອງ 30 ສະຫາຍ ຍິງ 15 ສະຫາຍ), ສະມາຊິກພັກບຳນານ 119 ສະຫາຍ ຍິງ 37 ສະຫາຍ, ຖ້າທຽບໃສ່ກ່ອນກອງປະຊຸມໃຫຍ່ ຄັ້ງທີ V ໜ່ວຍພັກ ເພີ່ມຂຶ້ນ 15 ໜ່ວຍພັກ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສສຍລ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ສສຍລ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ໃຫ້ໜ່ວຍພັກຮາກຖານກົງຈັກຊ່ວຍວຽກຂອງ ສສຍລ ໃນວັນທີ 8 ກັນຍາຜ່ານມາ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານຄະນະບໍລິຫານງານ ສສຍລ; ມີຄະນະບໍລິຫານງານພັກ, ຄະນະໜ່ວຍພັກຮາກຖານຫ້ອງການ, ກົມ, ສູນ, ຫ້ອງການ ຄຊກມດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
24 ປີ ສະຫະພັນນັກຮົບເກົ່າ ແຂວງອັດຕະປື ສືບສານມູນເຊື້ອ ແລະ ສ້າງຄວາມເຂັ້ມແຂງສູ່ອະນາຄົດ

24 ປີ ສະຫະພັນນັກຮົບເກົ່າ ແຂວງອັດຕະປື ສືບສານມູນເຊື້ອ ແລະ ສ້າງຄວາມເຂັ້ມແຂງສູ່ອະນາຄົດ

ສະຫະພັນນັກຮົບເກົ່າແຂວງອັດຕະປື ຢືນຢັນຈະສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ທາດແທ້ອັນດີງາມຂອງນັກຮົບເກົ່າແຫ່ງຊາດລາວ, ສ້າງຄວາມເຂັ້ມແຂງໃຫ້ແກ່ອົງການ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກ ແລະ ປຸກລະດົມຖັນແຖວນັກຮົບເກົ່າ ເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ຊາວໜຸ່ມແຂວງອຸດົມໄຊ ມອບເຄື່ອງ ບັນເທົາທຸກຊ່ວຍປະຊາຊົນປະສົບໄພນ້ຳຖ້ວມ

ຊາວໜຸ່ມແຂວງອຸດົມໄຊ ມອບເຄື່ອງ ບັນເທົາທຸກຊ່ວຍປະຊາຊົນປະສົບໄພນ້ຳຖ້ວມ

ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ແຂວງອຸດົມໄຊ ນຳໂດຍ ສະຫາຍ ບຸນມີ ສຳລີບູນ ຮັກສາການເລຂາ ພ້ອມຄະນະທີມງານ ໄດ້ລົງມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ປະຊາຊົນ 3 ບ້ານ ຄື: ບ້ານຫ້ວຍລາ, ກອນຄຳ ແລະ ທ່າກາດ, ເມືອງແບງ ແຂວງອຸດົມໄຊ ທີ່ປະສົບໄພພິບັດທຳມະຊາດຈາກນ້ຳຫ້ວຍໄຫຼຊຸ ໃນວັນທີ 8 ກັນຍາ 2026, ຊຶ່ງສາເຫດຈາກຝົນຕົກໜັກຕໍ່ເນື່ອງໃນໄລຍະເດືອນສິງຫາ ຜ່ານມາ ເຮັດໃຫ້ນ້ຳປ່າໄຫຼຊຸຮຸນແຮງ ສົ່ງຜົນກະທົບຕໍ່ຫຼາຍຄອບຄົວ, ເຮັດໃຫ້ດິນເຊາະເຈື່ອນ, ເນື້ອທີ່ນາ ແລະ ສວນກະສິກຳເສຍຫາຍ, ເຮືອນບາງຫຼັງເສຍຫາຍ, ເຄື່ອງຊ່ວຍເຫຼືອທີ່ນຳມາມອບ ປະກອບມີ: ເຄື່ອງນອນ, ເຄື່ອງໃຊ້ຄົວເຮືອນ, ປ່ອງປາ, ເກືອ, ສະບູຝຸ່ນ, ສະບູອາບນໍ້າ ແລະ ສິ່ງຂອງຈຳເປັນອື່ນໆ ລວມມູນຄ່າ 38 ລ້ານກີບ, ຕາງໜ້າຮັບໂດຍ ຄະນະນຳຂອງເມືອງ, ຄະນະບ້ານ ແລະ ປະຊາຊົນຜູ້ປະສົບໄພ.
ບຸນຊ່ວງເຮືອປະເພນີທີ່ ນະຄອນ ຫຼວງພະບາງ ປີນີ້ຄືກຄື້ນຫຼາຍ ມີສີພາຍ ແລະເຮືອຊ່ວງ ຫຼາຍທ້ອງຖິ່ນເຂົ້າຮ່ວມ 27 ລໍາ

ບຸນຊ່ວງເຮືອປະເພນີທີ່ ນະຄອນ ຫຼວງພະບາງ ປີນີ້ຄືກຄື້ນຫຼາຍ ມີສີພາຍ ແລະເຮືອຊ່ວງ ຫຼາຍທ້ອງຖິ່ນເຂົ້າຮ່ວມ 27 ລໍາ

ວັນທີ່ 11 ກັນຍາ 2026 ນີ້ ທີ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ໄດ້ຈັດງານບຸນຊ່ວງເຮືອປະເພນີ ໂອກາດບຸນຫໍ່ເຂົ້າປະດັບດີນ ປະຈໍາປີ ພສ 2569 ຄສ 2026, ໂດຍມີ ພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະ ເລຂາທິການສູນກາງພັກ, ພ້ອມດ້ວຍການນຳ-ອະດີດການນຳຂັ້ນສູນກາງ, ຂັ້ນແຂວງ, ນະຄອນ-ເມືອງ, ແຂກຮັບເຊີນ, ຕະຫຼອດຮອດມວນຊົນທັງພາຍໃນ ແລະຕ່າງປະເທດ ຮ່ວມຊົມ ຮ່ວມເຊຍ ຕາມແຄມຝັ່ງນ້ຳຄານ ຢ່າງຄຶກຄື້ນ-ມ່ວນຊື່ນ.
ທ່ານ ທອງສະລິດ ມັງໜໍ່ເມກ ເຄື່ອນໄຫວຊຸກຍູ້ວຽກງານສຶກສາ ແຂວງຄຳມ່ວນ

ທ່ານ ທອງສະລິດ ມັງໜໍ່ເມກ ເຄື່ອນໄຫວຊຸກຍູ້ວຽກງານສຶກສາ ແຂວງຄຳມ່ວນ

ວັນທີ 10 ກັນຍາ 2026, ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມຕິດຕາມ ແລະ ຊຸກຍູ້ການຮຽນ-ການສອນ ໃນໂອກາດເປີດສົກຮຽນ 2026–2027 ຢູ່ແຂວງຄໍາມ່ວນ ພ້ອມມອບອຸປະກອນການສຶກສາ,ກິລາ ແລະ ເງິນໃຫ້ສອງໂຮງຮຽນ ,ໂຮງຮຽນລະ 50 ລ້ານກີບ. ໃຫ້ການຕ້ອນຮັບຄະນະມີ ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ, ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງ, ມີຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ການນຳເມືອງ, ຜູ້ບໍລິຫານການສຶກສາ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ລາວ ກຽມເປັນເຈົ້າພາບກອງປະຊຸມເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ

ລາວ ກຽມເປັນເຈົ້າພາບກອງປະຊຸມເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ

ພິທີຖະແຫຼງຂ່າວກອງປະຊຸມ ແລະ ມອບລາງວັນຜູ້ປະກອບການຍິງດີເດັ່ນອາຊຽນ 2026 ຈັດໂດຍສະມາຄົມຮັກທຸລະກິດຍິງ ທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ), ເຂົ້າຮ່ວມມີຮອງປະທານ ສຄອຊ, ຄະນະບໍລິຫານງານສະມາຄົມນັກທຸລະກິດຍິງ ແລະ ຜູ້ຕາງໜ້າຈາກເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ (AWEN).
ຫັດຖະກໍາເຄື່ອງປັ້ນດິນເຜົາ ປັນຍານິເວດ ຮ່ວມງານວາງສະແດງສິນຄ້າພູມປັນຍາລາວ

ຫັດຖະກໍາເຄື່ອງປັ້ນດິນເຜົາ ປັນຍານິເວດ ຮ່ວມງານວາງສະແດງສິນຄ້າພູມປັນຍາລາວ

ຈາກດິນທຳມະດາສູ່ງານສິລະປະ “ປັນຍານິເວດ” ສືບສານຫັດຖະກຳເຄື່ອງປັ້ນ-ດິນເຜົາລາວ ຫັດຖະກຳເຄື່ອງປັ້ນດິນເຜົາເປັນອີກໜຶ່ງງານສິລະປະທີ່ສະທ້ອນເຖິງພູມປັນຍາ ແລະ ສີມືຂອງຄົນລາວ ຈາກດິນເບິ່ງຄືວ່າທຳມະດາ ເມື່ອຜ່ານກຳມະວິທີ ແລະ ຂະບວນການແບບພິຖີພິຖັນກໍກາຍເປັນພາຊະນະທີ່​ນຳ​ໃຊ້​ໄດ້​ແລະ​ງົດ​ງາມ.
ກອງປະຊຸມ ຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ກອງປະຊຸມ ຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ໃນວັນທີ 10 ກັນຍາ 2026, ທີ່ ສະໂມສອນແຂວງອຸດົມໄຊ ໄດ້ມີກອງປະຊຸມ ຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ປະຈຳປີ 2026 ໂດຍການເປັນປະທານຂອງ ທ່ານ ເຫຼັກໄຫຼ ສີວິໄລລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງຮອງປະທານຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ໂດຍມີ ທ່ານ ຄໍາແສງ ອາລີ, ຮອງປະທານຄະນະກໍາມະການປົກຄອງແຂວງອຸດົມໄຊ, ບັນດາຮອງລັດຖະມົນຕີ, ຄະນະກຳມະການດ້ານຄວາມປອດໄພທາງຫຼວງຂັ້ນແຂວງ, ນະຄອນຫຼວງ, ພ້ອມດ້ວຍຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ພາກສວ່ນກ່ຽວຂ້ອງ ເຂົ້າຮ່ວມ.
ປະກາດບົ່ງຕົວເເຕ່ງຕັ້ງຄະນະພັກຮາກຖານຄະນະໜ່ວຍພັກ ທີ່ຂຶ້ນກັບຮາກຖານ ດ່ານສາກົນນາເພົ້າ

ປະກາດບົ່ງຕົວເເຕ່ງຕັ້ງຄະນະພັກຮາກຖານຄະນະໜ່ວຍພັກ ທີ່ຂຶ້ນກັບຮາກຖານ ດ່ານສາກົນນາເພົ້າ

ພິທີປະກາດບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ແລະ ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານດ່ານສາກົນນາເພົ້າເມືອງບົວລະພາແຂວງຄຳມ່ວນ. ໄດ້ຈັດຂຶ້ນໃນວັນທີ 10 ກັນຍາ 2026 ທີ່ສະໂມສອນແຂວງ ໂດຍມີ ທ່ານ ສາຍຄຳ ພະໄຊສິດທິເດດ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີ ທ່ານ ຄໍາສິງ ໄຊສິດທິເດດ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກການເງິນແຂວງ, ພ້ອມດ້ວຍ ຄະນະພັກ-ຄະນະຄຸ້ມຄອງດ່ານ, ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ປະກາດການ​ຈັດ​ຕັ້ງຫ້ອງ​ການຄະນະສະ​ມາ​ຊິກ ສ​ພ​ຂປະຈຳເຂດເລືອກຕັ້ງເມືອງເຊບັ້ງໄຟ

ປະກາດການ​ຈັດ​ຕັ້ງຫ້ອງ​ການຄະນະສະ​ມາ​ຊິກ ສ​ພ​ຂປະຈຳເຂດເລືອກຕັ້ງເມືອງເຊບັ້ງໄຟ

ພິທີປະກາດການຈັດຕັ້ງ ຫ້ອງການ ຄະນະສະມາຊິກສະພາປະຊາຊົນແຂວງ (ສ​ພ​ຂ) ຄຳ​ມ່ວນຊຸດ​ທີ V ປະຈຳເຂດເລືອກຕັ້ງເມືອງເຊ​ບັ້ງ​ໄຟ, ຈັດ​ຂຶ້ນ​ໃນ​ວັນ​ທີ 10 ກັນ​ຍາ​ນີ້, ໂດຍມີ ທ່ານ ແກ້ວອຸດອນ ບຸດສິງຂອນ ກຳມະການປະຈໍາພັກແຂວງຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 12, ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ