ທີມຄົ້ນຄວ້າໄດ້ປະສົບຜົນສໍາເລັດໃນການພັດທະນາອຸປະກອນອັດຕະໂນມັດທີ່ສາມາດຈໍາແນກເພດຍຸງໂຕຜູ້ ແລະ ໂຕແມ່ ໄດ້ຢ່າງມີປະສິດທິພາບ

ຄວາມກ້າວໜ້າຂອງເຕັກໂນໂລຊີການຄວບຄຸມພະຍາດທີ່ມີຍຸງເປັນພາຫະ

ຄວາມກ້າວໜ້າຂອງເຕັກໂນໂລຊີການຄວບຄຸມພະຍາດທີ່ມີຍຸງເປັນພາຫະ
ຂ່າວສານຫວຽດນາມລາຍງານຫວ່າງມໍ່ໆມານີ້ວ່າ: ທີມຄົ້ນຄວ້າໄດ້ປະສົບຜົນສໍາເລັດໃນການພັດທະນາອຸປະກອນອັດຕະໂນມັດທີ່ສາມາດຈໍາແນກເພດຍຸງໂຕຜູ້ ແລະ ໂຕແມ່ ໄດ້ຢ່າງມີປະສິດທິພາບ ຊຶ່ງເປັນຄວາມກ້າວໜ້າທາງດ້ານເຕັກນິກໃນການຄວບຄຸມທາງຊີວະວິທະຍາທີ່ຊ່ວຍປ້ອງກັນພະຍາດທີ່ມີຍຸງເປັນພາຫະ..

ຂ່າວລະບຸວ່າ: ຜົນໄດ້ຮັບດັ່ງກ່າວນີ້ຖືກເຜີຍແຜ່ໂດຍທີມງານຄົ້ນຄວ້າສາກົນ, ລວມທັງນັກວິທະຍາສາດຂອງມະຫາວິທະຍາໄລ ມິຊີແກນ (ອາເມຣິກາ), ມະຫາວິທະຍາໄລ ຈີໜານ ແລະ ບໍລິສັດເຕັກໂນໂລຊີຊີວະພາບ ກວາງໂຈ (ຈີນ) ທີ່ເຜີຍແຜ່ໃນວາລະສານວິທະຍາສາດສາກົນ ຫຼັກສູດຫຸ່ນຍົນວິທະຍາສາດ ເມື່ອບໍ່ດົນມານີ້.

ໃນຊຸມປີມໍ່ໆມານີ້, ພະຍາດທີ່ເກີດຈາກຍຸງເປັນພາຫະ ໂດຍສະເພາະແມ່ນພະຍາດໄຂ້ເລືອດອອກ, ນັບມື້ນັບຮ້າຍແຮງຂຶ້ນຍ້ອນການປ່ຽນແປງຂອງດິນຟ້າອາກາດ ແລະ ການເຄື່ອນໄຫວຂອງມະນຸດ.

ທ່ານ ຮອງສາດສະດາຈານ ລີ ຢົງຊຸນ ທີ່ມະຫາວິທະຍາໄລ ຈີໜານ ກ່າວວ່າ: ວິທີການຄວບຄຸມຍຸງແບບດັ່ງເດີມເຊັ່ນ: ການພົ່ນສານເຄມີກໍາລັງປະເຊີນກັບຂໍ້ຈໍາກັດໃນດ້ານມົນລະພິດສິ່ງແວດລ້ອມ. ພ້ອມດຽວກັນນັ້ນ, ວິທີການຄວບຄຸມທາງຊີວະວິທະຍາຂອງການປ່ອຍຍຸງໂຕຜູ້ທີ່ບໍ່ມີຄວາມສາມາດໃນການແຜ່ພັນ ເຂົ້າໄປໃນປ່າເພື່ອຫາຄູ່ກັບຍຸງໂຕແມ່ ແມ່ນໄດ້ຮັບການພິສູດແລ້ວວ່າມີປະສິດທິພາບໃນການຫຼຸດຜ່ອນ “ປະຊາກອນ” ຂອງຍຸງ ແລະ ຈໍານວນຍຸງໂຕແມ່ໃນປ່າ. ແນວໃດກໍຕາມ, ການນຳໃຊ້ວິທີນີ້ໃນວົງກວ້າງຍັງເປັນເລື່ອງຍາກ ເນື່ອງຈາກການຂາດເຄື່ອງມືທີ່ມີປະສິດທິພາບໃນການຈຳແນກຍຸງໂຕຜູ້ ແລະ ຍຸງໂຕແມ່.

ອຸປະກອນຄັດແຍກອັດຕະໂນມັດທີ່ພັດທະນາໃໝ່ ເປັນຈຸດສໍາຄັນຕໍ່ກັບການແກ້ໄຂບັນຫາຂ້າງເທິງ. ໂດຍທ່ານ ກົງ ຈຸນເທົາ ນັກຄົ້ນຄວ້າຂອງບໍລິສັດເຕັກໂນໂລຊີຊີວະພາບກວາງໂຈ່ວ ໃຫ້ຮູ້ວ່າ: ເຄື່ອງນີ້ສາມາດແຍກໂຕ ແລະ ເກັບມ້ຽນຍຸງໄດ້ຢ່າງມີປະສິດທິຜົນ. ອຸປະກອນຄັດແຍກອັດຕະໂນມັດຊ່ວຍໃຫ້ຜູ້ປະຕິບັດການສາມາດຄັດແຍກຍຸງໂຕຜູ້ໄດ້ຫຼາຍກວ່າ 16 ລ້ານໂຕໃນເວລາພຽງ 8 ຊົ່ວໂມງ, ເພີ່ມຂຶ້ນ 17 ເທົ່າເມື່ອທຽບໃສ່ວິທີການຈັດລຽງດ້ວຍມື.

ຜົນໄດ້ຮັບຂ້າງເທິງສະແດງໃຫ້ເຫັນວ່າອຸປະກອນການຈັດປະເພດອັດຕະໂນມັດມີທ່າແຮງທີ່ຈະຄວບຄຸມພະຍາດທີ່ເກີດຈາກຍຸງເປັນພາຫະໃນທົ່ວໂລກຢ່າງມີປະສິດທິພາບ. ອຸປະກອນນີ້ໄດ້ຖືກຈຳໜ່າຍໃຫ້ກັບ 18 ປະເທດ, ລວມທັງ ອາເມຣິກາ, ອົສຕຣາລີ ແລະ ອີຕາລີ.

ຄໍາເຫັນ

ຂ່າວຕ່າງປະເທດ

EU ຈັດສັນເງິນ 100 ລ້ານເອີໂຣ ຊ່ວຍເຫຼືອລີບັງ

EU ຈັດສັນເງິນ 100 ລ້ານເອີໂຣ ຊ່ວຍເຫຼືອລີບັງ

ຂ່າວຕ່າງປະເທດລາຍງານໃນວັນທີ 12 ມີນາ ນີ້ວ່າ: ສະຫະພາບເອີຣົບ (EU) ກຳລັງໃຫ້ການຊ່ວຍເຫຼືອມູນຄ່າ 100 ລ້ານເອີໂຣ ແກ່ລີບັງ ຫຼັງຈາກການໂຈມຕີຢ່າງໜັກໜ່ວງຂອງອິສຣາແອນ, ໂດຍລ້າສຸດມີຈຳນວນຜູ້ອົບພະຍົບຢ່າງເປັນທາງການເພີ່ມຂຶ້ນເປັນ 800,000 ຄົນ.
ການສົ່ງອອກ ຂອງ ສ ເກົາຫຼີ ເພີ່ມຂຶ້ນ 55.6% ໃນ 10 ມື້ທຳອິດຂອງເດືອນມີນາ

ການສົ່ງອອກ ຂອງ ສ ເກົາຫຼີ ເພີ່ມຂຶ້ນ 55.6% ໃນ 10 ມື້ທຳອິດຂອງເດືອນມີນາ

ຂ່າວຕ່າງປະເທດລາຍງານວ່າ: ສຳນັກງານພາສີຂອງ ສ ເກົາຫຼີ (KCS) ໄດ້ເປີດເຜີຍໃນວັນທີ 11 ມີນາ ຜ່ານມາວ່າ, ການສົ່ງອອກຂອງ ສ ເກົາຫຼີ ໃນ 10 ມື້ທໍາອິດຂອງເດືອນມີນາ ໄດ້ເພີ່ມຂຶ້ນ 55.6% ເມື່ອທຽບໃສ່ປີກ່ອນ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການທີ່ເຂັ້ມແຂງຂອງຊິບເຊມິຄອນດັກເຕີຈາກຕ່າງປະເທດ.
ຍີ່ປຸ່ນ ກຽມປ່ອຍນ້ຳມັນສຳຮອງ ເພື່ອຮັບມືກັບລາຄານ້ຳມັນທີ່ເພີ່ມຂຶ້ນ

ຍີ່ປຸ່ນ ກຽມປ່ອຍນ້ຳມັນສຳຮອງ ເພື່ອຮັບມືກັບລາຄານ້ຳມັນທີ່ເພີ່ມຂຶ້ນ

ຂ່າວຕ່າງປະເທດລາຍງານໃນວັນທີ 11 ມີນາ ຜ່ານມາວ່າ: ທ່ານນາງ ທານາເອະ ທາຄາອິຈິ ນາຍົກລັດຖະມົນຕີ ຍີ່ປຸ່ນ ໄດ້ປະກາດວ່າ: ຍີ່ປຸ່ນຈະເລີ່ມປ່ອຍນ້ຳມັນຈາກຄັງສຳຮອງແຫ່ງຊາດຂອງຕົນໃນວັນ 16 ມີນາ ຈະມາເຖິງນີ້, ເພື່ອຮັບມືກັບການເພີ່ມຂຶ້ນຂອງລາຄານ້ຳມັນແອັດຊັງ ແລະ ຜະລິດຕະພັນນ້ຳມັນອື່ນໆ ທ່າມກາງສະຖານະການຄວາມຂັດແຍ້ງທີ່ເພີ່ມຂຶ້ນໃນຕາເວັນອອກກາງ.
ວິກິດການຂົນສົ່ງທາງທະເລໃນຊ່ອງແຄບຮໍມຸສ ສ່ຽງກະທົບຕ່ອງໂສ້ການສະໜອງທົ່ວໂລກ

ວິກິດການຂົນສົ່ງທາງທະເລໃນຊ່ອງແຄບຮໍມຸສ ສ່ຽງກະທົບຕ່ອງໂສ້ການສະໜອງທົ່ວໂລກ

ຂ່າວຕ່າງປະເທດລາຍງານໃນວັນທີ 11 ມີນາ ຜ່ານມາວ່າ: ກອງປະຊຸມສະຫະປະຊາຊາດ ວ່າດ້ວຍການຄ້າ ແລະ ການພັດທະນາ (UNCTAD) ໄດ້ເປີດເຜີຍໃນວັນທີ 10 ມີນາ ຜ່ານມາວ່າ: ການສັນຈອນທາງທະເລທີ່ຢຸດສະງັກໃນບໍລິເວນຊ່ອງແຄບຮໍມຸສ ເມື່ອບໍ່ດົນມານີ້ ໄດ້ເຮັດໃຫ້ເກີດຄວາມກັງວົນກ່ຽວກັບຜົນກະທົບຢ່າງກວ້າງຂວາງຕໍ່ຕະຫຼາດພະລັງງານ, ການຂົນສົ່ງທາງເຮືອ ແລະ ລະບົບຕ່ອງໂສ້ການສະໜອງທົ່ວໂລກ.
ປິດກອງ​ປະ​ຊຸມ​ຄັ້ງ​ທີ 4 ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 14

ປິດກອງ​ປະ​ຊຸມ​ຄັ້ງ​ທີ 4 ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 14

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 11 ມີ​ນາ ຜ່ານມາ, ກອງ​ປະ​ຊຸມ​ຄັ້ງ​ທີ 4 ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 14 ໄດ້​ປິດ​ລົງ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ, ໂດຍ​ມີທ່ານ ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ ພ້ອມ​ດ້ວຍ​ຜູ້​ນຳ​ພັກ ແລະ ລັດ ​ເຂົ້າ​ຮ່ວມ. ທ່ານ​ ຫວາງ​ຮູ້​ນິງ ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ.
ຫວຽດນາມ ສືບຕໍ່ຫັນແຜນນະໂຍບາຍຂອງພັກກ່ຽວກັບການພັດທະນາເສດຖະກິດເອກະຊົນ

ຫວຽດນາມ ສືບຕໍ່ຫັນແຜນນະໂຍບາຍຂອງພັກກ່ຽວກັບການພັດທະນາເສດຖະກິດເອກະຊົນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 11 ມີນາ ຜ່ານມາ ຢູ່ສຳນັກງານສູນກາງພັກ ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການສ້າງລະບອບລະບຽບການ ແລະ ກົດໝາຍໃຫ້ສົມບູນແບບ ໄດ້ເປັນປະທານກອງປະຊຸມໄຕມາດທີ 1 ຂອງຄະນະປະຈຳຄະນະຊີ້ນຳ. ເຂົ້າຮ່ວມກອງປະຊຸມຍັງມີ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ແລະ ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ ຫວຽດນາມ.
ອິນເດຍ ປະເຊີນກັບການຂາດແຄນແກ໊ສປຸງແຕ່ງອາຫານ

ອິນເດຍ ປະເຊີນກັບການຂາດແຄນແກ໊ສປຸງແຕ່ງອາຫານ

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ມີນາ ຜ່ານມາວ່າ: ສະມາຊິກລັດຖະສະພາອິນເດຍໄດ້ສະແດງຄວາມກັງວົນກ່ຽວກັບບັນຫາການຂາດແຄນແກ໊ສປີໂຕຣລຽມແຫຼວ (LPG) ໃນຫຼາຍພື້ນທີ່ຂອງປະເທດ, ໂດຍສະເພາະແມ່ນລັດກາຣນາຕາກາ ທາງພາກໃຕ້ ແລະ ລັດມາຮາຮາສຕຣາ ພາກຕາເວັນຕົກສ່ຽງໃຕ້ ຊຶ່ງໄດ້ຮັບຜົນກະທົບຢ່າງໜັກ.
IEA ສະເໜີການປ່ອຍນ້ຳມັນສຳຮອງຄັ້ງໃຫຍ່ທີ່ສຸດໃນປະຫວັດສາດ

IEA ສະເໜີການປ່ອຍນ້ຳມັນສຳຮອງຄັ້ງໃຫຍ່ທີ່ສຸດໃນປະຫວັດສາດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 11 ມີນາ ນີ້ວ່າ: ໜັງສືພິມ Wall Street Journal (WSJ) ລາຍງານໂດຍອ້າງອີງແຫຼ່ງຂໍ້ມູນວ່າ, ອົງການພະລັງງານສາກົນ (IEA) ໄດ້ສະເໜີໃຫ້ມີການປ່ອຍນ້ຳມັນຈາກຄັງສຳຮອງທາງຍຸດທະສາດຄັ້ງໃຫຍ່ທີ່ສຸດເທົ່າທີ່ເຄີຍມີມາ ເພື່ອຫຼຸດຜ່ອນລາຄານ້ຳມັນດິບທີ່ເພີ່ມຂຶ້ນຢ່າງໄວວາ ຊຶ່ງເປັນຜົນກະທົບມາຈາກຂໍ້ຂັດແຍ່ງລະຫວ່າງ ສະຫະລັດ ອາເມຣິກາ, ອິສຣາເອນ ແລະ ອີຣານ.
ສ ເກົາຫຼີ ຈະໃຊ້ລະບົບກຳນົດລາຄານໍ້າມັນເຊື້ອໄຟ

ສ ເກົາຫຼີ ຈະໃຊ້ລະບົບກຳນົດລາຄານໍ້າມັນເຊື້ອໄຟ

ຂ່າວຕ່າງປະເທດລາຍງານ ໃນວັນທີ 9 ມີນາ ຜ່ານມາວ່າ: ທ່ານ ຄິມ ຢົງ-ບອມ ຫົວໜ້າເຈົ້າໜ້າທີ່ດ້ານນະໂຍບາຍຂອງ ສ ເກົາຫຼີ ໄດ້ປະກາດວ່າ: ສ ເກົາຫຼີ ວາງແຜນທີ່ຈະຈັດຕັ້ງປະຕິບັດລະບົບກຳນົດລາຄານໍ້າມັນເຊື້ອໄຟພາຍໃນປະເທດໃນອາທິດນີ້ ເພື່ອປ້ອງກັນການຂຶ້ນລາຄາຜະລິດຕະພັນນໍ້າມັນ ແລະ ຮັບປະກັນການຄາດຄະເນລາຄາໄດ້, ຫຼັງຈາກລາຄານໍ້າມັນດິບທົ່ວໂລກເພີ່ມສູງຂຶ້ນ ທ່າມກາງການຂັດແຍ້ງໃນຕາເວັນອອກກາງເພີ່ມທະວີຄວາມຮຸ່ນແຮງຂຶ້ນ.
ເສດຖະກິດ ຣັດເຊຍ ກັບຄືນສູ່ Top 10 ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ

ເສດຖະກິດ ຣັດເຊຍ ກັບຄືນສູ່ Top 10 ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 9 ມີນາ ຜ່ານມາວ່າ: ອົງການສະຖິຕິ ຣັດເຊຍ (Rosstat) ໄດ້ຮັບຮູ້ລວມຍອດຜະລິດຕະພັນພາຍໃນ (GDP) ຂອງ ຣັດເຊຍ ບັນລຸມູນຄ່າ 2,556 ຕື້ໂດລາ. ໂຕເລກດັ່ງກ່າວໄດ້ນຳປະເທດ ຣັດເຊຍ ຈັດອັນດັບທີ 8 ໃນຕາຕະລາງບັນດາພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ.
ເພີ່ມເຕີມ