ໂຮມຊຸມນຸມສະເຫຼີມສະຫຼອງ 50 ປີ ວັນປົດປ່ອຍພາກໃຕ້ຫວຽດນາມ

ໂຮມຊຸມນຸມສະເຫຼີມສະຫຼອງ 50 ປີ ວັນປົດປ່ອຍພາກໃຕ້ຫວຽດນາມ

ໂຮມຊຸມນຸມສະເຫຼີມສະຫຼອງ 50 ປີ ວັນປົດປ່ອຍພາກໃຕ້ຫວຽດນາມ
ພິທີໂຮມຊຸມນຸມສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ ໄດ້ຈັດຂຶ້ນໃນວັນທີ 9 ພຶດສະພານີ້ ທີ່ກະຊວງປ້ອງກັນປະເທດ ໂດຍການເຂົ້າຮ່ວມຂອງທ່ານ ຫງວຽນ ມິງເຕິມ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳສປປ ລາວ, ມີທ່ານ ທອງລອຍ ສີລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາການນໍາກະຊວງປ້ອງກັນປະເທດ, ກົມ, ກອງ ຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

 

 

ທ່ານ ຫງວຽນ ມິງເຕິມ ໄດ້ກ່າວປາໄສວ່າ: ການປົດປ່ອຍພາກໃຕ້ຫວຽດນາມໄດ້ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ຂີດໝາຍອັນສະຫງ່າລາສີທີ່ສຸດໃນປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ເປັນຂີດໝາຍການຕໍ່ສູ້ອົງອາດກ້າແກ່ນ, ພິລະອາດຫານທັງເປັນການຢຸດຕິແອກປົກຄອງເປັນເວລາກວ່າເຄິ່ງສະຕະວັດ ຂອງລັດທິລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່. ພ້ອມນີ້, ທ່ານ ຫງວຽນ ມິງເຕິມ ຍັງສະແດງຄວາມຮູ້ບຸນຄຸນ, ຄຸນ ງາມຄວາມດີອັນໃຫຍ່ຫຼວງຂອງປະທານ ໂຮ່ຈິມິນ ແລະ ຮູ້ບຸນຄຸນຕໍ່ບັນດາການນຳປະຕິວັດຮຸ່ນກ່ອນ, ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ຫວຽດນາມແມ່ນນັກວິລະຊົນກຳລັງປະກອບອາວຸດ, ບັນດາທະຫານເປັນຜູ້ມີຄຸນງາມ ຄວາມດີຕໍ່ການປະຕິວັດ ກໍຄືຊາວຫວຽດນາມທີ່ໄດ້ອຸທິດເສຍສະຫຼະຊີວິດເພື່ອພາລະກິດປົດປ່ອຍພາກໃຕ້ຫວຽດນາມຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະລາດ.

ທ່ານ ຫງວຽນ ມິງເຕິມ ຢືນຢັນວ່າ: “ວັນເດືອນປີຈະຜ່ານພົ້ນໄປ ແຕ່ໄຊຊະນະຂອງປະຊາຊົນຫວຽດນາມໄດ້ບັນທຶກເຂົ້າໃນປະຫວັດສາດຂອງຊາດຫວຽດນາມຕະຫຼອດໄປ, ເປັນສັນຍາລັກອັນໃສແຈ້ງຂອງລັດທິວິລະຊົນປະຕິວັດ, ແມ່ນໄຊຊະນະອັນຊອບທຳ, ນ້ຳໃຈຮັກຊາດອັນເຕັມປ່ຽມ, ຄວາມຄາດຫວັງມີເອກກະລາດ, ເສລີພາບ ແລະ ທ້ອນໂຮມປະເທດຊາດເປັນເອກະພາບດ້ວຍສັດຈະທຳ, ປະເທດຫວຽດນາມ ແມ່ນໜຶ່ງຊາດທີ່ເປັນຂີດໝາຍຢັ້ງຢືນວ່າທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຫວຽດນາມ ໄດ້ປະຕິບັດຄວາມປາຖະໜາ ແລະ ຄຳບອກເຕືອນອັນຈິງໃຈທີ່ສຸດຂອງປະທານໂຮ່ຈິມິນ ທີ່ສັ່ງໄວ້ວ່າ: ປະຕິບັດພາລະກິດປົດປ່ອຍພາກໃຕ້ຫວຽດນາມຢ່າງສົມບູນ, ທ້ອນໂຮມປະເທດຊາດພາກໃຕ້-ພາກ ເໜືອເປັນຄອບຄົວໜຶ່ງ. ພາຍຫຼັງທ້ອນໂຮມປະເທດຊາດເປັນເອກະພາບ ເປັນເວລາ 50 ປີ ແລະ ເກືອບ 40 ປີແຫ່ງການປະຕິບັດພາລະກິດປ່ຽນແປງໃໝ່, ປະເທດຫວຽດນາມໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທົດສອບນາໆປະການ, ສ້າງບັນດາຜົນງານທີ່ຍິ່ງໃຫຍ່ມີຄວາມໝາຍປະຫວັດສາດ, ສ້າງສາພາລະກິດອັນໃຫຍ່ຫຼວງ, ກຳລັງບົ່ມຊ້ອນ, ທີ່ຕັ້ງ ແລະ ອິດທິພົນທີ່ມີຊື່ສຽງ, ຄວາມເອກອ້າງທະນົງໃຈດ້ວຍຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອ ຕໍ່ບັນດາການເສຍສະຫຼະຊີວິດຂອງນັກຮົບ, ຂອງປະຊາຊົນໃນທົ່ວປະເທດໄດ້ເປັນກຳລັງແຮງອັນຍິ່ງໃຫຍ່, ຫວຽດນາມໄດ້ມີການເຊື່ອມຊຶມ ແລະ ປະຕິບັດທັດສະນະປະຊາຊົນເປັນກົກ, ເປັນເປົ້າໝາຍພາລະກິດແຫ່ງການສ້າງສາພັດທະນາ ແລະ ປົກປັກຮັກສາປະເທດຊາດຢ່າງສະເໝີຕົ້ນສະເໝີປາຍ; ຜັນຂະຫຍາຍນະໂຍບາຍຢ່າງກົມກຽວ, ປອງດອງຊາດຢ່າງເຂັ້ມແຂງດ້ວຍຈິດໃຈ, ສາຍ ເລືອດລູກຫຼານຫວຽດນາມ ລ້ວນແຕ່ແມ່ນອ້າຍນ້ອງໃນຄອບຄົວດຽວກັນ. ຊາດຫວຽດນາມແມ່ນຊົນຊາດທີ່ຜ່ານຜ່າຄວາມເຈັບປວດ ແລະ ຄວາມເສຍຫາຍນາໆປະການຂອງສົງຄາມໃນອະດີດ, ແມ່ນຊົນຊາດທີ່ໄດ້ຮັບຜົນອັນຍິ່ງໃຫຍ່ ຈາກສັນຕິພາບ, ການຮ່ວມມືມິດຕະພາບໃນຊຸມທົດສະວັດທີ່ຜ່ານມາ. ຫວຽດນາມມີຄວາມປາຖະໜາກັບປະຊາຄົມສາກົນສ້າງອະນາຄົດແຫ່ງສັນຕິພາບ, ວັດທະນາຖາວອນ ແລະ ສືບຕໍ່ເຮັດໃຫ້ການພົວພັນມິດຕະພາບ ແລະ ການຮ່ວມມືກັບບັນດາປະເທດໃນໂລກເລິກເຊິ່ງ, ຍູ້ແຮງການປະຕິບັດທິດນຳທີ່ວ່າ: “ຫວຽດນາມແມ່ນເພື່ອນມິດ, ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ປະຊາຄົມສາກົນ, ປ່ຽນແປງໃໝ່, ກົນໄກ, ນະໂຍບາຍ, ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ເພື່ອນມິດສາກົນ ແລະ ປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດ, ຜູ້ທີ່ຖືວັດທະນະທຳຫວຽດນາມໃນຕົວ, ເຕີບໃຫຍ່ຢູ່ບັນດາປະເທດພັດທະນາ, ມີຄວາມຮູ້ຄວາມເຂົ້າໃຈກ່ຽວກັບວິຊາການ ແລະ ການຄຸ້ມຄອງ, ມີການເຊື່ອມໂຍງກັບສາກົນຢ່າງເລິກເຊິ່ງ ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຢູ່ຫວຽດນາມ.

ທ່ານ ທອງລອຍ ສີລິວົງ ໄດ້ກ່າວວ່າ: ກອງທັບປະຊາຊົນລາວ ແລະ ກອງທັບປະຊາຊົນຫວຽດນາມອ້າຍນ້ອງ ໃນໄລຍະແຫ່ງການຕໍ່ສູ້ທີ່ດຸເດືອດຂ້ຽວຂາດ ແລະ ທໍລະຫົດທີ່ສຸດ, ແຕ່ດ້ວຍມານະຈິດປະຕິວັດ, ຄວາມພິລະອາດຫານ ແລະ ຄວາມເສຍສະຫຼະອັນສູງສົ່ງຂອງພະນັກງານ-ນັກຮົບອາສາສະໝັກຫວຽດນາມກັບພະນັກງານ-ນັກຮົບກອງທັບປົດປ່ອຍປະຊາຊົນລາວ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ຄຽງບ່າຄຽງໄຫຼ່ດໍາເນີນການຕໍ່ສູ້ຢ່າງເດັດດ່ຽວໜຽວແໜ້ນບົນຈິດໃຈຮ່ວມທຸກ-ຮ່ວມສຸກ, ຮ່ວມເປັນ-ຮ່ວມຕາຍນໍາກັນ, ໄດ້ເປີດບັ້ນຮົບທັງນ້ອຍ ແລະ ໃຫຍ່ບໍ່ຈັກວ່າເທົ່າໃດເທື່ອເພື່ອທັບມ້າງກົນອຸບາຍ ແລະ ຍຸດທະສາດຂອງພວກຈັກກະພັດ ແລະ ລູກແຫຼ່ງຕີນມື. ໃນນັ້ນ, ມີຫຼາຍສະໜາມຮົບສະພາບການແມ່ນຫຼໍ່ແຫຼມ, ຂັບຂັນ ແລະ ອັດຕະຂັດທີ່ສຸດ, ແຕ່ດ້ວຍມານະຈິດ ແລະ ອຸດົມການປະຕິວັດອັນສູງສົ່ງ, ຄວາມເດັດດ່ຽວໜຽວແໜ້ນດ້ວຍພະລັງອັນແຮງກ້າຂອງຄວາມສາມັກຄີຮ່ວມສໍາພັນສູ້ຮົບຢ່າງແໜ້ນແຟ້ນນັ້ນ, ການປະຕິວັດຂອງສອງປະ ເທດ ກໍສາມາດຜ່ານຜ່າອຸປະສັກ, ສິ່ງທ້າທາຍທົດສອບ ແລະ ຍາດເອົາໄຊຊະນະໄດ້ຈາກບັ້ນຮົບນີ້ໄປສູ່ບັ້ນຮົບໃໝ່ຢ່າງເນື່ອງນິດລຽນຕິດຈົນສ້າງວິລະກຳອັນຍິ່ງໃຫຍ່ຂຶ້ນດ້ວຍບັ້ນຮົບ “ໂຮ່ຈິມິນ” ອັນເປັນປະຫວັດການໃນລະດູບານໃໝ່ ສາ ມາດປົດປ່ອຍພາກໃຕ້ຫວຽດນາມ ແລະ ທ້ອນໂຮມປະເທດຫວຽດນາມເປັນອັນໜຶ່ງອັນດຽວກັນ. ພັກ-ລັດ, ກອງທັບ ແລະ ປະຊາຊົນລາວໄດ້ຈົດຈໍາລໍ້າລຶກຢູ່ສະເໝີ ແລະ ຮັບຮູ້ຢ່າງເລິກເຊິ່ງວ່າ: ທຸກໄຊຊະນະໃນພາລະກິດປະຕິວັດເພື່ອປົດປ່ອຍຊາດລາວໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປັດຈຸບັນ ລ້ວນແຕ່ຕິດພັນກັບຄວາມສາມັກຄີ ແລະ ການຊ່ວຍເຫຼືອລໍ້າຄ່າຂອງພັກ-ລັດ, ຂອງກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ. ພວກເຮົາຍິ່ງຈົດຈໍາລໍ້າລຶກ, ຮູ້ບຸນຄຸນຢ່າງເລິກເຊິ່ງປະທານໂຮ່ຈິມິນຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ທີ່ແສນເຄົາລົບຮັກ ເປັນຜູ້ກໍ່ຕັ້ງສ້າງສາຍສໍາພັນຮ່ວມມືແບບພິເສດ, ກໍ່ສ້າງຮາກຖານ ແລະ ເປັນແວ່ນແຍງໃສແຈ້ງ ຊຶ່ງໄດ້ຮັບການເພີ່ມພູນຄູນສ້າງຈາກຮຸ່ນການນໍາປະຕິວັດຂອງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ໄດ້ກາຍເປັນມໍລະດົກອັນລໍ້າຄ່າໃຫ້ແກ່ສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວຕະຫຼອດມາ.

ຂ່າວ-ພາບ: ບຸນອູ້ມ

ຄໍາເຫັນ

ຂ່າວການຮ່ວມມື

ເຈົ້າແຂວງສະຫວັນນະເຂດ ສົນທະນາໃນຫຼາຍບັນຫາສຳຄັນຮ່ວມກັບທ່ານເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ

ເຈົ້າແຂວງສະຫວັນນະເຂດ ສົນທະນາໃນຫຼາຍບັນຫາສຳຄັນຮ່ວມກັບທ່ານເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ

ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ຕ້ອນຮັບທ່ານ ນາງ ເມແກນ ຈອນສ໌(Megan Jones) ເອກອັກຄະລັດຖະທູດແຫ່ງປະເທດອົດສະຕຣາລີປະຈຳ ສປປ ລາວ ພ້ອມຄະນະ ໃນຕອນເຊົ້າວັນທີ 15 ທັນວານີ້ ທີ່ຫ້ອງຮັບແຂກຫ້ອງວ່າການແຂວງ, ໃນໂອກາດທີ່ມາເຄື່ອນໄຫວວຽກງານທີ່ແຂວງສະຫວັນນະເຂດ.
ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ນັກຂ່າວລາວ ໄດ້ພົບປະແລກປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກ ສສ ຫວຽດນາມ ຄື: ສຳນັກຂ່າວສານ, ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ສື່້ໜັງສືພິມອອນລາຍ ຫວຽດນາມ ພຣັດ, ໄດ້ສະໜອງຂໍ້ມູນຂ່າວສານ ຢ່າງມີຄຸນນະພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິພາບ. ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມ ຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖີງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ໃນລະຫວ່າງວັນທີ 10-11 ທັນວານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສື່ມວນຊົນລາວ ຊຶ່ງນຳພາໂດຍທ່ານ ນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການແກມຊິວ ອົງການແຄຣນານາຊາດ ປະຈຳລາວ ພ້ອມດ້ວຍຜູ້ຕາງໜ້າຈາກສະມາຄົມນັກຂ່າວແຫ່ງ ສສ ຫວຽດນາມ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ພົບປະແລກ ປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກຂອງ ສສ ຫວຽດນາມຄື: ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ໜັງສືພິມອອນລາຍຫວຽດນາມ ພຣັດ ທີ່ໄດ້ສະໜອງຂໍ້ມູນຂ່າວສານຢ່າງມີຄຸນນະ ພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິ ພາບ ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖິງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ເນື່ອງໃນໂອກາດຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງສະຫະພັນຣັດເຊຍ (ສ.ຣັດເຊຍ) ນຳໂດຍທ່ານ ພົນເອກ ເຊກເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ໃນລະຫວ່າງວັນທີ 10-12 ທັນວາ 2025 ທີ່ ນະຄອນຫຼວງວຽງຈັນ; ໃນວັນທີ 11 ທັນວານີ້ ທີ່ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ມີພິທີຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ຢ່າງເປັນທາງການ ແລະ ສົມກຽດ, ໃຫ້ກຽດຕ້ອນຮັບໂດຍທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ ແຫ່ງ ສປປລາວ ພ້ອມດ້ວຍຄະນະ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ຕອນແລງ ວັນທີ 11 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ພົນເອກ ເຊີເກ ໂຊຍກູ, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດ​ເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ທັນວາ 2025.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ຕອນແລງ ວັນທີ 11 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ພົນເອກ ເຊີເກ ໂຊຍກູ, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດ​ເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ທັນວາ 2025.
ປະທານ ໄກສອນ ພົມວິຫານ ຜູ້ວາງຮາກຖານສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ  (ເນື່ອງໃນໂອກາດວັນ​ເກີດ​ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ຄົບຮອບ 105 ປີ, 13/12/1920-13/12/2025)

ປະທານ ໄກສອນ ພົມວິຫານ ຜູ້ວາງຮາກຖານສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ (ເນື່ອງໃນໂອກາດວັນ​ເກີດ​ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ຄົບຮອບ 105 ປີ, 13/12/1920-13/12/2025)

ປະທານ ໄກສອນ ພົມວິຫານ ບໍ່ພຽງແຕ່ເປັນຜູ້ນຳຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າເທົ່ານັ້ນທ່ານຍັງເປັນບຸກຄົນຜູ້ໂດດເດັ່ນຂອງຂະບວນການປະຕິວັດອິນດູຈີນ ແລະ ເປັນມິດສະຫາຍຜູ້ຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ. ຊີວິດ ແລະ ພາລະກິດການປະຕິວັດຂອງທ່ານໄດ້ຜູກພັນກັບການຕໍ່ສູ້ເພື່ອປົດປ່ອຍຊາດ, ການສ້າງຕັ້ງພັກປະຊາຊົນປະຕິວັດລາວ, ການສ້າງແນວທາງສາມັກຄີເປັນປຶກແຜ່ນຂອງປວງຊົນທັງຊາດ ແລະ ໂດຍສະເພາະຢ່າງຍິ່ງ ແມ່ນການວາງຮາກຖານ ແລະ ພັດທະນາສາຍພົວພັນພິເສດລະຫວ່າງ ລາວ-ຫວຽດນາມ.
ຊ່ຽວຊານວິທະຍາຄານການເມືອງຫວຽດນາມ ມອບປຶ້ມແບບຮຽນໃຫ້ ວກປສ ລາວ

ຊ່ຽວຊານວິທະຍາຄານການເມືອງຫວຽດນາມ ມອບປຶ້ມແບບຮຽນໃຫ້ ວກປສ ລາວ

ວັນທີ 10 ທັນວາຜ່ານມາ, ທ່ານ ພັທ ຮວາງຮຸຍແທັງ ຫົວໜ້າຄະນະຊ່ຽວຊານວິທະຍາຄານການເມືອງ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມດ້ວຍຄະນະໄດ້ນໍາປຶ້ມແບບຮຽນ ແລະ ເອກະສານເພື່ອຄົ້ນຄວ້າໃນການຮຽນ-ການສອນມາມອບໃຫ້ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ (ວກປສ) ສປປ ລາວ, ກ່າວຮັບໂດຍທ່ານ ພັອ ສີເພົ້າ ບຸນບາລິດ ຮອງຫົວໜ້າອໍານວຍການວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.
ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມແຂວງວຽງຈັນ.

ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມແຂວງວຽງຈັນ.

ໃນວັນທີ 10 ທັນວານີ້, ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຊຶ່ງນຳໂດຍ ສະຫາຍ ອວງ ຈູ ລິວ ອະດີດກຳມະການສູນກາງພັກກອມມູນິດຫວຽດນາມ ອະດີດຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບຫວຽດນາມ, ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຂົ້າພົບປະກັບການນຳແຂວງວຽງຈັນ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ພູວົງ ບຸນຊູ ຮອງເລຂາພັກແຂວງ, ພ້ອມດ້ວຍຄະນະນຳຂອງແຂວງ, ພິທີໄດ້ມີຂຶ້ນຢູ່ທີ່ຫ້ອງຮັບຮອງຂອງແຂວງ.
ສະຖານທູດລາວ  ປະຈຳ ສປ ຈີນ ສະຫຼອງວັນຊາດຄົບຮອບ 50 ປີ

ສະຖານທູດລາວ ປະຈຳ ສປ ຈີນ ສະຫຼອງວັນຊາດຄົບຮອບ 50 ປີ

ສະຖານທູດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ(ສປປ ລາວ) ປະຈຳ ສາທາລະນະລັດປະຊາຊົນຈີນ(ສປ ຈີນ) ໄດ້ຈັດງານພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃນວັນທີ 2 ທັນວາ 2025, ທີ່ໂຮງແຮມ Kerry, ນະຄອນຫຼວງປັກກິ່ງ, ສປ ຈີນ ຊຶ່ງໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມພອນ ສີຈະເລີນ, ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ, ທ່ານ ເພິງ ຊິງຮວາ(Peng Qinghua), ຮອງປະທານສະພາປະຊາຊົນຈີນ, ທ່ານ ນາງ ຊຸນ ຮາຍແຢນ(Sun Haiyan)ຮອງຫົວໜ້າຄະພົວພັນການຕ່າງປະເທດຈີນ, ທ່ານ ສາຍ ເວີຍ (Cai Wei) ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານ ພົນຕີ ຮວາງ ເວິນທາວ(Huang Wentao)ຫົວໜ້າສະຖາບັນການເມືອງ, ກະຊວງປ້ອງກັນປະເທດຈີນ, ຮອງເລຂາທິການໃຫຍ່ອົງການຮ່ວມມືຊຽງໄຮ້ (SCO), ເລຂາທິການໃຫຍ່ ສູນອາຊຽນ-ຈີນ, ບັນດາທູຕານຸທູດອາຊຽນ ແລະ ອົງການຮ່ວມມືຊຽງໄຮ້, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ເຈົ້າໜ້າທີ່ອາວຸໂສຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນຂອງຈີນ, ອະດີິດທູດຈີນປະຈໍາລາວ, ອະດີດທະຫານອາສາສະໝັກທີ່ເຄີຍໄປຊ່ວຍລາວ, ນັກທຸລະກິດ, ນັກສຶກສາລາວ ແລະ ພາກສວນອື່ນໆເຂົ້າຮ່ວມລວມທັງໝົດ 400 ກວ່າທ່ານ.
ເພີ່ມເຕີມ