ເປີດນຳໃຊ້ຄິວລົດທ່ອງທ່ຽວເມືອງຈຳປາສັກ

ເປີດນຳໃຊ້ຄິວລົດທ່ອງທ່ຽວເມືອງຈຳປາສັກ

ເປີດນຳໃຊ້ຄິວລົດທ່ອງທ່ຽວເມືອງຈຳປາສັກ
ໃນວັນທີ 8 ພຶດສະພາຜ່ານມາ, ເມືອງຈໍາປາສັກ ແຂວງຈໍາປາສັກ ຈັດພິທີເປີດນໍາໃຊ້ຄິວລົດທ່ອງທ່ຽວເມືອງຈຳປາສັກຂຶ້ນ ເພື່ອຮອງຮັບນັກທ້ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາທ່ອງທ່ຽວເມືອງຈຳປາສັກ ເມືອງມໍລະດົກໂລກແຫ່ງທີ 2 ຂອງ ສປປ ລາວ ໂດຍການເຂົ້າຮ່ວມຂອງທ່ານ ຄໍາພູ ສີພົມມາ ຮອງເລຂາພັກເມືອງຈຳປາສັກ.

ໂຄງການຄິວລົດທ່ອງທ່ຽວດັ່ງກ່າວ, ແມ່ນໄດ້ຮັບການກໍ່ສ້າງດ້ວຍງົບປະມານທັງໝົດ 125 ລ້ານກີບ, ຊຶ່ງເປັນການຊ່ວຍເຫຼືອຈາກໂຄງການຈຳປາ (AFD) ຈາກປະເທດຝະລັ່ງ. ທ່ານ ຄຳບອນ ແກ້ວອິນຕາ ຜູ້ປະກອບການທຸລະກິດຄິວລົດທ່ອງທ່ຽວ ກ່າວວ່າ: ໂຄງການນີ້, ເປັນສ່ວນໜຶ່ງຂອງແຜນພັດທະນາການທ່ອງທ່ຽວແບບຍືນຍົງຂອງເມືອງຈຳປາສັກ, ພວກເຮົາຫວັງວ່າຄິວລົດທ່ອງທ່ຽວນີ້ ຈະຊ່ວຍດຶງດູດນັກທ່ອງທ່ຽວເພີ່ມຂຶ້ນ ແລະ ສ້າງລາຍຮັບໃຫ້ແກ່ຊຸມຊົນທ້ອງຖິ່ນ. ເມືອງຈຳປາສັກ ມີແຫຼ່ງທ່ອງທ່ຽວທີ່ສຳຄັນຫຼາຍແຫ່ງ ບໍ່ວ່າຈະເປັນແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳ, ປະຫວັດສາດ (ເຂດບູຮານ ມໍລະດົກໂລກວັດພູ) ແລະ ທ່ອງທ່ຽວທໍາມະຊາດອື່ນໆ.

ທ່ານ ຮອງເລຂາພັກເມືອງ ໄດ້ກ່າວວ່າ: ການເປີດຄິວລົດທ່ອງທ່ຽວຄັ້ງນີ້ ບໍ່ພຽງແຕ່ເປັນການພັດທະນາພື້ນຖານໂຄງລ່າງດ້ານການທ່ອງທ່ຽວເທົ່ານັ້ນ, ແຕ່ຍັງເປັນການສົ່ງເສີມການພັດທະນາເສດຖະກິດ-ສັງຄົມຂອງເມືອງຈຳປາສັກ. ທັງເປັນບ່ອນດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດມາທ່ຽວເມືອງຈຳປາສັກ ນັບມື້ນັບຫຼາຍຂຶ້ນ ພ້ອມທັງເປີດຄິວລົດທ່ອງທ່ຽວຢ່າງເປັນທາງການ.

(ຂ່າວ-ພາບ ໄຊຍະສິດ ສີຫາວົງ)

ຄໍາເຫັນ

ຂ່າວທ່ອງທ່ຽວ

ເຜີຍແຜ່ກົດໝາຍວ່າດ້ວຍການທ່ອງທ່ຽວສະບັບປັບປຸງ 2024

ເຜີຍແຜ່ກົດໝາຍວ່າດ້ວຍການທ່ອງທ່ຽວສະບັບປັບປຸງ 2024

ກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການທ່ອງທ່ຽວສະບັບປັບປຸງປີ 2024 ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ), ມີຫົວໜ້າ-ຮອງຫົວໜ້າ ແລະ ວິຊາການຈາກພະແນກ ວທ ແຂວງວຽງ ຈັນ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ ແລະ ແຂວງສະຫວັນນະເຂດ ເຂົ້າຮ່ວມ.
ກຳລັງແຮງແຫ່ງການແລກປ່ຽນເຊື່ອມໂຍງທາງອະລິຍະທຳຈາກຄວາມນິຍົມການທ່ອງທ່ຽວຢູ່ຫຼວງພະບາງ

ກຳລັງແຮງແຫ່ງການແລກປ່ຽນເຊື່ອມໂຍງທາງອະລິຍະທຳຈາກຄວາມນິຍົມການທ່ອງທ່ຽວຢູ່ຫຼວງພະບາງ

ກອງປະຊຸມລະດັບລັດຖະມົນຕີຂອງການສົນທະນາລະຫວ່າງອະລິຍະທຳທົ່ວໂລກລົງເລິກຄົ້ນຄວ້າປຶກສາຫາລືໂດຍປິ່ນອ້ອມຫົວຂໍ້ “ຮັກສາຄວາມຫຼາກຫຼາຍຂອງອະລິຍະທຳມະນຸດຮ່ວມກັນຊຸກຍູ້ສັນຕິພາບ ແລະ ການພັດທະນາຂອງໂລກ”, ຂ່າວດີຈາກຫຼວງພະບາງທີ່ເປັນເມືອງມໍລະດົກໂລກຂອງປະເທດລາວ ໄດ້ສ່ອງແສງໃຫ້ເຫັນຫົວຂໍ້ດັ່ງກ່າວຄື: ໃນຫົກເດືອນຕົ້ນປີນີ້, ນະຄອນ-ຫຼວງພະບາງ ໄດ້ຕ້ອນຮັບນັກທ່ອງທ່ຽວຫຼາຍກວ່າ 1.9 ລ້ານເທື່ອຄົນ, ເພີ່ມຂຶ້ນ 109.75% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ຈີນ, ໄທ, ຝຣັ່ງ, ສເກົາຫຼີ ແລະ ຍີ່ປຸ່ນ ກາຍເປັນແຫຼ່ງນັກທ່ອງທ່ຽວສາກົນທີ່ສຳຄັນ. ກະແສຄວາມນິຍົມດ້ານການທ່ອງທ່ຽວດັ່ງກ່າວບໍ່ແມ່ນການເຕີບໂຕພຽງໂຕເລກເທົ່ານັ້ນ, ຍິ່ງໄດ້ສ່ອງແສງໃຫ້ເຫັນເຖິງກຳລັງແຮງພິເສດຂອງການທ່ອງທ່ຽວໃນການຊຸກຍູ້ການແລກປ່ຽນ ແລະ ການເຊື່ອມໂຍງທາງອະລິຍະທຳ.
ເມືອງໂຂງ 6 ເດືອນຕົ້ນປີ 2025 ມີນັກທ່ອງທ່ຽວເພີ່ມຂຶ້ນ 77,783 ຄົນ

ເມືອງໂຂງ 6 ເດືອນຕົ້ນປີ 2025 ມີນັກທ່ອງທ່ຽວເພີ່ມຂຶ້ນ 77,783 ຄົນ

ເມືອງໂຂງ ແຂວງຈຳປາສັກ ໄດ້ກາຍເປັນໜຶ່ງໃນຈຸດໝາຍປາຍທາງການທ່ອງທ່ຽວທີ່ໂດດເດັ່ນໃນພາກໃຕ້ຂອງ ສປປ ລາວ, ທ່ານ ໄພວັນ ສໍຄົງສິນ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ ວັນທີ 14 ກໍລະກົດນີ້, ໄດ້ລາຍງານໃຫ້ຮູ້ວ່າ: ມາຮອດປັດຈຸບັນມີນັກທ່ອງທ່ຽວເຂົ້າມາທ້ອງທ່ຽວທັງໝົດ 77,783 ຄົນ, ນີ້ແມ່ນສະແດງໃຫ້ເຫັນເຖິງການເຕີບໂຕຢ່າງໜ້າປະທັບໃຈໃນ 6 ເດືອນຕົ້ນປີ 2025 ນີ້.
ອ່າງຫຼວງ​ ສະ​ຖານ​ທີ່ທ່ອງທ່ຽວ​ທຳ​ມະ​ຊາດ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ

ອ່າງຫຼວງ​ ສະ​ຖານ​ທີ່ທ່ອງທ່ຽວ​ທຳ​ມະ​ຊາດ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ

ສະຖານ​ທີ່ທ່ອງທ່ຽວອ່າງຫຼວງ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽງຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຮອດຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວ, ຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.
ການພັດທະນາວຽກງານທ່ອງທ່ຽວ ຂອງແຂວງຄໍາມ່ວນ ໃນປີ 2025

ການພັດທະນາວຽກງານທ່ອງທ່ຽວ ຂອງແຂວງຄໍາມ່ວນ ໃນປີ 2025

ໂດຍ: ວັນໄຊ ຕະວິນຍານ ເພື່ອຈັດຕັ້ງຜັນຂະຫຍາຍແຜນການພັດທະນາ ແລະ ສົ່ງເສີມວຽກງານທ່ອງທ່ຽວຂອງແຂວງຄໍາມ່ວນ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວແຂວງນັບມື້ນັບຫຼາຍຂຶ້ນ. ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງ ຈຶ່ງໄດ້ເອົາໃຈໃສ່ຊຸກຍູ້ຜູ້ປະກອບການທັງພາກລັດ ແລະ ພາກເອກະຊົນ ລົງທຶນພັດທະນາແຫຼ່ງທ່ອງທ່ຽວ, ພ້ອມທັງຈັດກິດຈະກໍາວົງຈອນການທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍ.
ຄຳມ່ວນ ຍົກລະດັບຄວາມຮູ້ດ້ານການບໍລິການ ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ

ຄຳມ່ວນ ຍົກລະດັບຄວາມຮູ້ດ້ານການບໍລິການ ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ

ຊຸດຝຶກອົບຮົມຄວາມຮູ້ດ້ານການບໍລິການໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານໃຫ້ແກ່ຜູ້ປະກອບການທຸລະກິດຂະໜາດນ້ອຍ-ຂະໜາດກາງພາຍໃນແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 30 ມີຖຸນາຜ່ານມາ ທີ່ໂຮງແຮມພອນປະດິດ, ໂດຍການເປັນປະທານຮ່ວມຂອງທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ທ່ານ ນາງ ຈຸນລະຈັນ ແພງດີ ຜູ້ອຳນວຍການສູນພັດທະນາທັກສະການທ່ອງທ່ຽວ ແລະ ການໂຮງແຮມ ດີມິດທ໌ບາຍ ປະທານບໍລິສັດ ດີຟິກທ໌ ທັງເປັນຜູ້ຕາງໜ້າໂຄງການລາວ/336.
ອຸດົມໄຊ ຍົກລະດັບຄວາມຮູ້ດ້ານການບໍລິການ ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ

ອຸດົມໄຊ ຍົກລະດັບຄວາມຮູ້ດ້ານການບໍລິການ ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ

ຊຸດຝຶກອົບຮົມຄວາມຮູ້ດ້ານການບໍລິການໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານໃຫ້ແກ່ຜູ້ປະການທຸລະກິດການທ່ອງທ່ຽວ ພາຍໃນແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 23 ມີຖຸນາຜ່ານມາ ທີ່ຫ້ອງປະຊຸມ ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.
ເຜີຍແຜ່ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດ

ເຜີຍແຜ່ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດ

ກອງປະຊຸມເຜີຍແຜ່ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດເມືອງວັງວຽງ ແລະ ບໍລິເວນອ້ອມຮອບສຳລັບປີ 2025-2035 ຂຶ້ນໃນວັນທີ 7 ພຶດສະພານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ ສວນສະຫວັນ ວິຍະເກດລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເປີດຊຸດອົບຮົມພະນັກງານນຳທ່ຽວລະດັບຊາດ ຊຸດທີ 32

ເປີດຊຸດອົບຮົມພະນັກງານນຳທ່ຽວລະດັບຊາດ ຊຸດທີ 32

ສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດຊຸດຝຶກອົບຮົມພະນັກງານນໍາທ່ຽວລະດັບຊາດ ຊຸດທີ 32 ຂຶ້ນໃນລະຫວ່າງວັນທີ 5 ພຶດສະພາ ຫາ ວັນທີ 22 ກໍລະກົດ 2025 ໂດຍມີທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖວທ,
ອັດຕະປືມີແຜນຈະພັດທະນາຖ້ຳອະນຸລັກໃຫ້ເປັນແຫຼ່ງທ່ອງທ່ຽວ ຢູ່ເມືອງຊານໄຊ

ອັດຕະປືມີແຜນຈະພັດທະນາຖ້ຳອະນຸລັກໃຫ້ເປັນແຫຼ່ງທ່ອງທ່ຽວ ຢູ່ເມືອງຊານໄຊ

ແຫຼ່ງທ່ອງທ່ຽວ ຖ້ຳອະນຸລັກທີ່ລີ້ຊ້ອນໄວ້ໃນດົງ​ສະຫງວນ ຢູ່ເມືອງຊານໄຊ ແຂວງອັດຕະປື ຖືເປັນເຂດທຳມະຊາດທີ່ມີຄວາມສວຍງາມ ແລະ ມີຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ຊຶ່ງ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ໜ້າ​ສົນ​ໃຈ​ຂອງ​ນັກ​ທ່ອງ​ທ່ຽວ​ຢູ່​ທີ່​ນີ້, ມີ​ປ່າ, ໝາກ​ໄມ້, ​ສັດປ່າ​ນາໆ​ຊະນິດ​ທີ່​ຄວນ​ຮຽນ​ຮູ້.
ເພີ່ມເຕີມ