ຄວາມເປັນມາຂອງບຸນປີໃໝ່ລາວ

ຄວາມເປັນມາຂອງບຸນປີໃໝ່ລາວ

ຄວາມເປັນມາຂອງບຸນປີໃໝ່ລາວ
ເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2569 ທີ່ຈະມາເຖິງນີ້, ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ (ອພສ) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 5 ເມສາຜ່ານມາ ທີ່ວັດສີສະເກດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ກ່ຽວກັບປະຫວັດຄວາມເປັນມາຂອງບຸນປີໃໝ່ລາວໂດຍສັງເຂບ.
ຄວາມເປນມາຂອງບນປໃໝລາວ - image 1
 

 

 

ພະອາຈານໃຫຍ່ ມະຫາເວດ ມະເສໄນ ໄດ້ເລົ່າວ່າ: ຕາມທີ່ເລົ່າຂານກັນຕໍ່ໆມາວ່າມີມະຫາເສດຖີຄົນໜຶ່ງຕັ້ງເຮືອນຢູ່ໃກ້ກັບເຮືອນຂອງຄົນຂີ້ເຫຼົ້າ ແຕ່ມີມື້ໜຶ່ງຄົນຂີ້ເຫຼົ້າໄດ້ເວົ້າວ່າເຈົ້າມີເງິນເປັນເສດຖີແຕ່ບໍ່ດີທໍ່ຂ້ອຍດອກຍ້ອນເຈົ້າບໍ່ມີລູກ ເມື່ອເຈົ້າຕາຍໄປແລ້ວຊັບສິນກໍບໍ່ມີຜູ້ສືບທອດ, ເບື້ອງຕົ້ນເສດຖີໄດ້ຄຽດໃຫ້ຄົນຂີ້ເຫຼົ້າ ແຕ່ເມື່ອຄິດໄປແລ້ວເຫັນວ່າລາວເວົ້າຖືກ ຈຶ່ງໄດ້ເອົາທູບທຽນໄປບູຊາຢູ່ຕົ້ນໂພຕົ້ນໄຮແຄມນໍ້າ ແລະ ຢູ່ຕົ້ນໂພຕົ້ນໄຮມີນົກອ້ຽງຫຼາຍໂຕ ເວລາຍາມເຊົ້າຈະບິນໄປຫາກິນ ເວລາຍາມແລງຈະບິນມານອນ ໂດຍເສດຖີໄດ້ຂໍນໍາສິ່ງສັກ ສິດຢູ່ຕົ້ນໄມ້ນີ້ໃຫ້ມາໂຜດມາທານໃຫ້ຂະນ້ອຍມີລູກມີເຕົ້າ, ເມື່ອຂໍແລ້ວກໍໄດ້ລູກຊາຍຊື່ທ້າວທຳມະບານກຸມມານ ຈາກນັ້ນ, ກໍໄດ້ສົ່ງໄປຮໍ່າຮຽນຈົນຈົບວິຊາສາມາດຮູ້ພາສາສັດເວົ້າກັນ, ຈາກນັ້ນໄດ້ຕັ້ງຕົນເປັນຜູ້ສະແຫວງທຳເປັນອາຈານຈົນຮ້ອນໄປເຖິງຫູຂອງພະອິນພະພົມຢູ່ເທິງຟ້າ, ຈົນພະອິນພະພົມເວົ້າວ່າ ແຕ່ກ່ອນມີແຕ່ເຮົາເປັນໃຫຍ່ຈະບໍ່ມີໃຜມາເປັນໃຫຍ່ກວ່າເຮົາ, ເມື່ອໄດ້ຂ່າວວ່າທຳມະບານກຸມມານເປັນຄູ-ອາຈານໃຫຍ່ ພະອິນພະພົມຈຶ່ງໄດ້ເຫາະລົງມາສົນທະນາຖາມບັນຫາວ່າ ລາສີຂອງຄົນເຮົາໃນສາມຍາມຢູ່ໃສ ໂດຍຕັ້ງສັນຍາກັນວ່າຖ້າທຳມະບານກຸມມານຕອບໄດ້ຈະໃຫ້ຕັດຄໍຂ້າຂ້ອຍໄປບູຊາ, ແຕ່ຖ້າຕອບບໍ່ໄດ້ກໍຈະຕັດຄໍເຈົ້າແທນ ໂດຍນັດກັນພາຍໃນ 7 ວັນຫຼັງຈາກນີ້ໄປຮອດມື້ທີ 7 ຂ້ອຍຈະລົງມາ.

ຄວາມເປນມາຂອງບນປໃໝລາວ - image 2
 

ຫຼັງຈາກຖາມແລ້ວພະອິນພະພົມກໍເຫາະຂຶ້ນໄປເທິງສະ ຫວັນຊັ້ນຟ້າ, ທຳມະບານກຸມມານຄິດບໍ່ອອກຊອກບໍ່ເຂົ້າ ຜູ້ຂ້າຮຽນຈົບມາບໍ່ເຄີຍມີບັນຫາໃດຕອບບໍ່ໄດ້ ແຕ່ບັນນີ້ຄືຊອກຄຳຕອບບໍ່ໄດ້ ຄິດມາໄດ້ 6 ວັນກໍຍັງແກ້ບັນຫານີ້ບໍ່ໄດ້, ຜ່ານມາຫຼາຍຄົນກໍຍົກຍ້ອງວ່າເຮົາເປັນນັກປາດອາຈານເປັນຜູ້ເກັ່ງກ້າສາມາດ ແຕ່ຈະມາຕາຍໃຫ້ພະອິນພະພົມມາຕັດຄໍ ຊຶ່ງຮັບບໍ່ໄດ້ຈະເຮັດໃຫ້ຂາຍໜ້າຂາຍຕາຈຶ່ງໄດ້ໜີໄປຕາຍທາງໜ້າດີກວ່າ ຈຶ່ງໄດ້ອອກຈາກເຮືອນຊັດເຊພະເນຈອນໄປຮອດປ່າ ເມື່ອໃກ້ຊິມືດແລ້ວກໍໄດ້ນອນພັກຜ່ອນຢູ່ໃກ້ຮົ່ມໄມ້ລໍຖ້າແຕ່ຄວາມຕາຍ ທັງເມື່ອຍທັງຫິວ ເມື່ອຄໍ່າມາໄດ້ມີນົກອິນຊີສອງຜົວເມຍພາກັນມາພັກຢູ່ເທິງຕົ້ນໄມ້ ຜູ້ເປັນເມຍໄດ້ຖາມຜົວວ່າ ມື້ອື່ນເຮົາຈະໄປກິນອາຫານຢູ່ໃສ ຜົວຕອບວ່າບໍ່ຍາກເຮົາຈະໄດ້ກິນຊີ້ນທຳມະບານກຸມມານ ເຫດໃດຈຶ່ງໄດ້ກິນຊີ້ນລາວ ຍ້ອນວ່າຖ້າລາວຕອບບໍ່ໄດ້ບັນຫາທີ່ພະອິນພະພົມຖາມ ຈະຖືກຕັດຄໍ, ພວກເຮົາໂຊກດີຈະໄດ້ກິນຊີ້ນໄດ້ກິນລາບ, ເມື່ອທຳມະບານກຸມມານໄດ້ຍິນສຽງນົກອິນຊີສອງຜົວເມຍລົມກັນລາວກໍຟ້າວລຸກຂຶ້ນ, ນົກຜູ້ເປັນເມຍຖາມຜົວຕື່ມວ່າເປັນຫຍັງຈຶ່ງຕັດຄໍລາວ ເບື້ອງຕົ້ນຜົວບໍ່ຢາກບອກ ແຕ່ເມຍເວົ້າວ່າຕ້ອງບອກ.

ຄວາມເປນມາຂອງບນປໃໝລາວ - image 3
 

ດັ່ງນັ້ນ, ຜົວຈຶ່ງບອກວ່າ ພະອິນພະພົມຖາມວ່າລາສີຂອງຄົນຍາມເຊົ້າ ຍາມສວາຍ ແລະ ຍາມຄໍ່າຢູ່ໃສ, ເມຍຖາມອີກວ່າ ຕອບວ່າແນວໃດ ຜົວຈຶ່ງຕອບວ່າລາສີຂອງຄົນຍາມເຊົ້າຢູ່ໜ້າ ຕື່ນເຊົ້າມາຈະມີສີໜ້າຍິ້ມແຍ້ມແຈ່ມໃສຕ້ອງລ້າງໜ້າ, ຍາມສວາຍຢູ່ຕົນຕົວ ຕ້ອງໄດ້ອາບນໍ້າໃຫ້ສະອາດ ແລະ ຍາມຄໍ່າຢູ່ຕີນ ເພາະວ່າຕີນຈະຍ່າງໄປຍ່າງມາເຮັດໃຫ້ຕີນເປື້ອນເປີະ ກ່ອນຈະນອນຕ້ອງລ້າງຕີນໃຫ້ສະອາດ ເມື່ອທຳມະບານກຸມມານໄດ້ຍິນຄຳຕອບແນວນັ້ນແລ້ວ ຈຶ່ງເວົ້າວ່າກູບໍ່ຕາຍແລ້ວບາດນີ້ ເມື່ອໄດ້ຄຳຕອບບັນຫາແລ້ວກໍຟ້າວກັບມານອນຢູ່ກ້ອງຮົ່ມໄມ້ ມື້ທີ 7 ມາຮອດພະອິນພະພົມກໍລົງມາຖາມບັນຫາດັ່ງກ່າວນັ້ນ, ທຳມະບານກຸມມານ ກໍຕອບຖືກຕ້ອງ ແລະ ທຳມະບານກຸມມານ ກໍມີຄວາມສັນລະເສີນວ່າ ພະອິນພະພົມມີຄວາມຊື່ສັດ ຮູ້ວ່າຄຳຕອບຖືກຕ້ອງແລ້ວ ພະອິນພະພົມກໍຕັດຄໍຕົນເອງເພື່ອບູຊາ ຊຶ່ງຫົວພະອິນພະພົມເປັນພິດເປັນໄພ ຖ້າຖິ້ມໃສ່ດິນໃສ່ປ່າໄຟຈະໄໝ້ປ່າ, ຖິ້ມລົງນໍ້າ ນໍ້າຈະແຫ້ງສັດນໍ້າຈະຕາຍ ແລະ ຖ້າໂຍນຂຶ້ນເທິງຟ້າກໍຈະໄໝ້ອາກາດ ແຕ່ພະອິນພະພົມມີລູກສາວ 7 ຄົນ ເນື່ອງຈາກຫົວຂອງເພິ່ນເປັນພິດເປັນໄພດັ່ງນັ້ນລູກສາວ 7 ຄົນຈຶ່ງເອົາພາພານ ມາຮັບຫົວຂອງພໍ່ໄວ້ ແຕ່ລະປີເມື່ອຮອດບຸນກຸດສົງການຈຶ່ງເອົາຫົວຂອງຜູ້ເປັນພໍ່ລົງມາຫົດສົງເປັນເວລາ 3 ວັນຄື: ວັນທີ 14-16 ເມສາຂອງທຸກປີ. ຈາກນັ້ນ, ກໍເອົາກັບຄືນໄປເກັບມ້ຽນໄວ້ບ່ອນເກົ່າ ຊຶ່ງໄດ້ປະຕິບັດກັນມາຈົນຮອດທຸກວັນນີ້.

ຄວາມເປນມາຂອງບນປໃໝລາວ - image 4
 

ພະອາຈານໃຫຍ່ ມະຫາເວດ ມະເສໄນ ກ່າວຕື່ມວ່າ: ບຸນປີໃໝ່ລາວ ເປັນຮີດຄອງປະເພນີວັດທະນະທຳອັນດີງາມຂອງຊາດລາວເຮົາ ຊຶ່ງບຸນປີໃໝ່ລາວຈະຈັດຂຶ້ນທຸກປີໃນ 3 ວັນຄື: ວັນທີ 14 ເມສາ ເປັນມີສັງຂານລ່ວງ, ວັນທີ 15 ເມສາ ເປັນມື້ເນົາ ເປັນມື້ຕໍ່ລະຫວ່າງປີເກົ່າ ແລະ ປີໃໝ່ ແລະ ວັນທີ 16 ເມສາ ເປັນມື້ສັງຂານຂຶ້ນ ຖືວ່າເປັນມື້ປີໃໝ່ລາວ ພສ 2569 ຊຶ່ງຕະຫຼອດໄລຍະ 3 ວັນຂອງການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ພສ 2568 ແລະ ຕ້ອນຮັບປີໃໝ່ລາວ ພສ 2569 ປະຊາຊົນລາວບັນດາເຜົ່າໄດ້ພ້ອມກັນເບີກບານມ່ວນ ຊື່ນຫຼິ້ນບຸນປີໃໝ່ລາວຕາມຮີດຄອງປະເພນີອັນດີງາມ ທີ່ເຄີຍປະຕິບັດກັນມາ ນັ້ນກໍຄື: ມີການບາສີສູ່ຂວັນມັດຂໍ້ຕໍ່ແຂນ, ຫົດນໍ້າອົບນໍ້າຫອມ, ນໍ້າສະອາດ ອວຍພອນຊຶ່ງກັນ ແລະ ກັນ ເປັນຕົ້ນ ອວຍພອນພໍ່ແມ່ ຜູ້ມີພະຄຸນ ຄູບາອາຈານ, ຍາດຕິພີ່ນ້ອງ, ອ້າຍເອື້ອຍນ້ອງໝູ່ເພື່ອນລູກຫຼານ ເພື່ອໃຫ້ມີສຸຂະພາບແຂງແຮງ ຫາຍຈາກພະ ຍາດໂລຄາ ປະສົບຜົນສຳເລັດໃນໜ້າທີ່ວຽກງານ ແລະ ຢູ່ຕາມວັດວາອາຮາມຕ່າງໆ ກໍມີການຫົດສົງພະພຸດ ທະເຈົ້າເພື່ອໃຫ້ຢູ່ຊຸ່ມກິນເຢັນຕະຫຼອດປີ ແລະ ຕະຫຼອດໄປ. ນອກນີ້, ກໍມີກິດຈະກຳອື່ນໆບໍ່ວ່າຈະເປັນຕົບພະ ທາດຊາຍ, ແຫ່ນາງສັງຂານ, ຢອດຫຼຽນຂໍໂຊກ ຂໍໄຊ ແລະ ອື່ນໆ.

ຄວາມເປນມາຂອງບນປໃໝລາວ - image 5
 

ພ້ອມນີ້, ພະອາຈານໃຫຍ່ ມະຫາເວດ ມະເນໄນ ຍັງຖືໂອກາດນີ້ອວຍພອນໄຊອັນປະເສີດມາຍັງການນໍາພັກ-ລັດ, ອອກຕົນຍາດໂຍມ ແລະ ປະຊາຊົນລາວບັນດາເຜົ່າທັງຢູ່ພາຍໃນ ແລະ ຕ່າງປະເທດ ຈົ່ງມີສຸຂະ ພາບແຂງແຮງ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານທຸກປະການ ຈົ່ງພ້ອມກັນຫຼິ້ນບຸນປີໃໝ່ລາວ ພສ 2569 ດ້ວຍຄວາມເບີກບານມ່ວນຊື່ນ ແລະ ຮັກສາໄດ້ວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດລາວພ້ອມກັນສະຫຼອງບຸນປີໃໝ່ລາວແບບລຽບງ່າຍ ສົ່ງເສີມການທ່ອງທ່ຽວພາຍໃນ ຊ່ວຍເສດຖະກິດຊາດໃຫ້ເຂັ້ມແຂງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ໂຄງການສ້າງຄວາມເຂັ້ມແຂງໃນການເສີມຂະຫຍາຍການປັບຕົວຕໍ່ໄຟປ່າການປັບປຸງຊິວິດການເປັນຢູ່ຂອງຊຸມຊົນທ້ອງຖີ່ນແລະການເຊື່ອມໂຍງຕະຫຼາດ(AFOCO) ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າໃຫ້​ບ້ານ​ເປົ້າ​ໝາຍຢູ່​ເມືອງ​ບາ​ຈຽງ​ຈະ​ເລີນ​ສຸກແຂວງ​ຈຳ​ປາ​ສັກ, ໃນ​ວັນ​ທີ 5 ພະ​ຈິກ​ຜ່ານ​ມາທີ່ ບ້ານ​ຫົວ​ແຊຕາ​ແສງ​ຫົວ​ແຊ, ໂດຍການເປັນປະທານຂອງທ່ານ ສຸກສະຫວັນ ສີພັນວົງ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງຫົວແຊ, ມີທ່ານ ບຸນທະວີ ອິນທິລາດ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ,ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ໄດ້ເປີດກອງປະຊຸມປະຈໍາເດືອນຕຸລາ 2026, ໃນ​ວັນ​ທີ 4 ພະ​ຈິກຜ່ານ​ມາທີ່ ສະພາປະຊາຊົນແຂວງຈໍາປາສັກ, ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງຈໍາປາສັກ, ມີບັນດາຮອງປະທານສະພາປະຊາຊົນແຂວງຈໍາປາສັກ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານນາງ ຈັນທະສອນ ພູນສຸກ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງຊຽວ​ຂວາງ ພ້ອມດ້ວຍຄະນະໄດ້ລົງມອບເຄື່ອງ​ຊ່ວຍ​ເຫຼືອຈຳນວນໜຶ່ງໃຫ້ຜູ້ທີ່ໄດ້ຮັບເຄາະຮ້າຍຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງມາແຕ່ປາງສົງຄາມຢູ່ແຂວງ​ຊຽງ​ຂວາງເຊິ່ງ​ການມອບ​ເຄື່ອງ​ຊ່ວຍ​ເຫຼືອ​ຄັ້ງ​ນີ້​ມີ4ເມືອງ.
ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຄະນະພັກຕາແສງກະດັນ ເມືອງມຸນລະປາໂມກ ແຂວງ​ຈຳ​ປາ​ສັກໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກຕາແສງ ເພື່ອສະຫຼຸບຕີລາຄາຜົນການນຳພາ-ຊີ້ນຳໃນໄລຍະ 9 ເດືອນຜ່ານມາ ແລະ ກຳນົດທິດທາງແຜນການເຄື່ອນໄຫວໃນ 3 ເດືອນທ້າຍປີ 2026, ໃນ​ວັນ​ທີ 4 ພະ​ຈິກ​ຜ່ານ​ມາທີ່ຕາແສງກະດັນ, ໂດຍການ​ເປັນ​ປະ​ທານ​ຂອງ ສະຫາຍ ຈັນສະຫວ່າງ ບຸດຕະວົງ ຄະນະປະຈຳພັກເມືອງ ຜູ້ຊີ້ນຳວຽກຮອບດ້ານຕາແສງກະດັນ, ມີສະຫາຍ ສຸລິສັກ ພະສະຫວັດ ກຳມະການພັກເມືອງ ເລຂາຄະນະພັກຮາກຖານຕາແສງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສູນພັດທະນາສີມືແຮງງານແຂວງອັດຕະປື ໄດ້ຈັດພິທີປິດຊຸດຝຶກອົບຮົມ ຍົກລະດັບສີມືແຮງງານສາຂາປຸງແຕ່ງອາຫານ ໃນຫົວຂໍ້ການເຮັດເຂົ້າໜົມຊັ້ນ ແລະ ເຂົ້າໜົມເຄັກກ້ວຍ ໃຫ້ແຮງງານເມືອງສະໜາມໄຊ ຈຳນວນ 30 ຄົນ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເມືອງ ໂດຍມີທ່ານ ສຸກສະເໝີ ແສນກັນຍາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີທ່ານ ນາງ ສຸກອຳພອນ ໂພສະລາດ ຫົວໜ້າສູນພັດທະນາສີມືແຮງງານແຂວງ, ມີຄູຝຶກ, ວິຊາການ ແລະ ນັກສຳມະນາກອນ ເຂົ້າຮ່ວມ.
ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ພິທີປະກາດພະນັກງານພັກການ-ຮັບອຸດໜູນບຳນານ ແລະ ປະກາດແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ ຂັ້ນຂະແໜງ ທີ່ຂຶ້ນກັບພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ພະແນກດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມ ແລະ ມອບຂໍ້ຕົກລົງຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາຄະນະບໍລິ ຫານງານພັກແຂວງບໍລິຄຳໄຊ, ມີຄະນະພັກ, ຄະນະພະແນກ, ຫົວໜ້າຫ້ອງການ ຍທຂ 7 ເມືອງ ເຂົ້າຮ່ວມ.
ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ, ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວຊຸດເກົ່າ ແລະ ຊຸດໃໝ່ຈັດ​ຂຶ້ນ​ໃນ​ວັນ​ທີ 6 ພະ​ຈິກ​ນີ້ ທີ່ ຫ້ອງວ່າ​ການ​ສູນ​ກາງ​ພັກ, ໂດຍການເປັນປະທານຂອງ ສະ​ຫາຍພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ.
ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບການ ຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈຳປີ 2026 ແລະ ວາງທິດທາງແຜນການປີ 2027 ໃນວັນທີ 5 ພະຈິກຜ່ານມາ, ທີ່ ປກສ ດັ່ງກ່າວ ໂດຍການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳເມືອງ, ນະຄອນ-ຫຼວງພະບາງ, ແຂກຮັບເຊີນກ່ຽວຂ້ອງ ເຂົ້າຮ່ວມ.
ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ບໍລິສັດໄຟຟ້າຫົງສາ ຈຳກັດ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກອງກະຖິນສາມັກຄີ ປະຈໍາປີ 2026 ທີ່ ວັດສະຫຼີດອນໄຊ ບ້ານຫຼວງມີໄຊ ເມືອງເງິນ ແຂວງໄຊຍະບູລີ ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ຄົບຮອບ 10 ປີ ໃນວັນທີ 4 ພະຈິກ ຜ່ານມາ, ເປັນກຽດເຂົ້າຮ່ວມຂອງ ທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ, ເລຂາພັກເມືອງ ເມືອງເງິນ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງເງິນ ແລະ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ, ມີກຳມະການປົກຄອງເມືອງ, ຄະນະຜູ້ບໍລິຫານ ແລະ ພະນັກງານບໍລິສັດ ພ້ອມດ້ວຍປະຊາຊົນພາຍໃນເມືອງ ເຂົ້າຮ່ວມ.
ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ພິທີປະກາດການແຕ່ງຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ລະ ຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ໂດຍການເປັນປະທານຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຄະນະພະແນກສາທາ ລະນະສຸກແຂວງ, ຕາງໜ້າກົມຈັດຕັ້ງກະຊວງສາທາລະນະສຸກ, ແຂກຖືກເຊີນ, ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ