ຄວາມສໍາຄັນ ແລະ ຈຳເປັນ 4 ປະການ ຕໍ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ຄວາມສໍາຄັນ ແລະ ຈຳເປັນ 4 ປະການ ຕໍ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ຄວາມສໍາຄັນ ແລະ ຈຳເປັນ 4 ປະການ ຕໍ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V
ການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ແຕ່ລະຄັ້ງ ລ້ວນເປັນເຫດການທາງປະຫວັດສາດທີ່ສໍາຄັນຂອງຊາດ, ມີຄວາມໝາຍສໍາຄັນ ແລະ ຈຳເປັນໃນການເສີມຂະຫຍາຍສິດປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະມະຕິກົມການເມືອງສູນກາງພັກ ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໄດ້ເນັ້ນເຖິງຄວາມສໍາຄັນ ແລະ ຈຳເປັນ 4 ປະການ.
ເອກະສານທີ 1 ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກົມການເມືອງສູນກາງພັກ ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໃຫ້ຮູ້ວ່າ: ມະຕິດັ່ງກ່າວໄດ້ເນັ້ນເຖິງຄວາມສໍາຄັນ ແລະ ຈຳເປັນ 4 ປະການ ໃນການເພີ່ມທະວີການນໍາພາ-ຊີ້ນໍາຂອງອົງ ຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງຄັ້ງນີ້ຄື: 1. ການເລືອກຕັ້ງ ສສຊ ແລະ ສສຂ ແຕ່ລະຄັ້ງລ້ວນເປັນເຫດການທາງປະຫວັດສາດທີ່ສໍາຄັນຂອງຊາດ, ມີຄວາມໝາຍສໍາຄັນ ແລະ ຈຳເປັນໃນການເສີມຂະຫຍາຍສິດປະຊາທິ ປະໄຕຂອງປະຊາຊົນລາວບັນດາເຜົ່າ ເພື່ອບູລະນະລະບອບປະຊາທິປະໄຕປະຊາຊົນ, ປັບປຸງລະບົບອຳນາດແຫ່ງລັດໃຫ້ມີຄວາມເຂັ້ມແຂງ; 2. ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V (2026-2030) ເປັນເຫດການ ການເມືອງທີ່ສໍາຄັນຍິ່ງຂອງຊາດ ຊຶ່ງດໍາເນີນໃນບັນຍາກາດທີ່ທົ່ວພັກ, ທົ່ວລັດ, ກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດສະເຫຼີມສະຫຼອງ 3 ວັນປະຫວັດສາດທີ່ຍິ່ງໃຫຍ່ຂອງຊາດ (ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ ຄົບຮອບ 105 ປີ) ແລະ ໃນບັນຍາກາດທີ່ອົງຄະນະພັກຂັ້ນຕ່າງໆ ໄດ້ສຳເລັດການດໍາເນີນກອງປະຊຸມໃຫຍ່ຂັ້ນຮາກຖານ, ຂັ້ນເມືອງ, ກະຊວງ, ອົງການ, ນະຄອນຫຼວງ, ແຂວງ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ; ພ້ອມກັບການປັບປຸງກົງຈັກການຈັດຕັ້ງບໍລິຫານປົກຄອງຂັ້ນລັດຖະ ບານ ແລະ ຂັ້ນທ້ອງຖິ່ນຢ່າງຂຸ້ນຂ້ຽວ (ທັງຍຸບ, ທັງໂຮມ, ທັງສ້າງຕັ້ງຂຶ້ນໃໝ່ຄື: ຄະນະກຳມະການປົກຄອງຕາ ແສງ); 3. ການເລືອກຕັ້ງຄັ້ງນີ້ ຢູ່ໃນທ່າມກາງທີ່ສະພາບການຂອງໂລກ ແລະ ພາກພື້ນພວມຜັນແປໄປຢ່າງສັບສົນ, ຄາດຄະເນໄດ້ຍາກ ຊຶ່ງມີທັງຂໍ້ສະດວກ ແລະ ສິ່ງທ້າທາຍ ຕໍ່ພາລະກິດປົກປັກຮັກສາ ແລະ ພັດທະ ນາປະເທດຊາດ. ຄຽງຄູ່ກັບຜົນສໍາເລັດອັນໃຫຍ່ຫຼວງຫຼາຍດ້ານ ໃນການປະຕິບັດແນວທາງປ່ຽນແປງໃໝ່ຂອງພັກນັ້ນ ຢູ່ພາຍໃນປະເທດພວກເຮົາຍັງປະເຊີນໜ້າກັບສິ່ງທ້າທາຍ ແລະ ຂໍ້ຫຍຸ້ງຍາກຫຼາຍຢ່າງ ເປັນຕົ້ນຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນທີ່ແກ່ຍາວມາຫຼາຍປີ ແລະ ອິດທິກຳລັງປໍລະປັກ ກໍຍັງສືບຕໍ່ກົນອຸບາຍມ້າງເພທຳລາຍລະບອບໃໝ່ຂອງພວກເຮົາຢ່າງບໍ່ລົດລະ; 4. ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຈະມີພະນັກງານນໍາພາ-ຄຸ້ມຄອງຂັ້ນສູງຂອງພັກ ແລະ ລັດ ມີຈຳນວນທີ່ເພີ່ມຂຶ້ນອອກສະໝັກຮັບເລືອກຕັ້ງເປັນ ສສຊ ແລະ ສສຂ. ນອກນັ້ນ, ຍັງຈະມີຜູ້ສະໝັກຈາກຂົງເຂດຕ່າງໆ ຢູ່ສູນກາງ ແລະ ທ້ອງຖິ່ນ. ໃນນັ້ນ, ມີທັງຂົງເຂດທຸລະກິດ, ການຜະລິດ, ຊັ້ນຄົນ ແລະ ປັນຍາຊົນອີກຈໍານວນໜຶ່ງ.
 ສະນັ້ນ, ການເພີ່ມທະວີການນໍາພາ-ຊີ້ນໍາຢ່າງໃກ້ຊິດ, ຕິດແທດຕົວຈິງຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຈຶ່ງມີຄວາມສໍາຄັນ ແລະ ຈໍາເປັນຢ່າງຍິ່ງ ເພື່ອເຮັດໃຫ້ການເລືອກຕັ້ງຄັ້ງນີ້ບັນລຸຜົນສໍາເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫາລື ການທຽບຊັ້ນ- ຂັ້ນເງິນເດືອນ ແລະ ເຄື່ອງອຸປະໂພກໃຫ້ຄູອາສາທີ່ເຂົ້າມາເປັນທະຫານ

ຫາລື ການທຽບຊັ້ນ- ຂັ້ນເງິນເດືອນ ແລະ ເຄື່ອງອຸປະໂພກໃຫ້ຄູອາສາທີ່ເຂົ້າມາເປັນທະຫານ

ວັນທີ 19 ມັງ ກອນຜ່ານມາ, ກະຊວງປ້ອງກັນປະເທດໄດ້ຈັດກອງປະຊຸມຄົ້ນຄວ້າປຶກ ສາຫາລືກ່ຽວກັບການປະດັບທຽບຊັ້ນ, ຂັ້ນເງິນເດືອນ ແລະ ປະ ກອບເຄື່ອງອຸປະ ໂພກໃຫ້ຄູອາສາສະໝັກທີ່ເຂົ້າມາເປັນລັດຖະ ກອນປ້ອງກັນຊາດ(ທະຫານ) ໂດຍການເປັນປະທານຂອງສະ ຫາຍ ພົນຈັດຕະວາ ວັນໄຊ ຄຳພາວົງ ຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ, ມີຕາງໜ້າບັນດາກົມ, ກອງ ແລະ ຄະນະຮັບ ຜິດຊອບເຂົ້າຮ່ວມ.
ຄະນະນໍາກະຊວງປ້ອງກັນປະເທດຢ້ຽມຢາມສູນເສນອົງຄະ 489

ຄະນະນໍາກະຊວງປ້ອງກັນປະເທດຢ້ຽມຢາມສູນເສນອົງຄະ 489

ວັນທີ 19 ມັງ ກອນຜ່ານມາ, ຄະນະນໍາກະຊວງປ້ອງກັນປະ ເທດລົງຢ້ຽມຢາມ ແລະ ມອບເຄື່ອງຊຸກຍູ້ ຢູ່ສູນເສຍອົງຄະ 489 ໂດຍການນໍາພາ ແລະ ເປັນປະທານຂອງສະຫາຍ ພົນຕີ ຈອມເພັດ ໄຊຍະສຸກ ຫົວ ໜ້າກົມໃຫຍ່ເຕັກນິກ ພ້ອມດ້ວຍຄະນະ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 77 ປີ.
ຄໍາມ່ວນ ຮັບຟັງປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ຄໍາມ່ວນ ຮັບຟັງປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ແຂວງຄໍາມ່ວນ ປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20/ 1/1949-20/1/2026) ໄດ້ຈັດຂຶ້ນໃນວັນທີ 19 ມັງກອນ 2026 ຢູ່ທີ່ສະໂມສອນໃຫຍ່ຂອງແຂວງ (ຫຼັກ 4) ໂດຍການໃຫ້ກຽດປາຖະກະຖາຂອງທ່ານ ພັນເອກ ຄໍາມອນ ບຸນໂຈມເຮືອງສີ ອະດີດກໍາມະການສູນກາງສະຫະພັນນັກຮົບເກົ່າແຫ່ງຊາດລາວ, ອະດີດປະທານສະຫະພັນນັກຮົບເກົ່າແຂວງຄໍາມ່ວນ, ມີເຂົ້າຮ່ວມຮັບຟັງມີທ່ານ ພັນເອກ ສີສົມພູ ແກ້ວບຸນລ້ອມ ຄະນະປະຈໍາພັກແຂວງ ເລຂາຄະນະພັກທະຫານແຂວງ ຫົວໜ້າການເມືອງກອງບັນຊາການທະຫານແຂວງຄໍາມ່ວນ, ມີພາກສ່ວນກ່ຽວຂ້ອງອ້ອມຂ້າງແຂວງເຂົ້າຮ່ວມ.
ເຊັນສັນຍາ ສໍາປະທານສ້າງຕັ້ງໂຮງງານຕົ້ມເກືອດ້ວຍເຄື່ອງໄຟຟ້າ ຢູ່ບ້ານບໍ່

ເຊັນສັນຍາ ສໍາປະທານສ້າງຕັ້ງໂຮງງານຕົ້ມເກືອດ້ວຍເຄື່ອງໄຟຟ້າ ຢູ່ບ້ານບໍ່

ພິທີເຊັນສັນຍາ ສໍາປະທານສ້າງຕັ້ງໂຮງງານຕົ້ມເກືອດ້ວຍເຄື່ອງໄຟຟ້າ ຢູ່ບ້ານບໍ່ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ໄຂຈັດຂຶ້ນໃນວັນທີ 16 ມັງກອນຜ່ານມາ ໂດຍ ແມ່ນ ທ່ານ ບຸນຮຽງ ໄຊຍະແສງ ຮອງຫົວໜ້າຫ້ອງການຄະນະກຳມະການສົ່ງເສີມການລົງທຶນ ຕາງໜ້າໃຫ້ອົງການປົກຄອງແຂວງ ລົງລາຍເຊັນ ຮ່ວມກັບ ທ່ານ ວົງສັກດາ ຄຳຜຸຍ ປະທານຝ່າຍບໍລິຫານ ບໍລິສັດໂຮງງານຜະລິດເກືອບ້ານບໍ (ກາເພັດ) ໂດຍມີ ທ່ານ ພູວົງບຸນຊູ ປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ອຸທຸມພອນ ຫາລືການຈັດງານບຸນນະມັດສະການພະທາດ ປີ 2026

ອຸທຸມພອນ ຫາລືການຈັດງານບຸນນະມັດສະການພະທາດ ປີ 2026

ເມື່ອບໍ່ດົນມານີ້ ທີ່ບ້ານດົງທ່າ ເມືອງອຸທຸມພອນ ແຂວສະຫວັນນະເຂດ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດງານບຸນ ນະມັດສະການພະທາດ ທ່າພະນົມປະຖົມລັດຕະນະເຈດີຂຶ້ນ, ໂດຍມີຄະນະ ອພສ ເມືອງ ພ້ອມດ້ວຍພະສົງ ສາມະເນນ, ມີທ່ານ ອຸ່ນແກ້ວ ວົງສາຄອນ ປະທານແນວລາວສ້າງຊາດເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຮອງນາຍົກລັດຖະມົນຕີ ຢ້ຽມຢາມບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດ

ວັນທີ 18 ມັງກອນ 2026 ທ່ານ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ໄດ້ເຄື່ອນໄຫວຢ້ຽມຢາມບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວ, ຢູ່ບ້ານດົງໃຕ້ ເມືອງທ່າແຂກ ແຂວງຄໍາມ່ວນ, ໂດຍມີທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ພ້ອມດ້ວຍຄະນະນຳແຂວງຮ່ວມຕິດຕາມ.
“ ຊາວໜຸ່ມກອງທັບ ເດັດດ່ຽວອາດຫານ ນຳໜ້າ ສາມັກຄີ ມີວິໃນ ແລະ ປະດິດສ້າງ ”

“ ຊາວໜຸ່ມກອງທັບ ເດັດດ່ຽວອາດຫານ ນຳໜ້າ ສາມັກຄີ ມີວິໃນ ແລະ ປະດິດສ້າງ ”

ສະຫາຍ ພັນເອກ ຫົງທອງ ສີຊານົນ ເລຂາທິການສູນກາງ ຊປປລ, ຫົວໜ້າຫ້ອງການຊາວໜຸ່ມກອງທັບ ໄດ້ສະແດງທັດສະນະຕໍ່ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີວ່າ:
ກອງທັບກຳເນີດມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເຮັດເພື່ອປະຊາຊົນ

ກອງທັບກຳເນີດມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເຮັດເພື່ອປະຊາຊົນ

ຈາກພຶດຕິກຳແຫ່ງການຕໍ່ສູ້ກູ້ຊາດອັນຍືດເຍື້ອຍາວນານ ໄດ້ຢັ້ງຢືນຢ່າງຈະແຈ້ງວ່າ: ກອງທັບປະຊາຊົນລາວ ແມ່ນກຳເນີດມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເຮັດທຸກສິ່ງທຸກຢ່າງເພື່ອປະຊາຊົນ ພາຍໃຕ້ການນຳພາ ແລະ ສຶກສາອົບຮົມຈາກພັກ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ພົບປະໂອ້ລົມ ຕໍ່ການນຳ ແຂວງສາລະວັນ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ພົບປະໂອ້ລົມ ຕໍ່ການນຳ ແຂວງສາລະວັນ

ໃນວັນທີ 17 ມັງກອນ ຜ່ານມາ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງປະທານ-ຜູ້ປະຈໍາການ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານຮອບດ້ານແຂວງສາລະວັນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ຕໍ່ການນໍາແຂວງສາລະວັນ, ໂດຍມີສະຫາຍ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສາລະວັນ, ສະຫາຍ ປະເດີມພອນ ສົນທະນີ ປະທານຄະນະກໍາມະການປົກຄອງແຂວງ, ບັນດາສະຫາຍການນໍາແຂວງ, ຄະນະພັກ-ຄະນະບັນຊາ ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທະຫານແຂວງຫຼວງພະບາງ ເຊື່ອມຊຶມເອກະສານເລືອກຕັ້ງ ສສຊ ແລ ສສຂ

ທະຫານແຂວງຫຼວງພະບາງ ເຊື່ອມຊຶມເອກະສານເລືອກຕັ້ງ ສສຊ ແລ ສສຂ

ວັນທີ 14 ມັງກອນຜ່ານມຮານີ້, ຢູ່ສະໂມສອນຂອງກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດຕັ້ງເຊື່ອມຊຶມເອກະສານ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ V, ໂດຍເປັນປະທານຂອງທ່ານ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີຄະນະບັນຊາອົງການ 5 ຫ້ອງ, ກອງບັນຊາການທະຫານເມືອງ-ນະຄອນ ຫຼວງພະບາງ, ໂຮງງານປະສານເຫຼົ່າ, ໂຮງໝໍບໍລິເວນ 107, ກອງພັນນ້ອຍ, ກອງຮ້ອຍເອກະລາດ, ຕະຫຼອດຮອດພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ເພີ່ມເຕີມ