![]() |
ຈຸດປະສົງ ໃນການເຜີຍແຜ່ ແລະ ເຊື່ອມຊຶມ ເພື່ອຮັດໃຫ້ພະນັກງານ, ສະມາຊິກກຳມະບານພາຍໃນ ຄຕພ ກໍຄືບັນດາຮາກຖານຂອງແຕ່ລະກົມໄດ້ຮັບຮູ້, ກຳແໜ້ນຢ່າງລະອຽດ, ກວ້າງຂວາງ, ເລິກເຊິ່ງ ແລະ ນຳໄປຈັດຕັ້ງປະຕິບັດ, ຜັນຂະຫຍາຍຢ່າງຖືກຕ້ອງ ແລະ ມີປະສິດທິຜົນສູງ, ສະຫາຍ ວິໄລ ວົງຂະເສີມ ໄດ້ຍົກໃຫ້ເຫັນເຖິງບັນດາເອກະສານທີ່ສຳຄັນ ທີ່ກອງປະຊຸມໃຫຍ່ຜູ້ແທນກຳມະບານລາວ ທົ່ວປະເທດ ທີ່ໄດ້ຮັບຮອງເອົາຄື: ຜົນສຳເລັດກອງປະຊຸມໃຫຍ່ ຜູ້ແທນກຳມະບານລາວ ທົ່ວປະເທດ ສະໄໝທີ IX; ແຜນພັດທະນາວຽກງານ ກຳມະບານລາວ 5 ປີ ຄັ້ງທີ V (2026-2030), ກົດລະບຽບສະຫະພັນກຳມະບານລາວ ສະໄໝທີ IXແລະ ແຜນດຳເນີນງານຂອງ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ສະໄໝທີ IX ໄລຍະ 5 ປີ (2026-2030).
ພ້ອມນີ້, ສະຫາຍ ວິໄລ ວົງຂະເສີມ ຍັງໄດ້ຮຽກຮ້ອງໃຫ້ຄະນະບໍລິຫານງານສະຫະພັນກຳມະບານແຕ່ລະຂັ້ນ ແລະ ສະມາຊິກກຳມະບານທຸກໆສະຫາຍຈົ່ງຮັບຮູ້, ກຳແໜ້ນຢ່າງລະອຽດ, ເລິກເຊິ່ງ ແລະ ນຳໄປຈັດຕັ້ງປະຕິບັດ, ຜັນຂະຫຍາຍຢ່າງຖືກຕ້ອງ, ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ວຽກງານຕ່າງປະເທດຂອງພັກໃຫ້ມີຄວາມໜັກແໜ້ນຍິ່ງໆຂຶ້ນ.
(ຂ່າວ: ຄຕພ)

ຄໍາເຫັນ