ເຄືອຂ່າຍສື່ມວນຊົນອາຊີໃຕ້ ແລະອາຊີຕາເວັນອອກສ່ຽງໃຕ້

ເຄືອຂ່າຍສື່ມວນຊົນອາຊີໃຕ້ ແລະ ຕາເວັນອອກສ່ຽງໃຕ້

ເຄືອຂ່າຍສື່ມວນຊົນອາຊີໃຕ້ ແລະ ຕາເວັນອອກສ່ຽງໃຕ້
ໂດຍ:ວັນໄຊ ຕະວິນຍານ ເຄືອຂ່າຍສື່ມວນຊົນອາຊີໃຕ້ ແລະອາຊີຕາເວັນອອກສ່ຽງໃຕ້ ໂດຍແມ່ນສູນກາງສາກົນພາກພື້ນອາຊີໃຕ້ແລະ ອາຊີຕາເວັນອອກສ່ຽງໃຕ້ (YICC) ແຂວງຢູນນານ ແລະ ສໍານັກງານ ຂ່າວໜັງສືພິມຈີນ ລາຍວັນ ສາຂາອາຊີປາຊີຟິກ

 ໄດ້ສ້າງຕັ້ງຂຶ້ນ ຢູ່ນະຄອນຫຼວງປັກກິ່ງ ຂອງ ສປ ຈີນ ເມື່ອບໍ່ດົນມານີ້ຊຶ່ງມີເປົ້າໝາຍຊຸກຍູ້ການເຊື່ອມໂຍງສື່ມວນຊົນ ແລະ ພັດທະນາຢ່າງມີຫົວຄິດປະດິດສ້າງ ແບບຍືນຍົງຂອງເຄືອຂ່າຍ ແລະ ຄວາມຈະເລີນຮຸ່ງເຮືອງຂອງນັກຂ່າວໃນພາກພື້ນ ໂດຍຜ່ານການແລກປ່ຽນຊັບພະຍາກອນ, ແລກປ່ຽນປະສົບການ ແລະ ການຮ່ວມມືດ້ານວິຊາຊີບ, ການແລກປ່ຽນວັດທະນະທຳ, ການສຶກສາ ແລະ ຄວາມໄວ້ເນື້ອເຊື່ອໃຈ ຊຶ່ງກັນ ແລະ ກັນ. ຮ່ວມມືກັບ ສື່ມວນຊົນພາຍໃນ ແລະ ຕ່າງປະເທດ ພ້ອມກັນໂຄສະນາ ໃນສິ່ງທີ່ເປັນຄວາມຈິງ ເປັນປະໂຫຍດຕໍ່ປະຊາຊົນລະຫວ່າງປະເທດສະມາຊິກ ເວົ້າສະເພາະ ແມ່ນການສ້າງຄວາມເຂົ້າອົກເຂົ້າໃຈກັນ ແລະ ພ້ອມກັນພັດທະນາ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ກໍຄືຮ່ວມກັນຕອບໂຕ້ຖ້ອຍຄຳຂອງຄົນບໍ່ດີທີ່ໂຄສະນາຜ່ານສື່ແບບບໍ່ຖືກຕ້ອງຕາມຄວາມເປັນຈິງ.
ປັດຈຸບັນມີສື່ມວນຊົນ 100 ກວ່າສໍານັກຈາກ 12 ປະເທດເປັນສະມາຊິກ.ເຄືອຂ່າຍສື່ມວນຊົນອາຊີໃຕ້ ແລະອາຊີຕາເວັນອອກສ່ຽງໃຕ້ ມີຈຸດປະສົ່ງເພື່ອສ້າງກົນໄກການຮ່ວມມືຂອງສື່ມວນຊົນເຮັດວຽກຮ່ວມກັນ,ການຈັດຕັ້ງກິດຈະກຳແລກປ່ຽນໃນລະດັບພາກພື້ນ,ຈັດກອງປະຊຸມປຶກສາຫາລື,ການປາຖະກະຖາໃນຫົວຂໍ້ຕ່າງໆ, ການຝຶກອົບຮົມຫົວຂໍ້ພິເສດ, ການຄັດເລືອກຂ່າວປະຈຳປີ,ຝຶກອົບຮົມບຸກຄະລາກອນ, ຊຸກຍູ້ການພັດທະນາຕາມຍຸດທະສາດຮ່ວມກັນ.ທຸກໆປີຈະມີການຄັດເລືອກບຸກຄະລາກອນສື່ມວນຊົນທີ່ດີເດັ່ນຈຳນວນໜຶ່ງ ເພື່ອໄປທັດສະນະແລກປ່ຽນຊຶ່ງກັນ ແລະ ກັນ ແລະ ອື່ນໆ.
ສໍາລັບຂອບການດໍາເນີນງານຂອງເຄືອຂ່າຍ ແມ່ນມີຫຼັກການຢຶດໝັ້ນການເຄົາລົບຊຶ່ງກັນ ແລະກັນ, ປຶກສາຫາລືແບບເສະເໝີພາບ,ຊ່ວຍເຫຼືອຊຶ່ງກັນ ແລະກັນ, ມີຜົນປະໂຫຍດຮ່ວມກັນ, ຮ່ວມມືກັບສື່ມວນຊົນພາຍໃນ ແລະ ຕ່າງປະເທດ ເພື່ອນໍາສະເໜີຂ່າວເລື່ອງລາວທີ່ເປັນປະໂຫຍດຕໍ່ການດໍາລົງຊີວິດຂອງປະຊາຊົນໃນແຕ່ລະປະເທດ, ຊຸກຍູ້ການເຊື່ອມໂຍງສື່ມວນຊົນ ແລະ ພັດທະນາຢ່າງມີຫົວຄິດປະດິດສ້າງ, ເພີ່ມທະວີການແລກປ່ຽນວັດທະນະທຳ, ການສຶກສາ ແລະ ຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ. ຢຶດໝັ້ນຫຼັກການເປີດໃຈສະເໝີ ແລະ ຍິນດີຕ້ອນຮັບສື່ມວນຊົນທີ່ເຫັນດີກັບແນວຄວາມຄິດ ແລະ ເປົ້າໝາຍເຂົ້າຮ່ວມດ້ວຍຄວາມສະໝັກໃຈ, ບໍ່ວ່າສື່ຈະມາຈາກໃສ. ບົນພື້ນຖານການຮ່ວມມືຢ່າງສະເໝີພາບ,ສະມາຊິກເຄືອຂ່າຍຈະຮ່ວມກັນຮັກສາສະພາບແວດລ້ອມທີ່ເປັນມິດ,ຊຸກຍູ້ການພັດທະນາແບບຍືນຍົງຂອງເຄືອຂ່າຍ ແລະ ຄວາມຈະເລີນຮຸ່ງເຮືອງຂອງນັກຂ່າວໃນພາກພື້ນ ໂດຍຜ່ານການແລກປ່ຽນຊັບພະຍາກອນ, ແລກປ່ຽນປະສົບການ ແລະ ການຮ່ວມມືດ້ານວິຊາຊີບ.
ສໍາລັບໂຄງສ້າງການຈັດຕັ້ງຂອງເຄືອຂ່າຍປະກອບມີກອງເລຂາ ແລະສະມາຊິກຈາກສໍານັກງານຂ່າວສານຕ່າງປະເທດ.ກອງເລຂາແມ່ນຫ້ອງການຖາວອນທີ່ຕັ້ງຂຶ້ນໃນທັງອົງການປະຈຳວັນຂອງຈີນ ແລະ YICCແລະມີໜ້າທີ່ຮັບຜິດຊອບຕໍ່ວຽກງານປະຈໍາວັນຂອງເຄືອຂ່າຍ,ສະມາຊິກທົ່ວໄປຂອງເຄືອຂ່າຍຕ້ອງສະແດງຄວາມສະໝັກໃຈຂອງຕົນທີ່ຈະເຂົ້າຮ່ວມໂດຍຜ່ານເອກະສານຢືນຢັນ,ໂດຍບໍ່ມີການຈ່າຍຄ່າທໍານຽມປະຈໍາປີ.ສະມາຊິກເຄືອຂ່າຍ ຕ້ອງຮັບຮູ້ການຮ່ວມມືທີ່ຊັດເຈນໂດຍຜ່ານໂຄງການສະເພາະແລະໂດຍຜ່ານກອງປະຊຸມປະຈໍາປີ.
ໃນເມື່ອເຂົ້າເປັນສະມາຊິກຂອງເຄືອຂ່າຍສື່ມວນຊົນ ຈະໄດ້ຮັບສິດ ແລະ ຜົນປະໂຫຍດໃນການສະໜັບສະໜູນການເປັນເຈົ້າພາບຈັດກິດຈະກໍາຢູ່ປະເທດສະມາຊິກ.ຈະໄດ້ເຄື່ອນໄຫວສໍາພາດຢູ່ປະເທດຈີນ ແລະ ປະເທດສະມາຊິກ, ພັກຜ່ອນຢູ່ສະໂມສອນນັກຂ່າວອາຊີໃຕ້ແລະອາຊີຕາເວັນອອກສ່ຽງໃຕ້,ໄດ້ຮັບການຝຶກອົບຮົມນັກຂ່າວ,ບັນນາທິການ, ການທົດລອງອຸປະກອນ ແລະການຊ່ວຍເຫຼືອເຕັກໂນໂລຊີ ແລະ ເຂົ້າຮ່ວມກອງປະຊຸມປະຈໍາປີຂອງເຄືອຂ່າຍ.
ໃນພິທີເປີດເວທີສົນທະນາການສື່ສານສາກົນຢຸນນານ ຄັ້ງທີ 3 ໄດ້ຈັດຂຶ້ນໃນວັນທີ 10 ທັນວາ ຜ່ານມາ ໃນກອງປະຊຸມທ່ານນາງ ເຈິງຢ້ຽນກຳມະການປະຈຳຄະນະພັກແຂວງຢຸນນານ ຫົວໜ້າພະແນກໂຄສະນາອົບຮົມແຂວງຢຸນນານກ່າວວ່າ: ເວທີສົນທະນາການສື່ສານສາກົນຢຸນນານທີ່ຮ່ວມຈັດຂຶ້ນໂດຍສໍານັກຂ່າວຊິນຮວາ ແລະ ແຂວງຢຸນນານ, ມີຈຸດປະສົງເພື່ອສ້າງເສັ້ນທາງການສື່ສານສາຍໜຶ່ງທີ່ປະເທດຈີນ ແລະ ທົ່ວໂລກກ້າວໄປທາງໜ້າພ້ອມກັນ ໂດຍຖືເອົາໂຕຊ້າງເປັນສັນຍາລັກ ແລະ ອົງການສື່ມວນຊົນເປັນເຄື່ອງມື. ເວທີສົນທະນານີ້ໄດ້ກາຍເປັນງານມະໂຫລານໃນການແລກປ່ຽນຂອງວົງການສື່ມວນຊົນທົ່ວໂລກ ແລະ ຖານເວທີການຮ່ວມມື ຊຶ່ງໄດ້ອໍານວຍໂອກາດທີ່ດີໃຫ້ແກ່ບັນດາເພື່ອນສື່ມວນຊົນ. ພາຍໃຕ້ຫົວຂໍ້ “ຮ່ວມມືກັນ, ປະດິດສ້າງອະນາຄົດຮ່ວມກັນ, ຄົ້ນຫາຊ່ອງທາງໃໝ່ຂອງການສື່ສານສາກົນ”, ເວທີສົນທະນາເປັນສື່ກາງຄົ້ນຄວ້າແລກປ່ຽນກັນດ້ານແນວຄິດ, ສ້າງຄວາມເຫັນເປັນເອກະພາບກັນຢ່າງກວ້າງຂວາງ ແລະ ຊຸກຍູ້ສົ່ງເສີມບັນລຸການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ. ເພື່ອສ້າງເປັນເວທີສົນທະນາລະດັບສູງດ້ານການສື່ສານສາກົນໃນເຂດແຄ້ວນ, ພວກເຮົາຍິນດີຮ່ວມກັນເພື່ອກໍ່ສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ. ປະເທດຈີນໄດ້ສະເໜີຂໍ້ລິເລີ່ມຕ່າງໆເຊັ່ນ: ຂໍ້ລິເລີ່ມການພັດທະນາທົ່ວໂລກ, ຂໍ້ລິເລີ່ມຄວາມປອດໄພທົ່ວໂລກ ແລະ ຂໍ້ລິເລີ່ມຄວາມສີວິໄລທົ່ວໂລກ.
ສໍາລັບວິໄສທັດໃນປີ 2025ສ້າງເວທີການສື່ສານສໍາລັບເຄືອຂ່າຍເພື່ອເຊື່ອມໂຍງຢ່າງແໜ້ນແຟ້ນໃນການແລກປ່ຽນວັດທະນະທຳ-ເຜີຍແຜ່ດ້ານວັດທະນະທຳອັນດີງາມ ລະຫວ່າງປະເທດຕ່າງໆ ໃຫ້ໂລກໄດ້ຮັບຮູ້ເຖິງຄວາມຫຼາກຫຼາຍຂອງປະເທດອາຊີໃຕ້ ແລະຕາເວັນອອກສ່ຽງໃຕ້ໂດຍສະເພາະ.ຍົກໃຫ້ເຫັນຜົນສຳເລັດອັນໃຫຍ່ຫຼວງຂອງມະນຸດ ແລະ ຊ່ວຍໃຫ້ປະເທດຕ່າງໆບັນລຸການພັດທະນາຮ່ວມກັນໂດຍຜ່ານການຮຽນຮູ້ຊຶ່ງກັນແລະກັນ.ປະດິດສ້າງວິທີການສື່ສານເພື່ອອິດທິພົນສາກົນທີ່ໃຫຍ່ກວ່າ. ເຄືອຂ່າຍຈະຄົ້ນຫາວິທີການໃໝ່ ແລະຊ່ອງທາງການສື່ສານຢ່າງບໍ່ຢຸດຢັ້ງ ແລະຂະຫຍາຍອິດທິພົນຂອງຕົນໃນເວທີສາກົນ.ເສີມຂະຫຍາຍບັນດາກົນໄກການຮ່ວມມືເພື່ອພັດທະນາບັນດາອົງການສື່ມວນຊົນຂອງສະມາຊິກ ເພື່ອສ້າງອະນາຄົດທີ່ສົດໃສຂອງຕ່າງຝ່າຍຕ່າງມີຜົນປະໂຫຍດ.

ຄໍາເຫັນ

ຂ່າວການຮ່ວມມື

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ