ໂດຍສິ່ງທີ່ໜ້າສົນໃຈຫຼາຍກໍຄືເປັນຫຍັງຕົວແບບແມ່ນຫ້ວຍລຳພັນໃຫຍ່ ຊຶ່ງມີ 9 ເຫດຜົນຫຼັກທີ່ເລືອກເອົາເຂື່ອນແຫ່ງນີ້ເປັນໂຕແບບໃນການຝຶກຊ້ອມຄວາມປອດໄພຄື: 1). ອີງຕາມການກວດສອບຂອງຜູ້ຊ່ຽວຊານເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່ມີຂໍ້ມູນຄົບຖ້ວນເໝາະສົມທີ່ສຸດສຳລັບການຝຶກຊ້ອມ; 2). ເປັນໜຶ່ງໃນໂຄງການທີ່ມີອ່າງເກັບນໍ້າຂະ ໜາດໃຫຍ່ ແລະ ມີຊຸມຊົນຕັ້ງຢູ່ລຸ່ມເຂື່ອນ ເຮັດໃຫ້ເຫັນເຖິງຜົນກະທົບທີ່ອາດເກີດຂຶ້ນໄດ້ຢ່າງຊັດເຈນ; 3). ອ່າງເກັບນໍ້າສາມາດບັນຈຸນໍ້າ ໄດ້ເຖິງ 141 ລ້ານແມັດກ້ອນ; 4). ເຖິງວ່າບໍ່ໄດ້ຢູ່ໃກ້ຊຸມຊົນຫຼາຍ ຫ່າງ 37 ກິໂລແມັດແຕ່ນໍ້າສາມາດໄຫຼຮອດ ບ້ານລາວີຝາງແດງ ໄດ້ໃນ 1 ຊົ່ວໂມງ 15 ນາທີ ຖ້າຫາກເກີດເຫດສຸກເສີນ, ເວລາອັນສັ້ນນີ້ເຮັດໃຫ້ການຝຶກຊ້ອມມີຄວາມທ້າທາຍ ແລະ ເປັນຈິງ; 5). ການນໍາໃຊ້ໂປຣແກຣມຈໍາລອງ, ໂປຣແກຣມແຮັກ ສະແດງໃຫ້ເຫັນລະດັບນໍ້າຖ້ວມອາດຈະສູງເຖິງ 6.05 ແມັດ ເນັ້ນໃຫ້ເຫັນຄວາມສ່ຽງອາດຈະເກີດຂຶ້ນໄດ້; 6). ສັນເຂື່ອນຫ້ວຍລຳພັນໃຫຍ່ເປັນແກນດິນຖົມກາງ ເປັນດິນໜຽວ ຊຶ່ງອາດມີຄວາມອ່ອນໄຫວຫຼາຍກວ່າເຂື່ອນປະເພດອື່ນ; 7). ເປັນເຂື່ອນຂະໜາດໃຫຍ່ທີ່ປະຕິບັດງານຈິງ ເຮັດໃຫ້ການຝຶກຊ້ອມ ທີ່ອີງໃສ່ສະຖານະການຕົວຈິງ; 8). ມີຂໍ້ມູນຈຳລອງ 2D ທີ່ຊັດເຈນຊ່ວຍໃຫ້ການປ້ອງກັນມີປະສິດທິພາບທີ່ສູງ; 9). ໄດ້ຮັບຄວາມຮ່ວມມືກັບຫຼາຍພາກສ່ວນ ທັງພາກລັດ, ອົງການສາກົນ ແລະ ຟຟລ ຈຶ່ງເຮັດໃຫ້ການຈຳລອງມີປະສິດທິພາບ.
ທັງໝົດນີ້, ເຮັດໃຫ້ເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່ເປັນຕົວແບບທີ່ເໝາະສົມທີ່ສຸດສຳລັບການຝຶກຊ້ອມຮັບມືໄພພິບັດ. ນອກນີ້, ເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່ບໍ່ພຽງແຕ່ເປັນໂຄງການສຳຄັນທາງດ້ານພະລັງງານໄຟຟ້າເທົ່ານັ້ນແຕ່ຍັງເປັນສັນຍາລັກຄວາມມຸ່ງໝັ້ນປົກປ້ອງຄວາມປອດໄພຂອງຊຸມຊົນ, ການເລືອກເອົາເຂື່ອນແຫ່ງນີ້ເປັນຕົວຢ່າງໃນການຝຶກຊ້ອມສະແດງໃຫ້ເຫັນເຖິງຄວາມຕັ້ງໃຈຂອງທຸກພາກສ່ວນໃນການຫຼຸດຜ່ອນຄວາມສ່ຽງ ແລະ ສ້າງຄວາມໝັ້ນຄົງໃຫ້ແກ່ສັງຄົມ.
ຄໍາເຫັນ