ກ່ຽວກັບການມາດຕະການແກ້ໄຂເຄມີຮົ່ວໄຫຼ (Acid Sulfuric 98%) ໃນວັນທີ 03ເມສາ 2024 ທີ່ບ້ານພູຊ້າງຄໍາ, ນະຄອນຫຼວງ ພະບາງ, ແຂວງຫຼວງພະບາງ

ກ່ຽວກັບການມາດຕະການແກ້ໄຂເຄມີຮົ່ວໄຫຼ (Acid Sulfuric 98%) ໃນວັນທີ 03ເມສາ 2024 ທີ່ບ້ານພູຊ້າງຄໍາ, ນະຄອນຫຼວງ ພະບາງ, ແຂວງຫຼວງພະບາງ
ພາຍຫຼັງເກີດເຫດການເຄມີຮົ່ວໄຫຼ (Acid Sulfuric 98%) ໃນວັນທີ 3 ເມສາ 2024 ທີ່ບ້ານພູຊ້າງຄໍາ, ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ. ຄະນະພັກ-ຄະນະນໍາກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຊີ້ນໍາກົມອຸດສາຫະກຳ ໃນນາມອົງການຄຸ້ມຄອງວຽກງານເຄມີ ແຕ່ງຕັ້ງພະນັກງານເພື່ອເຂົ້າຮ່ວມແກ້ໄຂເຄມີຮົ່ວໄຫຼ ໂດຍທາງຄະນະວິຊາການໄດ້ສົມທົບກັບ ພະແນກອຸດສາຫະກໍາ ແລະ ການຄ້າ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ປກສ (ຕໍາຫຼວດສິ່ງແວດລ້ອມ), ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງໄດ້ລົງໄປສະກັດກັັ້ນ ແລະ ກໍານົດມາດຕະການປ້ອງກັນການຮົ່ວໄຫຼເຄມີ ຢ່າງໄວວາ ດັ່ງນີ້:. ອອກແຈ້ງຫ້າມປະຊາຊົນບໍ່ໃຫ້ເຂົ້າໃກ້ຈຸດເກີດເຫດ ເພື່ອບໍ່ໃຫ້ສູບດົມອາຍຂອງທາດເຄມີດັ່ງກ່າວ; ໃນໄລຍະທີ່ອາຊິດຮົ່ວໄຫຼ ເຈົ້າໜ້າທີ່ດັບເພີງໄດ້ນຳໃຊ້ລົດສີດນໍ້າ ເພື່ອລ້າງ, ເຈືອຈາງອາຊິດໃຫ້ຄວາມເຂັ້ມຂຸ້ນຫຼຸດລົງ; ສ້າງຄູກັ້ນນ້ຳ 3 ຈຸດ ທີ່ຫ້ວຍສ້ຽວ ເພື່ອບໍ່ໃຫ້ນ້ຳອາຊິດໄຫຼລົງສູ່ແມ່ນ້ຳຄານ ແລະ ບໍາບັດຄ່າຄວາມເປັນກົດ-ດັ່ງຂອງນໍ້າທີ່ມີອາຊິດປົນເປຶ້ອນ. ຫຼັງຈາກການສ້າງຄູກັ້ນນ້ຳແລ້ວ ໄດ້ເອົາປູນຂາວມາໂຮຍໃສ່ບໍລິເວນທີ່ມີອາຊິດປົນເປຶ້ອນ ໂດຍໃຫ້ເໝາະສົມກັບປະລິມານຂອງນໍ້າ ເພື່ອເຈືອຈາງໃຫ້ຄ່າຄວາມເປັນກົດ-ດັ່ງຢູ່ໃນຄ່າມາດຕະຖານ ແລະ ໄດ້ເອົາລົດສະແຕັກມາດູດເອົານໍ້າຈາກຈຸດດັ່ງກ່າວອອກໄປຖີ້ມຢູ່ສະຖານທີ່ຖີ້ມຂີ້ເຫຍື້ອຂອງແຂວງ ຫຼວງພະບາງ (ຫຼັກ 8) ໂດຍໄດ້ແນະນໍາວິທີການການກໍາກັດທີ່ຖືກຕ້ອງຕາມເຕັກນິກວິຊາການ ເພື່ອປ້ອງກັນບໍ່ໃຫ້ນໍ້າໄຫຼ ຫຼື ລົ້ນໃສ່ນໍ້າຄານໂດຍກົງ. ໄດ້ໂຮຍປູນຂາວໃສ່ບໍລິເວນແຄມຫ້ວຍທີ່ອາຊິດປົນເປື້ອນ ແລະ ໄດ້ອະນາໄມສອງຟາກຂອງຫ້ວຍດ້ວຍການນໍາໃຊ້ລົດຈົກດິນ (ບ່ອນທີ່ລົດເຂົ້າໄດ້) ແລະ ນໍາໃຊ້ແຮງງານຂອງ ປກຊ ຈໍານວນ 30 ຄົນ ຕັກເອົາດິນທີ່ປົນເປຶ້ອນດັ່ງກ່າວ ໃສ່ກະສອບ ແລະ ຖົງຢາງມັດແໜ້ນ ຈາກນັ້ນນຳໄປຖິ້ມສະຖານທີ່ຖີ້ມຂີ້ເຫຍື້ອຂອງແຂວງຫຼວງພະບາງ (ຫຼັກ 8) ໂດຍໄດ້ແນະນໍາວິທີການການກໍາກັດທີ່ຖືກຕ້ອງຕາມເຕັກນິກວິຊາການ. ນັບຕັ້ງແຕ່ ວັນທີ 4 -8 ເມສາ 2024ຄະນະກຳມະການໄດ້ກວດກາ, ວັດແທກຄຸນນະພາບນໍ້າໃນແຕ່ລະວັນ ເພື່ອຕິດຕາມການປ່ຽນແປງຂອງນໍ້າ ໂດຍໄດ້ນໍາໃຊ້ເຄື່ອງມືວັດແທກຄຸນນະພາບນໍ້າທີ່ໄດ້ມາດຕະຖານສາກົນ ຍີ່ຫໍ້ HANNA ລຸ້ນ HI98194 ຊຶ່ງໄດ້ລົງຕິດຕາມວັດແທກຄຸນນະພາບນໍ້າຄານ ຈໍານວນ 10 ຈຸດ (ຈາກຈຸດປາກຫ້ວຍ ຫາ ປາກນໍ້າຄານ ເປັນໄລຍະທາງ 6 Km) ຊຶ່ງຄ່າສະເລ່ຍຄວາມເປັນກົດ-ດັ່ງ ຊຶ່ງຄ່າສະເລ່ຍຄວາມເປັນກົດ-ດັ່ງ ຢູ່ໃນລະດັບ pH= 7,7 ແລະ ລົງຕິດຕາມວັດແທກຄຸນນະພາບນໍ້າຂອງ ຈໍານວນ 8 ຈຸດ (ຈາກປາກນໍ້າຄານຕົກໃສ່ນໍ້າຂອງລົງໄປ 6 Km) ຊຶ່ງຄ່າສະເລ່ຍຄວາມເປັນກົດ-ດັ່ງ ຢູ່ໃນລະດັບ pH=8.18; ສໍາລັບນໍ້າທີ່ກັກໄວ້ 3 ຈຸດທີ່ຫ້ວຍສ້ຽວ ເພື່ອບໍາບັດຄ່າຄວາມເປັນກົດ-ດັ່ງ ມີຄ່າສະເລ່ຍ pH= 6,55. ປັດຈຸບັນຖືວ່າຄຸນນະພາບນໍ້າແມ່ນຢູ່ໃນປົກກະຕິດີ.
ສະນັ້ນ ກົມອຸດສາຫະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຈິ່ງໄດ້ມອບໃຫ້ພະແນກອຸດສາຫະກໍາ ແລະ ການຄ້າແຂວງຫຼວງພະບາງ ສົມທົບກັບ ພະແນກການທີ່ກ່ຽວຂ້ອງຂອງແຂວງສືບຕໍ່ຕິດຕາມຄຸນນະພາບນໍ້າເປັນແຕ່ລະໄລຍະຕື່ມ.
(ຂາວ: ຫຼວງພະບາງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຈົ້າແຂວງສະຫວັນນະເຂດ ຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

ເຈົ້າແຂວງສະຫວັນນະເຂດ ຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

ໃນວັນທີ 17 ມິຖຸນາຜ່ານມານີ້, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງ ສະຫວັນນະເຂດ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ແກ່ພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມຈາກອິດທິພົນຂອງລົມພາຍຸ (ວຸທິບ) ຢູ່ບ້ານເມືອງໂຮງ ເມືອງຊົນນະບູລີ. ໂດຍການຕ້ອນຮັບຂອງທ່ານ ສຸກສາຄອນ ໂພທິລາດ ເຈົ້າເມືອງຊົນນະບູລີ ພ້ອມດ້ວຍຄະນະ ແລະ ພໍ່ແມ່ປະຊາຊົນ.
ສຳເລັດການຄັດເລືອກ ນັກອອກແບບໜຸ່ມນ້ອຍ ປະຈໍາປີ 2025

ສຳເລັດການຄັດເລືອກ ນັກອອກແບບໜຸ່ມນ້ອຍ ປະຈໍາປີ 2025

ເມື່ອຕົ້ນເດືອນມິຖຸນານີ້, ສະມາຄົມຫັດຖະກໍາລາວ, ລາວແຟຊັ້ນວີກ, ໂຮງແຮມສຸພັດຕາ ໄດ້ສຳເລັດການຈັດງານ ລາວແຟຊັ້ນວີກ 2025 ພາຍໃຕ້ໂຄງການສົ່ງເສີມນັກອອກແບບໜຸ່ມນ້ອຍຂອງລາວເພື່ອສົ່ງເສີມຜ້າລາວໃຫ້ເຂົ້າສູ່ຕະຫຼາດແຟຊັ້ນສາກົນ ແລະ ສຳເລັດການຄັດເລືອກເອົາ 5 ນັກອອກແບບໜຸ່ມນ້ອຍລາວ ຊຶ່ງຈະໄດ້ມີໂອກາດໄປສຶກສາ ແລະ ຝຶກອົບຮົມ ໃນບັນດາສະຖາບັນແຟຊັ້ນທີ່ມີຊື່ສຽງຂອງໂລກ.
ເມືອງບໍ່ແຕນ ປາຖະກະຖາວັນແພດລາວ ຄົບຮອບ 60 ປີ

ເມືອງບໍ່ແຕນ ປາຖະກະຖາວັນແພດລາວ ຄົບຮອບ 60 ປີ

ໃນວັນທີ 18 ມີຖຸນານີ້ ຢູ່ທີ່ສະໂມສອນເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາວັນແພດລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງແພດລາວ ຄົບຮອບ 60 ປີ, ໂດຍການເຂົ້າຮ່ວມຂອງທ່ານ ຄຳພັນ ພັນທະວົງ ຮອງເລຂາພັກເມືອງ ປະທານກວດກາພັກເມືອງ.
ຄປຊລ ສະຫຼຸບວຽກງານການເຄື່ອນໄຫວປະຈຳປີ 2024

ຄປຊລ ສະຫຼຸບວຽກງານການເຄື່ອນໄຫວປະຈຳປີ 2024

ກອງປະຊຸມສະຫຼຸບວຽກງານການເຄື່ອນໄຫວປະຈຳປີ 2024 ແລະ ທິດທາງປີ 2025 ຂອງຄະນະທີ່ປຶກສາດ້ານເສດຖະກິດຊາວໜຸ່ມລາວ (ຄປຊລ) ໄດ້ຈັດຂຶ້ນໃນວັນທີ 13 ມິຖຸນາ ຜ່ານມານີ້ ທີ່ຫ້ອງປະຊຸມສູນກິດຈະກຳຊາວໜຸ່ມ ແລະ ເຍົາວະຊົນ ເປັນກຽດເຂົ້າຮ່ວມມີ ທ່ານ ທອງລີ ສີສຸລິດ ຮອງປະທານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ), ທ່ານ ວິໄລສານ ພົມມີໄຊ ປະທານຄະນະທີ່ປຶກສາດ້ານເສດຖະກິດຊາວໜຸ່ມລາວ, ມີບັນດາຄະນະ ພ້ອມດ້ວຍສະມາຊິກ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ກຊສ ສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານ ແລະ ປະກາດການແຕ່ງຕັ້ງ

ກຊສ ສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານ ແລະ ປະກາດການແຕ່ງຕັ້ງ

ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວກລ້ອມ (ກຊສ) ໄລຍະປີ 2021-2025 ແລະ ປະການການແຕ່ງຕັ້ງຮອງລັດຖະມົນຕີ ຂຶ້ນໃນວັນທີ 16 ມິຖຸນາ ຜ່ານມາ ທີ່ ກຊສ ໂດຍການເປັນປະທານຂອງ ທ່ານ ນາງ ບຸນຄໍາ ວໍລະຈິດ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີ ກຊສ ມີບັນດາຄະນະພັກ-ຄະນະນໍາ ແລະ ສະມາຊິກພັກ-ພະນັກງານພາຍໃນ ກຊສ ເຂົ້າຮ່ວມ.
ໄຊສົມບູນ ເຜີຍແຜ່ວຽກງານຄຸ້ມຄອງລັດຖະກອນຂອງ ສປປ ລາວ ຮອດປີ 2030

ໄຊສົມບູນ ເຜີຍແຜ່ວຽກງານຄຸ້ມຄອງລັດຖະກອນຂອງ ສປປ ລາວ ຮອດປີ 2030

ກົມຄຸ້ມຄອງລັດຖະກອນ ກະຊວງພາຍໃນ ຮ່ວມກັບ ພະແນກພາຍໃນ ແຂວງໄຊສົມບູນ ຈັດກອງປະຊຸມ ເຜີຍແຜ່ວຽກງານຄຸ້ມຄອງລັດຖະກອນຂອງ ສປປ ລາວ ຮອດປີ 2030 ຂຶ້ນໃນ ລະຫວ່າງ ວັນທີ 16-18 ມິຖຸນາ 2025 ນີ້ ທີສະໂມສອນໃຫຍ່ເມືອງອະນຸວົງ ໂດຍການເປັນປະທານຂອງ ທ່ານ ຄຳກອງ ລາວລີ ຫົວໜ້າກົມຄຸ້ມຄອງລັດຖະກອນ ກະຊວງພາຍໃນ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ ແລະ ເມືອງເຂົ້າຮ່ວມ.
ຝຶກອົບຮົມກຽມຄວາມພ້ອມປັບຕົວຕໍ່ສະພາບອາກາດ ແລະ ສຸຂະພາບ

ຝຶກອົບຮົມກຽມຄວາມພ້ອມປັບຕົວຕໍ່ສະພາບອາກາດ ແລະ ສຸຂະພາບ

ໃນວັນທີ 16 ຜ່ານມານີ້ ຢູ່ທີ່ສະໂມສອນ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ຈັດກອງປະຊຸມຝຶກອົບຮົມກຽມຄວາມພ້ອມປັບຕົວຕໍ່ສະພາບອາກາດ ແລະ ສຸຂະພາບ, ໂດຍການເປັນປະທານຂອງ ທ່ານ ພູວົງ ມະນິສິດ ປະທານກຸ່ມຄໍາພູວົງ ປະທານມູນນິທິຮ່ວມໃຈພັດທະນະລາວ, ທ່ານ ພູທອນ ເມືອງປາກ ທີ່ປຶກສາມູນນິທິຮ່ວມໃຈພັດທະນາລາວ ຜູ້ຊີ້ນໍາໂຄງການ.
ເຈົ້າແຂວງຈໍາປາສັກ​ ເຄື່ອນໄຫວຊຸກຍູ້ການກໍ່ສ້າງທາງເບຕົງ​ ຢູ່ບ້ານໂພນໄຊ

ເຈົ້າແຂວງຈໍາປາສັກ​ ເຄື່ອນໄຫວຊຸກຍູ້ການກໍ່ສ້າງທາງເບຕົງ​ ຢູ່ບ້ານໂພນໄຊ

ວັນທີ​ 16 ມິຖຸນາ​ຜ່ານມາ,​ ທ່ານ​ ອາລຸນໄຊ​ ສູນນະລາດ​ ເຈົ້າແຂວງ​ຈໍາປາສັກ​ ພ້ອມດ້ວຍ​ຄະນະ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ການສ້ອມແປງ, ກໍ່ສ້າງທາງເບຕົົງ 2​ ເສັ້ນ​ ຢູ່ບ້ານພັດທະນາໂພນໄຊ ນະຄອນປາກເຊ​ ໂດຍມີການນໍາບໍລິສັດຜູ້ຮັບເໝົາການກໍ່ສ້າງ,​ ອົງການປົກຄອງບ້ານ​ພັດທະນາໂພນໄຊ​ ເຂົ້າຮ່ວມ.​ ທັງນີ້,​ ກໍເພື່ອເປັນການຊຸກຍູ້ໃຫ້ການກໍ່ສ້າງເສັ້ນທາງເບຕົງ​ດັ່ງກ່າວ ມີຜົນສໍາເລັດ,​ ຕອບສະໜອງໃຫ້ແກ່ການສັນຈອນໄປ​ - ມາ ມີຄວາມສະດວກ​ ທັງປະກອບສ່ວນໃຫ້ນະຄອນປາກເຊ​ ມີຄວາມເປັນລະບຽບຮຽບຮ້ອຍສະອາດຈົບງາມ.
5 ປີ ເມືອງດາກຈຶງ ຕ້ອງການທຶນເພື່ອພັດທະນາພື້ນຖານໂຄງລ່າງ 340 ຕື້ກວ່າກີບ

5 ປີ ເມືອງດາກຈຶງ ຕ້ອງການທຶນເພື່ອພັດທະນາພື້ນຖານໂຄງລ່າງ 340 ຕື້ກວ່າກີບ

ໃນ 5 ປີຕໍ່ໜ້າ (2025-2029) ເມືອງດາກຈຶງ ແຂວງເຊກອງ ມີຄວາມຕ້ອງການທຶນເພື່ອພັດທະນາພື້ນຖານໂຄງລ່າງ ຍູ້ແຮງການພັດທະນາເສດຖະກິດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ທັງໝົດ 342 ຕື້ກີບ. ໃນນີ້, ການລົງທຶນຂອງລັດ 55 ຕື້ກີບ, ທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມ 154 ຕື້ກີບ, ທຶນສິນເຊື່ອທະນາຄານ 74.06 ຕື້ກີບ, ທຶນພັດທະນາທ້ອງຖິ່ນ 45 ຕື້ກີບ, ບ້ວງເງິນເກີນແຜນ 10 ຕື້ກີບ ແລະ ທຶນຊຸມຊົນປະກອບສ່ວນ 2.5 ຕື້ກີບ.
ເຂື່ອນໄຟຟ້າ ຫ້ວຍລຳພັນຕອນລຸ່ມຈໍາໜ່າຍພະລັງງານໄຟຟ້າໄດ້ 204,919,077 kWh

ເຂື່ອນໄຟຟ້າ ຫ້ວຍລຳພັນຕອນລຸ່ມຈໍາໜ່າຍພະລັງງານໄຟຟ້າໄດ້ 204,919,077 kWh

ທ່ານ ສະນິດ ໄຊຍະສິດ ຜູ້ອໍານວຍການບໍລິສັດ ຫ້ວຍລໍາພັນ ພາວເວີ ຈໍາກັດ ໃຫ້ສໍາພາດວ່າ: ການຜະລິດພະລັງງານໄຟຟ້າ ຂອງເຂື່ອນໄຟຟ້າຫ້ວຍລຳພັນຕອນລຸ່ມຜ່ານມາ ແຕ່ມື້ເລີ່ມຕົ້ນຮອດປັດຈຸບັນ ແມ່ນຜະລິດຕາມແຜນການທີ່ວາງໄວ້ ແລະ ຜະລິດຕາມປະລິມານນໍ້າໄຫຼເຂົ້າອ່າງຕົວຈິງໃນແຕ່ລະໄລຍະ, ການຂຶ້ນແຜນການຜະລິດ
ເພີ່ມເຕີມ