ກິນອາຫານຖືກຫຼັກອານາໄມ ຊ່ວຍຫ່າງໄກຈາກໂຣກໄພໄຂ້ເຈັບ

ກິນອາຫານຖືກຫຼັກອານາໄມ ຊ່ວຍຫ່າງໄກຈາກໂຣກໄພໄຂ້ເຈັບ

ກິນອາຫານຖືກຫຼັກອານາໄມ ຊ່ວຍຫ່າງໄກຈາກໂຣກໄພໄຂ້ເຈັບ
ໂດຍ: ແສງຈັນ ການ​ຮັບ​ປະ​ທານອາຫານທີ່​ເປັນ​ປະ​ໂຫຍດມີ​ຄວາມ​ສຳ​ຄັນ​ທີ່​ສຸດເພາະ​ຈະ​ເຮັດ​ໃຫ້ສຸຂະພາບຂອງ​ເຮົາທີ່ແຂງແຮງດີ ແລະ ກໍ​ແມ່ນ​ຄວາມ​ມຸ່ງ​ຫວັງ​ຂອງ​ທຸກ​ຄົນ, ເພື່ອຢາກໃຫ້ມີຊີວິດທີ່ຍືນ​ນານ ຄວນກິນ-ດື່ມອາຫານທີ່ມີໂພຊະນາການທີ່ດີ (ກິນໃຫ້ຄົບ 5 ໝວດໝູ່) ພ້ອມທັງພັກຜ່ອນໃຫ້ພຽງພໍ ແລະ ອອກກໍາລັງກາຍຢ່າງສະໝໍ່າສະເໝີ.

ທ່ານນາງ ແພງສີ ພົມມະວັນ ຜູ້ອໍານວຍການບໍລິສັດລາວນິວຕຣ້າ (LAOS NUTRA), ຜູ້ນຳເຂົ້າຜະລິດຕະພັນນໍ້າໝາກໄມ້ສົດໃຫ້ສໍາພາດວ່າ: ບໍລິສັດຂອງພວກເຮົາ ນໍາເຂົ້ານໍ້າໝາກໄມ້ (ອາຫານເພື່ອສຸຂະພາບ) ມາແຕ່ປີ 2018 ຫຼືວ່າ Siam nutra (ກິນອາຫານເປັນຢາ), ຄົນໃນສັງຄົມນອກຈາກກິນອາຫານໃຫ້ຄົບໝວດໝູ່ແລ້ວ, ການຮັກສາສຸຂະພາບ, ການນອນໃຫ້ພຽງພໍກໍມີຄວາມສໍາຄັນຫຼາຍ ຄຽງຄູ່ກັບການອອກກໍາລັງກາຍ ແລະ ນອກຈາກນັ້ນກໍຄວນດື່ມນໍ້າໃຫ້ຫຼາຍ-ນໍ້າໝາກໄມ້ບໍາລຸງສຸຂະພາບຂອງພວກທ່ານ ເພື່ອຊ່ວຍຫຼີກເວັ້ນບໍ່ມີຄວາມສ່ຽງຂອງພະຍາດຕ່າງໆ. ຜະລິດຕະພັນຂອງບໍລິສັດ ປະກອບມີ: ເຄື່ອງດື່ມສໍາລັບຜູ້ປ່ວຍໂຣກເບົາຫວານ, ໄຂມັນ, ຄວາມດັນ, ຕ້ານການອັກເສບ, ບໍາລຸງສຸຂະພາບ, ບໍາລຸງຜິວ, ເພີ່ມພູມຄຸ້ມກັນ ແລະ ຜະລິດຕະພັນອື່ນໆ.

ໂພຊະນາການ ຫຼືວ່າ ອາຫານທີ່ສັງຄົມມັກບໍລິໂພກ ຂັ້ນຕອນຂອງການຜະລິດສ່ວນໃຫຍ່ ມີຫຼາຍຂະບວນການ ເພື່ອສະໜອງໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ, ບໍ່ວ່າຈະເປັນການລ້ຽງສັດ ກໍຍັງໃຊ້ສານເລັ່ງເພື່ອຂະຫຍາຍ ແລະ ເຕີບໂຕໄວ, ການແປຮູບ ເພື່ອໃຫ້ໄດ້ອາຫານຫຼາກຫຼາຍຂຶ້ນ, ການປູກຜັກກໍເຊັ່ນດຽວກັນ ໃຊ້ສານເຄມີເພື່ອໃຫ້ໄດ້ປະລິມານຫຼາຍຂຶ້ນ, ໃຊ້ເວລາຂອດການຜະລິດໃຫ້ສັ້ນລົງ. ຊຶ່ງທັງໝົດເຫຼົ່ານີ້ ລ້ວນແຕ່ສົ່ງຜົນກະທົບ ຕໍ່ສຸຂະພາບຂອງຄົນ.

ທ່ານນາງ ກາລະທອນ ແສງສຸລິຍາ ໄດ້ໃຫ້ສໍາພາດວ່າ: ຂ້າພະເຈົ້າ ແມ່ນຜູ້ໜຶ່ງທີ່ຮັກສາສຸຂະພາບຈຶ່ງໄດ້ໃຊ້ບໍລິການ ຜະລິດຕະພັນນໍ້າໝາກໄມ້ ຂອງບໍລິສັດ ລາວນິວຕຣ້າ ຈົນເຖິງປັດຈຸບັນ.

ດັ່ງນັ້ນ, ການບໍລິໂພກອາຫານທີ່ຖືກຫຼັກອານາໄມ ກໍຄື ມີໂພຊະນາການທີ່ດີແລ້ວ ຄຽງຄູ່ກັບການອອກກຳລັງກາຍຈຶ່ງຈະເປັນອີກອົງປະກອບໜຶ່ງທີ່ເຮັດໃຫ້ມີສຸຂະພາບແຂງແຮງຕື່ມອີກ, ຖ້າຫາກວ່າ ຫຼີກເວັ້ນໄດ້ຄວນຈະບໍລິໂພກອາຫານທີ່ບໍ່ມີສານເຈືອປົນ ຊຶ່ງຈະສາມາດຊ່ວຍປ້ອງກັນ, ຫຼຸດຜ່ອນຄວາມສ່ຽງ ຕໍ່ສຸຂະພາບ ເພື່ອທຸກຄົນຈະໄດ້ກິນອາຫານເປັນຢາ - ບໍ່ແມ່ນກິນຢາເປັນອາຫານ. ຖ້າຫາກວ່າ ທ່ານໃດມີຄວາມສົນໃຈ ຜະລິດຕະພັນຂອງບໍລິສັດ ກໍສາມາດໂທ: 020 23969789, 020 59979564 ບໍລິສັດ ລາວນິວຕຣ້າ ຕັ້ງຢູ່ບ້ານສະພັງໝໍ້, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ