ກິດຈະກໍາ ງານຊຸມນຸມແຫ່ງວັດທະນະທໍາ ບົດກະວີສາລາຫຼານຖິງ

ກິດຈະກໍາ ງານຊຸມນຸມແຫ່ງວັດທະນະທໍາ ບົດກະວີສາລາຫຼານຖິງ
ສູນວັດທະນະທໍາຈີນ ປະຈໍາ ລາວ ຮ່ວມກັບ ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ຊຶ່ງຮັບຜິດຊອບຈັດງານໂດຍ ສູນຄຸ້ມຄອງ ແລະ ດໍາເນີນການສະຖານີນະຄອນຫຼວງ ໄດ້ຈັດກິດຈະກໍາງານຊຸມນຸມແຫ່ງວັດທະນະທໍາ ບົດກະວີສາລາຫຼານຖິງ ເທິງຂະບວນລົດໄຟລ້ານຊ້າງ ຂຶ້ນໃນວັນທີ 21 ເມສານີ້ ໂດຍຂະບວນລົດໄຟລ້ານຊ້າງຖ້ຽວ D88 ຕູ້ເບີ 5 ໄດ້ຖືກແຕ່ງໄປດ້ວຍສິລະປະການຂຽນຕົວໜັງສືຈີນ ບົດກະວີຫຼານຖິງ ເຮັດໃຫ້ພາຍໃນຕູ້ລົດໄຟເຕັມໄປດ້ວຍບັນຍາກາດແຫ່ງວັດທະນະທໍາຈີນ ໂດຍມີ ທ່ານ ພູເຮືອງ ສຸວັນນະລາດ ຮອງຫົວໜ້າກົມມໍລະດົກ ກະຊວງຖະແຫຼງຂ່າວ,​ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ), ທ່ານນາງ ຫຼີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈຳ ລາວ, ມີສຳມະນາກອນຈາກກົມກອງອ້ອມຂ້າງກະຊວງ ຖວທ ທີ່ໄປເຂົ້າຮ່ວມການຝຶກອົບຮົມການປົກປັກຮັກສາມໍລະດົກວັດທະນະທຳນາມມະທຳທີ່ປະເທດຈີນ ພ້ອມດ້ວຍຜູ້ໂດຍສານນາທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ກິດຈະກຳໃນຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຊື່ນຊົມ, ໄດ້ສຳຜັດຜົນງານສິລະປະຕົວໜັງສືຈີນຮູບແບບ ສິງ ຊູ່ ທີ່ເປັນອັນດັບໜຶ່ງຂອງໂລກກໍຄືຜົນງານທີ່ມີຊື່ວ່າ: ຫຼານ ຖິງ ຈີ ຊູ້ ຂອງທ່ານ ຫວາງ ຊີ່ຈື່. ໄດ້ຫວນຄືນສໍາຜັດກັບງານຊຸມນຸມແຫ່ງວັດທະນະທຳ ບົດກະວີສາລາຫຼານຖິງ ແບບດັ້ງເດີມ ຊຶ່ງສູນວັດທະນະທໍາຈີນ ປະຈໍາລາວ ໄດ້ຍັງເຊື້ອເຊີນທ່ານ ຫຼີ ຫຼິງ ຮອງຫົວໜ້າສະມາຄົມສິລະປະຕົວໜັງສືຈີນ ປະຈຳ ລາວ ມາສະແດງ ແລະ ສອນຜູ້ໂດຍສານໂດຍໃຊ້ພູ່ກັນຂຽນຕົວໜັງສືຈີນຢູ່ເທິງລົດໄຟຕື່ມອີກ. ຜູ້ໂດຍສານໄດ້ພະຍາ ຍາມທີ່ຈະຮຽນຂຽນຄຳວ່າ: 兰亭雅集 ຊຶ່ງມີຄວາມໝາຍວ່າ: ງານຊຸມນຸມແຫ່ງວັດທະນະທໍາ ບົດກະວີສາລາຫຼານຖິງ ທີ່ເປັນຊື່ຂອງກິດຈະກຳຄັ້ງນີ້ ເທື່ອລະຂີດ ຂີດດ້ວຍພູ່ກັນ, ດື່ມດໍ່າໄປກັບຄວາມງົດງາມຂອງສິລະປະຕົວໜັງສືຈີນ ທີ່ແຝງໄປດ້ວຍຄວາມໝາຍທີ່ເລິກເຊິ່ງຂອງວັດທະນະທຳຈີນ, ສຳຜັດໄດ້ເຖິງລົດສະນິຍົມການດຳລົງຊີວິດອັນສູງສົ່ງຂອງຜູ້ມີຄວາມຮູ້ຂອງຊາວຈີນໃນອາດີດ ເຮັດໃຫ້ຫຼາຍຄົນຕ່າງກໍຊົມເຊີຍກິດຈະດັ່ງກ່າວວ່າມີຄວາມແປກໃໝ່ ແລະ ມີຄວາມໜ້າສົນໃຈຫຼາຍ ນີ້ເປັນຄັ້ງທຳອິດທີ່ໄດ້ສຳຜັດການຂຽນສິລະປະຕົວໜັງສືຈີນດັ້ງເດີມເທິງລົດໄຟທີ່ມີຄວາມທັນສະໄໝ.
ທ່ານ ພູເຮືອງ ສຸວັນນະລາດ ໃຫ້ຮູ້ວ່າ: ກິດຈະກຳໃນຄັ້ງນີ້ ປະກອບມີຫຼາກຫຼາຍກິດຈະກຳ ທີ່ມີຄວາມໝາຍ-ຄວາມສໍາຄັນສາມາດເຮັດໃຫ້ ຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ຮຽນຮູ້ເຖິງວິຖີຊີວິດທາງດ້ານວັດທະນະທຳຂອງ ສປ ຈີນ ກ່ອນເຂົ້າຮ່ວມຝຶກອົບຮົມວຽກຕົວຈິງໃນລະຫວ່າງວັນທີ 22-25 ເມສານີ້ທີ່ ແຂວງຟູເອີ ສປ ຈີນ ເຊັ່ນ: ກິດຈະກຳສອນພາສາຈີນ, ສິລະປະການຂຽນຕົວອັກສອນຈີນນັບຕັ້ງແຕ່ມີການສ້າງຕົວອັກສອນຈີນ ຂຶ້ນມາ ແລະ ບົດກະວີຫຼານຖິງ, ການສາທິດວິທີການຂຽນໂຕໜັງສືພາສາຈີນ ພ້ອມເຮັດໃຫ້ຮູ້ເຖິງປະຫວັດຄວາມເປັນມາ ແລະ ຄວາມສໍາຄັນຂອງການຂຽນໜັງສືພາສາຈີນ ທີ່ຕິດພັນກັບວິຖີການດຳລົງຊີວິດ ຂອງບັນພະບູລຸດຂອງປະຊາຊົນຈີນທີ່ມີມາອັນຍາວນານແຕ່ປີ ຄ.ສ 353 ຂອງວັນທີ 3 ເດືອນມີນາຕາມປະຕິທິນຈີນ ແລະ ມີກິດຈະກຳ ອື່ນໆອີກ. ປະເທດຈີນເປັນໜຶ່ງໃນປະເທດທີ່ມີມໍລະດົກວັດທະນະທຳນາມມະທຳທີ່ຫຼາຍທີ່ສຸດ ແລະ ເປັນປະເທດທີ່ສາມາດຮັກສາມໍລະດົກດັ່ງກ່າວໄດ້ດີທີ່ສຸດໃນໂລກ. ປະເທດລາວກໍມີວັດທະນະທຳນາມມະທຳຫຼາຍຢ່າງທີ່ຕ້ອງໄດ້ຄົ້ນຫາ, ຫວັງຢ່າງຍິ່ງວ່າສອງຊາດລາວ-ຈີນ ຈະເພີ່ມທະວີການຮ່ວມມືທາງດ້ານວຽກງານການປົກປັກຮັກສາມໍລະດົກວັດທະນະທຳນາມມະທຳ ແລະ ຍົກສູງຄວາມສາມາດ ແລະ ລະດັບການປົກປັກຮັກສາມໍລະດົກວັດທະນະທຳນາມມະທຳຂອງລາວ ແລະ ຊຸກຍູ້ການແລກປ່ຽນຮຽນຮູ້ອະລິຍະທຳ ຊຶ່ງກັນ ແລະ ກັນ.
ທ່ານນາງ ຫຼີຢີ່ຜິງ ໃຫ້ຮູ້ວ່າ: ຢາຈິ ຫຼື ງານຊຸມນຸມແຫ່ງວັດທະນະທໍາ ແມ່ນຮີດຄອງປະເພນີທີ່ສໍາຄັນໃນປະຫວັດສາດຈີນ ເພື່ອລະນຶກເຖິງໄລຍະເວລາແຫ່ງວັດທະນະທໍາ ແລະ ປະຫວັດສາດອັນລໍ້າເລີດກ່ອນປີ 1670, ເພື່ອໃຫ້ປະຊາຊົນທົ່ວໂລກໄດ້ສໍາຜັດກັບຄວາມງາມ ແລະ ຄວາມໝາຍວັດທະນະທໍາອັນເລິກເຊິ່ງຂອງສິລະປະການຂຽນຕົວໜັງສືຈີນ. ອີງຕາມແຜນງານຂອງ ກະຊວງວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປ ຈີນ, ສູນວັດທະນະທໍາຈີນທົ່ວໂລກທັງ 48 ແຫ່ງ ແລະ ສໍານັກງານທ່ອງທ່ຽວຈີນ 23 ແຫ່ງຈະເປີດຕົວກິດຈະກໍາສິລະປະການຂຽນຕົວໜັງສືຈີນຂຶ້ນທົ່ວໂລກໃນເດືອນເມສານີ້ ຊຶ່ງກິດຈະກໍາໃນຄັ້ງນີ້ ກໍເປັນພາກສ່ວນສໍາຄັນຂອງໂຄງການດັ່ງກ່າວ. ທ່ານນາງ ຫຼີຢີ່ຜິງ ຍັງໄດ້ສົ່ງຄຳອວຍພອນເປັນພິເສດໃຫ້ກັບນັກສຳມະນາກອນລາວ ທີ່ໄປເຂົ້າຮ່ວມການຝຶກອົບຮົມຢູ່ ສປ ຈີນ ໃນຄັ້ງນີ້ ພ້ອມຫວັງວ່າການເດີນທາງດ້ວຍລົດໄຟຂະບວນລ້ານຊ້າງໃນຄັ້ງນີ້ ຈະເປັນຈຸດເລິ່ມຕົ້ນແຫ່ງຄວາມປະທັບໃຈໃນການທ່ອງທ່ຽວປະເທດຈີນ ແລະ ເປັນການປະກອບສ່ວນສໍາຄັນເຂົ້າໃນການແລກປ່ຽນ-ຮ່ວມມືທາງດ້ານວັດທະນະທຳ ແລະ ທ່ອງທ່ຽວຂອງສອງຊາດລາວ-ຈີນ.
ຂ່າວ-ພາບ: ວັນເພັງ

ຄໍາເຫັນ

ຂ່າວຕ່າງປະເທດ

ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ

ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ

ຂ່າສານຊີອາໄອລາຍງານວ່າ: ນັບ​ແຕ່​ວັນ​ທີ 18 ທັນ​ວາ 2025 ເປັນ​ຕົ້ນ​ໄປ, ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ​ຢ່າງ​ເປັນ​ທາງ​ການ.
ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ປີນີ້ເປັນປີຄົບ​ຮອບ 10 ປີ​ຂອງການເຊັນສັນຍາປາຣີ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ (2015-2025), ສ່ວນການຄຸ້ມຄອງດິນຟ້າອາກາດກຳລັງຢືນຢູ່ໃນທາງສີ່ແຍກແຫ່ງປະຫວັດສາດ. ດ້ານໜຶ່ງແມ່ນຍ້ອນສະພາບຂ້ຽວຂາດທີ່ການເພີ່ມຂຶ້ນຂອງອຸນຫະພູມທົ່ວໂລກໄດ້ແຕະຕ້ອງເສັ້ນ​ຕ້ອງ​ຫ້າມ​ແດງ​ລະ​ດັບ1,5 ອົງສາ ຫຼາຍຄັ້ງ ແລະ ເກີດ​ສະ​ພາບອາກາດຮຸນແຮງເລື້ອຍໆ; ອີກດ້ານໜຶ່ງແມ່ນ​ຍ້ອນສະພາບຄວາມຫຍຸ້ງຍາກດ້ານການບໍລິຫານທີ່ລັດທິຝ່າຍດຽວເງີຍໜ້າຂຶ້ນ ແລະ ບາງປະເທດບໍ່ສາມາດປະຕິບັດຕາມຄຳໝັ້ນສັນຍາ​ຂອ​ງ​ຕົນຢ່າງທັນການ. ແຕ່ຈີນ ແລະ ບັນດາປະເທດ​ສະ​ມາ​ຊິກອາຊຽນໄດ້ໃຫ້ຄຳຕອບຂອງບັນ​ຫາດັ່ງກ່າວດ້ວຍພຶດຕິກຳຕົວຈິງແບບສີຂຽວ ຄື: ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ກ່ຽວ​ຂ້ອງກັບຊາຕາກຳຂອງມວນມະນຸດ, ມີແຕ່ຢຶດໝັ້ນລັດທິຫຼາຍຝ່າຍ ແລະ ລົງເລິກການຮ່ວມມືຕົວຈິງ ຈຶ່ງຈະສາມາດເຮັດໃຫ້ຄຳໝັ້ນສັນຍາໃນສັນຍາປາຣີກາຍເປັນການເຄື່ອນໄຫວຕົວຈິງເພື່ອ​ປົກ​ປ້ອງໂລກ.
ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 8 ທັນ​ວາ ຜ່ານມາ, ໂຕ​ເລກ​ສະ​ຖິ​ຕິ​ທີ່​ເຜີຍ​ແຜ່​ໂດຍ​ລັດ​ຖະ​ບານ​ຈີນ​ສະ​ແດງ​ເຫັນ​ວ່າ, ໃນ 11 ເດືອນ​ຂອງ​ປີ 2025, ຍອດ​ມູນ​ຄ່າ​ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ໄດ້​ຂອງ​ຈີນ​ມີ​ເຖິງ 41,210 ຕື້ຢວນ, ເພີ່ມ​ຂຶ້ນ 3.6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ໃນ​ນັ້ນ, ຍອດ​ມູນ​ຄ່າ ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ຂອງ​ເດືອນພະ​ຈິກ​ໄດ້​ເພີ່ມ​ຂຶ້ນ 4.1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024 ຊຶ່ງ​ໄດ້​ຮັກ​ສາ​ການ​ເຕີບ​ໂຕ​ເປັນ​ເວ​ລາ 10 ເດືອນ​ລຽ​ນ​ຕິດ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ນັກ​ວິ​ເຄາະ​ຊີ້​ໃຫ້​ເຫັນ​ວ່າ, ໂຄງ​ປະ​ກອບ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ປັບ​ປຸງ​ດີ​ຂຶ້ນ​ເລື້ອຍໆ, ປ່ອຍ​ພະ​ລັງ​ຂັບ​ເຄື່ອນ​ໃໝ່​​ຢ່າງຕໍ່​ເນື່ອງ, ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໜຽວ​ທີ່​ເຂັ້ມ​ແຂງ.
ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຫວ່າງ​ມໍ່ໆ​ມາ​ນີ້, ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເລື່ອງ“ ‌Zootopia 2” ຢູ່​ແຜ່ນ​ດິນ​ໃຫຍ່​ຈີນ​ບັນ​ລຸຫຼາຍກວ່າ 2 ຕື້ຢວນຊຶ່ງບໍ່​ພຽງ​ແຕ່​ໄດ້​ສ້າງ​ສະ​ຖິ​ຕິ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ກາ​ຕູນ​ທີ່​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ​ໃນ​ປະ​ຫວັດ​ສາດ​ຮູບ​ເງົາ​ຈີນ​ໃໝ່​ເທົ່າ​ນັ້ນ, ຍິ່ງ​ໄດ້​ລື່ນ​ກາຍ​ຕະຫຼາດ​ອາ​ເມ​ຣິ​ກາ​ເໜືອ​ແລ້ວ​ກາຍ​ເປັນ​ຕະຫຼາດ​ທີ່​ໄດ້​ຂາຍ​ປີ້​ເຂົ້າ​ຊົມຫຼາຍ​ທີ່​ສຸດ​ໃນ​ໂລກອີກ​ດ້ວຍ. ກ່ອນ​ຈະ​ໄດ້​ສາຍ​ຮູບ​ເງົາ​ເລື່ອງ​ນີ້, ຜູ້​ບໍ​ລິ​ໂພກ​ຈີນ​ກໍ​ໄດ້​ພົບ​ເຫັນ​ຊັບ​ສິນ​ທາງ​ປັນ​ຍາ (IP)ນີ້​ໃນ​ຊີ​ວິດ​ປະ​ຈຳ​ວັນ​ເລື້ອຍໆເຊັ່ນ: ຈອກ​ກາ​ເຟ​ Luckin ​ທີ່​ໄດ້​ແຕ້ມ​ໂປ​ສ​ເຕີ​ຮູບ​ເງົາ​ໃສ່, ເສື້ອ​ເຊີດ​ທີ່​ມີ​ຮູບ​ກາ​ຕູນ​ຮູບ​ເງົາ​ຂອງ UNIQLO, ​ກ່ອງ​ສຸ່ມຂອງ POP MART ແລະ​ ອື່ນໆ. ຈາກ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເຖິງ​ຜະ​ລິດ​ຕະ​ພັນ​ຕ່າງໆ​ຮ່ວມ​ມື​ກັບ​ຍີ່​ຫໍ້​ຕ່າງໆ ໄດ້​ພິ​ສູດ​ໃຫ້​ເຫັນ​ເຖິງ​ຖາ​ນະ​ທີ່​ທົດ​ແທນ​ບໍ່​ໄດ້​ຂອງ​ຕະຫຼາດ​ຈີນ​ໃນ​ຍຸດ​ທະ​ສາດ​ທົ່ວ​ໂລກ​ຂອງ​ບໍ​ລິ​ສັດ​ດິ​ສ​ນີ.
AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້: ບົດລາຍງານຈາກສະພາວິທະຍາສາດ ແລະ ວິສະວະກຳທາງເຕັກໂນໂລຊີຂອງອົສຕຣາລີເປີດເຜີຍວ່າ, ການນຳໃຊ້ປະໂຫຍດຈາກປັນຍາປະດິດ (AI) ສາມາດຊ່ວຍຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ151 ຕື້ໂດລາ ໃນທົດສະວັດຕໍ່ໄປ.
ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ກະຊວງການຄ້າຂອງກຳປູເຈຍໄດ້ປະກາດວ່າ, ກຳປູເຈຍໄດ້ສົ່ງອອກເຄື່ອງນຸ່ງຫົ່ມ, ແຜ່ນແພ, ເກີບ ແລະ ສິນຄ້າດ້ານການເດີນທາງ ມູນຄ່າ 13.6 ຕື້ໂດລາ ໃນໄລຍະ 10 ເດືອນທຳອິດຂອງປີ 2025 (ມັງກອນ-ຕຸລາ), ເພີ່ມຂຶ້ນ 20% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

ຂ່າວສານຊີອາໄອລາຍງານ ຫວ່າງບໍ່ດົນມານີ້ວ່າ: ກອງປະຊຸມພາຄີຂອບ​ສົນ​ທິສັນ​ຍາວ່າດ້ວຍການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາ​ກາດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຄັ້ງທີ 30 (COP30) ໄດ້ສໍາເລັດລົງໃນວັນທີ 22 ​ພະ​ຈິກ ຜ່ານມາ​ຢູ່​ນະ​ຄອນເບເລມ ​ພາກ​ເໜືອຂອງ​ປະ​ເທດບ​ຣາ​ຊິນ. ກອງປະຊຸມໄດ້ຮັບຮອງເອົາສັນ​ຍາ​ໂດຍ​ລວມ​ກ່ຽວ​ກັບ​ການເຄື່ອນ​ໄຫວ​ດ້ານດິນ​ຟ້າ​ອາ​ກາດ​ສະ​ບັບ​ໃໝ່ ຄື: "ການລະດົມທົ່ວໂລກ: ​ສາ​ມັກ​ຄີ ແລະ ປະ​ສານ​ງານ​ກັນເພື່ອ​ຮັບ​ມື​ກັບສິ່ງທ້າທາຍຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ", ໂດຍຮຽກຮ້ອງໃຫ້ບັນດາປະເທດຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາ​ດ​ຢ່າງ​ເປັນ​ເຈົ້າ​ການ ແລະ ເລັ່ງການເຄື່ອນ​ໄຫວດ້ານ​ດິນ​ຟ້າ​ອາ​ກາດ​ທີ່​ກ່ຽວ​ຂ້ອງ.
ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ຫ້ອງການພາສີຂອງ ສ ເກົາຫຼີໄດ້ປະກາດ ວ່າ, ການສົ່ງອອກຂອງ ສ ເກົາຫຼີ ໃນລະຫວ່າງວັນທີ 1-20 ພະຈິກ ເພີ່ມຂຶ້ນ 8.2% ເມື່ອທຽບກັບປີກ່ອນເປັນ 38.5 ຕື້ໂດລາ ທຽບກັບ 35.6 ຕື້ໂດລາໃນໄລຍະດຽວກັນຂອງປີກາຍ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການsemiconductorແລະ ລົດຍົນທີ່ເຂັ້ມແຂງ.
ເພີ່ມເຕີມ