ບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ

ກິດຈະກຳໃນງານບຸນອອກພັນສາປະວໍຣະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ມີສິນຄ້າຫຼາຍປະເພດມາວາງຂາຍ

ກິດຈະກຳໃນງານບຸນອອກພັນສາປະວໍຣະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ  ມີສິນຄ້າຫຼາຍປະເພດມາວາງຂາຍ
ໂດຍ: ວັນເພັງ ບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະ ຄອນຫຼວງວຽງຈັນ ເປັນໜຶ່ງປາງບຸນໃຫຍ່, ໃນຮີດ 12 ຄອງ 14 ປະເພນີລາວ

ທີ່ເຄີຍສືບທອດປະຕິບັດກັນມາຈົນເຖິງທຸກວັນນີ້, ປີນີ້ແມ່ນກົງກັບວັນທີ 17-18 ຕຸລາ 2024 ຫຼື (ມື້ຂຶ້ນ 15 ຄໍ່າ ຫາ ແຮມ 1 ຄໍ່າ ເດືອນ 11 ພ.ສ 2567), ເພື່ອໃຫ້ງານບຸນມີຄວາມໝາຍສໍາຄັນ, ມີຄວາມເບີກບານມ່ວນຊື່ນ, ຄຶກຄື້ນ ແລະ ພິເສດ, ປີນີ້ ສປປ ລາວ ເປັນປະທານອາຊຽນ ແລະ ຍັງເປັນປີທ່ອງທ່ຽວລາວ. ສະນັ້ນ, ພາກສ່ວນກ່ຽວຂ້ອງຕ່າງໆ ກໍໄດ້ຕົກລົງເຫັນດີ ໃຫ້ພໍ່ຄ້າຊາວຂາຍນໍາເອົາສິນຄ້າຕ່າງໆມີທັງເຄື່ອງອຸປະໂພກ ແລະ ບໍລິໂພກ ມາວາງຂາຍ-ຈໍາໜ່າຍ ແລະ ວາງສະແດງ ເລີ່ມແຕ່ວັນທີ 15 ຕຸລາຈົນເຖິງວັນທີ 18 ຕຸລາ 2024.

ໃນຕອນຄໍ່າຂອງວັນທີ 15 ຕຸລາ ຜ່ານມາ ເຫັນໄດ້ວ່າມີມວນຊົນຊາວນະຄອນຫຼວງວຽງຈັນ ກໍຄືມວນຊົນທັງພາຍໃນ ແລະ ຕ່າງປະເທດ ຫຼັ່ງໄຫຼພາກັນມາທ່ຽວພາຍໃນງານບຸນດັ່ງກ່າວຢ່າງຫຼວງຫຼາຍ, ບາງຄົນກໍມາເປັນຄອບຄົວ, ໝູ່ຄູ່, ຄູ່ຮັກ ແລະ ອື່ນໆ ເພື່ອມາທ່ຽວຊົມ, ຈັບຈ່າຍຊື້ສິ່ງຂອງຕ່າງໆຢ່າງຄຶກຄື້ນ. ສະນັ້ນ, ທ່ານໃດທີ່ຍັງບໍ່ທັນໄດ້ໄປທ່ຽວງານບຸນດັ່ງກ່າວກໍຢ່າລືມຢ່າພາດພາຄອບຄົວ, ໝູ່ຄູ່, ຄູ່ຮັກ ແລະ ອື່ນໆໄປທ່ຽວ. ສໍາລັບໃນຄໍ່າຄືນວັນທີ 17, 18 ຕຸລາ 2024 ຍັງຈະມີພິທີໄຫຼເຮືອໄຟ, ປ່ອຍໂຄມໄຟລອຍ, ຈູດບັ້ງໄຟດອກ ແລະ ໃນວັນທີ 18 ຕຸລາ 2024 ຈະມີຊ່ວງເຮືອປະເພນີ ແລະ ອື່ນໆ ຢູ່ແຄມທ່າວັດຈັນ ແຫ່ງນີ້ຕື່ມອີກ.

ຢ່າງໃດກໍຕາມ. ໃຫ້ທຸກຄົນທີ່ມາທ່ຽວງານບຸນຈົ່ງມີສະຕິຮອບດ້ານ ເພື່ອບໍ່ໃຫ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ຮັກສາໃຫ້ໄດ້ຄວາມສະຫງົບປອດໄພ, ຈົ່ງຊ່ວຍກັນຮັກສາຄວາມສະອາດງາມຕາ, ຄວາມເປັນລະບຽບ-ຮຽບຮ້ອຍ ແລະ ທີ່ສໍາຄັນໃຫ້ຮັກສາໄດ້ຮີດຄອງປະເພນີອັນດີງາມຂອງລາວເຮົາ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ການຕຳນິສົ່ງຂ່າວ ຄືແວ່ນແຍງທີ່ປະເສີດ

ການຕຳນິສົ່ງຂ່າວ ຄືແວ່ນແຍງທີ່ປະເສີດ

ໂດຍຣັດສະໝີ ດວງສັດຈະ. ການຕຳນິຕິຊົມ ຫຼື ການສົ່ງຂ່າວ ເຊິ່ງກັນ ແລະ ກັນ ມີບົດບາດສຳຄັນຫຼາຍ ໃນລະບົບການເມືອງປະຊາທິປະໄຕ ປະຊາຊົນ ພາຍໃຕ້ການນຳພາຂອງພັກ ອັນໄດ້ກາຍເປັນຫົວຂໍ້ທີ່ສຳຄັນ ໃນລະບອບສ່ອງແສງລາຍງານ ໂດຍຖືເອົາການຕຳນິຕິຊົມ ເປັນແວ່ນແຍງທີ່ໃສແຈ້ງ, ເປັນກະຈົກສ່ອງເງົາ-ສ່ອງເຮົາ ຫຼື ເປັນມະໂຫສົດ ທີ່ຄອຍປ້ອງກັນແລະປິ່ນປົວພະຍາດ ແນວຄິດທີ່ຜິດເຂວອອກຈາກລະບຽບກົດໝາຍ, ວັດທະນະທຳ,ຈັນຍາບັນ-ຈັນຍາທຳ...
ຊີ້ແຈງຂໍ້ຂ້ອງໃຈຂອງສັງຄົມຕໍ່ການຕັດຕົ້ນໄມ້ຢູ່ຖະໜົນເສດຖາທິຣາດ

ຊີ້ແຈງຂໍ້ຂ້ອງໃຈຂອງສັງຄົມຕໍ່ການຕັດຕົ້ນໄມ້ຢູ່ຖະໜົນເສດຖາທິຣາດ

ເນື່ອງຈາກມີການກໍ່ສ້າງ ແລະ ຂະຫຍາຍໜ້າທາງ ລວມທັງຮ່ອງລະບາຍນໍ້າຢູ່ຖະໜົນເສດຖາທິຣາດເພື່ອພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ ການສັນຈອນໄປມາມີຄວາມສະດວກສະບາຍ ຕິດພັນກັບໂຄງ ການພັດທະນາດັ່ງກ່າວ, ທາງໂຄງການຈຶ່ງໄດ້ມີການສຶກສາສຳຫຼວດຕໍ່ຜົນກະທົບຂອງຕົ້ນໄມ້ທີ່ຢູ່ລຽບເສັ້ນທາງຖະໜົນເສດຖາທິຣາດໄປພ້ອມໆກັນ ຊຶ່ງລ້ວນແຕ່ເປັນຕົ້ນໄມ້ທີ່ສູງໃຫຍ່ມີອາຍຸ 100 ປີ. ດັ່ງນັ້ນ, ຈຶ່ງໄດ້ມີການຕັດຮອນງ່າໄມ້, ຟື້ນຟູຮາກຕົ້ນໄມ້ ເພື່ອບໍາລຸງຮັກສາຕົ້ນໄມ້ໃຫ້ມີຄວາມສວຍງາມ ແລະ ຍືນຍົງ ເພື່ອຄວາມປອດໄພຂອງປະຊາຊົນໃນການສັນຈອນໄປມາ.
ມອບເງິນຊຸກຍູ້ກອງປະຊຸມໃຫຍ່ອົງຄະນະພັກນະຄອນໄກສອນ 55 ລ້ານກີບ

ມອບເງິນຊຸກຍູ້ກອງປະຊຸມໃຫຍ່ອົງຄະນະພັກນະຄອນໄກສອນ 55 ລ້ານກີບ

ໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ ໄດ້ມອບເງິນປະກອບສ່ວນຊຸກຍູ້ກອງປະຊຸມໃຫຍ່ຂອງອົງຄະນະພັກ ນະຄອນໄກສອນພົມວິຫານ ຄັ້ງທີ lX ທີ່ຈະໄຂຂຶ້ນໃນລະຫວ່າງວັນ 26-27 ມິຖຸນານີ້, ເພື່ອຮັບໃຊ້ເຂົ້າໃນວຽກງານຕ່າງໆໃນການກະກຽມກອງປະຊຸມໃຫຍ່ໃຫ້ມີຜົນສຳເລັດຕາມແຜນການທີ່ວາງໄວ້. ພິທີມອບ-ຮັບເງິນຄັ້ງນີ້, ໄດ້ຈັດຂຶ້ນໃນວັນທີ 24 ມິຖຸນານີ້ ທີ່ໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ ໂດຍການກ່າວມອບຂອງທ່ານ ເກຍ ອູ໊ສິດທິເດດ ວິລະຊົນແຮງງານແຫ່ງຊາດ ເຈົ້າຂອງໂຮງງານ ແລະ ກ່າວຮັບໂດຍທ່ານ ຄຳຜຸຍ ສີບຸນເຮືອງ ກຳມະການພັກແຂວງ ຮັກສາການເລຂາພັກນະຄອນ ຮັກສາການເຈົ້ານະຄອນໄກສອນພົມວິຫານ ພ້ອມຄະນະ.
ແຂວງວຽງຈັນ ເຜີຍແຜ່ຜົນກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024

ແຂວງວຽງຈັນ ເຜີຍແຜ່ຜົນກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024

ເມື່ອບໍ່ດົນມານີ້ ຢູ່ສະໂມສອນເມືອງທຸລະຄົມ ແຂວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ຜົນສໍາເລັດຂອງກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024 ໂດຍການເປັນປະທານຂອງ ສະຫາຍ ຈິດຕະວົງ ສີສົງຄາມ ຮອງປະທານຄະນະກວດກາພັກແຂວງວຽງຈັນ.
ແກ່ນທ້າວ ເຜີຍແຜ່ ລະບົບຄຸ້ມຄອງສາງພາສີ ທີ່ທັນສະໄໝ

ແກ່ນທ້າວ ເຜີຍແຜ່ ລະບົບຄຸ້ມຄອງສາງພາສີ ທີ່ທັນສະໄໝ

ໃນວັນທີ 23 ມິຖຸນາຜ່ານມານີ້, ຢູ່ທີ່ຫ້ອງປະຊຸມດ່ານສາກົນຂົວມິດຕະພາບນໍ້າເຫືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເຜີຍແຜ່ ການນໍາໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝໃຫ້ເຈົ້າໜ້າທີ່ດ່ານພາສີສາກົນຂົວມິດຕະພາບນໍ້າເຫືອງ ແລະ ດ່ານພາສີສາກົນພູດູ່ ຂຶ້ນ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຫຸມພັນ ວົງສາ ຫົວໜ້າດ່ານພາສີສາກົນຂົວມິດຕະພາບນໍ້າເຫືອງ.
ສື່ມວນຊົນພາກກາງຝຶກອົບຮົມ ການລາຍງານຂ່າວບັນຫາຫາສີຂຽວ

ສື່ມວນຊົນພາກກາງຝຶກອົບຮົມ ການລາຍງານຂ່າວບັນຫາຫາສີຂຽວ

ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບອົງການແຄຣ ນານາຊາດ ປະຈຳ ສປປ ລາວ ໄດ້ເປີດຊຸດຝຶກອົບຮົມ ໃນຫົວຂໍ້ฌ ການລາຍງານຂ່າວບັນຫາຫາສີຂຽວ ໃຫ້ສື່ມວນຊົນ ພາກກາງ ພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອການພັດທະນາສີຂຽວໃນ ສປປ ລາວ ຊຶ່ງຊຸດຝຶກອົບຮົມຄັ້ງນີ້ໄດ້ຈັດຂຶ້ນໃນວັນທີ 23 ມິຖຸນາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ວຽງຄຳ ສີສຸວົງ ຮອງຫົວໜ້າພະແນກຖະແຫຼງຂ່າວ ນະຄອນຫຼວງວຽງຈັນ ແລະ ນັກສຳມະນາກອນເຂົ້າຮ່ວມ.
ສານປະຊາຊົນແຂວງຜົ້ງສາລີ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງພັກປະຊາຊົນປະຕິວັດລາວ

ສານປະຊາຊົນແຂວງຜົ້ງສາລີ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງພັກປະຊາຊົນປະຕິວັດລາວ

ເພື່ອເປັນການລະນຶກເຖິງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70 ປີ, ໃນຕອນເຊົ້າຂອງວັນທີ 23 ມິຖຸນາ ສານປະຊາຊົນແຂວງຜົ້ງສາລີ ໄດ້ຈັດພິທີ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22 ມີນາ 1955-22 ມີນາ 2025) ຂຶ້ນນະທີຫ້ອງປະຊຸມຊັ້ນ 3 ສານປະຊາຊົນແຂວງ. ໂດຍການເປັນປະທານຂອງ ສະຫາຍ ອິກ ເພັງສະໝຸດ ເລຂາໜ່ວຍພັກ ຮັກສາການປະທານສານປະຊາຊົນແຂວງຜົ້ງສາລີ.
ມອບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ

ມອບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ

ຫ້ອງວ່າການກະຊວງປ້ອງກັນປະເທດ ຈັດພິທີມອບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ (22 ມີນາ 1955-22 ມີນາ 2025) ຂຶ້ນໃນວັນທີ 20 ມິຖຸນາ ຜ່ານມາ ພາຍໃຕ້ການເປັນປະທານ ແລະ ປະດັບຫຼຽນໂດຍ ສະຫາຍ ພົນຕີ ສົມພອນ ມິດຕະພອນ ກຳມະການຄະນະພັກກະຊວງປ້ອງກັນປະເທດ ເລຂາຄະນະພັກອົງການ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີຄະນະພັກອົງການ, ຄະນະພັກ-ຄະນະບັນຊາ, ກົມ, ກອງ, ຫ້ອງການ ແລະ ພະນັກງານສະມາຊິກພັກ ເຂົ້າຮ່ວມ.
ຊີ້ເເຈງກ່ຽວກັບການເກັບຄ່າບໍລິການຄວາມປອດໄພຈໍານວນເງິນ 3,000 ກີບ/ເດືອນ

ຊີ້ເເຈງກ່ຽວກັບການເກັບຄ່າບໍລິການຄວາມປອດໄພຈໍານວນເງິນ 3,000 ກີບ/ເດືອນ

ການເກັບຄ່າຄວາມປອດໄພໂທລະຄົມມະນາຄົມ ແລະ ອິນເຕີເນັດ 3,000 ກີບຕໍ່ເດືອນ ໃນໄລຍະຜ່ານມາໄດ້ກາຍເປັນບັນຫາເຄັ່ງຮ້ອນ ເເລະ ຟົດເດືອດທີ່ສຸດທີ່ສັງຄົມໃຫ້ຄວາມສົນໃຈໃນປັດຈຸບັນ. ເນື່ອງຈາກມີຄວາມຂ້ອງໃຈວ່າເງິນຈໍານວນດັ່ງກ່າວທີ່ຕັດໄປຖ້າລວມກັນເເລ້ວມີມູນຄ່າເທົ່າໃດ, ຕົກໄປຢູ່ໃສ ເເລະ ນໍາໃຊ້ເຂົ້າໃນວຽກງານໃດເເລ້ວເປັນຫຍັງພາຍຫຼັງທີ່ຊໍາລະເເລ້ວຍັງມີກຸ່ມແກ້ງສໍ້ໂກງທາງໂທລະຄົມ ຫຼື ຄໍເຊັນເຕີ ລວມເຖິງບໍລິສັດເຊົ່າສິນເຊື່ອຈໍານວນໜຶ່ງຍັງສາມາດໂທມາລົບກວນໄດ້ຢູ່.
ກອງປະຊຸມ ກວດສອບການຄຸ້ມຄອງຊັບສິນແຫ່ງລັດ ແລະ ສ່ວຍສາອາກອນ ປະຈຳປີ 2024

ກອງປະຊຸມ ກວດສອບການຄຸ້ມຄອງຊັບສິນແຫ່ງລັດ ແລະ ສ່ວຍສາອາກອນ ປະຈຳປີ 2024

ໃນທ້າຍອາທິດຜ່ານມານີ້, ທີ່ຫ້ອງປະຊຸມພະແນການເງິນແຂວງຜົ້ງສາລີ ໄດ້ປິດກອງປະຊຸມບັ້ນກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດການຄຸ້ມຄອງລາຍຮັບຊັບສີນ ແລະ ສ່ວຍສາອາກອນ ປະຈຳປີ 2024 ໂດຍການເປັນປະທານຂອງ ທ່ານ ຄໍາຫລ້າ ໝັ້ນມະນີວົງ ຮອງປະທານ ອົງການກວດສອບ ປະຈຳພາກເໜືອ 2, ມີທ່ານ ວັນໄຊ ສຸກສັນ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກການເງິນແຂວງຜົ້ງສາລີ.
ເພີ່ມເຕີມ