![]() |
ໃນກອງປະຊຸມ, ທ່ານ ອານົງສັກ ອິນທະວົງ ໄດ້ກ່າວວ່າ: ອີງໃສ່ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່ ໂດຍສະເພາະວຽກງານໂຄສະນາອົບຮົມການເມືອງ-ແນວຄິດ, ກົມໂຄສະນາພວກເຮົາໃນນາມກົມວິຊາການຫຼັກຂອງ ຄອສພ ໄດ້ສຸມໃສ່ເຄື່ອນໄຫວວຽກງານຂອງຕົນ ຕາມພາລະບົດບາດທີ່ຂັ້ນເທິງໄດ້ມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ ໂດຍຜ່ານການໂຄສະນາ-ປາຖະກະຖາ, ໂຄສະນາຜ່ານສື່, ໂຄສະນາທາງເອເລັກໂຕຣນິກ, ໂຄສະນາເຄື່ອນທີ່ ແລະ ໂຄສະນາທາງວາລະສານໂຄສະນາ. ພ້ອມກັນນີ້, ທ່ານຫົວໜ້າກົມໂຄສະນາ ຄອສພ ຍັງໄດ້ຍົກໃຫ້ເຫັນບາງບັນຫາທີ່ຈະຕ້ອງໄດ້ປັບປຸງແກ້ໄຂ ແລະ ທິດທາງແຜນການເຄື່ອນໄຫວວຽກງານວິຊາສະເພາະຂອງກົມໃນຕໍ່ໜ້າ.
ຫຼັງຈາກນັ້ນ, ທ່ານ ສຸລິຍາ ແກ້ວພິລາວົງ ໄດ້ກ່າວວ່າ: ກົມອົບຮົມພວກເຮົາ ກໍເປັນວິຊາຫຼັກຂອງ ສຊປລ ມີພາລະບົດບາດໂຄສະນາອົບຮົມການເມືອງ-ແນວຄິດ ໃຫ້ແກ່ຖັນແຖວຊາວໜຸ່ມ-ເຍົາວະຊົນລາວຜູ້ໜຸ່ມນ້ອຍ ໃນທົ່ວສັງຄົມ ໂດຍອີງໃສການເຜີຍແຜ່ເອກະສານ ແລະ ວິທະຍາກອນຂຶ້ນຫ້ອງຝຶກອົບຮົມ ຈາກຄະນະໂຄສະນາອົບຮົມສູນກາງພັກ ເວົ້າລວມ, ເວົ້າສະເພາະ ຈາກກົມໂຄສະນາ ຄອສພ ທີ່ພວກເຮົາຖືເປັນແມ່ແບບໃນການເຄື່ອນໄຫວວຽກງານວິຊາສະເພາະ ໃນໄລຍະທີ່ຜ່ານມາ ແລະ ກໍປາສະຈາກບໍ່ໄດ້ມີທັງຄວາມສະດວກ ກໍຄືຂໍ້ຫຍຸ້ງຍາກ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ແລະ ທິດທາງແຜນການໃນຕໍ່ໜ້າກໍຈະສືບຕໍ່ຮ່ວມມືປະສານກັບກົມໂຄສະນາ ຄອສພ ຕໍ່ໄປ.
ໃນຕອນທ້າຍພິທີ, ຕາງໜ້າກົມອົບຮົມ ສຊປລ ໄດ້ມອບເຄື່ອງອຸປະຖໍາໃຫ້ແກ່ກົມໂຄສະນາ ຄອສພ ເພື່ອນໍາໄປມອບຕໍ່ເປັນຂອງລາງວັນຖາມ-ຕອບຄໍາຖາມ ໃນເວລາລົງເຄື່ອນໄຫວວຽກງານໂຄສະນາເຄື່ອນທີ່ຢູ່ທ້ອງຖິ່ນຈໍາສວນໜຶ່ງ ຊຶ່ງລວມມູນຄ່າ 17,000,000 ກວ່າກີບ ແລະ ຕາງໜ້າກົມໂຄສະນາ ຄອສພ ກໍໄດ້ມອບໃບກຽດຕິຄຸນໃຫ້ແກ່ກົມອົບຮົມ ສຊປລ.
(ຂ່າວ:ມີໄຊ; ພາບ: ດາວ )
ຄໍາເຫັນ