![]() |
ສະຫາຍ ນາງ ອໍາພອນ ຄອນສະຫວັນ ຮອງຫົວໜ້າພະແນກທິດສະດີ ແລະ ແນວທາງຂອງພັກ ໄດ້ກ່າວ ຈຸດປະສົງ ຂອງການສ້າງຂະບວນການຄັ້ງນີ້ວ່າ: ອັນທີໜຶ່ງເປັນການຍົກລະດັບຄວາມຮັບຮູ້, ເຂົ້າໃຈກ່ຽວກັບການຂຽນບົດສໍາມະນາວິທະຍາສາດ, ອັນທີສອງ ເພື່ອຊອກໃຫ້ເຫັນພອນສະຫວັນຂອງແຕ່ລະຄົນ ແລະ ອັນທີສາມ ແມ່ນເປັນການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ.
![]() |
ໃນຕອນທ້າຍພິທີ ທ່ານ ນາງ ສຸກສະຫວັນ ອິນຄະວິໄລ ໄດ້ເນັ້ນໜັກວ່າ: ການສ້າງຂະບວນການແຂ່ງຂັນຈັດສໍາມະນາວິທະຍາສາດໃນຄັ້ງນີ້ ຖືວ່າແມ່ນໜຶ່ງໃນຜົນສໍາເລັດ ໃນການເຮັດວຽກງານວິຊາສະເພາະ ປະຈໍາປີ 2025 ແລະ ຮຽກຮ້ອງໃຫ້ທຸກສະຫາຍ ຈົ່ງພ້ອມກັນເກັບກ່ຽວຄວາມຮູ້ ຈາກການສໍາມະນາວິທະຍາ ສາດຄັ້ງນີ້ ເປັນບົດຮຽນເພື່ອນໍາໄປໝູນໃຊ້ເຂົ້າໃນວຽກງານຂອງຕົນ ໃຫ້ເກີດຜົນປະໂຫຍດສູງສຸດ.
(ຂ່າວ-ພາບ: ກົມອົບຮົມ)


ຄໍາເຫັນ