ນະຄອນຫຼວງເຊອູນ ແລະ ເກືອບທຸກເຂດ ໃນ ສ ເກົາຫຼີ ໄດ້ຮັບຄຳແນະນຳ ຫຼື ຄຳເຕືອນກ່ຽວກັບຄື້ນຄວາມຮ້ອນໃນອາທິດຜ່ານມາ ເນື່ອງຈາກອາກາດຮ້ອນ ແລະ ຊຸ່ມ ທີ່ພັດມາຈາກພາກຕາເວັນຕົກສ່ຽງໃຕ້. ໂດຍຄຳເຕືອນດັ່ງກ່າວໄດ້ອອກມາໄວກວ່າເກົ່າ 18 ມື້ ເມື່ອທຽບກັບປີກາຍ ທີ່ອອກໃນວັນທີ 25 ກໍລະກົດ ຊຶ່ງເປັນໄລຍະເວລາທີ່ ສ ເກົາຫຼີ ປະສົບກັບຄື້ນຄວາມຮ້ອນທີ່ຮ້າຍແຮງທີ່ສຸດ.
ທັງນີ້, ສ ເກົາຫຼີ ຈະອອກປະກາດເຕືອນໄພຄື້ນຄວາມຮ້ອນເມື່ອອຸນຫະພູມຄາດວ່າຈະສູງເຖິງ 35 ອົງສາ ຫຼື ສູງກວ່າເປັນເວລາສອງມື້ຕິດຕໍ່ກັນຂຶ້ນໄປ ຫຼື ເມື່ອຄາດວ່າຈະເກີດຄວາມເສຍຫາຍໃຫຍ່ຈາກຄວາມຮ້ອນ.
KMA ລະບຸວ່າ: ເມືອງຄັງນຶງ ແຄມທະເລທາງພາກຕາເວັນອອກ ໄດ້ປະສົບກັບສະພາບອາກາດທີ່ເອີ້ນວ່າ: “ຕອນກາງຄືນຮ້ອນທີ່ສຸດ” ໃນວັນທີ 6 ກໍລະກົດ ຜ່ານມາ, ໂດຍອຸນຫະພູມຫຼຸດລົງມາເຖິງ 30.8 ອົງສາເຊ ເທົ່ານັ້ນ ໃນຕອນກາງຄືນ. ໂດຍອຸນຫະພູມດັ່ງກ່າວຈະຖືກບັນທຶກເປັນອຸນຫະພູມລາຍວັນຕໍ່າທີ່ສຸດໃນເດືອນກໍລະກົດ ຊຶ່ງສູງກວ່າສະຖິຕິກ່ອນໜ້ານີ້ພຽງ 4 ມື້ ທີ່ 30.4 ອົງສາ.
ຄໍາເຫັນ