ກຽມພ້ອມປ້ອງກັນໄຟໄໝ້ລາມປ່າ ທີ່ອາດຈະເກີດຂຶ້ນໃນປີ 2025

ກົມປ່າໄມ້ ກຽມພ້ອມປ້ອງກັນໄຟໄໝ້ລາມປ່າ ທີ່ອາດຈະເກີດຂຶ້ນໃນປີ 2025

ກົມປ່າໄມ້ ກຽມພ້ອມປ້ອງກັນໄຟໄໝ້ລາມປ່າ ທີ່ອາດຈະເກີດຂຶ້ນໃນປີ 2025
ໄຟໄໝ້ລາມປ່າ ເປັນບັນຫາໜຶ່ງທີ່ທົ່ວໂລກ ກໍຄື ປະເທດລາວ ກຳລັງປະເຊີນຢູ່ ຊຶ່ງໄດ້ສົ່ງຜົນກະທົບຫຼາຍດ້ານ ເປັນຕົ້ນ ມົນລະພິດທາງອາກາດ (ຝຸ່ນ PM 2.5) ທີ່ເກີດຈາກຝຸ່ນລະອອງ ແລະ ຄວັນທີ່ເຈືອປົນໃນອາກາດ

 

ເກີນມາດຕະຖານຄຸນນະພາບສິ່ງແວດລ້ອມ ສົ່ງຜົນກະທົບຕໍ່ຊີວິດຂອງຄົນ, ສັດ, ພືດ ແລະ ລະບົບນິເວດ. ຕໍ່ບັນຫາດັ່ງກ່າວ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ກຽມຄວາມພ້ອມຮອບດ້ານ ເພື່ອປ້ອງກັນສະກັດກັນໄຟໄໝ້ລາມປ່າ ທີ່ອາດຈະເກີດຂຶ້ນໃນປີ 2025 ນີ້.

ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ສໍາພາດເມື່ອບໍ່ດົນມານີ້ວ່າ: ໄຟໄໝ້ລາມປ່າເກີດຂຶ້ນທຸກປີ ສ້າງຄວາມເສຍຫາຍຕໍ່ຊັບພະຍາກອນປ່າໄມ້, ມົນລະພິດທາງອາກາດແລະ ສິ່ງແວດລ້ອມ. ສຳລັບປີ 2024 ສະພາບເຫດການໄຟໄໝ້ລາມປ່າເກີດຂຶ້ນຫຼາຍທີ່ສຸດ ໃນເດືອນມີນາ-ເດືອນເມສາ ສ່ວນໃຫຍ່ແມ່ນຢູ່ບັນດາແຂວງພາກເໜືອ. ສະນັ້ນ, ເພື່ອສະກັດກັ້ນໄຟໄໝ້ລາມປ່າທີ່ອາດຈະເກີດຂຶ້ນໃນປີ 2025 ກະຊວງກະສິກຳ ແລະ ປ່າໄມ້ ໄດ້ແຕ່ງຕັ້ງຄະນະຮັບຜິດຊີ້ນໍາລວມ, ຄະນະວິຊາການ ແລະ ຈັດຕັ້ງກໍາລັງສາມອົງການຈັດຕັ້ງມະຫາຊົນ ຂອງກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງສະກັດກັ້ນ, ຄວບຄຸມ ແລະ ດັບມອດໄຟໄໝ້ລາມປ່າ ໃນແຕ່ລະພື້ນທີ່; ສົມທົບກັບ ກຳລັງ ປກສ, ປກຊ, ອົງການປົກຄອງທ້ອງຖິ່ນ, ອາສາສະໝັກກູ້ໄພ ແລະ ປະຊາຊົນ ເພື່ອຈັດສັນຈຳນວນພົນ ແລະ ອຸປະກອນທີ່ຈຳເປັນເຂົ້າຊ່ວຍໃນການຄວບຄຸມ ແລະ ດັບມອດໄຟຢູ່ຈຸດທີ່ມີຄວາມສ່ຽງ ທີ່ຈະເກີດຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ.

ນອກນີ້, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກຄໍາສັ່ງກ່ຽວກັບການເພີ່ມທະວີ ຄວາມຮັບຜິດຊອບສະກັດກັ້ນ ໄຟໄໝ້ລາມປ່າ ແລະ ການຖາງປ່າເຮັດໄຮ່, ບຸກເບີກເນື້ອທີ່ປ່າໄມ້ ເພື່ອທຳການຜະລິດຢ່າງເປັນຮູບປະທຳ, ເປັນເອກະພາບ, ມີປະສິດທິຜົນສູງ ແລະ ທັນກັບສະພາບການ; ຫັນພະນັກງານລົງເຮັດວຽກຢູ່ທ້ອງຖິ່ນ ໂດຍສະເພາະພື້ນທີ່ໆມີຄວາມຫຼໍ່ແຫຼມ ແລະ ມີຄວາມສ່ຽງ ຕໍ່ກັບການບຸກລຸກ ແລະ ທຳລາຍປ່າໄມ້; ແຈກຢາຍ ແລະ ໂຄສະນາຄໍາແນະນໍາ ການປ້ອງກັນໄຟໄໝ້ລາມປ່າ; ສືບຕໍ່ດໍາເນີນການຈັດສັນພື້ນທີ່ 3 ປະເພດປ່າ (ປ່າສະຫງວນ, ປ່າປ້ອງກັນ ແລະ ປ່າຜະລິດ) ໃນຂອບເຂດທົ່ວປະເທດ, ປັກຫຼັກໝາຍຂອບເຂດຊາຍແດນທີ່ດິນປ່າໄມ້, ຕິດປ້າຍຫ້າມຕ່າງໆ ໃສ່ພື້ນທີ່ດິນປ່າໄມ້ ທີ່ມີຄວາມສ່ຽງຕໍ່ການບຸກລຸກ ແລະ ທຳລາຍ; ເພີ່ມທະວີການກວດກາລາດຕະເວນໃນຂອບເຂດທີ່ດິນປ່າໄມ້ເພື່ອສະກັດກັ້ນບໍ່ໃຫ້ປະຊາຊົນ, ນິຕິບຸກຄົນ ເຂົ້າໄປບຸກລຸກ, ບຸກເບີກ, ຈັບຈອງທີ່ດິນປ່າໄມ້, ຂຸດຄົ້ນໄມ້ ຫຼືກິດຈະກຳອື່ນໆ ທີ່ກໍ່ໃຫ້ເກີດໄຟໄໝ້ລາມປ່າ; ກໍລະນີຫາກລະເມີດ ຕ້ອງໄດ້ດໍາເນີນຄະດີຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ. ທັງນີ້, ກໍເພື່ອປົກປັກຮັກສາປ່າໄມ້ ບໍ່ໃຫ້ຖືກທຳລາຍ ຄືນຄວາມສົມດູນໃຫ້ຊັບພະຍາກອນປ່າໄມ້.

(ຂ່າວ: ກິດຕາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກະຊວງປ້ອງກັນປະເທດ ເຜີຍແຜ່ເຊື່ຶອມຊຶມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ກະຊວງປ້ອງກັນປະເທດ ເຜີຍແຜ່ເຊື່ຶອມຊຶມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ວັນທີ 23 ກໍລະກົດ ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໃຫ້ພະນັກງານຫຼັກແຫຼ່ງກໍາລັງຫຼວງ ແລະ ກຳລັງທ້ອງຖິນ (ດ້ວຍການເຊື່ອມຕໍ່ວີດີໂອອອນລາຍ), ໂດຍການເປັນປະທານ ຂອງສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກກະຊວງ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ ບັນດາກົມກອງກຳລັງບັນດາກົມກອງກຳລັງຫຼວງ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ໂຮງງານຕັດຫຍິບ ຫຼັກ 19 ເປີດການນໍາໃຊ້ຢ່າງເປັນທາງການ

ໂຮງງານຕັດຫຍິບ ຫຼັກ 19 ເປີດການນໍາໃຊ້ຢ່າງເປັນທາງການ

ພິທີເປີດການນຳໃຊ້ໂຮງງານພັດທະນາອຸດສາຫະກຳຕັດຫຍິບ ຫຼັກ 19 ໄດ້ຈັນຂຶ້ນໃນວັນທີ 23 ກໍລະກົດຜ່ານມາ ໂດຍມີ ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຄະນະປະຈຳພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີທ່ານ ນາງ ເທບພະລັກ ຄຳວີສອນ ປະທານບໍລິສັດ PSL ກຣຸບ, ຄະນະນຳກະຊວງປ້ອງກັນປະເທດ, ແຂກຖືກເຊີນ ແລະ ພາກສ່ວນທີ່ກ້ຽວຂ້ອງເຂົ້າຮ່ວມ.
ອົງການກວດສອບແຫ່ງລັດປະກາດການແຕ່ງຕັ້ງ

ອົງການກວດສອບແຫ່ງລັດປະກາດການແຕ່ງຕັ້ງ

ໃນວັນທີ 22 ກໍລະກົດ ຜ່ານມານີ້, ອົງການກວດສອບແຫ່ງລັດ ໄດ້ຈັດຕັ້ງພິທີປະກາດການແຕ່ງຕັ້ງຮອງປະທານອົງການກວດສອບແຫ່ງລັດ ແລະ ພະນັກງານການນໍາຂັ້ນກົມ ຢູ່ພາຍໃນອົງການກວດສອບແຫ່ງລັດ, ພາຍໃຕ້ການເປັນປະທານຂອງທ່ານ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານອົງການກວດສອບແຫ່ງລັດ ຊຶ່ງເຂົ້າຮ່ວມກອງປະຊຸມມີຮອງປະທານອົງການກວດສອບແຫ່ງລັດ, ຄະນະນໍາອົງການກວດສອບປະຈໍາພາກກາງ 1, ຄະນະນໍາ ບັນດາກົມ, ຄະນະພະແນກ ພ້ອມດ້ວຍພະນັກງານພາຍໃນອົງການກວດສອບແຫ່ງລັດ.
ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ ຢ້ຽມຢາມໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຂອງຫຼວງພະບາງ

ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ ຢ້ຽມຢາມໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຂອງຫຼວງພະບາງ

ທ່າ​ນ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມໂຄງການກໍ່ສ້າງ ເຂື່ອນໄຟຟ້ານຳຂອງ ຫຼວງພະບາງ, ໃນ​ວັນ​ທີ 22 ກໍ​ລະ​ກົດ​ຜ່ານ​ມາ ໂດຍໄດ້ຮັບການຕ້ອນຮັບຈາກຄະນະຜູ້ບໍລິການໂຄງການ.
ແຂວງຈຳປາສັກ ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 5 ສະໄໝທີ IX

ແຂວງຈຳປາສັກ ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 5 ສະໄໝທີ IX

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຈຳປາສັກ ຄັ້ງທີ 5 ສະໄໝທີ IX ໄດ້ເປີດ​ຂຶ້ນ ໃນວັນທີ 23 ກໍລະກົດ 2026 ຢູ່ສະໂມສອນເມືອງໂຂງ ໂດຍ​ການເປັນປະທານຂອງ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຈຳປາສັກ; ມີ ສະຫາຍ ຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກນະຄອນ, ເລຂາພັກເມືອງ, ຫົວໜ້າພະແນກການ-ກົມກອງອ້ອມຂ້າງແຂວງເຂົ້າ​ຮ່ວມ.
ເລຂາພັກແຂວງຈຳປາສັກ ຊຸກຍູ້ວຽກງານ ຢູ່ດ່ານສາກົນໜອງນົກຂຽນ

ເລຂາພັກແຂວງຈຳປາສັກ ຊຸກຍູ້ວຽກງານ ຢູ່ດ່ານສາກົນໜອງນົກຂຽນ

ທ່ານ ອາລຸນໄຊ ສູນນະລາດ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ພ້ອມການນໍາຂອງແຂວງ ໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ການພັດທະນາວຽກງານ ຢູ່ດ່ານສາກົນໜອງນົກຂຽນ ເມືອງໂຂງແຂວງຈຳປາສັກ ໃນ​ວັນ​ທີ 22 ກໍ​ລະ​ກົດ​ຜ່ານ​ມາ, ເພື່ອຕິດຕາມສະພາບຄວາມສະດວກ, ຄວາມຫຍຸ້ງຍາກ, ການປັບປຸງພື້ນຖານໂຄງລ່າງ, ສາງຄ່ຽນຖ່າຍສິນຄ້າ ແລະ ການຄຸ້ມຄອງພາຍໃນດ່ານໃຫ້ເຂົ້າສິ່ລະບົບ.
ກອງປະຊຸມຄະນະກໍາມະການຊີ້ນໍາລະດັບຊາດ ແລະ ອະນຸກໍາມະການກະກຽມເປັນເຈົ້າພາບຈັດກອງປະຊຸມ 3RC-CCM ປະຈຳເດືອນ

ກອງປະຊຸມຄະນະກໍາມະການຊີ້ນໍາລະດັບຊາດ ແລະ ອະນຸກໍາມະການກະກຽມເປັນເຈົ້າພາບຈັດກອງປະຊຸມ 3RC-CCM ປະຈຳເດືອນ

ໃນວັນທີ 23 ກໍລະກົດ ນີ້ ທີ່ ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນນາມປະທານຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ໄດ້ຈັດກອງປະຊຸມຄະນະກໍາມະການຊີ້ນໍາລະດັບຊາດ ແລະ ອະນຸກໍາມະການ ກະກຽມເປັນເຈົ້າພາບຈັດກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ປະຈຳເດືອນກໍລະກົດ.
ແມ່ຍິງ ຄອສພ ປາຖະກະຖາວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ແລະ ສະຫຼຸບຂໍ້ແຂ່ງຂັນ 3 ດີ

ແມ່ຍິງ ຄອສພ ປາຖະກະຖາວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ແລະ ສະຫຼຸບຂໍ້ແຂ່ງຂັນ 3 ດີ

ຄະນະບໍລິຫານງານສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງອົງການຈັດຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20/7/1955-20/7/ 2026) ແລະ ສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ 2021-2025 ແລະ ທິດທາງແຜນການ 2026-2030, ຂຶ້ນໃນວັນທີ 23 ກໍລະກົດນີ້, ທີ່ຫ້ອງປະຊຸມ ຄອສພ, ໂດຍການເປັນ ປະທານຮ່ວມ ຂອງ ທ່ານ ວັນສີ ກົວມົວ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ນາງ ທຳມາ ເພັດວິໄຊ ຮອງປະທານສູນກາງສະຫະພັນແມ່ຍິງລາວ, ມີຄະນະບໍລິ ຫານງານສະຫະພັນແມ່ຍິງ ຄອສພ, ຄະນະໜ່ວຍ ແລະ ບັນດາຮາກຖານ ແລະ ສະມາຊິກແມ່ຍິງເຂົ້າຮ່ວມ.
6 ເດືອນຕົ້ນປີ ດ່ານສາກົນພູເກືອ ຍາດໄດ້ຜົນງານພົນເດັ່ນຫຼາຍດ້ານ

6 ເດືອນຕົ້ນປີ ດ່ານສາກົນພູເກືອ ຍາດໄດ້ຜົນງານພົນເດັ່ນຫຼາຍດ້ານ

ດ່ານສາກົນພູເກືອ ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2026 ຂຶ້ນໃນວັນທີ 22 ກໍລະກົດຜ່ານມາ, ທີ່ຫ້ອງປະຊຸມຂອງດ່ານດັ່ງກ່າວ, ໂດຍການເປັນປະທານຂອງທ່ານ ສີອຸດົມ ອາລົມຈິດ ກໍາມະການພັກແຂວງ ຫົວໜ້າຄະນະຄຸ້ມຄອງດ່ານສາກົນພູເກືອ, ມີຄະນະຄຸ້ມຄອງດ່ານ, ແຂກຖືກເຊີນ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ປະທານ ອພສ ແຂວງຫຼວງພະບາງ ຊຸກຍູ້ວຽກງານພຸດທະສາສະໜາ ຢູ່ເມືອງນານ

ປະທານ ອພສ ແຂວງຫຼວງພະບາງ ຊຸກຍູ້ວຽກງານພຸດທະສາສະໜາ ຢູ່ເມືອງນານ

ໃນວັນທີ 20 ກໍລະກົດຜ່ານມາ, ພະອາຈານໃຫຍ່ ອ່ອນແກ້ວ ກິຕຕິພັທໂທ ຄະນະບໍລິຫານງານປະຈຳ ການສູນກາງ ອົງການພຸດທະສາສະໜາສຳພັນລາວ (ອພສ) ຜູ້ຊ່ວຍປະທານສູນກາງ (ອພສ) ປະທານ (ອພສ) ແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ, ຊຸກຍູ້-ຊີ້ນຳ ວຽກງານພຸດທະສາສະໜາ ຢູ່ເມືອງນານ, ໂດຍການຕ້ອນຮັບຂອງທ່ານ ໄຊນະຄອນ ສຸດທິດາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ