ກອງຮ້ອຍສື່ສານ 231 ປະດັບຫຼຽນໄຊພິລະອາດຫານ 

ກອງຮ້ອຍສື່ສານ 231 ປະດັບຫຼຽນໄຊພິລະອາດຫານ 
ເມື່ອບໍ່ດົນມານີ້, ກອງຮ້ອຍສື່ສານ 231 ທະຫານແຂວງບໍ່ແກ້ວ ໄດ້ຈັດຕັ້ງພິທີປະດັບຫຼຽນໄຊພິລະອາດຫານ ແລະ ມອບໃບຍ້ອງຍໍຂອງກອງບັນຊາການທະຫານແຂວງບໍ່ແກ້ວຂຶ້ນຢູ່ທີ່ສະໂມສອນຂອງກອງດັ່ງກ່າວ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພັນໂທ ພອນໄຊ ອຸ່ນອາລົມ ຫົວໜ້າພະແນກສື່ສານຫ້ອງເສນາທິການ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີສະຫາຍ ພັນໂທ ຄໍາກອນ ແກ້ວໄມຜິດ ຫົວໜ້າການເມືອງກອງຮ້ອຍສື່ສານ 231 ທະຫານແຂວງບໍ່ແກ້ວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 
ພິທີ ສະຫາຍ ພັນຕີ ບຸນຈັນ ສີນາວາ ຫົວໜ້າໝວດ 1 ກອງຮ້ອຍສື່ສານ 231 ທະຫານແຂວງບໍ່ແກ້ວ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການມອບຫຼຽນໄຊພິລະອາດຫານຊັ້ນ II, ຊັ້ນ III ແລະ ມອບໃບຍ້ອງຍໍ ໃຫ້ກອງບັນຊາການທະຫານແຂວງ, ໃຫ້ນາຍ ແລະ ພົນທະຫານ ເພື່ອຍ້ອງຍໍນາຍ ແລະ ພົນທະຫານ, ທີ່ໄດ້ເຮັດສຳເລັດໜ້າທີ່ການເມືອງຕາມການມອບໝາຍຂອງຂັ້ນເທິງເພື່ອແກ້ໄຂບັນຫານໍ່ແໜງທີ່ມາເຄື່ອນໄຫວກໍຄວາມບໍ່ສະຫງົບຢູ່ແຂວງບໍ່ແກ້ວ ເຮັດໃຫ້ພື້ນຖານດັ່ງກ່າວມີຄວາມສະຫົງບ ແລະ ສຳເລັດຕາມແຜນການ, ຖືເປັນການປະກອບສ່ວນສໍາຄັນເຂົ້າໃນວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ. ໃນນີ້ ໄດ້ປະດັບຫຼຽນໄຊພິລະອາດຫານຊັ້ນ II, ຊັ້ນ III ໃຫ້ 11 ສະຫາຍ ເປັນກຽດປະດັບຫຼຽນໂດຍ ສະຫາຍ ພັນໂທ ພອນໄຊ ອຸ່ນອາລົມ, ມອບໃບຍ້ອງຍໍຂອງກອງບັນຊາການ ຈຳນວນ 30 ສະຫາຍ ເປັນກຽດມອບໂດຍສະຫາຍ ພັນຕີ ຄໍາລານ ລັດສະໝີ ຮອງຫົວໜ້າພະແນກສື່ສານ ຫ້ອງເສນາທິການ ກອງບັນຊາການທະຫານແຂວງບໍ່ແກ້ວ.
ໂອກາດດັ່ງກ່າວ, ສະຫາຍ ພັນໂທ ພອນໄຊ ອຸ່ນອາລົມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ກົມກອງຍາດມາໄດ້ໃນ 1 ປີຜ່ານມາ ພ້ອມທັງເນັ້ນໜັກໃຫ້ ຄະນະພັກ - ຄະນະບັນຊາ ແຕ່ລະຂັ້ນ ຕະຫຼອດຮອດພະນັກງານ-ນັກຮົບ ເອົາໃຈໃສ່ວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບໃຫ້ແຂງແຮງຂຶ້ນກວ່າເກົ່າ, ຕິດພັນກັບການປັບປຸງກໍ່ສ້າງພະນັກງານ - ນັກຮົບ, ເພີ່ມທະວີແບບແຜນວິທີເຮັດວຽກໃຫ້ຖຶກຕ້ອງກັບແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຂໍ້ກຳນົດກົດລະບຽບຂອງກອງທັບ, ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ປະຕິບັດນໍ້າໃຈ ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
(ຂ່າວ: ກອງຮ້ອຍສື່ສານ 231) 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ໃນວັນທີ 13 ພະຈິກນີ້, ພະແນກການເງິນແຂວງເຊກອງ ຮ່ວມກັບກະຊວງການເງິນ ຈັດກອງປະຊຸມປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ ແລະວຽກງານກວດກາໄລ່ລຽງອາກອນ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ມີທ່ານ ຄຳຮຸ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງ, ມີຄະນະກຳມະການປະເມີນ ຈາກກະຊວງ, ພະແນກການເງິນແຂວງ ແລະຫ້ອງການໆເງິນ 4 ເມືອງເຂົ້າຮ່ວມ.
ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ພິທີສະແດງທົດລອງ ການສວນສະໜາມສະເຫຼີມ​ສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 3 ໄດ້ຈັດຂຶ້ນວັນທີ 12 ພະຈິກ 2025 ນີ້ ທີ່ສະໜາມຫຼວງ ໂດຍມີສະຫາຍ ບຸນທອງ ຈິດມະນີ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກຜູ້ປະຈໍາການຄະນະເລຂາທິການສູນກາງພັກຮອງ​ປະ​ທານ​ປະ​ເທດ,ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຊີ້ແຈງ ຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ,ໃນວັນທີ 13 ພະຈິກນີ້,ທີ່ສະພາແຫ່ງຊາດ,ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ໃນຕອນເຊົ້າວັນທີ 11 ພະຈິກນີ້, ຫ້ອງການກະສິກຳ ແລະ ສີ່ງແວດລ້ອມເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025 ຢູ່ທີ່ບ້ານທົ່ງນາມີ ເນື່ອງໃນໂອກາດວັນສັກວັກຊີນປ້ອງກັນພະຍາດສັດແຫ່ງຊາດ (11 ພະຈິກ)ຂອງທຸກໆປີ.
ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ພິທີປະກາດການຈັດຕັ້ງການນຳຂັ້ນສູງຂອງເມືອງຊົນນະບູລີ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກນີ້ ທີ່ສະໂມສອນຂອງເມືອງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຈາກພະແນກການ, ກົມກອງ ແລະພະນັກງານຫຼັກແຫຼ່ງພາຍໃນເມືອງເຂົ້າຮ່ວມ.
ກອງປະຊຸມ ວຽກງານການຕິດຕາມກວດກາການດຳເນີນຄະດີອາຍາ

ກອງປະຊຸມ ວຽກງານການຕິດຕາມກວດກາການດຳເນີນຄະດີອາຍາ

ວັນທີ 12 ພະຈິກ 2025 ທີ່ ລີສອດນາປ່າກວາງເມືອງ ແກ້ວອຸດົມແຂວງວຽງຈັນ. ອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ຈັດກອງປະຊຸມ ກວຽກງານການຕິດຕາມກວດກາການດຳເນີນຄະດີອາຍາ ທີ່ກ່ຽວຂ້ອງກັບ ອາຊະຍາກຳສັດປ່າ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແລະ ເຄືອຂ່າຍບັງຄັບໃຊ້ກົດໝາຍ ກ່ຽວກັບສັດນໍ້າ ແລະ ສັດປ່າ (LAO-WEN) ທີ່ກ່ຽວຂ້ອງກັບ ອາຊະຍາກຳສັດປ່າ ພາຍໃຕ້ການເປັນປະທານຂອງ ທ່ານ ໄພຄຳ ວິໄລສຸກ ຄະນະບໍລິຫານງານພັກຫົວໜ້າກົມຕິດຕາມກວດກາການດຳເນີນຄະດີອາຍາ ອອປສ, ມີບັນດາທ່ານຫົວໜ້າກົມ, ຮອງກົມ ຈາກ ພາກສວ່ນກ່ຽວຂ້ອງເຂົ້າຮ່ວມ.
ພາຍໃຕ້ການນໍາພາຂອງພັກ ໄດ້ເຮັດໃຫ້ໂສມໜ້າຂອງປະເທດເຮົາມີການປ່ຽນແປງໃຫຍ່ຫຼວງຢ່າງຮອບດ້ານ

ພາຍໃຕ້ການນໍາພາຂອງພັກ ໄດ້ເຮັດໃຫ້ໂສມໜ້າຂອງປະເທດເຮົາມີການປ່ຽນແປງໃຫຍ່ຫຼວງຢ່າງຮອບດ້ານ

ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ສະຫາຍ ພົນຈັດຕະວາ ພັນວິໄລ ລາດສະຍົນ ຫົວໜ້າການເມືອງ ກອງບັນຊາການ ທະຫານແຂວງສະຫວັນນະເຂດ ໄດ້ສະແດງທັດສະນະຕໍ່ວັນດັ່ງກ່າວວ່າ: ກ່ອນໜ້ານີ້ 50 ປີ ສປປ ລາວ ເປັນປະເທດໜຶ່ງທີ່ຕົກເປັນຫົວເມືອງຂຶ້ນຂອງພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ແບບໃໝ່, ປະຊາຊົນລາວບັນດາເຜົ່າໄດ້ສູນເສຍອິດສະຫຼະພາບ, ສິດເປັນເຈົ້າຂອງປະເທດຊາດ ແລະ ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ແຕ່ດ້ວຍນໍ້າໃຈຮັກຊາດອັນດູດດື່ມ ແລະ ຄວາມຄຽດແຄ້ນຕໍ່ພວກສັດຕູທີ່ມາຮຸກຮານ, ປະຊາຊົນລາວບັນດາເຜົ່າ ຈຶ່ງໄດ້ສາມັກຄີກັນລຸກຮື້ຂຶ້ນຕໍ່ສູ້ຢ່າງພິລະອາດຫານ ໂດຍພາຍໃຕ້ ການນໍາພາຂອງພັກ ປະຊາຊົນປະຕິວັດລາວ, ເຮັດໃຫ້ຂະບວນການຕໍ່ສູ້ຂອງປະຊາຊົນລາວ ໄດ້ຮັບໄຊຊະນະເປັນກ້າວໆມາ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ກອງພົນທີ 2 ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ

ກອງພົນທີ 2 ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ

ໃນວັນທີ 12 ພະຈິກ 2025, ກອງພົນທີ 2 ໄດ້ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ ເພື່ອຂໍ່ານັບຮັບຕ້ອນວັນວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ໂດຍການເປັນປະທານຂອງສະຫາຍ ພັນເອກ ສອນເພັດ ຈັນສົມ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພົນທີ 2, ມີບັນດາສະຫາຍ ຄະນະຫ້ອງ, ພະແນກການ, ຄະນະພັກ-ຄະນະບັນຊາກົມກອງ ຕະຫລອດຮອດນັກກິລາເຂົ້າຮ່ວມ.
ພິທີເປີດນໍ້າ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນສັດແຫ່ງຊາດ

ພິທີເປີດນໍ້າ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນສັດແຫ່ງຊາດ

ວັນທີ 11 ພະຈິກຜ່ານມາ, ຫ້ອງການກະສີກຳ ແລະ ສິ່ງແວດລ້ອມ ເມືອງ ມຸນລະປາໂມກ ແຂວງ ຈຳປາສັກ ໄດ້ຈັດພິທີເປີດນໍ້າ ວັນຊົນລະປະທານແຫ່ງຊາດ 3 ພະຈິກ ແລະ ວັນສັກຢາປ້ອງກັນພະຍາດສັດ ແຫ່ງຊາດ 11 ພະຈິກ ຂຶ້ນຢູ່ທີ່ກຸ່ມ ນາດີ ບ້ານ ຊານຫວ້າ ໂດຍການເປັນປະທານຂອງທ່ານ ວັນລະເດດ ແກ້ວຈັນທາ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ສີສຸພັນ ແວງທີສານ ຕ່າງໜ້າພະແນກກະສີກຳ ແລະ ສິ່ງແວດລ້ອມແຂວງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ອະດີດຮອງນາຍົກລັດຖະມົນຕີ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ

ອະດີດຮອງນາຍົກລັດຖະມົນຕີ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ

ວັນທີ 11 ພະຈິກຜ່ານມານີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໄດ້ຢ້ຽມຊົມສະຖານທີ່ທ່ອງທ່ຽວບຶງໜອງເທົາ ແລະ ຖໍ້າປາເຊືອມ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຂັມເພັດ ແກ້ວເພຍຈັນ ປະທານບໍລິສັດ ເພັດມະນີ ເຄພີຊີ ຈໍາກັດຜູ້ດຽວ ໃນນາມຜູ້ສໍາປະທານ ແລະ ພັດທະນາແຫຼ່ງທ່ອງທ່ຽວດັ່ງກ່າວ.
ເພີ່ມເຕີມ