ກອງກອງຮ້ອຍທະຫານຊາຍແດນ 159 ອົບຮົມ ຫັດແອບການທະຫານປະຈຳປີ 2026

ກອງກອງຮ້ອຍທະຫານຊາຍແດນ 159 ອົບຮົມ ຫັດແອບການທະຫານປະຈຳປີ 2026

ກອງກອງຮ້ອຍທະຫານຊາຍແດນ 159 ອົບຮົມ ຫັດແອບການທະຫານປະຈຳປີ 2026
ກອງຮ້ອຍທະຫານຊາຍແດນ 159 ເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດຊຸດອົບຮົມຫັດແອນການທະຫານ, ການເມືອງ, ພາລາທິການ-ເຕັກນິກ ແລະ ວິຊາສະເພາະຄຸ້ມຄອງປ້ອງກັນຊາຍແດນປະຈຳປີ 2026 ຂຶ້ນຢູ່ທີ່ກອງຮ້ອຍດັ່ງກ່າວ ໃນວັນທີ 25 ມີນານີ້, ໂດຍການເປັນປະທານ ຂອງສະຫາຍ ຮອ ພຸດທະສັກ ທ່ຽງສານໄຊ ຫົວໜ້າການທະຫານກອງຮ້ອຍທະຫານຊາຍແດນ 159, ມີຄະນະພັກ, ຄະນະບັນຊາ, ນາຍ ແລະ ພົນທະຫານພາຍໃນກົມກອງ ເຂົ້າຮ່ວມ.
ກອງກອງຮອຍທະຫານຊາຍແດນ 159 ອບຮມ ຫດແອບການທະຫານປະຈຳປ 2026 - image 1
 

ການຝຶກອົບຮົມຄັ້ງນີ້, ກໍເພື່ອແນໃສ່ປັບປຸງວຽກງານປ້ອງກັນຊາດດ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດດ້ານສິນລະປະຍຸດ, ຍຸດທະວິທີໃຫ້ນາຍ ແລະ ພົນທະຫານຢູ່ໃນກົມກອງໃຫ້ມີຄວາມຮູ້ຄວາມສາມາດມີພິກໄຫວຄ່ອງແຄ້ວໃນການປະຕິບັດໜ້າທີ່ວຽກງານ ແລະ ເປັນການກະຕຸກຊຸກຍູ້ພະນັກງານ, ນັກຮົບໝວດໝູ່ ກໍຄືນາຍ ແລະ ພົນທະຫານຫັນເຂົ້າສູ່ລະບຽບແບບແຜນຂອງກອງທັບ, ຈັດຕັ້ງບັນດາຂໍ້ກຳນົດຂອງກອງທັບໃຫ້ເປັນປົກກະຕິສ້າງກົມ-ກອງມີລະບຽບແບບແຜນ ແລະ ທັນສະໄໝ, ຝຶກຝົນກຳລັງແຮງກາຍໃຫ້ນາຍ ແລະ ພົນທະຫານມີສຸຂະພາບແຂງແກ່ນ ກຽມພ້ອມສູ້ຮົບທຸກກໍລະນີ. ການຫັດແອບຄັ້ງນີ້, ໄດ້ອົບຮົມວຽກງານການເມືອງ, ລະບຽບຂໍເກຳນົດ, ລະບຽບຮູບແຖວ, ກິລາກາຍຍະກຳ, ວຽກງານເສນາທິການ, ອົບຮົມຫັດແອບສິນລະປະຍຸດທະຫານ, ຫັດແອບວຽກງານພາລາທິການ, ຫັດແອບວຽກງານເລົ່າລົບທະຫານຊາຍແດນ. ການຫັດແອບໃນຄັ້ງນີ້້, ຈະໄດ້ດຳເນີນໄປເປັນເວລາ 9 ເດືອນຈຶ່ງສຳເຫຼັດ

(ຂ່າວ-ພາບ: ສາຍຄຳ ບຸນຍາວົງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກະຊວງ ປກສ ຈັດກອງປະຊຸມຫາລືການແກ້ໄຂອາຊະຍາກຳທາງໄຊເບີ

ກະຊວງ ປກສ ຈັດກອງປະຊຸມຫາລືການແກ້ໄຂອາຊະຍາກຳທາງໄຊເບີ

ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມປຶກສາຫາລືການແກ້ໄຂກຸ່ມແກ້ງສໍ້ໂກງຊັບທາງເອເລັກໂຕຣນິກ (ອາຊະຍາກຳທາງໄຊເບີ) ໃນວັນທີ 17 ມິຖຸນາ ນີ້ ທີ່ກະຊວງ ປກສ, ເປັນປະທານກອງປະຊຸມໂດຍ ທ່ານ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່, ຮອງກົມໃຫຍ່ ແລະ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ຫ້ອງສັນຕິບານ, ຫ້ອງຕຳຫຼວດ ແລະ ພະນັກງານທີ່ກ່ຽວ ເຂົ້າຮ່ວມ.
ສະມາຄົມນັກທຸລະກິດໜຸ່ມແຂວງຄໍາມ່ວນ ມອບຕົ້ນຄູນ 1,000 ຕົ້ນໃຫ້ແຂວງ

ສະມາຄົມນັກທຸລະກິດໜຸ່ມແຂວງຄໍາມ່ວນ ມອບຕົ້ນຄູນ 1,000 ຕົ້ນໃຫ້ແຂວງ

ສະມາຄົມນັກທຸລະກິດໜຸ່ມແຂວງຄໍາມ່ວນ ນໍາໂດຍທ່ານ ສຸກທັນວາ ຊາພູວົງ ປະທານສະມາຄົມນັກທຸ ລະກິດໜຸ່ມແຂວງ ພ້ອມດ້ວຍທ່ານ ອະພິສິດ ຜົນວິຈິດ ຮອງປະທານສະມາຄົມ ແລະ ຄະນະບໍລິຫານສະໄໝທີ 4 ໄດ້ນໍາເອົາຕົ້ນຄູນຈໍານວນ 1,000 ຕົ້ນ ມູນຄ່າລວມ 418 ລ້ານກີບ ມາມອບໃຫ້ແຂວງຄໍາມ່ວນ ເພື່ອນໍາໄປປູກປະດັບປະດາພາຍໃນຕົວເມືອງທ່າແຂກໃຫ້ມີຄວາມສວຍງາມ, ຮົ່ມເຢັນ ແລະ ເປັນລະບຽບຮຽບຮ້ອຍ. ການສະໜັບສະໜູນໃນຄັ້ງນີ້, ຍັງເປັນການປະກອບສ່ວນສໍາຄັນໃນການສ້າງພື້ນທີ່ສີຂຽວ, ສົ່ງເສີມການອະນຸລັກສິ່ງແວດລ້ອມ ແລະ ສະໜັບສະໜູນແນວທາງການພັດທະນາເມືອງຢ່າງຍືນຍົງ.
ເປີດຊຸດອົບຮົມວຽກງານປ້ອງກັນ ແລະ ຊ່ວຍເຫຼືອກຸ່ມສ່ຽງ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ

ເປີດຊຸດອົບຮົມວຽກງານປ້ອງກັນ ແລະ ຊ່ວຍເຫຼືອກຸ່ມສ່ຽງ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ

ໃນວັນທີ 15 ມິຖຸນາຜ່ານມາ, ທີ່ສະໂມສອນເມືອງພູຄູນ ແຂວງຫຼວງພະບາງ ໄດ້ເປີດຊຸດຝຶກອົບຮົມ ວຽກງານປ້ອງກັນ ແລະ ຊ່ວຍເຫຼືອກຸ່ມສ່ຽງ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດໃຫ້ຕາໜ່າງເດັກຂັ້ນບ້ານ ພາຍໃນເມືອງພູຄູນ, ທີທ່ານ ສອນໄຊ ທຳມຸງຄຸນ ຮອງປະທານຄະນະນະກຳມະການປົກຄອງເມືອງ ແລະ ທ່ານ ສົມບູນ ພົມມະປັນຍາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ແຕ່ງຕັ້ງປະທານ-ຮອງປະທານ ຜູ້ປະຈຳການ ແລະ ຄະນະກຳມະການ ປກສ ແຂວງຊຽງຂວາງ

ແຕ່ງຕັ້ງປະທານ-ຮອງປະທານ ຜູ້ປະຈຳການ ແລະ ຄະນະກຳມະການ ປກສ ແຂວງຊຽງຂວາງ

ພິທີປະກາດແຕ່ງຕັ້ງປະທານ, ຮອງປະທານ, ຜູ້ປະຈຳການ ແລະ ຄະນະກຳມະການປ້ອງກັນຄວາມສະຫງົບ (ປກສ) ແຂວງຊຽງຂວາງ ຈັດຂຶ້ນໃນວັນທີ 17 ມິຖຸນາຜ່ານມາ, ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ພົນໂທ ສາຍໃຈ ກົມມະສິດ ກຳມະການສູນກາງພັກ ຄະນະກຳມະ ການປ້ອງກັນຊາດ(ປກຊ)-ປ້ອງກັນຄວາມສະຫງົບ (ປກສ) ສູນກາງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ທາບທາມບຸກຄະລາກອນ ຮອບທີ II

ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ທາບທາມບຸກຄະລາກອນ ຮອບທີ II

ຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມທາບທາມເນື້ອໃນເອກະສານກອງປະຊຸມໃຫຍ່ ແລະ ບຸກຄະລາກອນ ອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ສະໄໝທີ V ຮອບທີ II, ໃນວັນທີ 17 ມິຖຸນານີ້ທີ່ສະໂມສອນຄະນະກວດກາສູນກາງພັກ; ໂດຍການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີສະຫາຍ ວິໄລວັນ ບຸດດາຄຳ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາສະຫາຍຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ບັນດາສະຫາຍຄະນະພັກ, ຄະນະໜ່ວຍພັກ, ສະມາຊິກພັກອາວຸໂສບຳນານ ແລະ ສະມາຊິກພັກສົມບູນ ທີ່ຂຶ້ນກັບຄະນະກວດກາສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ.
ນວ ສືບຕໍ່ຝຶກອົບຮົມ ພະນັກງານລົງກໍ່ສ້າງຮາກຖານການເມືອງຈໍາປີ 2026

ນວ ສືບຕໍ່ຝຶກອົບຮົມ ພະນັກງານລົງກໍ່ສ້າງຮາກຖານການເມືອງຈໍາປີ 2026

ນະຄອນຫຼວງວຽງຈັນ (ນວ) ເປີດຝຶກອົບຮົມ ຫຼັກສູດສະເພາະສ້າງພະນັກງານກໍ່ໍ່ສ້າງຮາກຖານການເມືອງປະຈໍາປີ 2026, ໃນວັນທີ 17 ມິຖຸນານີ້ ທີ່ໂຮງຮຽນການເມືອງ ແລະ ການປົກຄອງ ນວ.
6 ເດືອນ​ຕົ້ນ​ປີ ຫົວພັນ ຍາດໄດ້ຜົນສໍາເລັດຫຼາຍດ້ານ

6 ເດືອນ​ຕົ້ນ​ປີ ຫົວພັນ ຍາດໄດ້ຜົນສໍາເລັດຫຼາຍດ້ານ

ໃນໄລຍະ 6 ເດືອນຕົ້ນປີ 2026, ການຈັດຕັ້ງປະຕິບັດວຽກງານຕົວຈິງ ຂອງແຂວງຫົວພັນ ສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານ ເປັນຕົ້ນ ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ສຸມໃສ່ ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ດ້ວຍການຈັດຕັ້ງເຊື່ອມຊຶມນິຕິກຳຕ່າງໆ, ຈັດຕັ້ງຮໍ່າຮຽນການເມືອງ ຫັດແອບສິລະປະຍຸດ, ຍຸດທະວິທີສູ້ຮົບ, ປັບປຸງກອງຫຼອນ-ປກສ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ແລະ ກໍາລັງແຮງສູ້ຮົບໃຫ້ສູງຂຶ້ນ ເຮັດໃຫ້ທົ່ວແຂວງມີຄວາມສະຫງົບໂດຍພື້ນຖານ.
ແກ່ນ​ທ້າວ ຫາ​ລື ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ 6 ເດືອນຕົ້ນ​ປີ

ແກ່ນ​ທ້າວ ຫາ​ລື ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ 6 ເດືອນຕົ້ນ​ປີ

ກອງປະຊຸມ ຄະນະກຳມະການປົກຄອງເມືອງແກ່ນທ້າວ ແຂວງໄຊຍະບູລີ ປະຈຳ 6 ເດືອນຕົ້ນປີ 2026 ໄດ້ຈັດຂຶ້ນໃນວັນທີ 17 ມິຖຸນາ 2026 ນີ້, ທີ່ເມືອງແກ່ນ​ທ້າວ ໂດຍການເປັນປະທານຂອງ ທ່ານ ສີຄານ ແກ່ນມະນີ ປະທານຄະນະກຳມະການປົກຄອງເມືອງແກ່ນທ້າວ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເຜີຍແຜ່ກ່ຽວກັບການຈໍາແນກຫຍ້າ ແລະ ການນໍາໃຊ້ຢາຂ້າຫຍ້າຢ່າງປອດໄພ

ເຜີຍແຜ່ກ່ຽວກັບການຈໍາແນກຫຍ້າ ແລະ ການນໍາໃຊ້ຢາຂ້າຫຍ້າຢ່າງປອດໄພ

ການເຜີຍແຜ່ກ່ຽວກັບການຈໍາແນກຫຍ້າ ແລະ ການນໍາໃຊ້ຢາຂ້າຫຍ້າຢ່າງປອດໄພ ແລະ ວັນທັດສະນະສຶກສາແລກປ່ຽນບົດຮຽນພາກສະໜາມ ໄດ້ຈັດຂຶ້ນໃນວັນທີ 15 ມິຖຸນາຜ່ານ​ມາ ທີ່ ບ້ານຕຶງ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ໂດຍມີທ່ານ ຈູມສີ ໄຊຍະວົງ ຮອງຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງເຊບັ້ງໄຟ, ທ່ານ ນາງ ຄໍາໄຕ ວົງໄຊຍາ ຮອງຫົວໜ້າສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ມີພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ເປີດໂຄງການບັນພະຊາສາມະເນນພາກລະດູຮ້ອນປະຈຳປີ 2026

ເປີດໂຄງການບັນພະຊາສາມະເນນພາກລະດູຮ້ອນປະຈຳປີ 2026

ພິທີເປີດໂຄງການບັນພະຊາສາມະເນນພາກລະດູຮ້ອນປະຈຳປີ 2026 ຈັດຂຶ້ນວັນທີ 15 ມິຖຸນາ 2026 ທີ່ວັດພະເຈົ້າໃຫຍ່ໄຊທານີສີຣິມຸງຄຸນວິຫານ ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ)
ເພີ່ມເຕີມ