ກອງປະຊຸມ ຄົ້ນຄວ້າ ຮ່າງສົນທິສັນຍາອາຊຽນ ວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ

ກອງປະຊຸມ ຄົ້ນຄວ້າ ຮ່າງສົນທິສັນຍາອາຊຽນ ວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ
ໃນວັນທີ 9 ເມສາ ນີ້ ທີ່ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີ ກອງປະຊຸມຄົ້ນຄວ້າ ຮ່າງສົນທິສັນຍາອາຊຽນ ວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ (ASEAN Treaty on Extradition)    ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາເພັດ ສົມວໍລະຈິດ ຮອງຫົວໜ້າ ອົງການໄອຍະການປະຊາຊົນສູງສຸດ, ທ່ານ ເກດສະໜາ ພົມມະຈັນ ຮອງລັດຖະມົນຕິກະຊວງຍຸຕິທໍາ ແລະ ມີ ບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສປປ ລາວ ກໍຄື ກະຊວງຍຸຕິທໍາ ແລະ ອົງການໄອຍະການປະຊາຊົນສູງສຸດ ໄດ້ເຂົ້າຮ່ວມໃນຄະນະຄົ້ນຄວ້າ ຮ່າງ ສົນທິສັນຍາອາຊຽນດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດນັບຕັ້ງແຕ່ປີ 2021 ເປັນຕົ້ນມາ ຊຶ່ງມາເຖິງປັດຈຸບັນ ສົນທິສັນຍາດັ່ງກ່າວໄດ້ຜ່ານການຄົ້ນຄວ້າຮ່ວມກັບບັນດາປະເທດສະມາຊິກອາຊຽນມາແລ້ວ 8 ຄັ້ງ, ຜ່ານການຄົ້ນຄວ້າໃນໄລຍະຜ່ານມາ, ຄະນະຄົ້ນຄວ້າຈາກຝ່າຍລາວ ກໍໄດ້ເຂົ້າຮ່ວມ ແລະ ປະກອບສ່ວນເຂົ້າໃນການປະກອບຄໍາເຫັນຕໍ່ກັບຮ່າງສົນທິສັນຍາອາຊຽນຕ່າງໆດ້ວຍຄວາມຮັບຜິດຊອບສູງ ຊຶ່ງເຫັນວ່າ ໂດຍພື້ນຖານແລ້ວທາງດ້ານເນື້ອໃນແມ່ນມີຄວາມຖືກຕ້ອງ,ສອດຄ່ອງກັບແນວທາງນະໂຍບາຍການຕ່າງປະເທດ ກໍຄື ກົດໝາຍຂອງ ສປປ ລາວ ແລະ ສົນທິສັນຍາສາກົນຕ່າງໆ, ແຕ່ເຖິງຢ່າງໃດກໍຕາມ, ຍັງມີບາງຈຸດ, ບາງບັນຫາຄົງຄ້າງ ທີ່ຍັງບໍ່ທັນເປັນເອກະພາບ ທີ່ຈະຕ້ອງໄດ້ປຶກສາຫາລືພາຍໃນ ເພື່ອປະກອບຄໍາຄິດຄໍາເຫັນ ແລະ ຄົ້ນຄວ້າ ບັນດາປະເດັນ ທີ່ຕິດພັນກັບ ຂະແໜງການຕ່າງໆທີ່ກ່ຽວຂ້ອງ ເພື່ອເປັນບ່ອນອີງໃນການສືບຕໍ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຕໍ່ເນື້ອໃນສົນທິສັນຍາດັ່ງກ່າວໃຫ້ມີຄວາມຄົບຖ້ວນສົມບູນຍິ່ງຂຶ້ນ. ເພື່ອແນໃສ່ຮັບປະກັນສິດຜົນປະໂຫຍດ ອັນຊອບທໍາຂອງ ສປປ ລາວ ແລະ ຖືກຕ້ອງສອດຄ່ອງກັບກົດໝາຍ ແລະ ນະໂຍບາຍການຕ່າງປະເທດຂອງ ສປປ ລາວ.
ກອງປະຊຸມໃນຄັ້ງນີ້ ໄດ້ພ້ອມກັນ ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບ ຮ່າງສົນທິສັນຍາອາຊຽນວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ ທີ່ ສປປ ລາວ ເວົ້າລວມ, ເວົ້າສະເພາະ ກະຊວງຍຸຕິທໍາ ແລະ ອົງການໄອຍະການປະຊາຊົນສູງສຸດ ໄດ້ເຂົ້າຮ່ວມເປັນຄະນະຄົ້ນຄວ້າຮ່ວມກັບ ກອງເລຂາອາຊຽນ ແລະ ບັນດາປະເທດສະມາຊິກອາຊຽນ. 
  ໃນໂອກາດດັ່ງກ່າວ ທ່ານ ຄຳເພັດ ສົມວໍລະຈິດ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ ຜົນສໍາເລັດໃນການເຂົ້າຮ່ວມໃນການຄົ້ນຄວ້າຮ່າງສົນທິສັນຍາອາຊຽນດັ່ງກ່າວຮ່ວມກັບບັນດາປະເທດສະມາຊິກອາຊຽນ ໃນໄລຍະຜ່ານມາ ຊຶ່ງສົນທິສັນຍາອາຊຽນວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນດັ່ງກ່າວຈະກາຍເປັນເຄື່ອງມືສາກົນທີ່ສໍາຄັນ ໃນການຮ່ວມມືກັບຕ່າງປະເທດໃນການຕ້ານ ແລະ ສະກັດກັ້ນອາຊະຍາກໍາຂ້າມຊາດ ແລະ ເປັນການເສີມຂະຫຍາຍການພົວພັນຮ່ວມມືທາງດ້ານກົດໝາຍ ກັບບັນດາປະເທດພາກພື້ນ ກໍຄືໃນໂລກ ໃຫ້ນັບມື້ນັບກ້າວໜ້າສູ່ລວງເລິກ ແລະ ມີປະສິດທິຜົນຢ່າງບໍ່ຢຸດຢັ້ງ. (ຂ່າວ: ອອປສ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ການຜະລິດລະດູແລ້ງຢູ່ແຂວງເຊກອງ ມີເນື້ອທີ່ເພີ່ມຂຶ້ນ

ການຜະລິດລະດູແລ້ງຢູ່ແຂວງເຊກອງ ມີເນື້ອທີ່ເພີ່ມຂຶ້ນ

ທ່ານ ນາງ ເພັດດາວອນ ວາດສະຫງ່າ ຫົວໜ້າຫ້ອງວ່າການແຂວງເຊກອງ ໄດ້ລາຍງານຕໍ່ກອງປະຊຸມຄະນະກຳມະການປົກຄອງແຂວງ ຄັ້ງທີ 2 ສະໄໝທີ XI ໃນວັນທີ 24 ມີນາ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຈຸດສຸມໃນໄລຍະ 3 ເດືອນ (1,2,3) 2026 ໂດຍສະເພາະການຜະລິດລະດູແລ້ງ ໃຫ້ຮູ້ວ່າ:
ເຊກອງ ພົບການຈໍາໜ່າຍນໍ້າມັນເຊື້ອໄຟບໍ່ຜ່ານປໍ້າ-ບໍຜ່ານຫົວຈ່າຍ ໃນສອງເມືອງ 24 ຫົວໜ່ວຍ

ເຊກອງ ພົບການຈໍາໜ່າຍນໍ້າມັນເຊື້ອໄຟບໍ່ຜ່ານປໍ້າ-ບໍຜ່ານຫົວຈ່າຍ ໃນສອງເມືອງ 24 ຫົວໜ່ວຍ

ໃນວັນທີ 24 ມີນານີ້,, ເຈົ້າໜ້າທີ່ກວດກາການຄ້າ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງເຊກອງ ສົມທົບກັບຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງລະມາມ ແລະ ເມືອງທ່າແຕງ ໄດ້ລົງເຄື່ອນໄຫວຕິດຕາມກວດກາ ການຈໍາໜ່າຍນໍ້າມັນເຊື້ອໄຟ ໂດຍບໍ່ຜ່ານປໍ້າ-ບໍ່ຜ່ານຫົວຈ່າຍນໍ້າມັນ.
ທຫລ. ພຕ ສະຫຼຸບວຽກງານຄຸ້ມຄອງເງິນຕາຕ່າງປະເທດ

ທຫລ. ພຕ ສະຫຼຸບວຽກງານຄຸ້ມຄອງເງິນຕາຕ່າງປະເທດ

ທະນາຄານແຫ່ງ ສປປ ລາວ ປະຈໍາພາກໃຕ້ (ທຫລ.ພຕ) ຈັດກອງປະຊຸມສະຫຼຸບຕີລາຄາວຽກງານຄຸ້ມຄອງເງິນຕາຕ່າງປະເທດຢູ່ແຂວງເຊກອງ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ຂຶ້ນໃນວັນທີ 24 ມີນານີ້ ທີ່ຫ້ອງປະຊຸມທະນາຄານ ການຄ້າຕ່າງປະເທດລາວມະຫາຊົນ ສາຂາແຂວງເຊກອງ ໂດຍການເປັນປະທານຂອງ ທ່ານ ບຸນທະວີ ນະຄອນສິດ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ຄອນສະຫວັນ ສິງສະຫວັນ ຮອງຫົວໜ້າທະນາຄານແຫ່ງ ສປປ ລາວ ປະຈໍາພາກໃຕ້ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ປີຜ່ານມາແຂວງວຽງຈັນ ສາມາດປະຕິບັດລາຍຮັບງົບປະມານ ໄດ້ 1,352 ຕື້ກວ່າກີບ.

ປີຜ່ານມາແຂວງວຽງຈັນ ສາມາດປະຕິບັດລາຍຮັບງົບປະມານ ໄດ້ 1,352 ຕື້ກວ່າກີບ.

ທ່ານ ເຕັ່ງເມັ່ງ ຢ່າງລືໄຊ ຫົວໜ້າພະແນກການເງິນແຂວງວຽງຈັນ ໄດ້ລາຍງານ ການຈັດຕັ້ງປະຕິບັດວຽກງານຂອງພະແນກການເງິນ ແຂວງວຽງຈັນ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ຕໍ່ກອງປະຊຸມ ສະຫຼຸບວຽກງານຂອງພະແນກການເງິນແຂວງວຽງຈັນ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈຳປີ 2026 ທີ່ໄຂຂຶ້ນ ໃນວັນທີ 24 ມີນາ 2026 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງວຽງຄຳ ແຂວງວຽງຈັນ ບາງຕອນວ່າ: ການເກັບລາຍຮັບງົບປະມານ ປີ 2025 ແຂວງວຽງຈັນ ສາມາດປະຕິບັດໄດ້ 1,352.60 ຕື້ກີບ, ລື່ນແຜນການ 21.59% ຂອງແຜນການ (ແຜນການ 1,112.45 ຕື້ກີບ).
ເມືອງບໍ່ແຕນ ປາຖະກະຖາ 2 ວັນປະຫວັດສາດຂອງພັກ

ເມືອງບໍ່ແຕນ ປາຖະກະຖາ 2 ວັນປະຫວັດສາດຂອງພັກ

ວັນທີ 24 ມີນານີ້, ຄະນະພັກເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ວາງກະຕ່າດອກໄມ້ຢູ່ທີອານຸສອນສະຖານ ປະທານໄກສອນພົມວິຫານ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ (ວັນທີ 22 ມີນາ 1955- 22 ມີນາ 2026), ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ (21 ມີນາ 1946 -21 ມີນາ 2026). ຈາກນັນ, ກໍໄດ້ຈັດ ປາຖະກາຖາ 2 ວັນດັ່ງກ່າວຂຶ້ນ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍໃຫ້ກຽດປະຖະກາຖາ ໂດຍ ສະຫາຍ ບຸນພະລັງ ວິໄລສັກ ກໍາມະການພັກແຂວງ ເລຂາພັກເມືອງບໍ່ແຕນ ຊອ່ງໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງການນໍາພາ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ຢ່າງແຂງແຮງ ແລະ ເລິກເຊິ່ງ, ຊຶ່ງໄດ້ຍົກໃຫ້ເຫັນຕົ້ນກໍາເນີດ, ທາດແທ້ ແລະ ອຸດົມການຂອງພັກ.
ບົດອວຍພອນຂອງ ທ່ານ ທອງສະຫວັນ ພົມວິຫານ  ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄົບຮອບ 10 ປີ

ບົດອວຍພອນຂອງ ທ່ານ ທອງສະຫວັນ ພົມວິຫານ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄົບຮອບ 10 ປີ

ໃນໂອກາດຄົບຮອບ 10 ປີ (23 ມີນາ 2016 - 23 ມີນາ 2025) ຂອງການສ້າງຕັ້ງຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (MLC), ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວວ່າ: ໃນນາມລັດຖະບານ ແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຮູ້ສຶກເປັນກຽດຢ່າງຍິ່ງ ແລະ ມີຄວາມປິຕິຍິນດີ ທີ່ໄດ້ສົ່ງຄຳຊົມເຊີຍອັນຈິງໃຈ ແລະ ຄຳອວຍພອນໄຊອັນປະເສີດ ມາຍັງບັນດາທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ຂອງບັນດາປະເທດສະມາຊິກ MLC ແລະ ປະຊາຊົນ ທີ່ອາໄສຢູ່ໃນເຂດລຸ່ມແມ່ນ້ຳຂອງພວກເຮົາ.
ລັດຖະມົນຕີ ຮສສ ມອບເຄື່ອງບັນເທົາທຸກສຸກເສີນໃຫ້ປະຊາຊົນຜູ້ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບຕົກຢູ່ເມືອງສີໂຄດຕະບອງ

ລັດຖະມົນຕີ ຮສສ ມອບເຄື່ອງບັນເທົາທຸກສຸກເສີນໃຫ້ປະຊາຊົນຜູ້ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບຕົກຢູ່ເມືອງສີໂຄດຕະບອງ

ວັນທີ 23 ມີນາ ນີ້, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໃນນາມຮອງປະທານຜູ້ປະຈຳການ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ (ຄພສ) ໄດ້ລົງພື້ນທີ່ຕິດຕາມ ແລະ ຊີ້ນຳການຊ່ວຍເຫຼືອ ປະຊາຊົນທີ່ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບ ໃນວັນທີ 22 ມີນາ ຜ່ານມາ ຢູ່ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຢ່າງຮີບດ່ວນ.
ວາງກະຕ່າດອກໄມ້ລະນຶກວັນສ້າງຕັ້ງຫ້ອງວ່າການສູນກາງພັກ ຄົບຮອບ 71 ປີ

ວາງກະຕ່າດອກໄມ້ລະນຶກວັນສ້າງຕັ້ງຫ້ອງວ່າການສູນກາງພັກ ຄົບຮອບ 71 ປີ

ໃນຕອນເຊົ້າວັນທີ 24 ມີນາ ນີ້ ທີ່ຫໍພິພິທະພັນ ໄກສອນ ພົມວິຫານ, ຫ້ອງວ່າການສູນກາງພັກ(ຫສພ) ນຳໂດຍ ສະຫາຍ ເພັດ ພົມພິພັກ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ໄດ້ນຳພາຄະນະພັກ, ພະນັກງານນຳພາຫຼັກແຫຼ່ງທົ່ວຫ້ອງວ່າການສູນກາງພັກ ນຳເອົາກະຕ່າດອກໄມ້ ໄປວາງຕໍ່ໜ້າຮູບຫຼໍ່ຂອງປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດລະນຶກວັນສ້າງຕັ້ງ ຫ້ອງວ່າການສູນກາງພັກ ຄົບຮອບ 71 ປີ (24 ມີນາ 1955 – 24 ມີນາ 2026) ເພື່ອສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນຕໍ່ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນລາວທັງຊາດ. ຜູ້ຈັດຕັ້ງນຳພາພາລະກິດປະຕິວັດອັນຍິ່ງໃຫຍ່ຂອງປະເທດພວກເຮົາ ຈາກໄຊຊະນະນີ້ສູ່ໄຊຊະນະໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ. ສ້າງປະຖົມປັດໃຈກ້າວຂຶ້ນສັງຄົມນິຍົມຢ່າງໜັກແໜ້ນ.
ໄຂກອງປະຊຸມຄະນະກໍາມະການປົກຄອງແຂວງ ຄັ້ງທີ 2 ປະຈໍາໄຕມາດ I

ໄຂກອງປະຊຸມຄະນະກໍາມະການປົກຄອງແຂວງ ຄັ້ງທີ 2 ປະຈໍາໄຕມາດ I

ກອງປະຊຸມຄະນະກໍາມະການປົກຄອງແຂວງເຊກອງ ຄັ້ງທີ 2 ສະໄໝທີ XI (ປະຈໍາໄຕມາດ I) ແລະວາງທິດທາງແຜນການປະຈໍາໄຕມາດ II ຂຶ້ນໃນວັນທີ 24 ມີນານີ້ ທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການແຂວງ ໂດຍການເປັນປະທານ ຂອງທ່ານ ຂັນຕີ ສີລະວົງສາ ປະທານຄະນະກໍາມະການປົກຄອງແຂວງເຊກອງ, ມີຄະນະກໍາມະການປົກຄອງເມືອງ, ບັນດາຫົວໜ້າພະແນກການ, ອົງການທຽບເທົ່າ, ລັດວິສາຫະກິດ ອ້ອມຂ້າງແຂວງເຂົ້າຮ່ວມ.
ມອບ-ຮັບໜ້າທີ່ ປະທານສູນກາງສະຫະພັນກຳມະບານລາວ

ມອບ-ຮັບໜ້າທີ່ ປະທານສູນກາງສະຫະພັນກຳມະບານລາວ

ວັນທີ 23 ມີນາ ນີ້, ສູນກາງສະຫະພັນກໍາມະບານລາວ ໄດ້ຈັດພິທີມອບ-ຮັບ ການຈັດຕັ້ງພະນັກງານການນຳຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາສະຫາຍຄະນະບໍລິຫານງານພັກ ສູນກາງສະຫະພັນກຳມະບານລາວ, ຫົວໜ້າກົມ, ຮອງກົມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ