ກອງປະຊຸມ ຄົ້ນຄວ້າວິທະຍາສາດສັງຄົມ

ກອງປະຊຸມ ຄົ້ນຄວ້າວິທະຍາສາດສັງຄົມ

ກອງປະຊຸມ ຄົ້ນຄວ້າວິທະຍາສາດສັງຄົມ
ມະຫາວິທະຍາໄລແຫ່ງຊາດ(ມຊ)ຮ່ວມກັບມະຫາວິທະຍາໄລອື່ນໆພາຍໃນປະເທດ ແລະ ຕ່າງປະເທດ ເຊັ່ນ: ມະຫາວິທະຍາໄລຢຸນນານ, ມະຫາວິທະຍາໄລ ເຊ່ຍເມີນ ສປ ຈີນ ແລະ ມະຫາວິທະຍາໄລ Manchester ປະເທດອັງກິດ. ໄດ້ຈັດກອງປະຊຸມຄົ້ນຄວ້າວິທະຍາສາດສັງຄົມ ແລະ ຖະແຫຼ່ງບົດລາຍງານສອງສະບັບ ຂຶ້ນເມື່ອບໍ່ດົນມານີ້ທີ ມຊພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ Wang Jiang ຜູ້ອໍານວຍການບໍລິສັດ CWE ສາຂາປະຈໍາ ສປປ ລາວ,ທ່ານ ພູໄຊ ວົງພະຈັນ ຕາງໜ້າບໍລິສັດ CWE ສາຂາປະຈໍາ ສປປ ລາວທ່ານ Yang Fang ຈາກຄະນະພົວພັນສາກົນ/ສະຖາບັນຄົ້ນຄວ້ານານຢາງມະຫາວິທະຍາໄລ ເຊ່ຍເມີນ ສປ ຈີນ,ຊຶ່ງມີນັກວິຊາການ ແລະ ຜູ້ຊ່ຽວຊານຈາກມະຫາວິທະຍາໄລຊັ້ນນໍາຈາກປະເທດຈີນ, ອັງກິດ, ອົສຕຣາລີ, ອິນເດຍ, ລາວ ແລະ ປະເທດອື່ນໆໄດ້ເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ, ເພື່ອສົນທະນາແລກປ່ຽນ ກ່ຽວກັບການຮ່ວມມື ດ້ານໂຄງລ່າງພື້ນຖານພາຍໃຕ້ຂໍ້ລິເລີ່ມ "ໜຶ່ງແລວໜຶ່ງເສັ້ນທາງ" ແລະ ການພັດທະນາແບບຍືນຍົງໃນຊິກໂລກໃຕ້.

ພ້ອມນີ້ ແຂກທີ່ເຂົ້າຮ່ວມຍັງໄດ້ຮັບຟັງການລາຍງານຂອງກຸ່ມບໍລິສັດ CCCG ບໍລິສັດນໍ້າ ແລະ ໄຟຟ້າສາກົນແຫ່ງ ສປ ຈີນ ກ່ຽວກັບຜົນສໍາເລັດການຄົ້ນຄວ້າທີ່ສໍາຄັນສອງຢ່າງເຊັ່ນ: ບົດລາຍງານການພັດທະນາແບບຍືນຍົງໃນປະເທດລາວ ຂອງກຸ່ມບໍລິສັດ CCCG ປະຈໍາປີ 2024ແລະ ບົດລາຍງານການພັດທະນາຮ່ວມມືດ້ານການເກັບຮັກສາພະລັງງານ ຈີນ–ອາຊຽນເຊິ່ງ ໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງຈາກຜູ້ຊ່ຽວຊານ ແລະ ນັກສຶກສາທີ່ເຂົ້າຮ່ວມ.

ທ່ານ Wang Jiang ໄດ້ກ່າວມີຄໍາເຫັນວ່າ: ບໍລິສັດໄດ້ປະຕິບັດໜ້າາທີ່ຮັບຜິດຊອບທາງສັງຄົມຢູ່ປະເທດລາວຢ່າງກະຕືລືລົ້ນ, ພະຍາຍາມສົ່ງເສີມການຮ່ວມມື ແລະ ຜົນປະໂຫຍດຮ່ວມກັນລະຫວ່າງຈີນ ແລະ ລາວໃນຂົງເຂດຕ່າງໆເຊັ່ນ: ພະລັງງານສະອາດ, ການປົກປ້ອງລະບົບນິເວດ ແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ,ການກໍ່ສ້າງໂຄງລາງບໍ່ພຽງແຕ່ເປັນ ການແຂ່ງຂັນລະຫວ່າງຂະໜາດ ແລະ ຄວາມໄວເທົ່ານັ້ນ ແຕ່ຍັງສະທ້ອນເຖິງຄຸນນະພາບ, ສີຂຽວ ແລະ ການຮ່ວມມືກັນ. ໃນອະນາຄົດ, ບໍລິສັດຈະສືບຕໍ່ນໍາພາການພັດທະນາແບບຍືນຍົງ, ການຮ່ວມມືຢ່າງເລິກເຊິ່ງກັບບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ ແລະ ຊຸມຊົນທ້ອງຖິ່ນ ຮ່ວມກັນສ້າງແບບຢ່າງພື້ນຖານໂຄງລ່າງສີຂຽວທີ່ເປັນມິດກັບສະພາບແວດລ້ອມແລະ ເປັນປະໂຫຍດຕໍ່ປະຊາຊົນ.

ທ່ານ ພູໄຊ ວົງພະຈັນ ໄດ້ອະທິບາຍຕື່ມກຽວກັບບົດລາຍງານການພັດທະນາແບບຍືນຍົງ ລະດັບປະເທດໃນປະເທດລາວສະບັບນີ້ ບໍລິສັດທີ່ໄດ້ຈັດພິມຕິດຕໍ່ກັນເປັນປີທີ 3 ແລ້ວ, ໄດ້ສະຫຼຸບຜົນສໍາເລັດຂອງກຸ່ມ CCCG ໃນການສົ່ງເສີມການພັດທະນາທີ່ມີຄຸນນະພາບສູງ, ປະຕິບັດຫນ້າທີ່ຮັບຜິດຊອບຕໍ່ສັງຄົມ ແລະ ສົ່ງເສີມການຮ່ວມ ມືກໍ່ສ້າງຊຸມຊົນໃນປະເທດລາວ.ຊຶ່ງໄດ້ເນັ້ນໜັກຜົນສໍາເລັດຂອງບໍລິສັດໃນການດໍາເນີນການປົກປັກຮັກສາສິ່ງແວດລ້ອມ, ຄວາມປອດໄພ, ການຊ່ວຍເຫຼືອດ້ານການສຶກສາ ແລະ ການພັດທະນາຊຸມຊົນໃນເຂື່ອນໄຟຟ້ານໍ້າລີກ 1-2, ເຂື່ອນໄຟຟ້າ ນໍ້າງຽບ 2 ແລະ ເຂື່ອນໄຟຟ້ານໍ້າກົງ 1.

ທ່ານ Yang Fang ກ່າວວ່າ:ໃນຖານະເປັນຕົວແທນຂອງກຸ່ມນັກຄົ້ນຄິດ, ໄດ້ໃຫ້ຄໍາແນະນໍາລາຍລະອຽດກ່ຽວກັບຜົນການຄົ້ນຄວ້າຫຼັກຂອງບົດລາຍງານການພັດທະນາຮ່ວມມືດ້ານການເກັບຮັກສາພະລັງງານ ຈີນ–ອາຊຽນ. ບົດລາຍງານນີ້ ເນັ້ນເຖິງການຫັນປ່ຽນພະລັງງານໃນພາກພື້ນ ແລະ ການຮ່ວມມືໃນການເກັບຮັກສາພະລັງງານ, ທ່ານໄດ້ວິເຄາະຢ່າງລະອຽດຕື່ມກ່ຽວກັບການ ພັດທະນາໃນປັດຈຸບັນ, ຄວາມສາມາດ ແລະ ສິ່ງທ້າທາຍຂອງອຸດສາຫະກໍາການເກັບຮັກສາພະລັງງານໃນປະເທດອາຊຽນ.ສະເຫນີຄໍາແນະນໍາທີ່ໃຊ້ການໄດ້ສໍາລັບການສົ່ງເສີມການລົງທຶນພະລັງງານສີຂຽວ, ການພັດທະນາເຕັກໂນໂລຊີ ແລະ ການ ປະສານງານນະໂຍບາຍ, ໃຫ້ຂໍ້ອ້າງອີງທີ່ສໍາຄັນສໍາລັບປະເທດລາວ ແລະ ອາຊຽນໃນການປັບປຸງໂຄງສ້າງພະລັງງານ ແລະ ການຫັນປ່ຽນເປັນສີຂຽວ.

ການຖະແຫຼ່ງບົດລາຍງານສອງສະບັບນີ້ເປັນບາດກ້າວໃຫມ່ຂອງກຸ່ມບໍລິສັດ CCCG ໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມ "ໜຶ່ງແລວໜຶ່ງເສັ້ນທາງ", ສະຫນັບສະໜູນແຜນຍຸດທະສາດ ສປປ ລາວເປັນ "ໝໍ້ໄຟຂອງອາຊຽນ"ແລະ ສົ່ງເສີມການພັດທະນາແບບຍືນຍົງໃນພາກພື້ນ, ພ້ອມທັງສະແດງໃຫ້ເຫັນການປ່ຽນແປງຂອງບໍລິສັດຈາກ "ຜູ້ສ້າງພື້ນຖານໂຄງລ່າງ" ໄປສູ່ "ຜູ້ສົ່ງເສີມການພັດທະນາແບບຍືນຍົງ".ຂ່າວ:ມຊ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພູນຊັບຟາມາ ຈຳກັດ ເນັ້ນວາງສະແດງຜະລິດຕະພັນຢາບໍາລຸງແມ່ຫຼັງເກີດ ໂອກາດສະຫຼອງວັນສາທາລະນະສຸກ

ພູນຊັບຟາມາ ຈຳກັດ ເນັ້ນວາງສະແດງຜະລິດຕະພັນຢາບໍາລຸງແມ່ຫຼັງເກີດ ໂອກາດສະຫຼອງວັນສາທາລະນະສຸກ

ໂອກາດເຂົ້າຮ່ວມວາງສະແດງຜະລິດຕະພັນຢາ ໃນພິທີສະເຫຼີມສະຫຼອງວັນສາທາລະນະສຸກ (ວັນແພດລາວ) ຄົບຮອບ 61 ປີ (18 ມິຖຸນາ 1965 – 18 ມິຖຸນາ 2026) ທີ່ຈັດຂຶ້ນໃນວັນທີ 17 ມິຖຸນາຜ່ານມາ ທີ່ນະຄອນຫຼວງວຽງຈັນ.
ມຸນລະປາໂມກ ສະຫຼຸບການແກ້ໄຂບັນຫາສັດລ້ຽງ ແລະ ສິ່ງແວດລ້ອມ

ມຸນລະປາໂມກ ສະຫຼຸບການແກ້ໄຂບັນຫາສັດລ້ຽງ ແລະ ສິ່ງແວດລ້ອມ

ເມືອງມຸນລະປາໂມກ ແຂວງຈຳປາສັກ ໄດ້ຈັດກອງປະຊຸມສະຫຼຸບວຽກງານການແກ້ໄຂບັນຫາສັດລ້ຽງ ແລະ ສິ່ງແວດລ້ອມ ໃນເຂດເທດສະບານເມືອງ ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026 ໃນ​ວັນ​ທີ 17 ມິ​ຖຸ​ນາ​ຜ່ານ​ມາ ໂດຍການເປັນປະທານຂອງທ່ານ ວັນລະເດດ ແກ້ວຈັນທາ ປະທານຄະນະກຳມະການປົກຄອງເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສສຊ-ສສນວ ລົງພົບປະກັບຜູ້ມີສິດເລືອກຕັ້ງເມືອງສັງທອງ

ສສຊ-ສສນວ ລົງພົບປະກັບຜູ້ມີສິດເລືອກຕັ້ງເມືອງສັງທອງ

ສສຊ ເຂດ 1 ນວ ລົງພົບປະຜູ້ມີສິດເລືອກຕັ້ງເມືອງສັງທອງ ແລະ ສະມາຊິກສະພາປະຊາຊົນ ນວ ລົງພົບປະກັບຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນ ນວ ຊຸດທີ V ໃນວັນທີ 16 ມິຖຸນາ ຜ່ານມາ ທີ່ສະໂມສອນຂອງເມືອງສັງທອງ ນະຄອນຫຼວງວຽງຈັນ.
ເປີດກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII ຢ່າງເປັນທາງການ

ເປີດກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII ຢ່າງເປັນທາງການ

ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ມີຖຸນານີ້ ທີ່ສະໂມສອນຫ້ອງວ່າການສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ມີບັນດາກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກຳມະການສົມບູນ ແລະ ສຳ ຮອງສູນກາງພັກ, ມີບັນດາສະຫາຍຮອງເລຂາພັກແຂວງ-ນະຄອນຫຼວງ, ກະຊວງ-ອົງການ ຜູ້ຊີ້ນໍາວຽກງານຈັດຕັ້ງ, ຫົວໜ້າຄະນະຈັດຕັ້ງແຂວງ-ນະຄອນຫຼວງ, ຫົວໜ້າກົມຈັດຕັ້ງ ກະຊວງ-ອົງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເມືອງໂຂງ ເປີດອົບຮົມການເມືອງ-ຫັດແອບການທະຫານ ໃຫ້ກຳລັງ ປກຊ-ປກສ

ເມືອງໂຂງ ເປີດອົບຮົມການເມືອງ-ຫັດແອບການທະຫານ ໃຫ້ກຳລັງ ປກຊ-ປກສ

ເມືອງໂຂງ ແຂວງຈຳປາສັກ ເປີດອົບຮົມການເມືອງ-ຫັດແອບການທະຫານ ປະຈໍາປີ 2026 ໃຫ້ກຳລັງຫຼັກແຫຼ່ງໃນ 2 ຕາແສງ ຄື: ຕາແສງຫາດຊາຍຄູນ ແລະ ຕາແສງກະດັນ ແນໃສ່ເພີ່ມທະວີຄວາມຮູ້, ຄວາມສາມາດ ແລະ ຄວາມຊໍານິຊໍານານທາງດ້ານຍຸດທະວິທີ, ສ້າງກຳລັງໃຫ້ມີຄວາມເຂັ້ມແຂງ ເພື່ອປົກປັກຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍພາຍໃນທ້ອງຖິ່ນ​ຂຶ້ນໃນວັນທີ 18 ມິຖຸນານີ້, ທີ່ເມືອງໂຂງ
ທະຫານເຊກອງ ເປີດອົບຮົມຄູອາສາ ເຂົ້າເປັນລັດຖະກອນປ້ອງກັນຊາດ ຊຸດທີ I

ທະຫານເຊກອງ ເປີດອົບຮົມຄູອາສາ ເຂົ້າເປັນລັດຖະກອນປ້ອງກັນຊາດ ຊຸດທີ I

ກອງບັນຊາການທະຫານແຂວງເຊກອງ ເປີດຊຸດອົບຮົມຄູອາສາ ເຂົ້າເປັນລັດຖະກອນປ້ອງກັນຊາດ ຊຸດທີ I ແລະ ທະຫານໃໝ່ ຊຸດທີ XXVII ໃນວັນທີ 16 ມິຖຸນາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ທອງສີ ກຸນສະນະ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ ພ້ອມດ້ວຍພະນັກງານຄູ-ອາຈານ, ແຂກຖືກເຊີນ ແລະ ສຳມະນາກອນເຂົ້າຮ່ວມ.
ຄຳ​ມ່ວນ ສະຫຼຸບ​ວຽກ​ງານ ການອຳນວຍຄວາມສະດວກດ້ານການຄ້າ ແລະ ຂົນສົ່ງ

ຄຳ​ມ່ວນ ສະຫຼຸບ​ວຽກ​ງານ ການອຳນວຍຄວາມສະດວກດ້ານການຄ້າ ແລະ ຂົນສົ່ງ

ກອງປະຊຸມ ຄະນະກຳມະການອຳນວຍຄວາມສະດວກດ້ານການຄ້າ ແລະ ຂົນສົ່ງ ແຂວງ ຄຳ​ມ່ວນ ໄດ້​ຈັດຂຶ້ນ​ໃນ​ວັນ​ທີ 17 ມິ​ຖຸ​ນາ​ຜ່ານ​ມາ ທີ່ ພະ​ແນກ ອ​ຄ ແຂວງ ໂດຍການເປັນປະທານຂອງ ທ່ານ ໜັ້ນຍືນ ຄີນສະໜອນ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ.
ເມືອງພຽງ ປະກາດສ້າງຕັ້ງຕາແສງທົ່ງນາພຽງ

ເມືອງພຽງ ປະກາດສ້າງຕັ້ງຕາແສງທົ່ງນາພຽງ

ພິທີປະກາດສ້າງຕັ້ງຕາແສງ ທົ່ງນາພຽງ ເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 16 ມິຖຸນາ 2026 ທີ່ ສຳນັກງານຕາແສງບ້ານເມືອງພຽງ ໂດຍມີທ່ານ ອາເມ ຊົງເຢ້ຽເລັ່ງ ຮອງປະທານຄະນະກຳມະການປົກຄອງແຂວງ, ມີທ່ານ ເສນ ພັນລັກ ເລຂາຄະນະບໍລິຫານງານພັກເມືອງພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສະມາຄົມນັກທຸລະກິດ ມອບຕົ້ນຄູນ ໃຫ້ແຂວງຄໍາມ່ວນ ຮ່ວມສ້າງພື້ນທີ່ສີຂຽວ

ສະມາຄົມນັກທຸລະກິດ ມອບຕົ້ນຄູນ ໃຫ້ແຂວງຄໍາມ່ວນ ຮ່ວມສ້າງພື້ນທີ່ສີຂຽວ

ສະມາຄົມນັກທຸລະກິດໜຸ່ມ ແຂວງຄໍາມ່ວນ ນໍາໂດຍ ທ່ານ ສຸກທັນວາ ຊາພູວົງ ປະທານສະມາຄົມນັກທຸລະກິດໜຸ່ມແຂວງ ພ້ອມດ້ວຍ ທ່ານ ອະພິສິດ ຜົນວິຈິດ ຮອງປະທານສະມາຄົມ ແລະ ຄະນະບໍລິຫານສະໄໝທີ 4 ໄດ້ນໍາເອົາຕົ້ນຄູນຈໍານວນ 1,000 ຕົ້ນ ມູນຄ່າລວມ 418 ລ້ານກີບ ມາມອບໃຫ້ແກ່ແຂວງຄໍາມ່ວນ ເພື່ອນໍາໄປປູກປະດັບປະດາພາຍໃນຕົວເມືອງທ່າແຂກ ໃຫ້ມີຄວາມສວຍງາມ, ຮົ່ມເຢັນ ແລະ ເປັນລະບຽບຮຽບຮ້ອຍ. ການສະໜັບສະໜູນໃນຄັ້ງນີ້ ຍັງເປັນການປະກອບສ່ວນສໍາຄັນໃນການສ້າງພື້ນທີ່ສີຂຽວ, ສົ່ງເສີມການອະນຸລັກສິ່ງແວດລ້ອມ ແລະ ສະໜັບສະໜູນແນວທາງການພັດທະນາເມືອງຢ່າງຍືນຍົງ.
ຫາລື ການປັບປຸງ ກົດໝາຍ 2 ສະບັບໃນ​ຂົງ​ເຂດອຸດສາຫະກຳ ແລະ ການຄ້າ

ຫາລື ການປັບປຸງ ກົດໝາຍ 2 ສະບັບໃນ​ຂົງ​ເຂດອຸດສາຫະກຳ ແລະ ການຄ້າ

ໃນລະຫວ່າງ ວັນທີ 17-18 ມິຖຸນາ 2026 ນີ້ ທີ່ໂຮງແຮມສຸພັດຕຣາ ແຂວງຫຼວງພະບາງ, ໄດ້ ກອງປະຊຸມປຶກສາຫາລື ໃນຫົວຂໍ້ “ການທົບທວນຄືນການຈັດຕັ້ງປະຕິບັດ, ເກັບກຳຂໍ້ມູນ ເພື່ອປັບປຸງ ກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດ ແລະ ກົດໝາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້” ໂດ້​ຈັດ​ຂຶ້ນ​ໃນ​ລະ​ຫວ່າງວັນ​ທີ 17-18 ມິ​ຖຸ​ນາ​ນີ້ ທີ່ ແຂວງຫຼວງ​ພະ​ບາງ ໂດຍເປັນປະທານຂອງ ທ່ານ ນາງ ວິໄລພອນ ຊິນດາວົງ ຮອງຫົວໜ້າກົມການຄ້າພາຍໃນ; ມີຜູ້ຈັດການພາກພື້ນຂອງ ອົງການການຄ້າລະດັບພາກພື້ນເພື່ອການພັດທະນາ (RT4D), ພ້ອມດ້ວຍຜູ້ຕາງໜ້າຈາກພາກລັດ-ພາກເອກະຊົນຂັ້ນສູນກາງ ແລະ 7 ແຂວງພາກເໜືອ ເຂົ້າຮ່ວມ.
ເພີ່ມເຕີມ