ກອງປະຊຸມ ກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ

ກອງປະຊຸມ ກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ

ກອງປະຊຸມ ກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ
ກອງປະຊຸມກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ ເພື່ອລາຍງານຜົນການຄົ້ນຄວ້າ, ກວດກາ ແລະ ສັງລວມ ການສະເໜີຂໍອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ການສະເໜີຂໍອະໄພຍະໂທດປ່ອຍຕົວ ປະຈຳປີ 2025 ໄດ້ຈັດໃນວັນທີ 18 ກໍລະກົດ ນີ້ ຢູ່ຫ້ອງປະຊຸມໃຫຍ່ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຫົວໜ້າກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ, ມີຕາງໜ້າອົງການໄອຍະການປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງວ່າການສໍານັກງານປະທານປະເທດ, ສໍານັກງານນາຍົກລັດຖະມົນຕີ, ສານປະຊາຊົນສູງສຸດ, ກະຊວງຍຸຕິທໍາ, ກະຊວງປ້ອງກັນປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 

ກອງປະຊຸມ ແມ່ນໄດ້ຮັບຟັງການລາຍງານຜົນການຄົ້ນຄວ້າ, ກວດກາ, ການສະເໜີຂໍອະໄພຍະໂທດຂອງ ຄະນະກໍາມະການອະໄພຍະໂທດລະດັບກະຊວງ, ແຂວງ, ນະຄອນຫຼວງວຽງຈັນ ປະຈໍາປີ 2025 ມີຈໍານວນທັງໝົດ 2,867 ຄົນ ຍິງ 363 ຄົນ, ຕ່າງປະເທດ ຈຳນວນ 59 ຄົນ ຊຶ່ງກອງປະຊຸມທີ່ມີຄວາມໝາຍຄວາມສໍາຄັນນີ້ ຈະໄດ້ຮັບຟັງການລາຍງານບັນຫາສໍາຄັນ ຄື: ໜຶ່ງ, ຮັບຟັງຜົນການລາຍງານການຄົ້ນຄວ້າ ແລະ ກວດກາການສະເໜີໃຫ້ອະໄພຍະໂທດ ຂອງຈຸທີ 1 ປະກອບ ມີ: ກະຊວງປ້ອງກັນປະເທດ, ແຂວງຫົວພັນ, ໄຊຍະບູລີ, ອຸດົມໄຊ, ຫຼວງນໍ້າທາ, ຫຼວງພະບາງ, ໄຊສົມບູນ ແລະ ແຂວງວຽງຈັນ; ຈຸທີ 2 ປະກອບມີ: ນະຄອນຫຼວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ ແລະ ແຂວງອັດຕະປື; ຈຸທີ 3 ປະກອບມີ: ຄ້າຍຄຸມຂັງ-ດັດສ້າງ ໂພນຕ້ອງ, ໂພນເງິນ, ນາຂ່າ, ຄັງໄຂ, ລ້ອງເລິກ ແລະ ຄ້າຍຄຸມຂັງ-ດັດສ້າງ ແກ້ງຄັນ ແລະ ຈຸທີ 4 ປະກອບມີ: ແຂວງເຊກອງ, ແຂວງບໍ່ແກ້ວ, ຄ້າຍບັງລຽງ, ຄ້າຍ ຕານປ່ຽວ ແລະ ຄ້າຍຄຸມຂັງ-ດັດສ້າງ ບຸນເໜືອ.

ໃນໂອກາດນີ້, ປະທານກອງປະຊຸມໄດ້ຮຽກຮ້ອງທຸກທ່ານ ຈົ່ງສຸມໃສ່ໃນການຄົ້ນຄວ້າ ແລະ ປະກອບຄໍາເຫັນດ້ວຍຄວາມຮັບຜິດຊອບສູງ, ກົງໄປກົງມາ ແລະ ມີວິທີການແກ້ໄຂຢ່າງຈະແຈ້ງ ໂດຍອີງຕາມ ລັດຖະບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດ ແລະ ນິຕິກໍາ ຂອງຄະນະກໍາມະການອະໄພຍະໂທດລະດັບຊາດ ເປັນພື້ນຖານໃນການຄົ້ນຄວ້າພິຈາລະ ນາ ຊຶ່ງຜ່ານການຮັບຟັງການສະເໜີລາຍງານ, ປຶກສາຫາລື, ປະກອບຄໍາເຫັນ ແລະ ເພື່ອຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ ໃຫ້ບັນລຸຕາມຈຸດປະສົງ ແລະ ຄາດ ໝາຍທີ່ວາງໄວ້, ບັນດາສະຫາຍຫົວໜ້າຈຸ ເວົ້າລວມ, ເວົ້າສະເພາະ ແມ່ນບັນດາທ່ານທີ່ຮັບຜິດຊອບແຕ່ລະກະຊວງ, ແຂວງ, ນະຄອນຫຼວງວຽງຈັນ ຈົ່ງໄດ້ສືບຕໍ່ຍົກສູງຄວາມຮັບຜິດຊອບ ແລະ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດບາງວຽກງານທີ່ສໍາຄັນ ຄື: ໜຶ່ງ, ກ່ຽວກັບການຄົ້ນຄວ້າ ແລະ ກວດກາ, ສະເໜີໃຫ້ອະໄພຍະໂທດ ປະຈໍາປີ 2025 ພື້ນຖານແມ່ນເຫັນດີຕາມການລາຍງານ ຂອງບັນດາທ່ານ ແລະ ຮີບຮ້ອນນໍາໄປກວດກາຄືນ ແລະ ປັບປຸງ ໂດຍສະເພາະການຄິດໄລ່ໂຕເລກຫຼຸດຜ່ອນໂທດ, ປ່ອຍຕົວ, ການຈັດພິມຂໍ້ມູນຕ່າງໆ, ໃຫ້ຊັດເຈນ, ຄົບຖ້ວນ; ສອງ, ມອບໃຫ້ຄະນະຮັບຜິດຊອບ ຂຶ້ນແຜນເພື່ອຂໍທິດຊີ້ນໍາ ຈາກທ່ານຮອງນາຍົກລັດຖະມົນຕີ ປະທານຄະນະກໍາມະການອະໄພຍະໂທດ ລະດັບຊາດ ໃນການເປີດກອງປະຊຸມ ຄະນະກໍາມະການອະໄພຍະໂທດລະດັບຊາດ ຕາມລັດຖະບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດ; ສາມ, ສໍາລັບນັກໂທດປະຫານຊີວິດ ທີ່ທາງຫ້ອງວ່າການສໍານັກງານປະທານປະເທດ ສົ່ງເອກະສານມາແລ້ວ ມອບໃຫ້ທ່ານຮອງຫົວໜ້າກອງເລຂາ ຄະນະກໍາມະການອະໄພຍະໂທດລະດັບຊາດ ໂດຍສະເພາະແມ່ນຫົວໜ້າກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ແຈກຢາຍມອບໃຫ້ແຕ່ສະຫາຍຮັບຜິດຊອບໃນການກວດກາ ແລະ ຄົ້ນຄວ້າ ເພື່ອນໍາສະເໜີຕໍ່ກອງເລຂາ ຄະນະກໍາມະການອະໄພຍະໂທດ ລະດັບຊາດ ພິ ຈາລະນາ.

(ແຫຼ່ງຂ່າວ: ອອປສ ຂ່າວ: ຕຸໄລເພັດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ