ກອງປະຊຸມ ປຶກສາຫາລື ການສ້າງປື້ມຄູ່ມື ການດຳເນີນຄະດີອາຊະຍາກຳສັດປ່າ

ກອງປະຊຸມ ປຶກສາຫາລື ສ້າງປຶ້ມຄູ່ມື ການດຳເນີນຄະດີອາຊະຍາກຳສັດປ່າ

ກອງປະຊຸມ ປຶກສາຫາລື ສ້າງປຶ້ມຄູ່ມື ການດຳເນີນຄະດີອາຊະຍາກຳສັດປ່າ
ໃນລະຫວ່າງວັນທີ 29 - 30 ມັງກອນ ຜ່ານມາ ຢູ່ໂຮງແຮມ ວິໄລວົງ ເມືອງວັງວຽງ ແຂວງວຽງຈັນ. ອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ຈັດກອງປະຊຸມ ປຶກສາຫາລື ການສ້າງປື້ມຄູ່ມື

ການດຳເນີນຄະດີອາຊະຍາກຳສັດປ່າ, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ພອນເພັດ ອຸ່ນແກ້ວ ຄະນະບໍລິຫານງານພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ວິຊາການ ຂອງອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ກະຊວງຍຸຕິທຳ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງການເງິນ, ມະຫາວິທະຍາໄລແຫ່ງຊາດ ແລະ ອົງການອະນຸລັກສັດປ່າ ປະຈໍາ ສປປ ລາວ ເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ ໄດ້ສືບຕໍ່ຄົ້ນຄວ້າ ປຶກສາຫາລື ບັນດາຫົວຂໍ້ທີ່ສຳຄັນ ເປັນຕົ້ນ ແມ່ນຈະໄດ້ປຶກສາຫາລື ກ່ຽວກັບກົດໝາຍ ແລະ ລະບຽບການຕ່າງໆ ທີ່ກ່ຽວຂ້ອງກັບການຕ້ານອາຊະຍາກໍາສັດປ່າ ເພື່ອເປັນບ່ອນອີງໃນການຂຽນປຶ້ມຄູ່ມື ການດໍາເນີນຄະດີອາຊະຍາກໍາສັດປ່າ; ປຶກສາຫາລື ແລະ ທົບທວນ ກ່ຽວກັບຮ່າງສາລະບານປື້ມຄູ່ມື ການດຳເນີນຄະດີອາຊະຍາກຳປ່າໄມ້ ທີ່ໄດ້ປັບປຸງ ແລະ ແບ່ງກຸ່ມຄົ້ນຄວ້າຄືນແຕ່ລະຫົວຂໍ້ໃຫ້ແກ່ຄະນະຮັບຜິດຊອບຂຽນປື້ມຄູ່ມື ເພື່ອຄົ້ນຄວ້າຂຽນເນື້ອໃນປະກອບເຂົ້າໃນປື້ມຄູ່ມືດັ່ງກ່າວ; ປຶກສາຫາລື ກ່ຽວກັບການກໍານົດເນື້ອໃນ, ກຳນົດເວລາ, ການດຳເນີນການຂຽນ ແລະ ຄົ້ນຄວ້າເອກະສານທີ່ເປັນບ່ອນອີງ ໃນການຂຽນປຶ້ມຄູ່ມື ການດຳເນີນຄະດີອາຊະຍາກຳສັດປ່າ. ພ້ອມນັ້ນ ບັນດາທ່ານທີ່ເຂົ້າຮ່ວມ ກອງປະຊຸມ ຍັງໄດ້ສົນທະນາແລກປ່ຽນປະກອບຄຳຄິດຄຳເຫັນກ່ຽວກັບບັນຫາທີ່ຄົງຄ້າງ ໃນການຂຽນປຶ້ມຄູ່ມືດັ່ງກ່າວ ແລະ ວາງແຜນກິດຈະກຳຄັ້ງຕໍ່ໄປ. (ຂ່າວ-ພາບ: ສຸກພາວະດີ ອອປສ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດ ໂຟໄລທີງ ມີສະຫວັດດີການໃຫ້ກຳມະກອນຕາມກົດໝາຍແຮງງານ

ບໍລິສັດ ໂຟໄລທີງ ມີສະຫວັດດີການໃຫ້ກຳມະກອນຕາມກົດໝາຍແຮງງານ

ເນື່ອງໃນໂອກາດ ວັນກຳມະກອນສາກົນຄົບຮອບ 139 ປີ(1 ພຶດສະພາ 1886 – 1 ພຶດສະພາ 2025), ທ່ານ ດົວວ່າງ ວ່າງເຈົ້າ ຜູ້ຈັດການ ບໍລິສັດ ໂຟໄລທີງຂາຍເຄື່ອງອຸປະກອນໄຟຟ້າ,ເຄື່ອງກໍ່ສ້າງ ແລະ ເຄື່ອງສຸຂະພັນຄົບວົງຈອນໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ບໍລິສັດ ໂຟໄລທີງ ຂາຍເຄື່ອງໄຟຟ້າ, ເຄື່ອງກໍ່ສ້າງ, ເຄື່ອງສຸຂະພັນ ແລະ ເຄື່ອງອື່ນໆຫຼາຍກວ່າ 4 ພັນລາຍການ,
ການນຳກະຊວງ ຮສສ ເຄື່ອນໄຫວຢ້ຽມຢາມ ໂຮງງານ 2 ແຫ່ງ

ການນຳກະຊວງ ຮສສ ເຄື່ອນໄຫວຢ້ຽມຢາມ ໂຮງງານ 2 ແຫ່ງ

ທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ໂຮງງານຕັດຍິບ ລາວຢາມາກິ ຈຳກັດ ແລະ ໂຮງງານໂກລິງລາວ ຈຳກັດ ໃນວັນທີ 28 ເມສາ ນີ້ ທີ່ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃນການລົງເຄື່ອນໄຫວໃນຄັ້ງນີ້ ກໍເພື່ອເປັນການພົບປະກັບຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ,
1 ພຶດສະພາ ວັນທີ່ມີຄວາມໝາຍ - ສໍາຄັນຂອງຊົນຊັ້ນກຳມະກອນ

1 ພຶດສະພາ ວັນທີ່ມີຄວາມໝາຍ - ສໍາຄັນຂອງຊົນຊັ້ນກຳມະກອນ

1 ພຶດສະພາ ແມ່ນວັນກໍາມະກອນສາກົນ. ປີນີ້, ພໍດີຄົບຮອບ 139 ປີ (1 ພຶດສະພາ 1886-1 ພຶດສະພາ 2025) ຊຶ່ງເປັນວັນໜຶ່ງທີ່ມີຄວາມໝາຍ-ສໍາຄັນຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ ໂດຍສະເພາະໃນຂະບວນການຕໍ່ສູ້ ເພື່ອປົກປ້ອງສິດທິ ແລະ ຜົນປະ ໂຫຍດອັນຊອບທຳຂອງຕົນ.
ກຸ່ມບໍລິສັດ ຮຸ້ນສ່ວນພາກໃຕ້ລາວ ຈຳກັດ ມອບໂດຼນ ໃຫ້ແຂວງຈຳປາສັກ

ກຸ່ມບໍລິສັດ ຮຸ້ນສ່ວນພາກໃຕ້ລາວ ຈຳກັດ ມອບໂດຼນ ໃຫ້ແຂວງຈຳປາສັກ

ກຸ່ມບໍລິສັດ ຮຸ້ນສ່ວນພາກໃຕ້ລາວ ຈຳກັດ ໄດ້ມອບໂດຼນ (Drone DJI Matrice) ພ້ອມດ້ວຍອຸປະກອນເສີມຈຳນວນ 3 ຊຸດ ລວມມູນຄ່າ 700 ລ້ານກວ່າກີບ ໃຫ້ແຂວງຈໍາປາສັກ ເພື່ອຮັບໃຊ້ເຂົ້າໃນວຽກງານການສຳຫຼວດ, ຕິດຕາມກວດກາ, ວາງແຜນແກ້ໄຂສະພາບໄພພິບັດໃຫ້ທັນການ ແລະ ວຽກງານອື່ນໆ ໄດ້ຕາມເວລາຈິງ (Real-time).
4 ເດືອນຕົ້ນປີ ສ່ວຍສາອາກອນແຂວງວຽງຈັນເກັບລາຍຮັບໄດ້ 138 ຕື້ກວ່າກີບ

4 ເດືອນຕົ້ນປີ ສ່ວຍສາອາກອນແຂວງວຽງຈັນເກັບລາຍຮັບໄດ້ 138 ຕື້ກວ່າກີບ

ໃນໄລຍະ 4 ເດືອນຕົ້ນປີ 2025 ນີ້, ສ່ວຍສາອາກອນແຂວງວຽງຈັນສາມາດເກັບລາຍຮັບໄດ້ແລ້ວ 138.54 ຕື້ກີບ, ການເກັບລາຍຮັບຂອງສ່ວຍສາອາກອນແຂວງວຽງຈັນປີນີ້ ຈະເພີ່ມຂຶ້ນຢ່າງກ້າວກະໂດດເນື່ອງຈາກວ່າສູນກາງໄດ້ມອບ 46 ຫົວໜ່ວຍວິສາຫະກິດທີ່ສູນກາງຄຸ້ມຄອງໃຫ້ແຂວງເປັນຜູ້ຈັດຕັ້ງປະຕິບັດ.
ເປີດງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

ເປີດງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

ສະຖາບັນພັດທະນາສີມືແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດພິທີເປີດງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV ພາຍໃຕ້ຄໍາຂັວນ “ສີມືແຮງງານລາວກ້າວສູ່ພາກພື້ນ ແລະ ສາກົນ” ຂຶ້ນໃນວັນທີ28 ເມສານີ້ທີ່ສູນຝຶກອົບຮົມ ແລະ ການຮ່ວມມືສາກົນ (ICTC)
ຍົກສູງປະສິດທິພາບການຄຸ້ມຄອງ ແລະ ພັດທະນາບຸກຄະລາກອນ ດ້ານການຕ່າງປະເທດ

ຍົກສູງປະສິດທິພາບການຄຸ້ມຄອງ ແລະ ພັດທະນາບຸກຄະລາກອນ ດ້ານການຕ່າງປະເທດ

ໃນລະຫວ່າງວັນທີ28-29 ເມສານີ້ທີ່ ເມືອງ ວັງວຽງ ແຂວງວຽງຈັນ, ກົມຈັດຕັ້ງ ແລະ ພະນັກງານ, ກະຊວງການຕ່າງປະເທດ (ຕປທ)ຮ່ວມກັບສະຖານບັນລາວ-ອົດສະຕຣາລີ ພາຍໃຕ້ການສະໜັບສະໜູນຈາກ ສະຖານເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ
ຫສນຍ ເຜີຍແຜ່ຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024

ຫສນຍ ເຜີຍແຜ່ຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ຜົນສໍາເລັດ ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ໃຫ້ແກ່ສະມາຊິກພັກ-ພະນັກງານ ຫສນຍ ຂື້ນໃນຕອນເຊົ້າວັນທີ 28 ເມສາຜ່ານມາ
ຜົ້ງສາລີ ປາຖະກະຖາວັນສ້າງຕັ້ງກໍາມະກອນສາກົນ ຄົບຮອບ 139 ປີ

ຜົ້ງສາລີ ປາຖະກະຖາວັນສ້າງຕັ້ງກໍາມະກອນສາກົນ ຄົບຮອບ 139 ປີ

ໃນວັນທີ 28 ເມສານີ້ ທີ່ຫ້ອງປະຊຸມອົງການປົກຄອງແຂວງຜົ້ງສາລີ ໄດ້ປາຖະກະຖາວັນສ້າງຕັ້ງກໍາມະກອນສາກົນ ຄົບຮອບ 139 ປີ (1 ພຶດສະພາ 1886-1 ພຶດສະພາ 2025) ໂດຍການເປັນປະທານ ທ່ານ ໄຊນະຄອນ ອິນທະວົງ ຮອງເລຂາພັກແຂວງ ຮອງເຈົ້າແຂວງ ສະມາຊີກສະພາແຫ່ງຊາດ,
ຫຼວງນໍ້າທາ ເຊັນສັນຍາຮັບເໝົາສ້ອມແປງທາງຫຼວງແຂວງໂຄງການຟື້ນຟູໄພພິບັດ  ວຽກສ້ອມແປງທາງຫຼວງແຂວງ ເລກທີ 1502, 1503, 1504 ແລະ 2203

ຫຼວງນໍ້າທາ ເຊັນສັນຍາຮັບເໝົາສ້ອມແປງທາງຫຼວງແຂວງໂຄງການຟື້ນຟູໄພພິບັດ ວຽກສ້ອມແປງທາງຫຼວງແຂວງ ເລກທີ 1502, 1503, 1504 ແລະ 2203

ໃນວັນທີ 25 ເມສາຜ່ານມາ ຢູ່ທີໂຮງແຮມດອກຈໍາປາ ໄດ້ເຊັນສັນຍາຮັບເໝົາສ້ອມແປງທາງຫຼວງແຂວງໂຄງການຟື້ນຟູໄພພິບັດ ວຽກສ້ອມແປງທາງຫຼວງແຂວງ ເລກທີ 1502, 1503, 1504 ແລະ 2203 ລະຫວ່າງ ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງຫຼວງນໍ້າທາ (ເຈົ້າຂອງໂຄງການ) ແລະ ບໍລິສັດ ໂຊກມຸງຄຸນການຄ້າ ແລະ ການລົງທຶນ ຈຳກັດຜູ້ດຽວ (ຜູ້ຮັບເໝົາ) ໄລຍະການກໍ່ສ້າງ 6 ເດືອນ ລວມ 9 ໂຄງການ ມຸນຄ່າ 144,079,989,000 ກີບ ໂດຍແມ່ນງົບປະມານລັດຖະບານ 100% (ບ້ວງຟື້ນຟູໄພພິບັດ).
ເພີ່ມເຕີມ