![]() |
ກອງປະຊຸມໃນຄັ້ງນີ້ ເປັນການຍົກສູງດ້ານ ການຮ່ວມມື ແລະ ປະສານງານ ລະຫວ່າງ ອອປສ ແລະ ເຄືອຂ່າຍບັງຄັບໃຊ້ກົດໝາຍ ກ່ຽວກັບ ສັດນ້ຳ ແລະ ສັດປ່າ (Lao-WEN) ໃນການຈັດປະຕັ້ງປະຕິບັດ ພັນທະຂອງ ສປປ ລາວ ຕໍ່ໄຊເຕັດ ກ່ຽວກັບການດຳເນີນຄະດີອາຊະຍາກຳຂ້າມຊາດ ສັດນ້ຳ ແລະ ສັດປ່າ ຕາມຂະບວນການຍຸຕິທຳ ຂອງ ສປປລາວ, ສະພາບ ອາຊະຍາກໍາສັດປ່າ ສາກົນ, ພາກພື້ນ ແລະ ສປປ ລາວ, ການຈັດຕັ້ງປະຕິບັດກົດໝາຍ ແລະ ການປະຕິບັດສົນທີສັນຍາສາກົນ ໃຫ້ສອດຄ່ອງຕາມ ສົນທິສັນຍາວ່າດ້ວຍການຄ້າຂາຍ ສັດນໍ້າ, ສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນ ລະຫວ່າງຊາດ (ໄຊເຕັດ) ແລະ ທົບທວນຄືນເນື້ອໃນ ກ່ຽວກັບບັນດາກົດໝາຍ ແລະ ນິຕິກຳ ທີ່ກ່ຽວຂ້ອງ ໃນການສະໜັບສະໜູນການຮ່ວມມື ແລະ ຄວາມເຂັ້ມງວດ ດ້ານວຽກງານການຈັດຕັ້ງປະຕິບັດກົດໝາຍ, ພ້ອມນັ້ນ ບັນດາທ່ານທີ່ເຂົ້າຮ່ວມ ກອງປະຊຸມ ຍັງໄດ້ສົນທະນາແລກປ່ຽນປະກອບຄຳຄິດຄຳເຫັນກ່ຽວກັບບັນຫາທີ່ຄົງຄ້າງ ແລະ ກໍານົດວິທີການແກ້ໄຂບັນຫາ ແລະ ສິ່ງທ້າທາຍ, ທົບທວນຄືນການປຈັດຕັ້ງປະຕິບັດກົນໄກການປະສານງານ ລະຫວ່າງ ອອປສ ແລະ ເຄືອຂ່າຍບັງຄັບໃຊ້ກົດໝາຍ ກ່ຽວກັບ ສັດນ້ຳ ແລະ ສັດປ່າ (Lao WEN) ແລະ ຍັງໄດ້ເຜີຍແຜ່ ຄໍາສັ່ງ ເລກທີ 04/ອອປສ, ລົງວັນທີ 30 ມິຖຸນາ 2025 ວ່າດ້ວຍ ການດໍາເນີນຄະດີອາຍາ ທີ່ເປັນການກະທໍາຜິດຕົ້ນ ຕິດພັນກັບການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ຄໍາສັ່ງ ເລກທີ 05/ອອປສ, ລົງວັນທີ 7 ກໍລະກົດ 2025 ວ່າດ້ວຍ ການດໍາເນີນຄະດີຕໍ່ກັບການກະທໍາຜິດ ກ່ຽວກັບຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ອີກດ້ວຍ.(ຂ່າວ:ອອປສ)

ຄໍາເຫັນ