ກອງປະຊຸມ, ພາຍໃຕ້ຫົວຂໍ້ “ເຊື່ອມຕໍ່ວັດທະ ນະທຳ, ການສ້າງຂົວຕໍ່ລະຫວ່າງ ຊາວມາເລເຊຍພັດຖິ່ນ

ກອງປະຊຸມ “ເຊື່ອມຕໍ່ວັດທະນະທຳ ການສ້າງຂົວຕໍ່ລະຫວ່າງ ຊາວມາເລເຊຍພັດຖິ່ນ ແລະ ທຸລະກິດໃນລາວ”

ກອງປະຊຸມ “ເຊື່ອມຕໍ່ວັດທະນະທຳ ການສ້າງຂົວຕໍ່ລະຫວ່າງ ຊາວມາເລເຊຍພັດຖິ່ນ ແລະ ທຸລະກິດໃນລາວ”
ສະຖານທູດມາເລເຊຍປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມ, ພາຍໃຕ້ຫົວຂໍ້ “ເຊື່ອມຕໍ່ວັດທະ ນະທຳ, ການສ້າງຂົວຕໍ່ລະຫວ່າງ ຊາວມາເລເຊຍພັດຖິ່ນ

 

 ແລະ ທຸລະກິດໃນລາວ” ໃນວັນທີ 12 ພະຈິກຜ່ານມານີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ. ເປັນກຽດໃນກອງປະຊຸມ ໂດຍທ່ານ ແອດີ ເອຍວານ ມາຮມຸດ (EDI IRWAN MAHMUD) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງມາເລເຊຍ ປະຈໍາ ລາວ, ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ແຂກຖືກເຊີນ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ທູດມາເລເຊຍ ກ່າວວ່າ: ຂ້ອຍມີຄວາມຍິນດີທີ່ໄດ້ຕ້ອນຮັບທຸກທ່ານໃນງານຂອງພວກເຮົາ ພາຍໃຕ້ຫົວຂໍ້: “ເຊື່ອມຕໍ່ວັດທະນະທຳ, ການສ້າງຂົວຕໍ່ລະຫວ່າງ ຊາວມາເລເຊຍພັດຖິ່ນ ແລະ ທຸລະກິດໃນລາວ” ງານຄັ້ງນີ້ ສະແດງໃຫ້ເຫັນເຖິງສາຍສຳພັນທີ່ຮັດແໜ້ນ ແລະ ການເຕີບໂຕລະຫວ່າງສອງຊາດ ມາເລເຊຍ-ສປປ ລາວ ທີ່ພວກເຮົາພະຍາຍາມຮັກສາ ແລະ ສົ່ງເສີມ, ໂດຍສະເພາະຜ່ານການມີສ່ວນຮ່ວມ ຂອງຊາວມາເລເຊຍພັດຖິ່ນ ແລະ ຊຸມຊົນທຸລະກິດຂອງພວກເຮົາ. ງານວັນນີ້ມີຄວາມສຳຄັນເປັນພິເສດ ໂດຍສະເພາະ ມາເລເຊຍທີ່ກຳລັງກຽມຄວາມພ້ອມສຳລັບການເປັນປະທານ ອາຊຽນ ໃນປີ 2025. ພາຍໃຕ້ຫົວຂໍ້ "ການມີສ່ວນຮ່ວມ ແລະ ຄວາມຍືນຍົງ" ມາເລເຊຍເປັນຜູ້ທີ່ມີຄວາມພ້ອມທີ່ຈະນຳພາພາກພື້ນຂອງພວກເຮົາໄປສູ່ອະນາຄົດທີ່ມີຄວາມຮ່ວມກັນ ແລະ ດ້ວຍຄວາມຍືນຍົງ. ພວກເຮົາຈະໃຫ້ຄວາມສຳຄັນຕໍ່ການເຕີບໂຕທາງເສດຖະກິດ, ການສົ່ງເສີມຄວາມໝັ້ນຄົງ ແລະ ການຮັບຮອງວ່າ ອາຊຽນຈະເປັນພາກພື້ນທີ່ ທີ່ທຸກປະເທດສາມາດເຕີບໂຕໄດ້.

ງານຄັ້ງນີ້ເປັນບາດກ້າວສຳຄັນໃນການສ້າງສາຍພົວພັນ ແລະ ຄວາມເຂົ້າໃຈ. ມື້ນີ້, ພວກເຮົາຈະໄດ້ລົງເລິກເຖິງປະເດັນທີ່ສຳຄັນ ເຊັ່ນ: ອຸດສາຫະກຳອາຫານຮາລານ (HALAL), ການລົງທຶນຂອງມາເລເຊຍ ແລະ ໂອກາດທຸລະກິດທີ່ສົດໃສໃນປະເທດລາວ. ທ່ານທູດ ກ່າວຕື່ມວ່າ: ຂ້ອຍຮູ້ສຶກດີໃຈທີ່ເຫັນຜູ້ເຂົ້າຮ່ວມຈາກຫຼາຍຂະແໜງການທັງລາວ ແລະ ມາເລເຊຍເຂົ້າຮ່ວມ ຊຶ່ງມັນສະທ້ອນໃຫ້ເຫັນວ່າ ທັງສອງຊາດແມ່ນຈະສາມາດຮ່ວມມືກັນໃນຫຼາຍຂະແໜງການ ເພື່ອສ້າງຄວາມເຂັ້ມແຂງໃຫ້ເສດຖະກິດຂອງທັງສອງຊາດ. ຄຽງຄູ່ກັນນັ້ນ ພວກເຮົາກໍສ້າງຄວາມເຂົ້າໃຈດ້ານວັດທະນະທຳ ແລະ ສ້າງເສັ້ນທາງສູ່ອະນາຄົດ ຮ່ວມກັນ, ຂ້ອຍມີຄວາມໝາຍໝັ້ນວ່າ ສາຍສຳພັນທັງສອງປະເທດຈະມີຄວາມຮັດແໜ້ນຂຶ້ນຕື່ມ ແລະ ເຮັດໃຫ້ເສດຖະກິດໃນບັນດາພາກພື້ນມີຄວາມສະຖຽນລະພາບຫຼາຍຂຶ້ນ.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ກອງປະຊຸມຄະນະກຳມະການຮ່ວມມື ລາວ-ຫວຽດນາມ

ກອງປະຊຸມຄະນະກຳມະການຮ່ວມມື ລາວ-ຫວຽດນາມ

ໃນວັນທີ 5 ສິງຫາ ຜ່ານມາ, ຫ້ອງການຄະນະກຳມະການຮ່ວມມື ລາວ-ຫວຽດນາມ ໄດ້ຈັດກອງປະຊຸມຊຸກຍູ້ບັນດາໜ້າວຽກຮ່ວມມືລະຫວ່າງ ສອງຄະນະກຳມະການຮ່ວມມື ແລະ ສອງກະຊວງການເງິນ ລາວ-ຫວຽດນາມ, ຫວຽດນາມ-ລາວ ໂດຍການເປັນປະທານຮ່ວມຂອງທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ ຮອງປະທານຄະນະກຳມະການຮ່ວມມື ລາວ-ຫວຽດນາມ ແລະ ທ່ານ ເຈິ່ນ ກັວກ ເຟືອງ ຮອງລັດຖະມົນຕີກະຊວງການເງິນ ຮອງປະທານຄະນະກຳມະການຮ່ວມມື ຫວຽດນາມ-ລາວ, ມີ ທ່ານ ຈັນທະພອນ ຄໍາມະນີຈັນ ຫົວໜ້າຫ້ອງການຄະນະກຳມະການຮ່ວມມື ລາວ-ຫວຽດນາມ, ພ້ອມດ້ວຍບັນດາຜູ້ຕາງໜ້າຈາກກົມກ່ຽວຂ້ອງ ແລະ ຄະນະວິຊາການຂອງທັງສອງຝ່າຍເຂົ້າຮ່ວມ.
ລາວ-ຍີ່ປຸ່ນ ລົງນາມເອກະສານແລກປ່ຽນສະບັບປັບປຸງສໍາລັບໂຄງການປັບປຸງສະໜາມບິນສາກົນວັດໄຕ

ລາວ-ຍີ່ປຸ່ນ ລົງນາມເອກະສານແລກປ່ຽນສະບັບປັບປຸງສໍາລັບໂຄງການປັບປຸງສະໜາມບິນສາກົນວັດໄຕ

ໃນວັນທີ 5 ສິງຫາ ຜ່ານມານີ້ ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ (ສະບັບປັບປຸງ) ສໍາລັບໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ໃນການປັບປຸງສະໜາມບິນສາກົນວັດໄຕ ມູນຄ່າລວມທັງໝົດ 3,863,000,000 ເຢນ ຫຼື ປະມານ 26,5 ລ້ານໂດລາ, ຕາງໜ້າລັດຖະບານລາວ ໃຫ້ກຽດລົງນາມໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານຍີ່ປຸ່ນໃຫ້ກຽດລົງນາມໂດຍທ່ານ ໂຄອິຊຸມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ຊຶ່ງມີພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ ລາວ ແລະ ຍີ່ປຸ່ນ ເຂົ້າຮ່ວມເປັນສັກຂີພິຍານ.
ທົບທວນຄືນ ການຈັດຕັ້ງປະຕິບັດມາດຕະການໂຕ້ຕອບສະພາບພະຍາດໝາກແດງໃຫຍ່ ຢູ່ ສປປ ລາວ

ທົບທວນຄືນ ການຈັດຕັ້ງປະຕິບັດມາດຕະການໂຕ້ຕອບສະພາບພະຍາດໝາກແດງໃຫຍ່ ຢູ່ ສປປ ລາວ

ກອງປະຊຸມໄດ້ນຳສະເໜີວິທີການຈັດຕັ້ງການທົບທວນຄືນໄລຍະການໂຕ້ຕອບການລະບາດພະ ຍາດ ໝາກແດງໃຫຍ່ ຢູ່ ສປປ ລາວ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 6–7 ສິງຫານີ້, ທີ່ທ່າລາດ ແຂວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ພອນປະດິດ ສັງໄຊຍະລາດ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ທ່ານ Mackenzie Rowe ຫົວໜ້າ ພະແນກເສດຖະກິດ-ການເມືອງ, ມີສະຖານເອກອັກຄະລັດຖະທູດສະຫະລັດ ອາເມຣິກາ ປະຈຳ ສປປ ລາວ, ບັນດາຜູ້ເຂົ້າຮ່ວມຈາກກົມ, ສູນ, ໂຮງໝໍສູນກາງ, ຄະນະພະແນກສາທາ 18 ແຂວງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຊາວໜຸ່ມ 3 ປະເທດນຳສະເໜີວິທີການພັດທະນາກະສິກຳແບບຍືນຍົງ ໃນ ສປປ ລາວ

ຊາວໜຸ່ມ 3 ປະເທດນຳສະເໜີວິທີການພັດທະນາກະສິກຳແບບຍືນຍົງ ໃນ ສປປ ລາວ

ລັດຖະບານແຫ່ງ ສປປ ລາວ ຮ່ວມກັບກອງທຶນສາກົນເພື່ອການພັດທະນາກະສິກຳ (IFAD) ແລະ ຫ້ອງການປະສານງານສະຫະປະຊາຊາດປະຈຳ ລາວ ແລະ ກະຊວງກະສິກຳ ແລະ ສິ່ງແວດລ້ອມ (UNRCO), ໄດ້ຈັດກອງປະຊຸມປຶກສາຫາລືນະໂຍບາຍລະດັບສູງທີ່ສຳນັກງານສະຫະປະຊາຊາດປະຈຳ ສປປ ລາວ ວັນທີ 5 ສິງຫານີ້ ກ່ຽວກັບການນຳເອົານະວັດຕະກຳດິຈິຕອນທີ່ນຳພາໂດຍຊາວໜຸ່ມເຂົ້າສູ່ການລົງທຶນໃນການພັດທະນາຊົນນະບົດ.
ການກຽມຄວາມພ້ອມຮັບມື ແລະ ໂຕ້ຕອບການລະບາດຂອງພະຍາດ ໃນ ສປປ ລາວ

ການກຽມຄວາມພ້ອມຮັບມື ແລະ ໂຕ້ຕອບການລະບາດຂອງພະຍາດ ໃນ ສປປ ລາວ

ກະຊວງສາທາລະນະສຸກ ຮ່ວມກັບກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ), ອົງການອາຫານ ແລະ ການກະເສດ (FAO) ແລະ ອົງການສະຫະປະຊາຊາດ ສໍາລັບເດັກ (UNICEF) ໄດ້ຈັດພິທີເປີດໂຄງການຍົກລະດັບການກຽມຄວາມພ້ອມຮັບມື ແລະ ໂຕ້ຕອບການລະບາດຂອງພະຍາດ ໃນ ສປປ ລາວ ພາຍໃຕ້ກອງທຶນໂຕ້ຕອບຕໍ່ການລະບາດຂະໜາດໃຫຍ່ (Pandemic Fund) ຫຼື ALERT-LAO “Advancing lao PDR’s Pandemic Response and Transformation” ຢ່າງເປັນທາງການ ໃນວັນທີ 5 ສິງຫາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ປຣິຍາ ບາຊູ ຜູ້ອຳນວຍການກອງທຶນການກຽມຄວາມພ້ອມຮັບມືການລະບາດຂອງພະຍາດ, ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງ ກສ, ທ່ານ ບີລາລ ໂອແຣັງ ເຊັບ ດູຮານີ ຜູ້ຕາງໜ້າອົງການ UNICEF ປະຈໍາ ສປປ ລາວ, ມີບັນດາຄູ່ຮ່ວມພັດທະນາ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄະນະ ຄອສພ ລາວ ພົບປະກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງນິງບິງ

ຄະນະ ຄອສພ ລາວ ພົບປະກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງນິງບິງ

ຄະນະຜູ້ແທນຈາກ ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນປະຕິວັດລາວ ໄດ້ເຄື່ອນໄຫວພົບປະແລກປ່ຽນວຽກງານກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງນິງບິງ ສສຫວຽດນາມ ຊຶ່ງຈັດຂຶ້ນໃນວັນທີ 5 ສິງຫານີ້ ທີ່ຫ້ອງປະຊຸມ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງນິງບິ່ງ ໂດຍການນຳພາຝ່າຍລາວແມ່ນ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄອສພ ພ້ອມຄະນະທີ່ກ່ຽວຂ້ອງ ແລະ ຝ່າຍຫວຽດນາມແມ່ນ ທ່ານ ຫງວຽນ ດຶກຕ່ວນ ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງນິງບິງ ພ້ອມພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
NAPPA ແລະ VASS ເຊັນບົດບັນທຶກການຮ່ວມມືທາງດ້ານວິທະຍາສາດ 2026-2030

NAPPA ແລະ VASS ເຊັນບົດບັນທຶກການຮ່ວມມືທາງດ້ານວິທະຍາສາດ 2026-2030

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ໄດ້ມີພິທີລົງນາມໃນບົດບັນທຶກການຮ່ວມມືທາງດ້ານວິທະຍາສາດ ໄລຍະປີ 2026-2030 ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ (NAPPA) ແລະ ສະຖາບັນ ບັນດິດວິທະຍາສາດສັງຄົມ ຫວຽດນາມ (VASS) ຢ່າງເປັນທາງການໃນວັນທີ 5 ສິງຫານີ້ ທີ່ຫ້ອງປະຊຸມໂຮມແຮມເມືອງແທັງ.
ສຳມະນາວິທະຍາສາດ ລາວ-ຫວຽດນາມ “ເສດຖະກິດເອກະລາດ ເປັນເຈົ້າຕົນເອງ”

ສຳມະນາວິທະຍາສາດ ລາວ-ຫວຽດນາມ “ເສດຖະກິດເອກະລາດ ເປັນເຈົ້າຕົນເອງ”

ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ລາວ-ຫວຽດນາມ ພາຍໃຕ້ຫົວຂໍ້: “ເສດຖະກິດເອກະລາດ ເປັນເຈົ້າຕົນເອງ: ຂໍ້ລິເລີ່ມ ຂອງ ສປປ ລາວ ແລະ ບົດຮຽນປະສົບການ ຂອງ ສສ ຫວຽດນາມ”. ໃນວັນທີ 5 ສິງຫານີ້, ທີ່ໂຮງ ແຮມເມືອງແທັງ ນະຄອນຫຼວງວຽງຈັນ.
ສສກ ຮ່ວມກັບ ລັດຖະບານອົສຕຣາລີ ເປີດເຄື່ອງມືປະເມີນຕົນເອງສຳລັບຄູປະຖົມ

ສສກ ຮ່ວມກັບ ລັດຖະບານອົສຕຣາລີ ເປີດເຄື່ອງມືປະເມີນຕົນເອງສຳລັບຄູປະຖົມ

ໃນວັນທີ 4 ສິງຫາ 2026 ທີ່ໂຮງແຮມ ຮໍລິເດອິນ, ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົສຕຣາລີ ຜ່ານແຜນງານບີຄວາ (BEQUAL) ໄດ້ຈັດກອງປະຊຸມນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູຊັ້ນປະຖົມສຶກສາ ໂດຍການເປັນປະທານຮ່ວມຂອງ ທ່ານ ລຳພູນ ຫຼວງໄຊ ຫົວໜ້າກົມພັດທະນາຄູ ແລະ ການບໍລິຫານການສຶກສາ ແລະ ທ່ານ ນາງ ເຄດ ກູດຟຣູດ (Kate Goodfroot), ເລຂານຸການໂທ ສະຖານທູດອົສຕຣາລີ ປະຈຳ ສປປ ລາວ, ມີຜູ້ຕາງໜ້າຈາກກົມກ່ຽວຂ້ອງຂັ້ນສູນກາງ, ພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) 8 ແຂວງ, ວິທະຍາໄລຄູ 8 ແຫ່ງ ແລະ ບັນດາຄູ່ຮ່ວມພັດທະນາ ເຂົ້າຮ່ວມຢ່າງພ້ອມພຽງ.
ສະພາທິດສະດີລາວ-ຫວຽດນາມ ພົບປະແລກປ່ຽນບົດຮຽນ ແລະ ທົບທວນການຮ່ວມມື

ສະພາທິດສະດີລາວ-ຫວຽດນາມ ພົບປະແລກປ່ຽນບົດຮຽນ ແລະ ທົບທວນການຮ່ວມມື

ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ, ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ດວນມິງຮວນ ກໍາມະການກົມການເມືອງສູນກາງພັກ ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 4 ສິງຫານີ້ ທີ່ສະພາທິດສະດີສູນກາງພັກ.
ເພີ່ມເຕີມ