ກອງປະຊຸມເຈົ້າໜ້າທີ່ອາວຸໂສດີຈີຕອນອາຊຽນ

ກອງປະຊຸມເຈົ້າໜ້າທີ່ອາວຸໂສດີຈີຕອນອາຊຽນແລະສະພາດັດສົມໂທລະຄົມມະນາຄົມອາຊຽນຄັ້ງທີ2ປະຈຳປີ2024

ກອງປະຊຸມເຈົ້າໜ້າທີ່ອາວຸໂສດີຈີຕອນອາຊຽນແລະສະພາດັດສົມໂທລະຄົມມະນາຄົມອາຊຽນຄັ້ງທີ2ປະຈຳປີ2024
ໃນວັນທີ24 ຕຸລາ ນີ້ທີ່ໂຮງແຮມລາວພລາຊານະຄອນຫຼວງວຽງຈັນໄດ້ຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສດີຈີຕອນອາຊຽນແລະສະພາດັດສົມໂທລະຄົມມະນາຄົມອາຊຽນຄັ້ງທີ2

 

 ປະຈຳປີ2024 (2nd ASEAN Digital Senior Officials ' Meeting _ ASEAN TelecommunicationRegulators ' Council Leaders ' Retreat of 2024), ໂດຍປະຕິບັດການເປັນເຈົ້າພາບໝູນວຽນຂອງສປປລາວໂດຍທ່ານນາງ ພາວັນນາດວງບຸບຜາຮອງຫົວໜ້າອົງການດັດສົມໂທລະຄົມປະທານເຈົ້າໜ້າທີ່ອາວໂສດັດສົມໂທລະຄົມມະນາຄົມອາຊຽຊຶ່ງໄດ້ມີຜູ້ແທນຕາງໜ້າຈາກ10 ປະເທດສະມາຊິກອາຊຽນພ້ອມດ້ວຍກອງເລຂາອາຊຽນຫົວໜ້າສູນກອງທຶນອາຊຽນໄອຊີທີ(AICTC )ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອປຶກສາຫາລືບັນດາວາລະວຽກທີ່ສຳຄັນແລະການກະກຽມເນື້ອໃນສໍາລັບກອງປະຊຸມລັດຖະມົນຕີດີຈີຕອນອາຊຽນ(ADGMIN) 2025 ທີ່ ຣາຊະອານາຈັກໄທຈະເປັນເຈົ້າພາບ, ແຜນການຮ່ວມມືກັບບັນດາປະເທດຄູ່ຮ່ວມເຈລະຈາແລະວາລະສໍາຄັນສະເພາະເຊັ່ນ: ຄວາມຄືບໜ້າບັນດາກິດຈະກໍາປະຈໍາປີ2024, (ສປປລາວມີ1 ກິດຈະກຳ),ແຜນການຮ່ວມມືແລະກິດຈະກໍາສໍາລັບສົກປີ2025; ວຽກງານທີ່ຕິດພັນກັບຄວາມປອດໄພທາງໄຊເບີ,ການປະເມີນແລະສະຫຼຸບການຈັດຕັ້ງປະຕິບັດແຜນແມ່ບົດADM2025, ພິຈາລະນາກ່ຽວກັບຮ່າງຖະແຫຼງການ, ຮ່າງບົດຖະແຫຼງຂ່າວ(JMS) ແລະບັນດາເອກສານສໍາຄັນຕ່າງໆທີ່ ຈະສະເໜີຮັບຮອງໃນກອງປະຊຸມລັດຖະມົນຕີດີຈີຕອນອາຊຽນADGMINແລະອື່ນໆ.

ຂ່າວ:ກຕສ

ຄໍາເຫັນ

ຂ່າວການຮ່ວມມື

ຮອງປະທານ ສນຊ ຕ້ອນຮັບສະມາຄົມສະຫະກອນຈາກ ສສ ຫວຽດນາມ

ຮອງປະທານ ສນຊ ຕ້ອນຮັບສະມາຄົມສະຫະກອນຈາກ ສສ ຫວຽດນາມ

ໃນວັນທີ 9 ມິຖຸນາ ຜ່ານມາ ນີ້, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງສະມາຄົມສະຫະກອນ ສສ ຫວຽດນາມ ຊຶ່ງນຳພາຄະນະ ໂດຍທ່ານ ນາງ ອານິດ ສີວິໄຊ ໃນນາມປະທານບໍລິສັດ ທະເວວພັດທະນາກະສິກຳຄົບວົງຈອນ ແລະ ຜະລິດຕະພັນລາວຈຳກັດ ແລະ ປະທານໂຄງການນາຕານກະສິກຳສະອາດ, ມີບັນດາຜູ້ຊ່ຽວຊານ ຈາກ ສສ ຫວຽດນາມ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ຄະນະຜູ້ແທນຫ້ອງການພົວພັນຕ່າງປະເທດ ແຂວງຢຸນນານ ຢ້ຽມຢາມແຂວງບໍ່ແກ້ວ

ຄະນະຜູ້ແທນຫ້ອງການພົວພັນຕ່າງປະເທດ ແຂວງຢຸນນານ ຢ້ຽມຢາມແຂວງບໍ່ແກ້ວ

ໃນລະຫວ່າງວັນທີ 4-5 ມິຖຸນາຜ່ານມານີ້, ທ່ານ ເສີນ ຢົງເຈ ຮອງຫົວໜ້າຫ້ອງການພົວພັນຕ່າງປະເທດ ແຂວງຢຸນນານ ສປ ຈີນ ພ້ອມດ້ວຍຄະນະ ຊຶ່ງປະກອບມີ ຄະນະກໍາມະການພັດທະນາ ແລະ ປະຕິຮູບແຂວງ, ພະແນກການຄ້າແຂວງ, ບໍລິສັດ ເປົາຫຼານການຄ້າ ຈໍາກັດ, ກຸ່ມບໍລິສັດ ລົງທຶນກໍ່ສ້າງ ແຂວງຢູນນານ ຈໍາກັດ, ບໍລິສັດ ຢຸນຊຽງພັດທະນາກະສິກໍາ ແລະ ການລົງທຶນ (ຢຸນນານ) ຈໍາກັດ, ທະນາຄານ ລາວ-ຈີນ ແລະ ພາກສ່ວນທີ່ກ່ຽວຂ້ອງອື່ນໆ ໄດ້ເດີນທາງມາຢ້ຽມຢາມແຂວງບໍ່ແກ້ວ ສປປ ລາວ.
ກອງປະຊຸມການຮ່ວມມືຂົນສົ່ງທາງລົດໄຟ 4 ປະເທດ (ຈີນ-ລາວ-ໄທ-ມາເລເຊຍ) ເປີດຂຶ້ນຢູ່ເມືອງຊົ້ງຊິ້ງ ສປ ຈີນ

ກອງປະຊຸມການຮ່ວມມືຂົນສົ່ງທາງລົດໄຟ 4 ປະເທດ (ຈີນ-ລາວ-ໄທ-ມາເລເຊຍ) ເປີດຂຶ້ນຢູ່ເມືອງຊົ້ງຊິ້ງ ສປ ຈີນ

ກອງປະຊຸມການຮ່ວມມືດ້ານການຂົນສົ່ງທາງລົດໄຟ 4 ປະເທດ (ຈີນ-ລາວ-ໄທ-ມາເລເຊຍ) ໄດ້ເປີດຂຶ້ນຢູ່ເມືອງຊົ້ງຊິ້ງ ສປ ຈີນ ໃນວັນທີ 9 ມິຖຸນານີ້ ໂດຍມີຜູ້ຕາງໜ້າບໍລິສັດລົດໄຟແຫ່ງຊາດລາວ ແລະ ບໍລິສັດລົດໄຟລາວ-ຈີນ ນໍາໂດຍທ່ານ ດາວ ຈິນດາ ສີຫາລາດ ຜູ້ອໍານວຍການ ລັດວິສາຫະກິດລົດໄຟແຫ່ງຊາດລາວ ຊຶ່ງມີຄະນະນໍາຂອງບໍລິສັດລົດໄຟຈາກ 4 ປະເທດເຂົ້າຮ່ວມ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືຂົນສົ່ງຕູ້ສິນຄ້າ ໂດຍຜ່ານທາງລົດໄຟຂະບວນດ່ວນ (Containers Block Trains) 4 ປະເທດ (ຈີນ-ລາວ-ໄທ-ມາເລເຊຍ) ພ້ອມທັງປຶກສາຫາລື ຊອກວິທີທາງຫຼຸດເວລາການຂົນສົ່ງໃຫ້ສັ້ນລົງ; ⁠ແຂ່ງຂັນລາຄາບໍລິການຂົນສົ່ງໃຫ້ຖືກລົງ; ⁠ແລກປ່ຽນຂໍ້ມູນດ້ານການຂົນສົ່ງຮ່ວມກັນ; ⁠ນຳໃຊ້ເອກະສານຮ່ວມກັນເປັນສະບັບດຽວໃນການແຈ້ງລາຄາບໍລິການຂົນສົ່ງ ແລະ ແຈ້ງລາຍການສິນຄ້າເພື່ອຂົນສົ່ງ. ກອງປະຊຸມດັ່ງກ່າວດໍາເນີນໄປເປັນເວລາສາມວັນຈຶ່ງຈະປິດລົງ.
ພາຍຫຼັງເປີດນໍາໃຊ້ຂົວມິດຕະພາບລາວ-ໄທ ແຫ່ງທີ V ຈະເຮັດໃຫ້ເຂດດັ່ງກ່າວ  ມີການພັດທະນາຫຼາຍດ້ານ

ພາຍຫຼັງເປີດນໍາໃຊ້ຂົວມິດຕະພາບລາວ-ໄທ ແຫ່ງທີ V ຈະເຮັດໃຫ້ເຂດດັ່ງກ່າວ ມີການພັດທະນາຫຼາຍດ້ານ

ໂດຍ: ບຸນອູ້ມ ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ V ບໍລິຄໍາໄຊ-ບຶງການ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ມາຮອດປັດຈຸບັນ, ການກໍ່ສ້າງຂົວດັ່ງກ່າວໄດ້ສໍາເລັດ98.4% ຍັງເຫຼືອໜ້າວຽກຈໍານວນໜຶ່ງກໍຖືວ່າສໍາເລັດ 100% ຄາດວ່າຈະເປີດນໍາໃຊ້ຂົວໃນທ້າຍປີ 2025 ພ້ອມກັບການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລາວ-ໄທ ຄົບຮອບ 75 ປີ.
ສ້າງຄວາມມຸ້ງຫວັງຊົນຊາດ ເສີມຂະຫຍາຍກໍາລັງແຮງຂອງມະນຸດ ໃຫ້ຫວຽດນາມກ້າວສູ່ຍຸກແຫ່ງການຂະຫຍາຍຕົວ

ສ້າງຄວາມມຸ້ງຫວັງຊົນຊາດ ເສີມຂະຫຍາຍກໍາລັງແຮງຂອງມະນຸດ ໃຫ້ຫວຽດນາມກ້າວສູ່ຍຸກແຫ່ງການຂະຫຍາຍຕົວ

ໂດຍ: ສີວັນ ຄວາມຈໍາເປັນຂອງຍຸກໃໝ່ - ຍຸກແຫ່ງການສ້າງຄວາມມຸ້ງຫວັງ ແລະ ການພັດທະນາຮອບດ້ານຊາວຫວຽດນາມ ຫວຽດນາມ ກໍາລັງກ້າວເຂົ້າສູ່ໄລຍະພັດທະນາໃໝ່ ດ້ວຍຄວາມຕ້ອງການ ແລະ ເປົ້າໝາຍທີ່ສູງກວ່າດ້ານຄຸນນະພາບ, ລວງເລິກ ແລະ ລັກສະນະຍືນຍົງ. ໃນສະພາບແວດລ້ອມນີ້, ການສ້າງຄວາມໄຝ່ຝັນ ໃນການພັດທະນາປະເທດໃຫ້ຮຸ່ງເຮືອງ ແລະ ປະຊາຊົນມີຄວາມສຸກ, ການພັດທະນາຮອບດ້ານຫວຽດນາມ, ໄດ້ກາຍເປັນພາລະກິດປະຫວັດສາດ ແລະ ເປັນພະລັງພື້ນຖານໃນການນໍາພາຊາດ ໃຫ້ກ້າວເຂົ້າສູ່ຍຸກແຫ່ງການຂະຫຍາຍຕົວ.
ເທເບຕົງເຊື່ອມຕໍ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ V ບໍລິຄໍາໄຊ-ບຶງການ

ເທເບຕົງເຊື່ອມຕໍ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ V ບໍລິຄໍາໄຊ-ບຶງການ

ພິທີເທເບຕົງເຊື່ອມຕໍ່ຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ຈັດຂຶ້ນໃນວັນທີ 6 ມິຖຸນານີ້ ໂດຍມີທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ສຸລິຍະ ຈຶງຣຸ່ງເຣືອງກິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງຄົມມະນາຄົມແຫ່ງຣາຊະອານາຈັກໄທ, ມີບັນດາການນຳຂັ້ນສູງ, ຄະນະນໍາກະຊວງ, ແຂວງ, ເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງປະເທດເຂົ້າຮ່ວມ.
ປຶກສາຫາລື ກ່ຽວກັບ ການພັດທະນາ ແລະ ຄຸ້ມຄອງລະບົບຊົນລະປະທານ

ປຶກສາຫາລື ກ່ຽວກັບ ການພັດທະນາ ແລະ ຄຸ້ມຄອງລະບົບຊົນລະປະທານ

​ກົມຊົນລະປະທານ ກະຊວງກະສິກຳ ແລະ ປ່າໄມ້ ແລະ ພາກສ່ວນພັດທະນາ ໄດ້ຈັດກອງປະຊຸມຂະແໜງການຍ່ອຍດ້ານຊົນລະປະທານ ຂຶ້ນໃນວັນທີ 5 ມິຖຸນາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການສະໜັບສະໜູນຂອງທະນາຄານພັດທະນາອາຊີ (ADB) ແລະ ສະຖາບັນຄຸ້ມຄອງນໍ້າສາກົນ IWMI ໂດຍການເປັນປະທານຂອງ ທ່ານ ຄຳພະຈັນ ວົງສະນະ ຫົວໜ້າກົມຊົນລະປະທານ ແລະ ທ່ານ ນາງ ແຊນນີ ແຄັມເບລ ຫົວໜ້າຫ້ອງການ ADB ປະຈໍາ ສປປ ລາວ.
ລມຕ ກະຊວງການຕ່າງປະເທດ ຕ້ອນຮັບທູດຮົງກາຣີ ປະຈຳລາວ

ລມຕ ກະຊວງການຕ່າງປະເທດ ຕ້ອນຮັບທູດຮົງກາຣີ ປະຈຳລາວ

ໃນຕອນບ່າຍຂອງວັນທີ 4 ມິຖຸນາ ຜ່ານມາ ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ລາຊໂລຕໍກັສ (Laszlo TAKACS) ເອກອັກຄະລັດຖະທູດ ແຫ່ງຮົງກາຣີ ປະຈຳ ສປປ ລາວ.
ທູດ ສປປ ລາວ ຍື່ນ​ສານຕາ​ຕັ້ງ ຕໍ່​ຜູ້​ສຳ​ເລັດ​ຣາ​ຊະ​ການ​ເຄືອ​ຈັກ​ກະ​ພົບ  ອົສຕ​ຣາ​ລີ

ທູດ ສປປ ລາວ ຍື່ນ​ສານຕາ​ຕັ້ງ ຕໍ່​ຜູ້​ສຳ​ເລັດ​ຣາ​ຊະ​ການ​ເຄືອ​ຈັກ​ກະ​ພົບ ອົສຕ​ຣາ​ລີ

ໃນວັນທີ 4 ມິຖຸນາ ຜ່ານມາ ທີ່ ທໍານຽບລັດຖະບານ ທີ່ ນະຄອນຫຼວງແຄນເບີຣາ ປະເທດອົສຕຣາລີ, ທ່ານ ຈາຕຸລົງ ບົວສີສະຫວັດ ໄດ້ຍື່ນສານຕາຕັ້ງຈາກພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ຕໍ່ ພະນະທ່ານ ນາງ ແຊມ ມອສຕິນ (Ms. SAM MOSTYN AC) ຜູ້ສຳເລັດຣາຊະການ ແຫ່ງ ເຄືອຈັກກະພົບ ອົສຕຣາລີ ເພື່ອປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ເຄືອຈັກກະພົບ ອົສຕຣາລີ.
ລມຕ ກະຊວງການຕ່າງປະເທດ ຕ້ອນຮັບທູດສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ

ລມຕ ກະຊວງການຕ່າງປະເທດ ຕ້ອນຮັບທູດສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ

ໃນຕອນບ່າຍຂອງວັນທີ 4 ມິຖຸນາ ຜ່ານມານີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ນາງ ເມລານີລຸຍສບາໂລ (Melanie Louise Barlow) ເອກອັກຄະຣາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈໍາ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ການເຂົ້າຢ້ຽມຂໍ່ານັບດັ່ງກ່າວ ແມ່ນເປັນຄັ້ງທໍາອິດ ພາຍຫຼັງທີ່ ທ່ານລັດຖະມົນຕີ ໄດ້ຮັບການແຕ່ງຕັ້ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.
ເພີ່ມເຕີມ