ກອງປະຊຸມເຈົ້າໜ້າທີ່ລະດັບສູງຂອງໜ່ວຍງານຄວບຄຸມຢາເສບຕິດ

ກອງປະຊຸມເຈົ້າໜ້າທີ່ລະດັບສູງຂອງໜ່ວຍງານຄວບຄຸມຢາເສບຕິດ

ກອງປະຊຸມເຈົ້າໜ້າທີ່ລະດັບສູງຂອງໜ່ວຍງານຄວບຄຸມຢາເສບຕິດ
ກອງປະຊຸມເຈົ້າໜ້າທີ່ລະດັບສູງຂອງໜ່ວຍງານຄວບຄຸມຢາເສບຕິດ ແລະ ບັນດາປະເທດຜູ້ໃຫ້ທຶນເພື່ອແກ້ໄຂບັນຫາຢາເສບຕິດ ຢູ່ ສປປ ລາວໄດ້ຈັດຂຶ້ນ

 

ໃນ ວັນທີ 8 ພະຈິກນີ້ ທີ່ ນະຄອນຫຼວງວຽງຈັນ,ໂດຍການເປັນປະທານຮ່ວມ ຂອງ ທ່ານ ພົນຕີ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງ ປກສ, ທ່ານ ຊູໂຕມຸ ໂກຍຊູມິເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳລາວ,ທ່ານ ມາສູດ ກາລີມີປົວ ຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອຄວບຄຸມຢາເສບຕິດ ແລະ ຕ້ານອາຊະຍາກໍາປະຈຳພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ປາຊີຟິກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ໄດ້ນຳສະເໜີສະພາບບັນຫາຢາເສບຕິດ,ຜົນສຳເລັດທີ່ພົ້ນເດັ່ນ ແລະ ສິ່ງທ້າທາຍກ່ຽວກັບບັນຫາຢາເສບຕິດຂອງ ສປປ ລາວ ແລະ ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ,ທິດທາງແຜນການໃນຕໍ່ໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດຮອດທ້າຍປີ 2025 ແລະ ນຳສະເໜີ ສະພາບລວມບັນຫາຢາເສບຕິດຢູ່ ສປປ ລາວ ແລະ ພາກພື້ນແມ່ນໍ້າຂອງ,ແຜນງານ ແລະ ການປະສານງານຂອງອົງການ UNODCD.

ທ່ານ ພົນຕີ ຄຳກິ່ງ ຜຸຍຫຼ້າມະນີວົງກ່າວວ່າ: ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນທຸກປີເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ປະຈໍາປີຂອງຂະບວນການໂຕະມົນໃນທ້າຍເດືອນພະຈິກ 2024 ໂດຍແມ່ນກະຊວງແຜນການ ແລະ ການລົງທຶນຈະເປັນເຈົ້າພາບຊຶ່ງບັນຫາຢາເສບຕິດຢູ່ໃນໂລກແລະພາກພື້ນໄດ້ມີການຂະຫຍາຍວົງກວ້າງ, ເພີ່ມທະວີຄວາມອັນຕະລາຍ ຊຶ່ງໄດ້ຕິດພັນກັບການເຊື່ອມໂຍງກັບບັນຫາການກໍ່ການຮ້າຍ, ອາຊະຍາກໍາຂ້າມຊາດ, ອາຊະຍາກໍາທາງໂທລະຄົມມະນາຄົມ, ອາຊະຍາກໍາທາງຄອມພິິວເຕີ, ອາຊະຍາກໍາທາງການຟອກເງິນ, ການຄ້າມະນຸດ ແລະ ອາຊະຍາກໍາອື່ນໆທີ່ໃຊ້ຄວາມຮຸ່ນແຮງປະເພດຕ່າງໆມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ, ກາຍເປັນໄພຂົ່ມຂູ່ຕໍ່ການສ້າງສາພັດທະນາເສດຖະກິດ-ສັງຄົມ-ວັດທະນະທຳກໍຄືຄວາມໝັ້ນຄົງຂອງພາກພື້ນແລະປະຊາຊາດຢູ່ໃນໂລກ.

ທ່ານກ່າວຕື່ມວ່າ:ໃນຊຸມປີທີ່ຜ່ານມາ,ລັດຖະບານລາວໄດ້ຖືເອົາການແກ້ໄຂບັນຫາຢາເສບຕິດເປັນວຽກງານບຸລິມະສິດ, ຈຳເປັນ ແລະ ຮີບດ່ວນ ຊຶ່ງໄດ້ຍົກຂຶ້ນເປັນວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດແຕ່ປີ 2021-2023 ແລະສືບຕໍ່ໄປຈົນໝົດປີ 2025ໂດຍໄດ້ປັບປຸງບາງມາດຕາກ່ຽວກັບກົດໝາຍວ່າດ້ວຍຢາເສບຕິດ,ໄດ້ອອກນິຕິກຳເພື່ອໃຫ້ສອດຄ່ອງກັບສະພາບການຄວາມເປັນຈິງໃນປັດຈຸບັນໃນການແກ້ໄຂບັນຫາຢາເສບຕິດ.ໄດ້ເອົາໃຈໃສ່ໃນການໂຄສະນາສຶກສາອົບຮົມໃຫ້ທົ່ວປວງຊົນ ໂດຍສະເພາະແມ່ນໄວໜຸ່ມ ແລະ ນັກສຶກສາ ເພື່ອໃຫ້ເຂົາເຈົ້າເຂົ້າໃຈເຖິງພິດໄພອັນຕະລາຍຈາກຢາເສບຕິດຢ່າງຕໍ່ເນື່ອງ,ໄດ້ຈັດຕັ້ງປະຕິບັດໂຄງການພັດທະນາທາງເລືອກທົດແທນການປູກພືດທີ່ມີສານເສບຕິດຢູ່ບັນດາແຂວງພາກກາງ ແລະ ພາກເໜືອຂອງລາວ, ໄດ້ສ້າງສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດຂຶ້ນທັງໝົດ 14 ແຫ່ງເພື່ອບຳບັດ, ປິ່ນປົວ, ຟື້ນຟູສຸຂະພາບ, ໃຫ້ຄໍາປຶກສາແກ່ຜູ້ຕິດຢາເສບຕິດ ແລະ ຈັດຝຶກອົບຮົມວິຊາຊີບທີ່ຈໍາເປັນໃຫ້ແກ່ພວກເຂົາເຈົ້າ,ເພື່ອກັບຄືນມາເປັນຄົນດີຂອງຄອບຄົວ ແລະ ສັງຄົມ, ໄດ້ໃຫ້ຄວາມສໍາຄັນຕໍ່ກັບການປະຕິບັດມາດຕະການດ້ານກົດໝາຍໂດຍເຈົ້າໜ້າທີ່ລາວເຮົາສາມາດມ້າງໄດ້ຫຼາຍຄະດີສຳຄັນ, ຢຶດຢາເສບຕິດແລະສານເຄມີຕັ້ງຕົ້ນໄດ້ຈຳນວນຫຼາຍ.ນອກຈາກນັ້ນ, ກໍໄດ້ເອົາໃຈໃສ່ໃຫ້ການຮ່ວມມື, ແລກປ່ຽນບົດຮຽນ, ຂໍ້ມູນ-ຂ່າວສານ, ປະສົບການກັບບັນດາປະເທດເພື່ອນມິດສາກົນແລະ ອົງການຈັດຕັ້ງສາກົນຕ່າງໆ ເປັນຕົ້ນແມ່ນໄດ້ສ້າງສູນປະສານງານແມ່ນ້ຳຂອງປອດໄພ, ສູນປະສານງານແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ, ຫ້ອງການປະສານງານຕາມຊາຍແດນ ຫຼື BLOsເພື່ອເປັນຈຸດປະສານງານ, ແລກປ່ຽນບົດຮຽນ ແລະ ຂໍ້ມູນ-ຂ່າວສານເພື່ອແກ້ໄຂບັນຫາຢາເສບຕິດຮ່ວມກັນ,ໂອກາດນີ້ສະແດງຄວາມຂອບໃຈຕໍ່ລັດຖະບານ ສສຫວຽດນາມ, ສປ ຈີນ, ຣາຊະອານາຈັກ ໄທ,ອົສຕຣາລີ, ຍີ່ປຸ່ນ, ສເກົາຫຼີ ແລະບັນດາປະເທດອື່ນໆລວມທັງອົງການUNODCທີ່ໄດ້ໃຫ້ການຊ່ວຍເຫຼືອ, ອູ້ມຊູ ແລະ ສະໜັບສະໜູນເຂົ້າໃນວຽກງານແກ້ໄຂບັນຫາຢາເສບຕິດຢູ່ສປປລາວ.

(ຂ່າວ-ພາບ:ສຳນານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ