ກອງປະຊຸມຝຶກອົບຮົມຍົກສູງຄວາມສາມາດດ້ານເນື້ອໃນໃຫ້ ສພຂ 6 ແຂວງ

ກອງປະຊຸມຝຶກອົບຮົມຍົກສູງຄວາມສາມາດດ້ານເນື້ອໃນໃຫ້ ສພຂ 6 ແຂວງ
ໃນລະຫວ່າງວັນທີ 24-26 ພະຈິກນີ້ທີ່ເມືອງວັງວຽງ ແຂວງວຽງຈັນ ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດກອງປະຊຸມ ຝຶກອົບຮົມຍົກສູງຄວາມສາມາດດ້ານເນື້ອໃນ ໃຫ້ແກ່ພະນັກງານວິຊາການ ຂອງສະພາປະຊາຊົນຂັ້ນແຂວງ(ສພຂ) 6 ແຂວງພາກເໜືອຄື: ຜົ້ງສາລີ, ຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີໂດຍການເປັນປະທານຂອງທ່ານ ນາງ ປິ່ງຄຳ ລາຊະສິມມາ ເລຂາທິການສະພາແຫ່ງຊາດ, ມີທ່ານຮອງເລຂາທິການສະພາແຫ່ງຊາດ, ເລຂາ-ຮອງເລຂາທິການສະພາປະຊາຊົນຂັ້ນແຂວງ, ຫົວໜ້າກົມ, ຄະນະພະແນກ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ເຂົ້າຮ່ວມ.
ຈຸດປະສົງ ກໍເພື່ອຍົກສູງຄຸນະພາບ ໃນການເປັນເສນາທິການດ້ານເນື້ອໃນ ແລະ ຮັບປະກັນຄວາມພ້ອມ ໃນການກະກຽມ ແລະ ຮັບໃຊ້ກອງປະຊຸມສະໄໝສາມັນ ຂອງສະພາປະຊາຊົນຂັ້ນແຂວງ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ ທັງເປັນການຍົກສູງຂີດຄວາມສາມາດວຽກງານເນື້ອໃນ ໂດຍສະເພາະບັນດາເອກະສານ ທີ່ຕິດພັນກັບກອງປະຊຸມສະພາປະຊາຊົນຂັ້ນແຂວງໃຫ້ມີຄຸນະພາບ ແລະ ເພື່ອຖ່າຍທອດ ແລກປ່ຽນບົດຮຽນດ້ານທິດສະດີ, ພຶດຕິກໍາຕົວຈິງ, ການສ້າງຄວາມເຂັ້ມແຂງທາງດ້ານການຂີດຂຽນເອກະສານປິ່ນອ້ອມ ໃຫ້ແກ່ກອງປະຊຸມສະໄໝສາມັນ ຂອງສະພາປະຊາຊົນແຂວງ ເປັນຕົ້ນບົດສະຫຼຸບສັງລວມຄວາມເຫັນ, ຮ່າງຄໍາຖາມເຈາະຈີ້ມ, ບົດສະຫຼຸບ, ການເປັນເລຂານຸການກອງປະຊຸມຮອບດ້ານ ແລະ ເອກະສານອື່ນໆ.
ກອງປະຊຸມຍັງໄດ້ຮັບຟັງ ການສະເໜີກ່ຽວກັບ ການປະກອບຄໍາເຫັນຕໍ່ກອງປະຊຸມ, ການສ້າງຄໍາຊັກຖາມ ແລະ ບົດສັງລວມຄວາມເຫັນຂອງປະທານກອງປະຊຸມ ໂດຍແມ່ນທ່ານ ສິງຄໍາ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ ໃຫ້ກຽດນໍາສະເໜີ; ບົດການສ້າງຄໍາຖາມເຈາະຈີ້ມ ຂອງປະທານກອງປະຊຸມ ຈາກທ່ານໄຊປັນຍາ ພົມວິຫານ ວ່າການຫົວໜ້າພະແນກ ກົມເລຂານຸການ; ການຮ່າງບົດໂອ້ລົມໃຫ້ການນໍາ ການເປັນເລຂານຸການກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ສະເໜີໂດຍທ່ານ ຄໍາສະໄໝ ສໍາມະວົງ ຫົວໜ້າກົມເລຂານຸການ; ການສ້າງບົດສະຫຼຸບ ແລະ ແຜນການເຄື່ອນໄຫວວຽກງານ ຂອງຄະນະປະຈໍາສະພາແຫ່ງຊາດ ແລະ ຄະນະເລຂາທິການ ໂດຍແມ່ນທ່ານ ນາງ ໂຄຕະມີ ສະຫວັດດີ ຫົວໜ້າພະແນກສັງລວມ ກົມເລຂານຸການ ແລະ ບາງບົດຮຽນ ກ່ຽວກັບການຮ່າງບົດຄໍາເຫັນ ກ່າວເປີດ-ກ່າວປິດກອງປະຊຸມ ສະເໜີໂດຍທ່ານນາງ ສຸປານີ ແກ້ວມີໄຊ ຫົວໜ້າພະແນກເລຂານຸການ-ການນໍາ ກົມເລຂານຸການ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນໃສ່ບັນດາເອກະສານ ດັ່ງກ່າວ ຕາມແຕ່ລະຫົວຂໍ້.
ກອງປະຊຸມຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ກັບຄະນະເລຂາທິການສະພາແຫ່ງຊາດ.
(ຂ່າວ-ພາບ: ສພຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດລາວໂກເດີນອວຍພອນການນຳແຂວງຊຽງຂວາງ

ບໍລິສັດລາວໂກເດີນອວຍພອນການນຳແຂວງຊຽງຂວາງ

ໃນວັນທີ3ເມສາ2026 ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ ທ່ານ ປ້າວ ຈິວ ລີ່ ຮອງຜູ້ອຳນວຍການ, ຫົວໜ້າຝ່າຍຜະລິດ ບໍລິສັດ ລາວໂກເດີນຣີຊອດພັດທະນາ ແຮ່ທາດ ຈຳກັດຜູດຽວ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນການນຳແຂວງ
ກອງປະຊຸມສະໄໝວິສາມັນ ເທື່ອທີ 2ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 2ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸຸດທີ IV ໄດ້ໄຂຂຶ້ນໃນວັນທີ 3 ເມສາ 2026, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ IV ພ້ອມດ້ວຍຄະນະ, ເປັນກຽດເຂົ້າຮ່ວມມີທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາທ່ານຄະນະກຳມະການປົກຄອງແຂວງ, ບັນດາການນຳຂອງແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 12, ສະມາຊິກສະພາປະຊາຊົນແຂວງ ຊຸດທີ IV ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະພາປະຊາຊົນແຂວງ ແລະ ອົງການປົກຄອງແຂວງເຊກອງ ສະຫຼຸບການຈັດຕັ້ງປະຕິບັດວຽກງານ

ສະພາປະຊາຊົນແຂວງ ແລະ ອົງການປົກຄອງແຂວງເຊກອງ ສະຫຼຸບການຈັດຕັ້ງປະຕິບັດວຽກງານ

ກອງປະຊຸມຮ່ວມ ລະຫວ່າງ ສະພາປະຊາຊົນແຂວງ ແລະ ອົງການປົກຄອງແຂວງເຊກອງ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 2 ມີນານີ້, ທີ່ສະໂມສອນສະພາປະຊາຊົນແຂວງ ໂດຍການເປັນປະທານຮ່ວມ ຂອງທ່ານ ບຸນທະວີ ນະຄອນສິດ ຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ແພງສີ ສີລາວີ ຮອງປະທານສະພາປະຊາຊົນແຂວງ, ມີບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ ແລະ ພະແນກການ ເຂົ້າຮ່ວມ.
ສະຫຼຸບວຽກງານການເງິນ 2025 ແລະ ວາງທິດທາງແຜນການ 2026

ສະຫຼຸບວຽກງານການເງິນ 2025 ແລະ ວາງທິດທາງແຜນການ 2026

‎ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ຈັດກອງປະຊຸມສະຫຼຸບວຽກງານການເງິນປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນໃນວັນທີ 2 ເມສານີ້ ທີ່ສະໂມສອນເມືອງ, ໂດຍການເປັນປະທານຮ່ວມຂອງທ່ານ ຄຳຂອດ ໝື່ນຫຼວງ ປະທານຄະນະກຳມະການປົກຄອງເມືອງປາກຊ່ອງ, ທ່ານ ສະນັ່ນ ສີດາວົງ ຫົວໜ້າພະແນກການເງິນ ແຂວງຈຳປາສັກ, ມີບັນດາທ່ານຫົວໜ້າຄະນະຫ້ອງການອ້ອມຂ້າງເມືອງ, ເຂົ້າຮ່ວມ.
ສຊປລ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ

ສຊປລ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນວັນທີ 30 ມີນາຜ່ານມາ ທີ່ ສຊປລ ໂດຍພາຍໃຕ້ການເປັນປະທານ ແລະ ປາຖະກະຖາຂອງສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ, ເລຂາຄະນະບໍລິ ຫານງານພັກ ສຊປລ, ມີຮອງເລຂາຄະນະບໍລິຫານງານພັກ, ຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ສະມາ ຊິກພັກ-ພະນັກງານທົ່ວ ສຊປລ ເຂົ້າຮ່ວມ 149 ສະຫາຍ ຍິງ 68 ສະຫາຍ.
ເນື່ອງໃນໂອກາດຄົບຮອບ 71 ປີ ວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ

ເນື່ອງໃນໂອກາດຄົບຮອບ 71 ປີ ວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ

ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຈະຈັດກິດຈະກໍາ “ຍ່າງເພື່ອສຸຂະພາບ” ສະເຫຼີມສະຫຼອງວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ ໃນວັນທີ 3 ເມສາ 2026 ທີ່ເຂດເສດຖະກິດພິເສດບຶງທາດຫຼວງ ແລະ ຈະມີການຄວບຄຸມ ການຈະລາຈອນຊົ່ວຄາວໃນບາງເສັ້ນທາງ ເລີ່ມແຕ່ເວລາ 16:00 ຫາ 20:00 ໂມງ.
ເຜີຍແຜ່ກົດໝາຍວ່າດ້ວຍການປ້ອງກັນ ແລະ ຄວບຄຸມເຊື້ອເຮສໄອວີ

ເຜີຍແຜ່ກົດໝາຍວ່າດ້ວຍການປ້ອງກັນ ແລະ ຄວບຄຸມເຊື້ອເຮສໄອວີ

ອົງການຈັດຕັ້ງມະຫາຊົນ ກອງບັນຊາການທະຫານນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການປ້ອງກັນ ແລະ ຄວບຄຸມເຊື້ອເຮສໄອວີ/ພະຍາດເອດ ສະບັບປັບປຸງ ໃນວັນທີ 2 ເມສານີ້ ທີ່ກອງບັນຊາການທະຫານ ນວ, ໃຫ້ກຽດເຜີຍແຜ່ໂດຍທ່ານ ນາງ ຈັນສະໝອນ ແສງທະວົງ ວິຊາການຂະແໜງ ຄວບຄຸມພະຍາດຕິດຕໍ່ ຜູ້ຮັບຜິດຊອບວຽກງານຕ້ານເອດ (ພຕພ) ພະແນກສາທາລະນະສຸກ ນວ, ມີທ່ານ ພັນໂທ ນາງ ສ້ອຍເພັດ ບູລົມ ຮອງຫົວໜ້າພະແນກສະຫະພັນແມ່ຍິງ ກອງບັນຊາການທະຫານ ນວ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ມອບ-ຮັບໜ້າທີ່ປະທານກຳມາທິການກົດໝາຍ ແລະ ຍຸຕິທໍາ

ມອບ-ຮັບໜ້າທີ່ປະທານກຳມາທິການກົດໝາຍ ແລະ ຍຸຕິທໍາ

ພິທີມອບ-ຮັບໜ້າທີ່ຢ່າງເປັນທາງການ ລະຫວ່າງ ທ່ານ ຄໍາແພງ ວິລະພັນ ປະທານກຳມາທິການກົດໝາຍ ສະພາແຫ່ງຊາດ (ສພຊ) ຊຸດທີ IX ແລະ ທ່ານ ນາງ ທຸມມາລີ ວົງພະຈັນ ກຳມະການສູນກາງພັກ ປະທານກຳມາທິການກົດໝາຍ ແລະ ຍຸຕິທໍາ ສະພາແຫ່ງຊາດ ຊຸດທີ X ຈັດຂຶ້ນໃນວັນທີ 31 ມີນາ ຜ່ານມານີ້ ໂດຍມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ, ທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ, ມີຄະນະປະຈຳສະພາແຫ່ງຊາດ ແລະ ຮອງປະທານກຳມາທິການ ສພຊ ຊຸດທີ IX ແລະ ຊຸດທີ X, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ຄະນະນຳກອງພົນທີ 5 ເຂົ້າອວຍພອນ ຄະນະນຳ ກອງບັນຊາການ ປກສ ແຂວງຈໍາປາສັກ

ຄະນະນຳກອງພົນທີ 5 ເຂົ້າອວຍພອນ ຄະນະນຳ ກອງບັນຊາການ ປກສ ແຂວງຈໍາປາສັກ

ວັນທີ 2 ເມສານີ້, ຄະນະນຳກອງພົນທີ 5 ນຳໂດຍສະຫາຍ ພົນຈັດຕະວາ ຄໍາກົດ ອິນສີນາ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ ເລຂາຄະນະພັກ ຫົວໜ້າການເມືອງ ກອງພົນທີ 5 ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າຂອງຂວັນເຂົ້າອວຍພອນ ຄະນະນຳກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຈໍາປາສັກ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ (5 ເມສາ 1961 -5 ເມສາ 2026) ທີ່ຈະມາເຖິງນີ້, ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ສີວິໄລ ແກ້ວປະເສີດ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຈໍາປາສັກ ພ້ອມດ້ວຍຄະນະ.
ສະແດງສິລະປະ-ວັດທະນະທຳສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ  ຄົບຮອບ 65 ປີ

ສະແດງສິລະປະ-ວັດທະນະທຳສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ

ກອງສິລະປະກອນປ້ອງກັນຄວາມສະຫງົບຈັດສະແດງສິລະປະສະເຫຼີມສະຫຼອງວັນ ສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ (5 ເມສາ 1961-5 ເມສາ 2026) ຢູ່ສະໂມສອນໃຫຍ່ກະຊວງ ປກສ (ສະໜາມມ້າ) ໃນຕອນຄໍ່າວັນທີ 1 ເມສາ 2026, ໂດຍມີທ່ານ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງ ປກສ, ມີຄະນະພັກ-ຄະນະນຳກະຊວງ, ບັນດາກົມໃຫຍ່, ພ້ອມດ້ວຍກົມ, ກອງບັນຊາການ, ວິທະຍາຄານ ,ຕະຫຼອດຮອດນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມຮັບຊົມ.
ເພີ່ມເຕີມ