ກອງປະຊຸມຮັບຮອງ ຮ່າງຂໍ້ຕົກລົງວ່າດ້ວຍຜູ້ຄວບຄຸມຊັບສິນ

ກອງປະຊຸມຮັບຮອງ ຮ່າງຂໍ້ຕົກລົງວ່າດ້ວຍຜູ້ຄວບຄຸມຊັບສິນ
ເມື່ອບໍ່ດົນມານີ້ທີ່ກະຊວງຍຸຕິທໍາ ກົມກົດໝາຍ ໄດ້ຈັດກອງປະຊຸມຮັບຮອງຮ່າງຂໍ້ຕົກລົງວ່າດ້ວຍຜູ້ຄວບຄຸມຊັບສິນຂຶ້ນ ໂດຍການເປັນປະທານຂອງ ທ່ານ ໄພວີ ສີບົວລິພາ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກລັດຖະມົນຕີກະຊວງຍຸຕິທໍາ, ມີບັນດາທ່ານຮອງລັດຖະມົນຕີ, ບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ຫົວໜ້າ-ຮອງຫົວໜ້າພະແນກ, ພາກສ່ວນທີ່ກ່ຽວຂ້ອງ ແລະ ຄະນະຮັບຜິດຊອບວຽກງານດັ່ງກ່າວ ເຂົ້າຮ່ວມ.
ຮ່າງຂໍ້ຕົກລົງວ່າດ້ວຍຜູ້ຄວບຄຸມຊັບສິນສະບັບນີ້ ໄດ້ກໍານົດຫຼັກການ ແລະ ລະບຽບການ ກ່ຽວກັບຜູ້ຄວບຄຸມຊັບສິນ ແລະ ວິສາຫະກິດໃຫ້ບໍລິການຄວບຄຸມຊັບສິນ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນລະບົບ, ມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ຮັບປະກັນ ໃຫ້ໄດ້ຜູ້ຄວບຄຸມຊັບສິນທີ່ມີຄວາມຮູ້, ຄວາມສາມາດປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດກົດໝາຍ. ເພື່ອເຮັດໃຫ້ຮ່າງຂໍ້ຕົກລົງສະບັບນີ້ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ຮັດກຸມຂຶ້ນຕື່ມ ຜູ້ເຂົ້າຮ່ວມປະຊຸມກໍໄດ້ມີການສົນທະນາ ແລະ ແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ.
ຂ່າວ-ພາບ:ໄໝສີສົດ ສິນພອນເພັດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ສະຫະພັນແມ່ຍິງກະຊວງຍຸຕິທຳ ໄດ້ຈັດກອງປະຊຸມເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX, ປາຖະກະຖາວັນແມ່ຍິງສາກົນ ຄົບຮອບ 116 ປີ (8 ມີນາ 1910 ຫາ 8 ມີນາ 2026) ແລະ ມອບໃບຍ້ອງຍໍຜົນງານໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ສະໄໝທີ VIII (2021-2025) ໃຫ້ແກ່ພະນັກງານ-ລັດຖະກອນ ກະຊວງຍຸຕິທຳ ຂຶ້ນໃນວັນທີ 3 ມີນານີ້ ທີ່ກະຊວງຍຸຕິທຳ ໂດຍການເປັນປະທານຮ່ວມຂອງ ສະຫາຍ ຄຳພັນ ບຸນພາຄົມ ຮອງເລຂາຄະນະບໍລິຫານງານພັກຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ສະຫາຍ ນາງ ພັນຈິນດາ ເລັ່ງສະຫວັດ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ມີບັນດາສະມາຊິກສະຫະພັນແມ່ຍິງ, ພະນັກງານ-ລັດຖະກອນ ອ້ອມຂ້າງກະຊວງເຂົ້າຮ່ວມ.
ກົມສື່ສານ ສະຫຼຸບວຽກງານປີ 2025 ແລະ ວາງທິດທາງປີ 2026

ກົມສື່ສານ ສະຫຼຸບວຽກງານປີ 2025 ແລະ ວາງທິດທາງປີ 2026

ກົມສື່ສານ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງປີ 2026 ໃນວັນທີ 3 ມີນານີ້ ໂດຍການເປັນປະທານຂອງທ່ານ ພົຈວ ແສງປະເສີດ ສຸທຳມະວົງ ຫົວໜ້າກົມສື່ສານ, ມີຄະນະພັກ-ຄະນະກົມ, ຫ້ອງການ, ພະແນກ, ຄ້າຍ ພ້ອມດ້ວຍນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ສະຫຼຸບວຽກງານສັນຕິບານ ປະຈຳປີ 2025

ສະຫຼຸບວຽກງານສັນຕິບານ ປະຈຳປີ 2025

ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດກອງປະຊຸມສະຫຼຸບວຽກງານສັນຕິບານ ປະຈຳປີ 2025 ແລະ ວາງທິດທາງປີ 2026 ໃນວັນທີ 3 ມີນານີ້ ທີ່ສະໂມສອນກະຊວງ ປກສ (ສະໜາມມ້າ) ພາຍໃຕ້ການເປັນປະທານຂອງທ່ານ ພົຈວ ແອນ ອຸ່ນອານົງນຸດ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ, ມີຮອງຫົວໜ້າຫ້ອງກົມໃຫຍ່, ຫ້ອງວ່າການກະຊວງ, ວສປ, ຄະນະກອງບັນຊາການ ປກສ ແຂວງທົ່ວປະເທດ, ຄະນະບັນຊາກົມ-ຫ້ອງ, ພະນັກງານຫຼັກແຫຼ່ງອ້ອມຂ້າງກົມໃຫຍ່ສັນຕິບານ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກະຊວງ ອຄ ອອກ​ແຈ້ງ​ການຫາກພົບປໍ້ານໍ້າມັນປິດ ຫຼື ຂາຍເກີນລາຄາ ແຈ້ງສາຍດ່ວນທັນທີ

ກະຊວງ ອຄ ອອກ​ແຈ້ງ​ການຫາກພົບປໍ້ານໍ້າມັນປິດ ຫຼື ຂາຍເກີນລາຄາ ແຈ້ງສາຍດ່ວນທັນທີ

ເພື່ອຮັບປະກັນການສະໜອງນໍ້າມັນເຊື້ອໄຟໃຫ້ເປັນປົກກະຕິ ແລະ ປົກປ້ອງສິດຜົນປະໂຫຍດຂອງຜູ້ຊົມໃຊ້ ໃນທ່າມກາງສະພາບການໃນພາກພື້ນຕາເວັນອອກກາງມີຄວາມບໍ່ສະຫງົບ, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຂໍແຈ້ງປະຊາສຳພັນມາຍັງປະຊາຊົນ ແລະ ຜູ້ຊົມໃຊ້ລົດໃຊ້ຖະໜົນທຸກທ່ານ ຊາບວ່າ: ອີງຕາມແຈ້ງການຂອງຫ້ອງການ, ກະຊວງ ອຄ ສະບັບເລກທີ 0583/ຫກ, ລົງວັນທີ 2 ມີນາ 2026, ທາງກະຊວງໄດ້ວາງມາດຕະການຢ່າງເຂັ້ມງວດໃຫ້ທຸກປໍ້ານໍ້າມັນຕ້ອງເປີດບໍລິການເປັນປົກກະຕິ ແລະ ຫ້າມມີການກັກຕຸນ ຫຼື ປະຕິເສດການສະໜອງນໍ້າມັນໂດຍບໍ່ມີເຫດຜົນ.
ຍົກລະດັບຄວາມຮູ້ ການນໍາໃຊ້ລະບົບຄຸ້ມຄອງລາຍຮັບສ່ວຍສາອາກອນ

ຍົກລະດັບຄວາມຮູ້ ການນໍາໃຊ້ລະບົບຄຸ້ມຄອງລາຍຮັບສ່ວຍສາອາກອນ

ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຈັດພິທີເປີດຊຸດຝຶກອົບຮົມ ການນໍາໃຊ້ລະບົບຄຸ້ມຄອງລາຍຮັບສ່ວຍສາອາກອນ (TaxRIS) ຊຸດທີ 1 ຂຶ້ນໃນວັນທີ 2 ມີນາຜ່ານມາ ທີ່ກະຊວງດັ່ງກ່າວ ໂດຍການເປັນປະທານ ຂອງທ່ານ ອານຸວົງ ບົວພັນ ຮອງຫົວໜ້າກົມສ່ວຍສາອາກອນ, ມີສຳມະນາກອນຈາກບັນດາເມືອງເປົ້າໝາຍເຂົ້າຮ່ວມ.
ແຕ່ງຕັ້ງ ທ່ານ ເສົານາວາ ດວງມາລາ ແລະ ທ່ານ ມະນີວອນ ຊຽງທໍາ ເປັນຮອງຫົວໜ້າພະແນກການເງິນ ແຂວງຄຳມ່ວນ

ແຕ່ງຕັ້ງ ທ່ານ ເສົານາວາ ດວງມາລາ ແລະ ທ່ານ ມະນີວອນ ຊຽງທໍາ ເປັນຮອງຫົວໜ້າພະແນກການເງິນ ແຂວງຄຳມ່ວນ

ພິທີປະກາດການແຕ່ງຕັ້ງ ຮອງຫົວໜ້າພະແນກການເງິນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 3 ມີນາ 2026, ໂດຍການເປັນປະທານຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ, ມີແຂກຖືກເຊີນ ຕະຫຼອດເຖິງພະນັກງານຫຼັກແຫຼ່ງພາຍໃນພະແນກການເງິນແຂວງເຂົ້າຮ່ວມ.
ງານມະຫະກຳໜັງສື ແລະ ວັດທະນະທຳນານາຊາດ ຍົກລະດັບສູ່ເວທີສາກົນ

ງານມະຫະກຳໜັງສື ແລະ ວັດທະນະທຳນານາຊາດ ຍົກລະດັບສູ່ເວທີສາກົນ

ສຳນັກພິມດີບຸກ ຮ່ວມກັບມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດພິທີຖະແຫຼງຂ່າວງານມະຫະກຳໜັງສື ແລະ ວັດທະນະທຳນານາຊາດ ຄັ້ງທີ VI ປີ 2026 ຂຶ້ນຫວ່າງບໍ່ດົນມານີ້ ທີ່ ມຊ ເພື່ອແຈ້ງເຖິງຄວາມພ້ອມຮອບດ້ານ ໃນການຈັດງານໃນວັນທີ 10-15 ມີນາ 2026 ທີ່ສະໂມສອນໃຫຍ່ ມຊ (ວິທະຍາເຂດດົງໂດກ) ເມືອງໄຊທານີ ນະຄອນຫຼວງວຽງຈັນ ພາຍໃຕ້ຄຳຂວັນ “ໜັງສືເຊື່ອມໂຍງວັດທະນະທຳ (Books Connecting Culture)”.
ບໍລິສັດ ອາຊີ-ໂປຕາສ ສາກົນ ມອບເຄື່ອງນຸ່ງຫົ່ມກັນໜາວ ຊ່ວຍເຫຼືອເດັກນ້ອຍເຂດຫ່າງໄກສອກຫຼີກ

ບໍລິສັດ ອາຊີ-ໂປຕາສ ສາກົນ ມອບເຄື່ອງນຸ່ງຫົ່ມກັນໜາວ ຊ່ວຍເຫຼືອເດັກນ້ອຍເຂດຫ່າງໄກສອກຫຼີກ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດພິທີມອບ-ຮັບເຄື່ອງນຸ່ງຫົ່ມກັນໜາວ ເພື່ອຊ່ວຍເຫຼືອເດັກນ້ອຍຜູ້ດ້ອຍໂອກາດ ແລະ ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພໜາວ ໃນເຂດຊົນນະບົດຫ່າງໄກສອກຫຼີກ ໂດຍສະເພາະແມ່ນບັນດາແຂວງພາກເໜືອຂອງລາວໃນວັນທີ 2 ມີນານີ້ ທີ່ນະຄອນຫຼວງວຽງຈັນ
ລັດວິສາຫະກິດຫວຍພັດທະນາມອບຜ້າຫົ່ມໃຫ້ບ້ານເປົ້າໜາຍ

ລັດວິສາຫະກິດຫວຍພັດທະນາມອບຜ້າຫົ່ມໃຫ້ບ້ານເປົ້າໜາຍ

ເມື່ອບໍ່ດົນຜ່ານມານີ້, ຢູ່ທີ່ຫ້ອງປະຊູມ ຫ້ອງວ່າການເມືອງຫຼວງນ້ຳທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີມອບ-ຮັບຜ້າຫົ່ມໃຫ້ 16 ບ້ານເປົ້າໜາຍໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຄົງ ພິມມະສອນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງຫຼວງນ້ຳທາ, ມີທ່ານ ສຸບັນເພຍສັກຂາ ຮອງຜູ້ອຳນວຍການບໍລິສັດຫວຍພັດທະນາ, ມີພາກສ່ວນກ່ຽວຂ້ອງ ແລະ ນາຍບ້ານເປົ້າໝາຍເຂົ້າຮ່ວມ.
ສາຍພູຫຼວງ ເນັ້ນສົ່ງເສີມການຜະລິດກະສິກໍາ ຄຽງຄູ່ກັບການຊ່ວຍເຫຼືອສັງຄົມ

ສາຍພູຫຼວງ ເນັ້ນສົ່ງເສີມການຜະລິດກະສິກໍາ ຄຽງຄູ່ກັບການຊ່ວຍເຫຼືອສັງຄົມ

ບໍລິສັດ ສາຍພູຫຼວງອັດຕະປື ພັດທະນາ ຈໍາກັດຜູ້ດຽວ ດໍາເນີນທຸລະກິດ ເນັ້ນການຊຸກຍູ້ສົ່ງເສີມການຜະລິດກະສິກໍາ ເພື່ອປະກອບສ່ວນເຂົ້າໃນການສ້າງອາຊີບ, ສ້າງວຽກເຮັດງານທໍາ, ສ້າງລາຍໄດ້ທີ່ໝັ້ນຄົງ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານວາງອອກ.
ເພີ່ມເຕີມ