![]() |
ທ່ານ ໄກສອນ ແສງເດດ ກໍາມະການພັກເມືອງ ຫົວໜ້າຫ້ອງວ່າການປົກຄອງເມືອງ ໄດ້ຂຶ້ນຜ່ານ ບົດລາຍງານສະພາບການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານຂອງບໍລິສັດ ໄຟຟ້າຫົງສາ ຈໍາກັດ. ຊຶ່ງທ່ານໄດ້ໃຫ້ຮູ້ວ່າ: ໃນປີ 2025 ເມືອງເງິນແມ່ນເປັນປີທີ່ 3 ທີ່ໄດ້ຮັບການສະໜັບສະໜູນງົບປະມານຂອງບໍລິສັດໄຟຟ້າຫົງສາ ຈໍາກັດ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ປະກອບມີ ໂຄງການຍົກລະດັບທາງ, ງານບຸນປະເພນີ, ງານບຸນປີໃໝ່ລາວ, ພະຍາດໂຄວິດ 19, ບຸນຊ່ວງເຮືອ, ງານແຂ່ງຂັນກິລາລາວ-ໄທ, ອຸປະກອນຮັບໃຊ້ຕ່າງໆໃຫ້ບັນດາຫ້ອງການພາຍໃນເມືອງ, ທຶນການສຶກສາ, ການຈັນສັນຍົກຍ້າຍບ້ານກິ່ວງີ້ວ ແລະ ອຶ່ນໆ. ຈາກນັ້ນ, ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມກໍໄດ້ປະກອບຄໍາຄິດຄໍາເຫັນຕໍ່ການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານຂອງບໍລິສັດໄຟຟ້າຫົງສາ ຈໍາກັດ.
(ແຫຼ່ງຂ່າວ: ເມືອງເງິນ)

ຄໍາເຫັນ