ກອງປະຊຸມຄະນະຮັບຜິດຊອບລະດັບຊາດ ກະກຽມຄວາມພ້ອມຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ປີ 2025

ກອງປະຊຸມຄະນະຮັບຜິດຊອບລະດັບຊາດ ກະກຽມຄວາມພ້ອມຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ປີ 2025

ກອງປະຊຸມຄະນະຮັບຜິດຊອບລະດັບຊາດ ກະກຽມຄວາມພ້ອມຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ປີ 2025
ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມຄະນະຮັບ ຜິດຊອບລະດັບຊາດ ຄັ້ງທີ II ຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ແລະ ກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ I ຈັດງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນ ເກມ ເພື່ອກຽມຄວາມພ້ອມຈັດສອງງານດັ່ງກ່າວໃນທ້າຍປີ 2025

 

 

 ກອງປະຊຸມໄດ້ມີການຄົ້ນຄວ້າຫຼາຍໜ້າວຽກ ໂດຍສະເພາະແມ່ນໂລໂກ້, ສັດນຳໂຊກ, ຫຼຽນລາງວັນ, ເນື້ອໃນຄຳຂວັນປະຈຳງານ, ຮອງຮັບກິລາແຂ່ງຂັນ ເບື້ອງຕົ້ນມີ 30 ກວ່າປະເພດກິລາ ລວມທັງສະຖານທີ່ແຂ່ງຂັນ, ທີ່ພັກນັກກິລາ ແລະ ອື່ນໆ.

ກອງປະຊມຄັ້ງນີ້ໄດ້ຈັດຂຶ້ນໃນວັນທີ 13 ພຶດສະພາ ຜ່ານມາ ທີ່ຫ້ອງປະຊຸມທັນສະໄໝຊັ້ນ 1, ສໍານັກງານອົງການປົກຄອງນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງ ສສກ ປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ ແລະ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ປະທານຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII, ມີບັນດາຮອງລັດຖະມົນຕີຈາກກະຊວງຕ່າງໆ, ຫົວໜ້າ-ຮອງຫົວໜ້າກົມ, ພະແນກ ແລະ ບັນດາກຳມະການຝ່າຍຕ່າງໆ ຕະຫຼອດຮອດພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ອາດສະພັງທອງ ສີພັນດອນ ໄດ້ສະເໜີໃຫ້ກໍາມະການຝ່າຍຕ່າງໆໄດ້ກະກຽມແຜນດໍາເນີນງານຂອງຕົນ ໂດຍສະເພາະແມ່ນຄະນະຮັບຜິດຊອບປັບປຸງ ແລະ ສ້ອມແປງສະໜາມ, ກໍາມະການເສດຖະ ກິດ ແລະ ລະດົມທຶນ, ກໍາມະການພິທີການເປີດ-ປິດທີ່ຕ້ອງໄດ້ວາງແຜນວຽກຂອງຕົນໃນການຈັດຕັ້ງປະຕິບັດ ແລະ ກໍາມະການກອງເລຂາທີ່ເປັນຜູ້ສັງລວມ ແລະ ຊຸກຍູ້ກໍາມະການຝ່າຍຕ່າງໆ. ຫຼັງຈາກນັ້ນ, ທ່ານເຈົ້າຄອງ ນວ ຍັງຮຽກຮ້ອງມາຍັງບັນດາຜູ້ແທນກອງປະຊຸມ ຈົ່ງຍົກສູງຄວາມຮັບຜິດຊອບເຂົ້າໃນການຄົ້ນຄວ້າປຶກສາຫາລືແຕ່ລະບັນຫາໃຫ້ຈະແຈ້ງ ພ້ອມທັງແບ່ງຄວາມຮັບຜິດຊອບໃຫ້ກັນຢ່າງລະອຽດຈະແຈ້ງ ເພື່ອເຮັດໃຫ້ການກະກຽມຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ແລະ ງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ດໍາເນີນໄປດ້ວຍດີ ແລະ ບັນລຸໄດ້ຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້.

ຂ່າວ-ພາບ: ສົງການ ພັນແພງດີ

ຄໍາເຫັນ

ຂ່າວສືກສາ-ກິລາ

ມອບ-ຮັບນໍ້າບາດານໃຫ້ 2 ໂຮງຮຽນ ແລະ 1 ບ້ານ ເມືອງຊະນະຄາມ

ມອບ-ຮັບນໍ້າບາດານໃຫ້ 2 ໂຮງຮຽນ ແລະ 1 ບ້ານ ເມືອງຊະນະຄາມ

ພິທີມອບ-ຮັບນໍ້າບາດານໃຫ້ 2 ໂຮງຮຽນ ແລະ 1 ບ້ານຂອງເມືອງຊະນະຄາມ ຄື: ໂຮງຮຽນ ມສ ນາສັກ, ໂຮງຮຽນປະຖົມບ້ານໃໝ່ປາກທຸນ ແລະ ບ້ານໂນນນາແກບ ຊຶ່ງພິທີ ດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 15 ສິງຫານີ້ ທີ່ໂຮງຮຽນ ມ.ສ ນາສັກ ແຂວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ທ່ານ ແສງຈັນ ຄະນະປະຈໍາພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ເມືອງຊະນະຄາມ, ທ່ານ ບຸນເນົາ ພະຈອມພົນ ຫົວໜ້າອົງການກາແດງແຂວງວຽງຈັນ ມີບັນດາສະຫາຍຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຜູ້ປະສານງານຂອງໂຄງການຂັ້ນແຂວງ-ຂັ້ນເມືອງ, ອໍານວຍການໂຮງຮຽນ, ເລຂາພັກບ້ານ-ນາຍບ້ານໃນຈໍານວນ 3 ບ້ານດັ່ງກ່າວ ແລະ ຕະຫຼອດຮອດນ້ອງນັກຮຽນເຂົ້າຮ່ວມ.
ສ້າງຫຼັກສູດປະລິນຍາຕີພາສາຈີນໃນສາຂາວິຊາສະເພາະຕ່າງໆ ເພື່ອສ້າງບຸກຄະລາກອນທີ່ມີຄວາມສາມາດທີ່ຫຼາກຫຼາຍໃນລະດັບສູງ

ສ້າງຫຼັກສູດປະລິນຍາຕີພາສາຈີນໃນສາຂາວິຊາສະເພາະຕ່າງໆ ເພື່ອສ້າງບຸກຄະລາກອນທີ່ມີຄວາມສາມາດທີ່ຫຼາກຫຼາຍໃນລະດັບສູງ

ສະຖາບັນຂົງຈື ມະຫາວິທະຍາໄລສຸພານຸວົງ ໄດ້ສະເໜີເປີດຫຼັກສູດປະລິນຍາຕີພາສາຈີນ ແລະ ໄດ້ຮັບອະນຸມັດຈາກກະຊວງ ສຶກສາທິການ ແລະ ກິລາ ໃນປີ 2020 ແລະ ໄດ້ກາຍເປັນສະຖາບັນການສຶກສາຂັ້ນສູງ ແຫ່ງທຳອິດທີ່ເປີດປະລິນຍາຕີພາສາຈີນໃນພາກເໜືອຂອງປະເທດລາວ, ເຮັດໃຫ້ການພົວພັນໃນຂົງເຂດການສຶກສາຂອງສອງຝ່າຍນັບມື້ຍິ່ງລົງເລິກຍິ່ງຂຶ້ນ. ຫຼັກສູດສາຂາປະລິນຍາຕີພາສາຈີນເປັນອີກເວທີໜຶ່ງທີ່ເຮັດໃຫ້ ນັກສຶກສາລາວໄດ້ຮຽນພາສາຈີນຢ່າງເປັນລະບົບ, ເປັນວິຊາສະເພາະຫຼາຍຂຶ້ນ, ໄດ້ກາຍເປັນການສ້າງຮາກຖານສຳຄັນໃນການພົວພັນການສຶກສາ ແລະ ແລກປ່ຽນວັດທະນະທໍາລາວ -ຈີນ.
ກອງປະຊຸມຜູ້ບໍລິຫານການສຶກສາທົ່ວປະເທດ

ກອງປະຊຸມຜູ້ບໍລິຫານການສຶກສາທົ່ວປະເທດ

ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວປະເທດ ປະຈຳສົກຮຽນ 2024-2025 ຂຶ້ນໃນວັນທີ 11 ສິງຫາ ນີ້ ທີ່ກະຊວງສຶກສາທິການ ແລະ ກິລາ, ພາຍໃຕ້ການເປັນປະທານ ຂອງທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຊຶ່ງມີຮອງລັດຖະມົນຕີ ຫົວໜ້າກົມ ຮອງກົມອະທິການບໍດີ ຫົວໜ້າພະແນກສຶກສາທິການ ແລະ ກິລາເຂົ້າຮ່ວມ.
ແຂ່ງຂັນເຕະບານ 4 ສາມັກຄີ ສະຫຼອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ  ຄົບຮອບ 75 ປີ

ແຂ່ງຂັນເຕະບານ 4 ສາມັກຄີ ສະຫຼອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ການແຂ່ງຂັນກິລາເຕະບານ 4 ສາມັກຄີ ລາຍການ Lao Sport Media CUP 2025 ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ໄດ້ຈັດຂຶ້ນໃນວັນທີ 9 ສິງຫາ ຜ່ານມາ ທີ່ເດີ່ນບານຫຍ້າທຽມ ວິກຕໍຣີ ບ້ານທ່າພະລານໄຊ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໂດຍມີທ່ານ ຕຸໄລເພັດ ພິມເມືອງ ຮອງປະທານກຸ່ມນັກຂ່າວ ສາຍກິລາລາວ ທັງເປັນປະທານຈັດການແຂ່ງຂັນ, ທ່ານ ສຸກສາຄອນ ສີປະເສີດ ຜູ້ອຳນວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ທ່ານ ບຸນທົງ ສີສຸລະສັກ ຫົວໜ້າເຂດຮັບຜິດຊອບ 4 ເມືອງ ນະຄອນຫຼວງວຽງຈັນ ບໍລິສັດ ເບຍລາວ ຈຳກັດ ແລະ ທ່ານ ພຸດທະພອນ ສີວິໄຊ ປະທານບໍລິສັດ ໝາຍເວ ສະປອດແວ ລາວ ຈຳກັດ ມີບັນດາຄະນະບໍລິຫານງານ ແລະ ນັກກິລາ ຕະຫຼອດຮອດກອງເຊຍ ທັງ 4 ພາກສ່ວນເຂົ້າຮ່ວມຢ່າງຄືກຄື້ນມ່ວນຊື່ນ.
ບໍລິສັດ ເບຍລາວ ສືບຕໍ່ສະໜັບສະໜູນເຕະບານລີກສູງສຸດຂອງ ສປປ ລາວ

ບໍລິສັດ ເບຍລາວ ສືບຕໍ່ສະໜັບສະໜູນເຕະບານລີກສູງສຸດຂອງ ສປປ ລາວ

ໃນວັນທີ 4 ສິງຫາ ຜ່ານມາ ທີ່ຮ້ານອາຫານຮາດຣ໋ອກ ຄາເຟ (Hard Rock Café) ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນສັນຍາສະໜັບສະໜູນ ການແຂ່ງຂັນກິລາເຕະບານ ເປບຊີ ລາວລີກ 3 ລະດູການ ລວມເປັນເງິນ 4,950,000,000 ກີບ ລະຫວ່າງ ທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ (ສຕລ) ແລະ ທ່ານ ເຮັນຣິກ ແອນເດີສັນ ຜູ້ອຳນວຍການ ບໍລິສັດ ເບຍລາວ ຈຳກັດ ເປັນກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະບໍລິຫານງານ ສຕລ, ຕາງໜ້າບັນດາສະໂມສອນ, ພະນັກງານທີ່ກ່ຽວຂ້ອງ ຕະຫຼອດຮອດບັນດາສື່ມວນຊົນ.
ຄວາມຄືບໜ້າການຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ຄວາມຄືບໜ້າການຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ III ຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ແລະ ຈັດງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ໄດ້ຈັດຂຶ້ນໃນວັນທີ 4 ສິງຫາຜ່ານມາ, ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ໂດຍການເປັນປະທານຮ່ວມຂອງທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ທັງເປັນປະທານຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII.
ຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງຫຼວງພະບາງ ສະຫຼຸບວຽກງານປະຈໍາປີ 2025

ຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງຫຼວງພະບາງ ສະຫຼຸບວຽກງານປະຈໍາປີ 2025

ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງຫຼວງພະບາງ ປະຈໍາປີ 2025 ໄດ້ຈັດຂຶ້ນໃນວັນທີ 4 ສິງຫາຜ່ານມາ ຢູ່ຫ້ອງປະຊຸມຂອງພະແນກສຶກສາທິການ ແລະ ກິລາ ໂດຍເປັນປະທານຮ່ວມຂອງ ທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກ ສຶກສາທິການ ແລະກິ ລາແຂວງ, ທ່ານ ນາງ ແກ້ວລາ ມະນີຈິດ ປະທານຄະນະກໍາມະການວັດທະນະທໍາສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງ.
ມອບ-ຮັບ ໂຄງການກໍ່ສ້າງອາຄານຮຽນວິຊາກົນຈັກໜັກໂຮງຮຽນວິຊາຊີບແຂວງໄຊສົມບູນ

ມອບ-ຮັບ ໂຄງການກໍ່ສ້າງອາຄານຮຽນວິຊາກົນຈັກໜັກໂຮງຮຽນວິຊາຊີບແຂວງໄຊສົມບູນ

ພະແນກອຸດສາຫະກຳການຄ້າ ແຂວງໄຊສົມບູນ ສໍາເລັດໂຄງການກໍ່ສ້າງອາຄານຮຽນ ວິຊາກົນຈັກໜັກ ໂຮງຮຽນວິຊາຊີບ ແຂວງໄຊສົມບູນ ລະຫວ່າງ ບໍລິສັດເຂື່ອນໄຟຟ້ານໍ້າໄຜ່ (ຜູ້ໃຫ້ທຶນ) ແລະ ພະແນກອຸດສາຫະກຳການຄ້າ ແຂວງໄຊສົມບູນ ຂຶ້ນໃນວັນທີ 4 ສິງຫານີ້ ທີ່ໂຮງຮຽນວິຊາຊີບ ແຂວງ ໂດຍເຂົ້າຮ່ວມຂອງ ທ່ານ ແດງ ປະທຸມທອງ ປະທານສະພາປະຊາຊົນແຂວງ, ທ່ານ ສໍາລານ ພັນທະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ເສີນຢີ ຮອງຜູ້ອໍານວຍການ ບໍລິສັດ ເຂື່ອນໄຟຟ້ານໍາໄຜ່ ຕະຫຼອດຮອດການນຳແຂວງ ພ້ອມດ້ວຍບັນດາພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະມາຄົມນັກທຸລະກິດ ຮ້ານອາຫານລາວ ຮ່ວມກັບ ບໍລິສັດ ເບຍລາວ ຈັດການແຂ່ງຂັນກິລາດອກປີໄກ່

ສະມາຄົມນັກທຸລະກິດ ຮ້ານອາຫານລາວ ຮ່ວມກັບ ບໍລິສັດ ເບຍລາວ ຈັດການແຂ່ງຂັນກິລາດອກປີໄກ່

ສະມາຄົມນັກທຸລະກິດ ຮ້ານອາຫານລາວ (ສນຮລ) ຮ່ວມມືກັບ ບໍລິສັດ ເບຍລາວ ຈໍາກັດ ສືບຕໍ່ຈັດການແຂ່ງຂັນກິລາດອກປີກໄກ່ ສະເພາະພາຍໃນສະມາຄົມ ແລະ ບໍລິສັດ ເບຍລາວ ຈຳກັດ ຊຶ່ງປີນີ້ ເປັນຄັ້ງທີ 9 ເພື່ອເປັນການຮັດແໜ້ນຄວາມສາມັກຄີຮັກແພງພາຍໃນໃຫ້ແໜ້ນແຟ້ນຂຶ້ນເລື້ອຍໆແນໃສ່ສົ່ງເສີມສ້າງຄວາມເຂັ້ມແຂງໃຫ້ບັນດາສະມາຊິກຂອງສະມາຄົມ ກໍຄືຜູ້ປະກອບການທາງດ້ານທຸລະກິດຮ້ານອາຫານ ພາຍໃນນະຄອນຫຼວງວຽງຈັນ ເຕີບໃຫຍ່ເຂັ້ມແຂງທາງທຸລະກິດ ປະກອບສ່ວນສົ່ງເສີມການພັດທະນາເສດຖະກິດ - ສັງຄົມຂອງຊາດ ໃຫ້ເຕີບໃຫຍ່ຂຶ້ນເລື້ອຍໆ.
ສນຊ ເປີດການແຂ່ງຂັນ ກິລາເຕະບານເພື່ອຮັດແໜ້ນຄວາມສາມັກຄີ

ສນຊ ເປີດການແຂ່ງຂັນ ກິລາເຕະບານເພື່ອຮັດແໜ້ນຄວາມສາມັກຄີ

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950 – 13 ສິງຫາ 2025), ສູນກາງແນວລາວສ້າງຊາດ ໄດ້ເປີດການແຂ່ງຂັນ ກິລາເຕະບານເພື່ອຮັດແໜ້ນຄວາມສາມັກຄີ ຍິງ-ຊາຍ ເພື່ອຂ່ຳນັບຮັບຕ້ອນວັນສໍາຄັນດັ່ງກ່າວ ທີ່ສະໜາມກິລາກູດໄລຟ ບ້ານສີໄຄ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເມື່ອວັນທີ 21 ກໍລະກົດ ນີ້ ໂດຍເປັນປະທານກ່າວເປີດຂອງທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ຜູ້ປະຈຳການ, ທ່ານ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ປະທານສູນກາງສະຫະພັນແມ່ຍິງລາວ, ມີບັນດານັກກິລາຈາກບັນດາກະຊວງ, ອົງການທຽບເທົ່າ, ນະຄອນຫຼວງເຂົ້າຮ່ວມ.
ເພີ່ມເຕີມ