ກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດ ທົ່ວປະເທດ ປະຈໍາປີ 2025

ກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດ ທົ່ວປະເທດ ປະຈໍາປີ 2025

ກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດ ທົ່ວປະເທດ ປະຈໍາປີ 2025
ກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດ ທົ່ວປະເທດ ປະຈໍາປີ 2025 ໄດ້ຈັດຂຶ້ນໃນວັນທີ 16 ມີນານີ້ ທີ່ໂຮງແຮມລາວພາຊາ ນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ມີ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ມີຮອງປະທານຜູ້ປະຈຳການຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ຮອງລັດຖະມົນຕີ ໃນຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ມີບັນດາຮອງປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ, ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 

ກອງປະຊມຄະນະກຳມະການຄມຄອງໄພພບດ ທວປະເທດ ປະຈາປ 2025 - image 1
 

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກ່າວວ່າ: ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອສະຫຼຸບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດ 5 ປີ (2021-2025), ວາງທິດທາງແຜນການ 5 ປີ (2026-2030), ສະຫຼຸບ ປີ 2025, ວາງທິດທາງແຜນການປີ 2026 ແລະ ກໍານົດແຜນກຽມພ້ອມຕອບໂຕ້ໄພພິບັດປີ 2026 ຊຶ່ງເປັນກອງປະຊຸມທີ່ມີຄວາມສໍາຄັນທາງຄະນະກຳມະການຄຸ້ມຄອງໄພພິ ບັດທັງຂັ້ນສູນກາງ ແລະ ຂັ້ນແຂວງໄດ້ມາປຶກສາຫາລືແລກປ່ຽນຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງໄພພິບັດ, ເອກະພາບຕໍ່ທິດທາງແຜນການໃນອີກ 5 ປີຕໍ່ໜ້າ ແລະ ວາງແຜນການກຽມພ້ອມຮັບມືກັບໄພພິບັດ ທີ່ອາດເກີດຂຶ້ນໃນປີ 2026.

ກອງປະຊມຄະນະກຳມະການຄມຄອງໄພພບດ ທວປະເທດ ປະຈາປ 2025 - image 2
 

ໃນໄລຍະ 5 ປີ ທີ່ຜ່ານມາ, ໄດ້ມີເຫດການໄພພິບັດທີ່ເກີດຂຶ້ນຢູ່ບັນດາແຂວງໃນຂອບເຂດທົ່ວປະເທດ ເຫັນໄດ້ວ່າສະພາບໄພພິບັດທີ່ເກີດຂຶ້ນໃນແຕ່ລະປີແມ່ນຜົນກະທົບຈາກສະພາບລົມພາຍຸ, ນໍ້າຖ້ວມ, ດິນເຈື່ອນ, ນໍ້າຖ້ວມຊຸ ແລະ ນໍ້າຖ້ວມຂັງ ຊຶ່ງໃນ 5 ປີ ຜ່ານມານີ້ ໄດ້ມີເຫດການໄພພິບັດເກີດຂຶ້ນທັງໝົດ 376 ຄັ້ງ, ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນ 1 ລ້ານກວ່າຄົນ, ເສຍຊີວິດ 111 ຄົນ, ສູນຫາຍ 5 ຄົນ, ສ້າງຄວາມເສຍຫາຍຕໍ່ຂະແໜງການສັງຄົມ, ກະສິກຳ, ໂຄງລ່າງພື້ນຖານ ຄິດເປັນມູນຄ່າເສຍຫາຍຫຼາຍກວ່າ 12,577 ຕື້ກວ່າກີບ ຕາມການເກັບກຳຂໍ້ມູນຂອງກອງເລຂາ ແລະ ລາຍງານຂອງບັນດາແຂວງເຫັນໄດ້ວ່ານັບມື້ສະພາບໄພພິບັດແຫ່ງນັບມີຄວາມຮຸນແຮງແຂວງທາງພາກເໜືອບໍ່ເຄີຍມີນໍ້າຖ້ວມຂັງ ແລະ ຮຸນແຮງກໍມີ ຄືໃນປີ 2024, 2025 ແຂວງຫົວພັນ, ຫຼວງນໍ້າທາ, ໄຊຍະບູລີ, ຫຼວງພະບາງ ແລະ ແຂວງອື່ນໆ ຊຶ່ງສ້າງຄວາມເສຍຫາຍເປັນຈໍານວນຫຼາຍສົມຄວນ. ຕໍ່ກັບສະພາບໄພພິບັດທີ່ເກີດຂຶ້ນຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ເອົາ ໃຈໃສ່ຊີ້ນໍາ-ນໍາພາ, ຕິດຕາມຊຸກຍູ້ການຄວບຄຸມ, ແກ້ໄຂສຸກເສີນ, ຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດຢູ່ບັນດາແຂວງ ໃຫ້ສາມາດກັບສູ່ສະພາບປົກກະຕິໄດ້ຢ່າງວອງໄວ, ໄດ້ຮີບຮ້ອນຟື້ນຟູສຸກເສີນຮີບດ່ວນດ້ານພື້ນຖານໂຄງລ່າງ, ດ້ານການຜະລິດກະສິກຳ ແລະ ສະເໜີລັດຖະບານ ອະນຸມັດແກ້ໄຂໂຄງການຟື້ນຟູສຸກເສີນ ແລະ ຟື້ນຟູໄລຍະຍາວເຂົ້າໃນແຜນຟື້ນຟູປົກກະຕິແຜນລົງ ທຶນຂອງລັດໃນແຕ່ລະປີ. ພ້ອມນີ້, ເພື່ອເປັນການປັບປຸງກົນໄກການປະສານງານຂອງຄະນະກຳມະ ການຄຸ້ມຄອງໄພພິບັດຢູ່ແຕ່ລະຂັ້ນໃຫ້ມີຄວາມເຂັ້ມແຂງແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດບັນດານິຕິກຳທີ່ວາງອອກ ໂດຍສະເພາະທາງດ້ານວຽກງານປ້ອງກັນ, ຄວບຄຸມ ແລະ ຟື້ນຟູຫຼັງໄພພິບັດ ໃຫ້ໄດ້ຮັບຜົນດີ.

ກອງປະຊມຄະນະກຳມະການຄມຄອງໄພພບດ ທວປະເທດ ປະຈາປ 2025 - image 3
 

ທ່ານ ວົງຄຳ ພັນທະນຸວົງ ຫົວໜ້າກົມສັງຄົມສົງເຄາະ ຫົວໜ້າກອງເລຂາຄະນະກຳມະການຄຸ້ມຄອງໄພພິບັດ ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030), ສະຫຼຸບປີ 2025, ແຜນປີ 2026 ແລະ ຮ່າງແຜນກຽມພ້ອມຕອບໂຕ້ໄພພິບັດປີ 2026 ໃນໄລຍະ 1 ປີຜ່ານມາ ໄດ້ມີເຫດການໄພພິບັດເກີດຂຶ້ນໃນຂອບເຂດທົ່ວປະເທດ ສໍາລັບປີ 2025 ທັງໝົດ 70 ຄັ້ງ. ໃນນັ້ນ, ນໍ້າຖ້ວມ 38 ຄັ້ງ, ດິນເຈື່ອນ 1 ຄັ້ງ, ລົມພາຍຸພັດ 16 ຄັ້ງ, ໄຟໄໝ້ເຮືອນ 15 ຄັ້ງ, ສົ່ງຜົນກະທົບທຸກແຂວງທົ່ວປະເທດ. ໃນນັ້ນ, ມີຈໍານວນ 141 ເທື່ອເມືອງ, ຈໍານວນ 2,313 ເທື່ອບ້ານ, 83,206 ຄອບຄົວ, ຜູ້ໄດ້ຮັບຜົນກະທົບທັງໝົດ 403,303 ເທື່ອຄົນ, ເສຍຊີວິດ 55 ຄົນ, ສູນຫາຍ 5 ຄົນ ໄດ້ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ ຢ່າງໜັກໜ່ວງ ຊຶ່ງມີມູນຄ່າຄວາມເສຍຫາຍລວມທັງໝົດປະມານ 2,940 ຕື້ກວ່າ ກີບ. ໃນນີ້, ໄດ້ຮັບຜົນກະທົບໜັກກວ່າໝູ່ແມ່ນເກີດຈາກລົມພາຍຸວູທີບ, ວິພາ ແລະ ພາຍຸບົວລອຍ ຊຶ່ງຄາດຄະເນຜົນກະທົບປະມານ 2,869 ຕື້ກວ່າກີບ, ເມື່ອສົມທຽບໃສ່ຜົນເສຍຫາຍໃນແຕ່ລະປີເຫັນວ່າໄພພິບັດນໍ້າຖ້ວມເລີ່ມນັບມື້ນັບເພີ່ມຄວາມຮຸນແຮງຂຶ້ນ ແລະ ສົ່ງຜົນເສຍຫາຍຫຼາຍຂຶ້ນເລື້ອຍໆ. ສຳລັບແຜນຈັດຕັັ້ງປະຕິບັດວຽກງານການຄຸ້ມຄອງໄພພິບັດ ປະຈໍາປີ 2026 ເພີ່ມທະວີວຽກງານປ້ອງກັນ, ການຄວບຄຸມ ແລະ ການຟື້ນຟູຫຼັງໄພພິບັດຕ່າງໆ ໃຫ້ມີຄວາມເຂັ້ມແຂງ ແລະ ສາມາດປະຕິບັດວຽກງານໄດ້ຢ່າງມີປະສິດທິຜົນ.

ກອງປະຊມຄະນະກຳມະການຄມຄອງໄພພບດ ທວປະເທດ ປະຈາປ 2025 - image 4ກອງປະຊມຄະນະກຳມະການຄມຄອງໄພພບດ ທວປະເທດ ປະຈາປ 2025 - image 5 ຂ່າວ-ພາບ: ວັນເພັງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ໂຄງການສ້າງຄວາມເຂັ້ມແຂງໃນການເສີມຂະຫຍາຍການປັບຕົວຕໍ່ໄຟປ່າການປັບປຸງຊິວິດການເປັນຢູ່ຂອງຊຸມຊົນທ້ອງຖີ່ນແລະການເຊື່ອມໂຍງຕະຫຼາດ(AFOCO) ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າໃຫ້​ບ້ານ​ເປົ້າ​ໝາຍຢູ່​ເມືອງ​ບາ​ຈຽງ​ຈະ​ເລີນ​ສຸກແຂວງ​ຈຳ​ປາ​ສັກ, ໃນ​ວັນ​ທີ 5 ພະ​ຈິກ​ຜ່ານ​ມາທີ່ ບ້ານ​ຫົວ​ແຊຕາ​ແສງ​ຫົວ​ແຊ, ໂດຍການເປັນປະທານຂອງທ່ານ ສຸກສະຫວັນ ສີພັນວົງ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງຫົວແຊ, ມີທ່ານ ບຸນທະວີ ອິນທິລາດ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ,ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ໄດ້ເປີດກອງປະຊຸມປະຈໍາເດືອນຕຸລາ 2026, ໃນ​ວັນ​ທີ 4 ພະ​ຈິກຜ່ານ​ມາທີ່ ສະພາປະຊາຊົນແຂວງຈໍາປາສັກ, ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງຈໍາປາສັກ, ມີບັນດາຮອງປະທານສະພາປະຊາຊົນແຂວງຈໍາປາສັກ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານນາງ ຈັນທະສອນ ພູນສຸກ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງຊຽວ​ຂວາງ ພ້ອມດ້ວຍຄະນະໄດ້ລົງມອບເຄື່ອງ​ຊ່ວຍ​ເຫຼືອຈຳນວນໜຶ່ງໃຫ້ຜູ້ທີ່ໄດ້ຮັບເຄາະຮ້າຍຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງມາແຕ່ປາງສົງຄາມຢູ່ແຂວງ​ຊຽງ​ຂວາງເຊິ່ງ​ການມອບ​ເຄື່ອງ​ຊ່ວຍ​ເຫຼືອ​ຄັ້ງ​ນີ້​ມີ4ເມືອງ.
ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຄະນະພັກຕາແສງກະດັນ ເມືອງມຸນລະປາໂມກ ແຂວງ​ຈຳ​ປາ​ສັກໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກຕາແສງ ເພື່ອສະຫຼຸບຕີລາຄາຜົນການນຳພາ-ຊີ້ນຳໃນໄລຍະ 9 ເດືອນຜ່ານມາ ແລະ ກຳນົດທິດທາງແຜນການເຄື່ອນໄຫວໃນ 3 ເດືອນທ້າຍປີ 2026, ໃນ​ວັນ​ທີ 4 ພະ​ຈິກ​ຜ່ານ​ມາທີ່ຕາແສງກະດັນ, ໂດຍການ​ເປັນ​ປະ​ທານ​ຂອງ ສະຫາຍ ຈັນສະຫວ່າງ ບຸດຕະວົງ ຄະນະປະຈຳພັກເມືອງ ຜູ້ຊີ້ນຳວຽກຮອບດ້ານຕາແສງກະດັນ, ມີສະຫາຍ ສຸລິສັກ ພະສະຫວັດ ກຳມະການພັກເມືອງ ເລຂາຄະນະພັກຮາກຖານຕາແສງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສູນພັດທະນາສີມືແຮງງານແຂວງອັດຕະປື ໄດ້ຈັດພິທີປິດຊຸດຝຶກອົບຮົມ ຍົກລະດັບສີມືແຮງງານສາຂາປຸງແຕ່ງອາຫານ ໃນຫົວຂໍ້ການເຮັດເຂົ້າໜົມຊັ້ນ ແລະ ເຂົ້າໜົມເຄັກກ້ວຍ ໃຫ້ແຮງງານເມືອງສະໜາມໄຊ ຈຳນວນ 30 ຄົນ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເມືອງ ໂດຍມີທ່ານ ສຸກສະເໝີ ແສນກັນຍາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີທ່ານ ນາງ ສຸກອຳພອນ ໂພສະລາດ ຫົວໜ້າສູນພັດທະນາສີມືແຮງງານແຂວງ, ມີຄູຝຶກ, ວິຊາການ ແລະ ນັກສຳມະນາກອນ ເຂົ້າຮ່ວມ.
ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ພິທີປະກາດພະນັກງານພັກການ-ຮັບອຸດໜູນບຳນານ ແລະ ປະກາດແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ ຂັ້ນຂະແໜງ ທີ່ຂຶ້ນກັບພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ພະແນກດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມ ແລະ ມອບຂໍ້ຕົກລົງຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາຄະນະບໍລິ ຫານງານພັກແຂວງບໍລິຄຳໄຊ, ມີຄະນະພັກ, ຄະນະພະແນກ, ຫົວໜ້າຫ້ອງການ ຍທຂ 7 ເມືອງ ເຂົ້າຮ່ວມ.
ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ, ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວຊຸດເກົ່າ ແລະ ຊຸດໃໝ່ຈັດ​ຂຶ້ນ​ໃນ​ວັນ​ທີ 6 ພະ​ຈິກ​ນີ້ ທີ່ ຫ້ອງວ່າ​ການ​ສູນ​ກາງ​ພັກ, ໂດຍການເປັນປະທານຂອງ ສະ​ຫາຍພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ.
ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບການ ຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈຳປີ 2026 ແລະ ວາງທິດທາງແຜນການປີ 2027 ໃນວັນທີ 5 ພະຈິກຜ່ານມາ, ທີ່ ປກສ ດັ່ງກ່າວ ໂດຍການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳເມືອງ, ນະຄອນ-ຫຼວງພະບາງ, ແຂກຮັບເຊີນກ່ຽວຂ້ອງ ເຂົ້າຮ່ວມ.
ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ບໍລິສັດໄຟຟ້າຫົງສາ ຈຳກັດ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກອງກະຖິນສາມັກຄີ ປະຈໍາປີ 2026 ທີ່ ວັດສະຫຼີດອນໄຊ ບ້ານຫຼວງມີໄຊ ເມືອງເງິນ ແຂວງໄຊຍະບູລີ ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ຄົບຮອບ 10 ປີ ໃນວັນທີ 4 ພະຈິກ ຜ່ານມາ, ເປັນກຽດເຂົ້າຮ່ວມຂອງ ທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ, ເລຂາພັກເມືອງ ເມືອງເງິນ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງເງິນ ແລະ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ, ມີກຳມະການປົກຄອງເມືອງ, ຄະນະຜູ້ບໍລິຫານ ແລະ ພະນັກງານບໍລິສັດ ພ້ອມດ້ວຍປະຊາຊົນພາຍໃນເມືອງ ເຂົ້າຮ່ວມ.
ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ພິທີປະກາດການແຕ່ງຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ລະ ຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ໂດຍການເປັນປະທານຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຄະນະພະແນກສາທາ ລະນະສຸກແຂວງ, ຕາງໜ້າກົມຈັດຕັ້ງກະຊວງສາທາລະນະສຸກ, ແຂກຖືກເຊີນ, ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ