ຫົວໜ້າໜ່ວຍງານຄຸ້ມຄອງໂຄງການຈັສຕິດຫົວໜ້າກົມຮ່ວມມືສາກົນກະຊວງຍຸຕິທໍາ, ມີຄູ່ຮ່ວມງານຈາກພາກສ່ວນຕ່າງໆກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອທົບທວນຄືນ ແລະ ສະຫຼຸບກ່ຽວກັບການຈັດຕັ້ງປະຕິບັດກິດຈະກໍາໃນປີຜ່ານມາກໍຄືປີ 2024; ເພື່ອປຶກສາຫາລືກ່ຽວກັບການບັນຈຸກິດຈະກໍາຂອງແຕ່ລະພາກສ່ວນເຂົ້າໃນແຜນປະຕິບັດງານປະຈໍາປີ 2025ແລະ ກະກຽມຄວາມພ້ອມສຳລັບກອງປະຊຸມຄະນະຊີ້ນໍາໂຄງການ ເພື່ອສະເໜີອະນຸມັດແຜນປະຕິບັດງານປະຈໍາປີ (Annual Action Plan)ໃນທີ່ປະຊຸມຜູ້ເຂົ້າຮ່ວມໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບແຜນກິດຈະກໍາປະຈໍາປີຂອງແຕ່ລະພາກສ່ວນ ເພື່ອຈະນໍາເອົາແຜນດັ່ງກ່າວສະເໜີຂໍອະນຸມັດຈາກກອງປະຊຸມຄະນະຊີ້ນໍາໂຄງການ.
ຕອນທ້າຍ, ທ່ານ ຄໍາພອນ ສີປະເສີດ ໄດ້ໃຫ້ກຽດໂອ້ລົມສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບ ທີ່ໄດ້ເອົາໃຈໃສ່ຕັ້ງໜ້າຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ ແລະ ຂອບໃຈບັນດາທ່ານຕາງໜ້າຈາກພາກສ່ວນຕ່າງໆທີ່ໃຫ້ການຊຸກຍູ້ຮ່ວມມືຕໍ່ວຽກງານໃນຄັ້ງນີ້.
ຂ່າວ-ພາບ: ໄໝສີສົດ ສິນພອນເພັດ
ຄໍາເຫັນ