ກອງປະຊຸມຄະນະຊີ້ນໍາຂັ້ນແຂວງ ຄັ້ງທີ I ຂອງການສໍາຫຼວດພົນລະເມືອງ

ກອງປະຊຸມຄະນະຊີ້ນໍາຂັ້ນແຂວງ ຄັ້ງທີ I ຂອງການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ

ກອງປະຊຸມຄະນະຊີ້ນໍາຂັ້ນແຂວງ ຄັ້ງທີ I ຂອງການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ
ໃນວັນທີ 25 ຕຸລາຜ່ານມາ, ທີ່ພະແນກແຜນການ ແລະ ການລົງທຶນແຂວງບໍ່ແກ້ວ ຈັດກອງປະຊຸມຄະນະຊີ້ນໍາຂັ້ນແຂວງ ຄັ້ງທີ I ຂອງການສໍາຫຼວດພົນລະເມືອງ

 ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຂອງແຂວງບໍ່ແກ້ວ ແລະ ປະກາດຜົນການປັບປຸງປີຖານ ການຄິດໄລ GDP ໃໝ່ ແລະ ຜົນການຄິດໄລ່ GDP ຄືນຫຼັງ ແຕ່ປີ 2012-2023 ຂອງແຂວງບໍ່ແກ້ວ (ຕາມໂຄງການປີຖານໃໝ່ ປີ 2012) ໂດຍການເປັນປະທານຂອງ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ ຫົວໜ້າຄະນະຊີ້ນໍາຂັ້ນແຂວງ, ມີຄະນະຊີ້ນໍາຂັ້ນແຂວງ, ຫົວໜ້າຄະນະຊີ້ນໍາຂັ້ນເມືອງ, ຄະນະຫ້ອງການສໍາຫຼວດຂັ້ນແຂວງ ແລະ ຂັ້ນເມືອງເຂົ້າຮ່ວມ.

ການສໍາຫຼວດຄັ້ງນີ້, ແມ່ນການສໍາຫຼວດໃຫຍ່ລະດັບຊາດທີ່ມີຄວາມໝາຍ, ຄວາມສໍາຄັນທີ່ສຸດ ເພາະເປັນການເກັບກຳ ແລະ ຈົດນັບພົນລະເມືອງ ເພື່ອຕິດຕາມສະພາບການຂະຫຍາຍຕົວ, ປັດໄຈທີ່ສົ່ງຜົນກະທົບຕໍ່ກັບການຂະຫຍາຍຕົວຂອງພົນລະເມືອງໃນທຸກໆ 10 ປີ. ກໍານົດເອົາຄົວເຮືອນເປັນຫົວໜ່ວຍພື້ນຖານຂອງການສຳຫຼວດ ໂດຍນຳໃຊ້ວິທີການຈົດນັບສະມາຊິກຂອງຄົວເຮືອນ ແລະ ທຸກຄົນທີ່ອາໄສຢູ່ເປັນປະຈຳໃນ ສປປ ລາວ ຊຶ່ງກວມເອົາພົນລະເມືອງສັນຊາດລາວ, ຄົນຕ່າງປະເທດ, ຄົນຕ່າງດ້າວ, ຄົນບໍ່ມີສັນຊາດ, ທຸກຄົນທີ່ເຄື່ອນໄຫວວຽກງານ ແລະ ສຶກສາຢູ່ຕ່າງປະເທດ, ກອງກຳລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຄົນທີ່ບໍ່ມີທີ່ພັກອາໄສ.

ກອງປະຊຸມໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງການກະກຽມຄວາມພ້ອມດ້ານເນື້ອໃນ, ວິທີການ, ງົບປະມານ, ບາງບັນຫາ, ສິ່ງທ້າທາຍໃນການຈັດຕັ້ງປະຕິບັດການສຳຫຼວດຂອງທ່ານ ຈອມແພງ ວິໄລສານ ຮອງຫົວໜ້າຄະນະຊີ້ນໍາການສໍາຫຼວດພົນລະເມືອງຂັ້ນແຂວງ, ມອບໃຫ້ຄະນະຊີ້ນຳຂັ້ນແຂວງ, ຂັ້ນເມືອງ ສືບຕໍ່ນຳເອົາເນື້ອໃນຈິດໃຈ, ນິຕິກໍາທີ່ເຜີຍແຜ່ໃນກອງປະຊຸມຄັ້ງນີີ້ ໄປຈັດຕັ້ງຜັນຂະຫຍາຍ ເຜີຍແຜ່ໃຫ້ຄະນະຮັບຜິດຊອບໃນຂັ້ນຂອງຕົນຢູ່ໃນແຕ່ລະເມືອງຢ່າງທົ່ວເຖິງ ໂດຍສະເພາະແມ່ນພະນັກງານສະມາຊິກພັກ, ທະຫານ, ຕຳຫຼວດ ຕະຫຼອດຮອດປະຊາຊົນທຸກຊັ້ນຄົນໄດ້ຮັບຮູ້ ແລະ ເຂົ້າໃຈແຈ້ງ ເພື່ອກະກຽມການເຂົ້າຮ່ວມບັັ້ນການສໍາຫຼວດໃນຄັ້ງນີ້ໃຫ້ໄດ້ຮັບຜົນດີ.

ວິທິການສໍາຫຼວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ໃນຄັ້ງນີ້ ແມ່ນຈະໄດ້ສໍາພາດໂດຍກົງນໍາຫົວໜ້າຄົວເຮືອນ ຫຼື ສະມາຊິກທີ່ມີອາຍຸ 15 ປີຂຶ້ນໄປ ທີ່ສາມາດສະໜອງຂໍ້ມູນຄົວເຮືອນຂອງຕົນ. ສໍາລັບເອກະສານ ແລະ ອຸປະກອນການສຳຫຼວດ ແມ່ນຈະນໍາໃຊ້ລະບົບການເກັບກຳຂໍ້ມູນດ້ວຍອຸປະກອນເອເລັກໂທນິກແທັບເລັດ (Tablets) ເພື່ອເກັບກຳຂໍ້ມູນ ໂດຍຜ່ານລະບົບໂປແກຼມກາປີ (CAPI); ກຳນົດເອົາວັນທີ 1 ມີນາ 2025 ເປັນເອກະພາບທົ່ວປະເທດ. ໄລຍະເວລາການເກັບກຳຂໍ້ມູນຕົວຈິງແມ່ນ 21 ວັນ ນັບແຕ່ວັນທີ່ 1-21 ມີນາ 2025 ໃຫ້ສໍາເລັດ.

(ຂ່າວ: ຄໍາເພັງ ສີສະຫວ່າງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ