![]() |
ກອງປະຊຸມໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວວຽກງານ ຂອງຜູ້ພິພາກສາໄລຍະ 1 ປີຜ່ານມາ 2025 ແລະ ທິດທາງແຜນປີ 2026; ຜ່ານມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາການແຕ່ງຕັ້ງສະມາຊິກສະພາຜູ້ພິພາກສາ ຂອງສານປະຊາຊົນສູງສຸດ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງກອງເລຂາ ແລະ ຜູ້ຊ່ວຍກອງເລຂາສະພາຜູ້ພິພາກສາສານປະຊາຊົນສູງສຸດ.
![]() |
ຈາກນັ້ນ, ທ່ານ ໄພວີ ສີບົວລິພາ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ເປັນການສະຫຼຸບຕີລາຄາຜົນຂອງການຈັດຕັ້ງປະຕິບັດ, ທົບທວນຄືນບັນດາຂໍ້ຄົງຄ້າງ, ຕີລາຄາຢ່າງກົງໄປ -ກົງມາ ຕໍ່ກັບການປະຕິບັດໜ້າທີ່ຂອງສະພາຜູ້ພິພາກສາໃນໄລຍະຜ່ານມາ ເປັນຕົ້ນແມ່ນການຄົ້ນຄວ້າຮ່າງກົດໝາຍ, ສຳນວນຄະດີຮື້ພື້ນ, ວຽກງານບຸກຄະລາກອນ ແລະ ບັນຫາອື່ນໆ ເພື່ອໃຫ້ສຳເລັດຕາມແຜນທີ່ວາງໄວ້ ຮັບປະກັນໃຫ້ມີຄວາມວອງໄວ ແລະ ກະທັດຮັດຂຶ້ນກວ່າເກົ່າ, ເພື່ອກຳນົດທິດທາງແຜນການເຄື່ອນໄຫວ ປີ 2026 ແລະ ອີກ 5 ປີ ຕໍ່ໜ້າຕາມສິດ ແລະ ໜ້າທີ່ ກຳນົດໄວ້ໃນມາດຕາ 32 ຂອງກົດໝາຍວ່າດ້ວຍສານປະຊາຊົນສູງສຸດ.
(ຂ່າວ: ຕຸໄລເພັດ)


ຄໍາເຫັນ