ກອງປະຊຸມຄັ້ງປະຖົມມະລືກໄດ້ເປັນເອກະສັນເລືອກຕັ້ງທ່ານ ນາງ ອາລີ ວົງໜໍ່ບຸນທໍາເປັນເລຂາ ສສຍລ ຄັ້ງທີ V

ກອງປະຊຸມຄັ້ງປະຖົມມະລືກໄດ້ເປັນເອກະສັນເລືອກຕັ້ງທ່ານ ນາງ ອາລີ ວົງໜໍ່ບຸນທໍາເປັນເລຂາ ສສຍລ ຄັ້ງທີ V

ກອງປະຊຸມຄັ້ງປະຖົມມະລືກໄດ້ເປັນເອກະສັນເລືອກຕັ້ງທ່ານ ນາງ ອາລີ ວົງໜໍ່ບຸນທໍາເປັນເລຂາ ສສຍລ ຄັ້ງທີ V
ກອງປະຊຸມໃຫຍ່ ສະມາຊິກພັກ ຂອງອົງຄະນະພັກ ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຄັ້ງທີ V ໄດ້ຈັດຂຶ້ນໃນວັນທີ 29 ພຶດສະພາ ຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ປະທານສະພາທິດສະດີສູນກາງພັກ, ໂດຍການເປັນປະທານຂອງສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ກຳມະການສູນກາງພັກ ເລຂາຄະນະພັກ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ມີບັນດາສະມາຊິກພັກ ສູນກາງສະຫະພັນແມ່ຍິງລາວເຂົ້າຮ່ວມ.
ກອງປະຊມຄງປະຖມມະລກໄດເປນເອກະສນເລອກຕງທານ ນາງ ອາລ ວງໜບນທາເປນເລຂາ ສສຍລ ຄງທ V - image 1
 

 

 

ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ໄດ້ກ່າວວ່າ: ການດໍາເນີນກອງປະຊຸມໃຫຍ່ສະມາຊິກພັກ ຂອງອົງຄະນະພັກ ສູນກາງສະຫະພັນແມ່ຍິງລາວໃນຄັ້ງນີ້, ສະມາຊິກພັກ, ຄະນະພັກໄດ້ສຸ່ມໃສ່ປະຕິບັດຕາມຄໍາສັ່ງ ແລະ ຄໍາແນະນໍາຂອງຂັ້ນເທິງກ່ຽວກັບການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ; ອັນສໍາຄັນແມ່ນ ໄດ້ສຳເລັດການດຳເນີນກອງປະຊຸມໃຫຍ່ໜ່ວຍພັັກຮາກຖານທັງໝົດ 10 ໜ່ວຍພັກ ແລະ ກອງປະຊຸມໃຫຍ່ ອົງການຈັດຕັ້ງມະຫາຊົນຂອງ ສູນກາງສະຫະພັນແມ່ຍິງລາວ; ໄດ້ສໍາເລັດຮ່າງລາຍງານການເມືອງ, ຮ່າງແຜນພັດທະນາ ຂອງສູນກາງສະຫະພັນແມ່ຍິງລາວໄລຍະ 5 ປີ ແລະ ບົດສໍາຫຼວດການນໍາພາລວມ ໂດຍໄດ້ຈັດຕັ້ງກອງປະຊຸມຄົ້ນຄວ້າ, ປະກອບຄໍາເຫັນຢ່າງກວ້າງຂວາງ, ທາບທາມ ແລະ ປັບປຸງຕາມຄໍາເຫັນຂອງສະມາຊິກພັກ ພາຍໃນອົງຄະນະພັກສູນກາງສະຫະພັນແມ່ຍິງລາວ; ໄດ້ດຳເນີນຊີວິດການເມືອງທ້າຍສະໄໝຂອງຄະນະບໍລິຫານງານພັກສະໄໝທີ IV, ສໍາຫຼວດກວດກາ-ຕີລາຄາການນໍາພາ-ຊີ້ນໍາລວມຂອງອົງຄະນະພັກ ແລະ ຕີລາຄາຄວາມຮັບຜິດຊອບການເມືອງຂອງບຸກຄົນຄະນະບໍລິຫານງານພັກ; ພ້ອມກັນນັ້ນ ຍັງໄດ້ສໍາເລັດການທາບທາມບຸກຄະລາກອນ ເພື່ອເລືອກເຟັ້ນເອົາເປົ້າໝາຍສະໝັກເຂົ້າເປັນຄະນະບໍລິຫານງານພັກຊຸດໃໝ່ຈໍານວນ 2 ຄັ້ງ, ຊຶ່ງໄດ້ດຳເນີນມາໂດຍບັນຍາກາດແຫ່ງຄວາມສາມັກຄີເປັນເອກະພາບ, ມີປະຊາທິປະໄຕ, ມີວິໄນ ແລະ ມີຄວາມຮັບຜິດຊອບສູງ ແລະ ຜ່ານການກະກຽມຢ່າງຕັ້ງໜ້າ, ພາຍໃຕ້ການນໍາພາ-ຊີ້ນໍາຢ່າງໃກ້ຊິດ ຂອງກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ ແລະ ການເຮັດວຽກຮ່ວມກັບຄະນະຊຸກຍູ້ຕິດຕາມການກະກຽມດຳເນີນກອງປະຊຸມໃຫຍ່, ອົງຄະນະພັກສູນກາງສະຫະພັນແມ່ຍິງລາວ ຈຶ່ງມີເງື່ອນໄຂຄວາມພ້ອມທຸກປະການ ແລະ ໄດ້ຮັບອະນຸມັດໃຫ້ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ V ຢ່າງເປັນທາງການ ແລະ ກອງປະຊຸມໃຫຍ່ ອົງຄະນະພັກສູນກາງສະຫະພັນແມ່ຍິງລາວໃນຄັ້ງນີ້ ຈະໄດ້ຄົ້ນຄວ້າ, ປະກອບຄໍາເຫັນ, ຮັບຮອງເອົາລາຍງານການເມືອງ ແລະ ແຜນພັດທະນາຂອງສູນກາງສະຫະພັນແມ່ຍິງລາວໄລຍະ 5 ປີ (2026-2030) ເພື່ອສືບຕໍ່ນຳພາ-ຊີ້ນຳ ຈັດຕັ້ງປະຕິບັດໜ້າທີ່ການເມືອງ, ພາລະບົດບາດໜ້າທີວຽກງານຂອງສູນກາງສະຫະພັນແມ່ຍິງລາວ ໃຫ້ປະສົບຜົນສໍາເລັດໃຫມ່ໃຫຍ່ຫຼວງກວ່າເກົ່າ; ຜູ້ແທນກອງປະຊຸມໃຫຍ່ຈະໄດ້ຄົ້ນຄວ້າ ປະກອບຄໍາເຫັນຕໍ່ ບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກສະໄໝທີ IV ເພື່ອເຫັນໄດ້ໝາກຜົນແຫ່ງການນໍາພາ-ຊີ້ນໍາ ທັງດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ຈາກການນໍາພາ-ຊີ້ນໍາ ຕົວຈິງໃນໄລຍະຜ່ານມາ. ພ້ອມກັນນັ້ນ, ຜູ້ແທນສົມບູນຈະໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານພັກສູນກາງສະຫະພັນແມ່ຍິງລາວສະໄໝທີ V ເພື່ອສືບຕໍ່ນຳພາ-ຊີ້ນໍາ ເສີມຂະຫຍາຍ ດ້ານດີ, ຜົນສໍາເລັດ ແລະ ສືບຕໍ່ຄົ້ນຄວ້າປັບປຸງ ແບບແຜນການນໍາພາ-ຊີ້ນໍາ ແລະ ວິທີເຮັດວຽກ ຮັບປະກັນໃຫ້ວຽກງານມີປະສິດທິພາບ-ປະສິດທິຜົນກວ່າເກົ່າ.

ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ໄດ້ກ່າວຕື່ມວ່າ: ພາຍຫຼັງສໍາເລັດ ກອງປະຊຸມໃຫຍ່ສະມາຊິກພັກ ຂອງອົງຄະນະພັກສູນກາງສະຫະພັນແມ່ຍິງລາວ ຄັ້ງທີ IV ໃນປີ 2022, ຄະນະບໍລິຫານງານພັກ ສູນກາງສະຫະພັນແມ່ຍິງລາວ ໄດ້ນໍາພາ-ຊີ້ນໍາ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ສະມາຊິກພັກຂອງຕົນຕິດພັນກັບການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວ ທົ່ວປະເທດຄັ້ງທີ VIII ແລະ ການຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, 2 ວາລະແຫ່ງຊາດ ໂດຍການສຶກສາອົບຮົມ ການເມືອງ-ແນວຄິດ, ເຕົ້າໂຮມຄວາມສາມັກຄີ ແລະ ສ້າງຄວາມເຂັ້ມແຂງໃຫ້ສະມາຊິກພັກ-ພະນັກງານ ສູນກາງສະຫະພັນແມ່ຍິງລາວ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮັບຜິດຊອບສູງ ແລະ ເປັນເຈົ້າການ ປະຕິບັດໜ້າທີ່ການເມືອງ ໃນການເປັນຕົວແທນປົກປ້ອງສິດ ຜົນປະໂຫຍດອັນຊອບທໍາຂອງສະມາຊິກແມ່ຍິງ, ແມ່ຍິງລາວບັນດາເຜົ່າ, ນໍາພາຈັດຕັ້ງປະຕິບັດ 10 ແຜນງານ, 65 ໂຄງການ, 3 ແຜນດໍາເນີນແຫ່ງຊາດ ກ່ຽວກັບຄວາມສະເໝີພາບຍິງ-ຊາຍ, ແມ່ ແລະເດັກ ແລະ ການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ; ປຸກລະດົມແມ່ຍິງໃຫ້ພັດທະນາຕົນເອງ ຕາມຂໍ້ແຂ່ງຂັນ 3 ດີ ແລະ ສ້າງຄວາມເຂັ້ມແຂງໃຫ້ພະນັກງານເພດຍິງ ເພື່ອມີມາດຕະຖານ ເງື່ອນໄຂຄົບຖ້ວນ ເປັນພະນັກງານນໍາພາ-ຄຸ້ມຄອງສືບທອດປ່ຽນແທນ ຕາມນະໂຍບາຍຂອງພັກ ແລະ ຄວາມຮຽກຮ້ອງຕ້ອງການຕົວຈິງຂອງວຽກງານ; ປຸກລະດົມແມ່ຍິງເອົາໃຈໃສ່ ຍົກລະດັບຊີວິດການເປັນຢູ່ຂອງຕົນ, ອະນຸລັກຮັກສາມູນເຊື້ອອັນດີງາມຂອງຊາດ, ຂອງແມ່ຍິງລາວ ແລະຕັ້ງໜ້າເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດແລະ ສະມາຊິກພັກ, ຄະນະພັກ ໄດ້ສຸ່ມໃສ່ປະຕິບັດຕາມຄໍາສັ່ງ ແລະ ຄໍາແນະນໍາຂອງຂັ້ນເທິງ ກ່ຽວກັບ ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ; ອັນສໍາຄັນແມ່ນ ໄດ້ສຳເລັດການດຳເນີນກອງປະຊຸມໃຫຍ່ໜ່ວຍພັັກຮາກຖານທັງໝົດ 10 ໜ່ວຍພັກ ແລະ ກອງປະຊຸມໃຫຍ່ ອົງການຈັດຕັ້ງມະຫາຊົນຂອງ ສູນກາງສະຫະພັນແມ່ຍິງລາວ; ໄດ້ສໍາເລັດຮ່າງລາຍງານການເມືອງ, ຮ່າງແຜນພັດທະນາ ຂອງສູນກາງສະຫະພັນແມ່ຍິງລາວ ໄລຍະ 5 ປີ ແລະ ບົດສໍາຫຼວດການນໍາພາລວມ ໂດຍໄດ້ຈັດຕັ້ງກອງປະຊຸມຄົ້ນຄວ້າ, ປະກອບຄໍາເຫັນຢ່າງກວ້າງຂວາງ, ທາບທາມ ແລະ ປັບປຸງຕາມຄໍາເຫັນຂອງສະມາຊິກພັກ ພາຍໃນອົງຄະນະພັກສູນກາງສະຫະພັນແມ່ຍິງລາວ; ໄດ້ດຳເນີນຊີວິດການເມືອງທ້າຍສະໄໝ ຂອງຄະນະບໍລິຫານງານພັກສະໄໝທີ IV, ສໍາຫຼວດກວດກາ-ຕີລາຄາການນໍາພາ-ຊີ້ນໍາລວມຂອງອົງຄະນະພັກ ແລະ ຕີລາຄາຄວາມຮັບຜິດຊອບການເມືອງຂອງບຸກຄົນຄະນະບໍລິຫານງານພັກ; ພ້ອມກັນນັ້ນ ຍັງໄດ້ສໍາເລັດ ການທາບທາມບຸກຄະລາກອນ ເພື່ອເລືອກເຟັ້ນເອົາເປົ້າໝາຍສະໝັກເຂົ້າເປັນຄະນະບໍລິຫານງານພັກຊຸດໃໝ່ຈໍານວນ 2 ຄັ້ງ ຊຶ່ງໄດ້ດຳເນີນມາໂດຍບັນຍາກາດແຫ່ງຄວາມສາມັກຄີເປັນເອກະພາບ, ມີປະຊາທິປະໄຕ, ມີວິໄນ ແລະ ມີຄວາມຮັບຜິດຊອບສູງ.

ກອງປະຊມຄງປະຖມມະລກໄດເປນເອກະສນເລອກຕງທານ ນາງ ອາລ ວງໜບນທາເປນເລຂາ ສສຍລ ຄງທ V - image 2
 

ໃນກອງປະຊຸມ ບັນດາສະຫາຍຜູ້ແທນສົມບູນ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ກົດລະບຽບຂອງພັກ, ທັງຖືກຕ້ອງ ສອດຄ່ອງຕາມມາດຖານເງື່ອນໄຂທີ່ກຳນົດໄວ້ ຊຶ່ງມີຜູ້ຮັບສະໜັກເລືອກຕັ້ງ ຈຳນວນ 14 ສະຫາຍ. ໃນນັ້ນ ເລືອກເອົາ 11 ສະຫາຍ.

ກອງປະຊຸມຄັ້ງປະຖົມມະລືກໄດ້ເປັນເອກະສັນເລືອກຕັ້ງເອົາ ຄື: ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ເປັນເລຂາຄະນະບໍລິຫານງານພັກ ສູນກາງສະຫະພັນແມ່ຍິງລາວ ສະໄໝທີ V, ສະຫາຍ ນາງ ທຳມາ ເພັດວິໄຊ ເປັນຮອງເລຂາຄະນະບໍລິຫານງານພັກ; ເລືອກເອົາ ປະທານ ແລະ ຮອງປະທານກວດກາພັກ ຄື: ສະຫາຍ ນາງ ຜາສຸກ ວົງວິຈິດ ເປັນປະທານ, ສະຫາຍ ນາງ ພູຄໍາ ຄັດສະຫວ່າງ ແລະ ສະຫາຍ ນາງ ວົງອາກອນ ເພັງດາລິດ ເປັນຮອງປະທານ.

ເພື່ອເປັນເຂັມຊີ້ທິດເຍືອງທາງໃຫ້ຄະນະບໍລິຫານງານພັກກໍຄືສະມາຊິກພັກ ສສຍລ ທຸກສະຫາຍ, ໂອກາດທີ່ມີຄວາມໝາຍາງສໍາຄັນໃນຄັ້ງນີ້, ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ໂດຍສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສໍາເລັດ ທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ເນັ້ນຫຼາຍບັນຫາຕໍ່ກອງປະຊຸມໃຫຍ່ ເປັນຕົ້ນ:

ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ-ພະນັກງານ ຕ້ອງເຮັດຢ່າງເປັນລະບົບ, ຕໍ່ເນື່ອງລຽນຕິດ ແລະ ຍາວນານ ດ້ວຍຫຼາຍວິທີຫຼາຍຮູບການທີ່ແຂງແຮງກວ່າເກົ່າ, ສືບຕໍ່ຖືສໍາຄັນເອົາໃຈໃສ່ຕໍ່ການປັບປຸງພາຍໃນຄະນະບໍລິຫານງານພັກ ແລະ ບັນດາໜ່ວຍພັກຮາກຖານຂອງຕົນໃຫ້ ປອດໃສ, ໜັກແໜ້ນ, ເຂັ້ມແຂງ, ເອົາໃຈໃສ່ບໍາລຸງ-ກໍ່ສ້າງພະນັກງານສະມາຊິກແມ່ຍິງ ຊຶ່ງເປັນຂໍກຸນແຈ ແລະ ຕ່ອງໂສ້ສໍາຄັນຢູ່ໃນທຸກໄລຍະຂອງການປະຕິວັດ ກໍຄືພາລະກິດປ່ຽນແປງໃໝ່, ເອົາໃຈໃສ່ນໍາພາຈັດຕັ້ງປະຕິບັດເນື້ອໃນຄໍາຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ໃຫ້ເຂົ້າສູ່ລວງເລິກ, ມີການບຸກທະລຸ, ມີການປ່ຽນແປງ, ສ້າງວິຖີຊີວິດໃໝ່ ເພື່ອພັດທະນາຕົນເອງໃຫ້ກາຍເປັນ "ແມ່ຍິງລາວຍຸກ ໃໝ່ທີ່ເຂັ້ມແຂງ", ເປັນໃຈກາງໃນການປຸກລະດົມສະມາຊິກແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າ ໃນການສົ່ງເສີມ, ສ້າງໂອກາດໃຫ້ແມ່ຍິງຢູ່ເຂດຫ່າງໄກໄດ້ມີວິຊາອາຊີບ, ສ້າງລາຍຮັບແກ້ໄຂຄວາມເປັນຢູ່ຂອງຕົນ, ປະສານສົມທົບກັບອົງການພາຄີ ເພື່ອເປັນເຈົ້າການໃນການປັບປຸງການຈັດຕັ້ງຂອງຕົນໃຫ້ມີຄວາມກະທັດຮັດ, ໜັກແໜ້ນ, ປະຕິບັດໜ້າທີ່ການເມືອງໃຫ້ມີປະສິດທິພາບ, ສືບຕໍ່ພົວພັນຮ່ວມມືກັບປະເທດເພື່ອນມິດຍຸດທະສາດ ແລະ ອົງການຈັດຕັ້ງສາກົນຢ່າງເລືອກເຟັ້ນ ຕາມແນວທາງຂອງພັກບົນຫຼັກການພື້ນຖານເຄົາລົບເຊິ່ງກັນ ແລະ ກັນ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ພ້ອມກັນນໍາເອົາມະຕິກອງປະຊຸມໃຫຍ່ໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍໃຫ້ມີຜົນສໍາເລັດ.

ຂ່າວ: ບຸນອູ້ມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ອີງຕາມຂໍ້ມູນທີ່ລັດວິສະຫາກິດກໍ່ສ້າງທາງເລກ 8 ໃຫ້ຮູ້ວ່າ: ໂຄງການປັບປຸງເສັ້ນທາງຫຼວງແຫ່ງຊາດເລກທີ 13 ໃຕ້ ມາຮອດປັດຈຸບັນ, ທາງໂຄງການຜູ້ຮັບເໝົາກໍ່ສ້າງ ກໍຄື ລັດວິສະຫະກິດກໍ່ສ້າງທາງເລກ 8 ກຳລັງຂຸ້ນຂ້ຽວລົງຢາງຂົ້ວ (ອັສຟານຊັ້ນ 1) ນັບແຕ່ກິໂລແມັດທີ 24 ຫາກິໂລແມັດທີ 28 ແລະ ອີກຈຸດໄລຍະທາງແຕ່ກິໂລແມັດທີ 28 ເມືອງໄຊທານີ ຫາກິໂລແມັດທີ 50.2 ເມືອງປາກງື່ມ ນະຄອນຫຼວງວຽງຈັນ
ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ວັນທີ 2 ພະຈິກຜ່ານມານີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ລົງຢ້ຽມຢາມ ແລະ ຕິດຕາມຊຸກຍູ້ວຽກງານຢູ່ຕາແສງຊ້າງມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງ ສະຫາຍ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ພ້ອມຄະນະນຳ ຂອງນະຄອນຫຼວງວຽງຈັນ, ເມືອງ ແລະ ຄະນະພັກ ຄະນະກຳມະການປົກຄອງຕາແສງ ຕະຫຼອດຮອດພະນັກງານ-ລັດຖະກອນ ຕາແສງຊ້າງມີໄຊ ເຂົ້າຮ່ວມ.
ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ຂອງອົງການກວດສອບແຫ່ງລັດ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030) ໄດ້ຈັດຂຶ້ນໃນວັນທີ 4 ຕຸລານີ້ ທີ່ອົງການກວດສອບແຫ່ງລັດ, ໂດຍການເປັນປະທານ ຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ, ມີຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະກົມ, ຄະນະນໍາອົງການກວດສອບປະຈຳພາກ ແລະ ພະນັກງານເຂົ້າຮ່ວມ.
ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ຈັດພິທີປະກາດເລື່ອນຊັ້ນຜູ້ພິພາກສາ ຈາກຜູ້ພິພາກສາຊັ້ນໜຶ່ງ ຂຶ້ນເປັນຜູ້ພິພາກ ສາຊັ້ນສອງ ໃນວັນທີ 4 ພະຈິກນີ້, ເປັນປະທານໂດຍ ທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ, ມີ ຫ້ອງການ, ກົມ, ຄະນະສານ ພ້ອມດ້ວຍສະຖາບັນ, ພະນັກງານ ແລະ ຜູ້ພິພາກສາ ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.
9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

ທ່ານ ໄພວັນ ສໍຄົງສິນ ຫົວໜ້າໜ້າຫ້ອງການ ວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເມືອງໂຂງ ແຂວງຈໍາປາສັກ ໄດ້ໃຫ້ສໍາພາດກ່ຽວກັບວຽກງານການທ່ອງທ່ຽວຢູ່ ເມືອງໂຂງ ຕໍ່ນັກຂ່າວໜັງສືພິມປະຊາຊົນ ໂອກາດທີ່ຄະນະຊ່ຽວຊານທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ພ້ອມດ້ວຍສື່ມວນຊົນຈາກສູນກາງ ເຄື່ອນໄຫວຢ້ຽມຢາມໂຄງການດັ່ງກ່າວ ລະຫວ່າງວັນທີ 29-31 ຕຸລາ ທີ່ຜ່ານມາ ວ່າ: ເມືອງໂຂງ ເປັນເມືອງໜຶ່ງ ທີ່ມີທ່າແຮງທາງດ້ານການທ່ອງທ່ຽວ ເຫັນວ່າມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກວ້າງຂວາງ ຊຶ່ງປັດຈຸບັນ ຄະນະນໍາແຂວງ ກໍໄດ້ເອົາໃຈໃສ່ເປັນພິເສດ ຕໍ່ການພັດທະນາ, ສົ່ງເສີມການທ່ອງທ່ຽວ ແລະ ຖືເປັນປາຍແຫຼມ ຂອງການພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄືເມືອງ.
ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພີທີເປີດງານວາງສະແດງ ຜົນງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ ຂຶ້ນໃນວັນທີ 4 ພະຈິກນີ້, ທີ່ ມຊ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການ ຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025) ພ້ອມວາງທິດທາງ 5 ປີຕໍ່ໜ້າ (2026-2030) ຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ພະແນກ ສກຂ, ເຂົ້າຮ່ວມຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ ຫົວໜ້າພະແນກ ສກຂ, ມີຄະນະຮັບຜິດຊອບ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ກອງປະຊຸມທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ ຈັດຂຶ້ນໃນວັນທີ 3 ພະຈິກຜ່ານມານີ້, ທີ່ຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ. ເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ທ່ານ ນາງ ດວງໄພວອນ ສີບຸບຜາ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການກ່ຽວຂ້ອງເຂົ້າຮ່ວມ.
9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

ໃນ 9 ເດືອນຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງໄຊເສດຖາ ແຂວງອັດຕະປື ສາມາດທັບມ້າງເປົ້າໝາຍຄ້າຢາເສບຕິດໄດ້ 10 ຄັ້ງ, ກັກຕົວຜູ້ຖືກຫາ 13 ຄົນ, ພ້ອມຂອງກາງຢາບ້າ 1,241 ເມັດ ແລະ ວັດຖຸພະຍານອື່ນໆ ຊຶ່ງເປັນຜົນງານສຳຄັນໃນການປາບປາມ ແລະ ສະກັດກັ້ນບັນຫາຢາເສບຕິດຢູ່ທ້ອງຖິ່ນ.
ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ທ່ານ ວິໄລວັນ ບຸດດາຄຳ ກຳມະການສູນກາງພັກຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້​ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນໃນ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ ເພື່ອຕິດຕາມ ແລະ ຊຸກຍູ້ການເຜີຍແຜ່, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດກົດລະບຽບພັກສະໄໝທີ XII. ໂດຍມີ ທ່ານ ສາຍຄຳ ພະໄຊສິດທິເດດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມຄະນະ ແລະ ພະນັກງານຂົງເຂດດັ່ງກ່າວເຂົ່າຮ່ວມ.
ເພີ່ມເຕີມ