ກອງປະຊຸມຄັ້ງທີ I ຄະນະກໍາມະການຄຸ້ມຄອງນໍ້າແຫ່ງຊາດ

ກອງປະຊຸມຄັ້ງທີ I ຄະນະກໍາມະການຄຸ້ມຄອງນໍ້າແຫ່ງຊາດ

ກອງປະຊຸມຄັ້ງທີ I ຄະນະກໍາມະການຄຸ້ມຄອງນໍ້າແຫ່ງຊາດ
ກອງປະຊຸມຄັ້ງທີ I ຂອງຄະນະກຳມະການຄຸ້ມຄອງນໍ້າແຫ່ງຊາດ ໄດ້ຈັດຂຶ້ນໃນວັນທີ 25 ມີນາ ນີ້ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ພາຍໃຕ້ການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ປະທານຄະນະກຳມະການຄຸ້ມຄອງນ້ຳແຫ່ງຊາດ ມີບັນດາທ່ານລັດຖະມົນຕີ ແລະ ຮອງລັດຖະມົນຕີ, ສະມາຊິກຂອງຄະນະກຳມະການຄຸ້ມຄອງນໍ້າແຫ່ງຊາດ, ບັນດາທ່ານຜູ້ຕາງໜ້າຂັ້ນແຂວງທີ່ຢູ່ໃນຫ້ອງປະຊຸມ ແລະ ຜ່ານລະບົບທາງໄກ ເຂົ້າຮ່ວມ.
ກອງປະຊມຄງທ I ຄະນະກາມະການຄມຄອງນາແຫງຊາດ - image 1
 

 

ໃນກອງປະຊຸມດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ກ່າວເປີດຢ່າງເປັນທາງການ. ຈາກນັ້ນ, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮອງປະທານ ຜູ້ປະຈຳການ ຄະນະກຳມະການຄຸ້ມຄອງນ້ຳແຫ່ງຊາດ ໄດ້ຂຶ້ນກ່າວຕໍ່ກອງປະຊຸມວ່າ: ໃນກອງປະຊຸມຄັ້ງນີ້ ພວກເຮົາຈະໄດ້ຮັບຟັງການນຳສະເໜີກ່ຽວກັບບົດບາດໜ້າທີ່ ຂອງພາກສ່ວນທີ່ກ່ຽວຂ້ອງພາຍໃຕ້ ດຳລັດ ວ່າດ້ວຍ ຄະນະກຳມະການຄຸ້ມຄອງນໍ້າແຫ່ງຊາດ, ຜົນການຈັດຕັ້ງປະຕິບັດວຽກງານ ການຄຸ້ມຄອງນໍ້າ ແລະ ຊັບພະຍາກອນນໍ້າ, ລວມທັງການຕ້ານຖ້ວມ-ຕ້ານແລ້ງ ໃນໄລຍະທີ່ຜ່ານມາ ແລະ ພ້ອມກັນປຶກສາຫາລື ກ່ຽວກັບ ແຜນການໃນຕໍ່ໜ້າ, ໂດຍສະເພາະແມ່ນການກະກຽມຮັບມືກັບໄພພິບັດນ້ຳຖ້ວມ ທີ່ອາດຈະເກີດຂຶ້ນໃນລະດູຝົນປີນີ້.

ກອງປະຊມຄງທ I ຄະນະກາມະການຄມຄອງນາແຫງຊາດ - image 2
 

ໂດຍອີງໃສ່ ດຳລັດດັ່ງກ່າວ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໃນນາມເປັນຮອງປະທານ ທັງເປັນຜູ້ປະຈຳການ ແລະ ກອງເລຂາ ຂອງຄະນະກຳມະການຄຸ້ມຄອງນໍ້າແຫ່ງຊາດ ແມ່ນມີບົດບາດໃນການຄຸ້ມຄອງລວມຊັບພະຍາກອນນໍ້າ. ຂ້າພະເຈົ້າ ຂໍຕາງໜ້າໃຫ້ ກະຊວງກະສິກຳ ແລະ ສິິ່ງແວດລ້ອມ, ກໍຄື ຄະນະຮັບຜິດຊອບກະກຽມ ແລະ ດຳເນີນກອງປະຊຸມຄັ້ງທີ I ຂອງ ຄະນະກຳມະການຄຸ້ມຄອງນໍ້າແຫ່ງຊາດ ຂໍຕີລາຄາສູງຕໍ່ຜົນຂອງການປຶກສາຫາລື ແລະ ການປະກອບຄຳເຫັນຂອງບັນດາທ່ານ ຕໍ່ກອງປະຊຸມໃນມື້ນີ້. ຜ່ານການປະຊຸມປຶກສາຫາລື ປະກອບຄຳເຫັນ ດ້ວຍບັນຍາກາດຟົດຟື້ນ, ສ້າງສັນ, ກົງໄປກົງມາ ແລະ ດ້ວຍຄວາມຮັບຜິດຊອບສູງ ຈາກບັນດາຜູ້ເຂົ້າຮ່ວມກອງປະຊຸມທັງທີ່ຢູ່ໃນຫ້ອງປະຊຸມ ແລະ ຜ່ານລະບົບທາງໄກ, ໂດຍສະເພາະ ການປຶກສາຫາລື ເພືິ່ອແກ້ໄຂບັນຫາຕ່າງໆທີິ່ຍັງເປັນຂໍ້ຄົງຄ້າງ ແລະ ເປັນສິິ່ງອຸດຕັນ ໃນການພັດທະນາວຽກງານຄຸ້ມຄອງ ແລະ ພັດທະນາ ຊັບພະຍາກອນນໍ້າ ຂອງພວກເຮົາ.

ທ່ານ ລິນຄຳ ດວງສະຫວັນ ກ່າວອີກວ່າ: ສຳລັບທິດທາງແຜນການ ທີ່ທາງພາກສ່ວນສູນກາງ ແລະ ທ້ອງຖິ່ນໄດ້ສົ່ງໃຫ້ແລ້ວ, ໃຫ້ກົມຊັບພະຍາກອນນໍ້າ ສົມທົບກັບ ກອງເລຂາຄະນະກຳມະການຄຸ້ມຄອງແມ່ນໍ້າແຫ່ງຊາດ ໃນການສັງລວມບັນດາແຜນການ ແລະ ໃຫ້ ຄຄນຊ ຊີ້ນໍາການຈັດຕັ້ງປະຕິບັດແຜນປະຈໍາປີ 2026 ຊຶ່ງມີໜ້າວຽກສຳຄັນດັ່ງລຸ່ມນີ້:

  1. ແຜນບໍລິຫານຈັດການນ້ຳ ເປັນຕົ້ນ ແຜນຄວບຄຸມນໍ້າໜ້າເຂື່ອນ, ແຜນການກັກເກັບນໍ້າ ແລະ ແຜນການປ່ອຍນໍ້າ ເພື່ອປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບຈາກໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ; ລາຍງານການຊຸກຍູ້ບັນດາເຂື່ອນ ໃຫ້ເຮັດປະກັນໄພຂອງເຂື່ອນ;
  2. ບົດແນະນໍາດ້ານວິຊາການ ກ່ຽວກັບການກັກເກັບ ແລະ ປ່ອຍນໍ້າ ເພື່ອຕ້ານແລ້ງ, ຕ້ານຖ້ວມ ເປັນຕົ້ນການຮັກສາລະດັບນໍ້າໜ້າເຂື່ອນໂດຍປະຕິບັດຕາມແຜນການຄວບຄຸມນໍ້າໜ້າເຂື່ອນ (rule curve/operation rule) ຫຼື ໃຫ້ປ່ອຍນໍ້າກ່ອນຈະມີພາຍຸພັດຜ່ານ ກໍລະນີອ່າງເກັບນໍ້າຂອງເຂື່ອນມີນໍ້າເກີນ ແປດສິບສ່ວນຮ້ອຍ (80%);
  3. ແຜນໂຄສະນາ, ເຜີຍແຜ່, ສ້າງຈິດສຳນຶກ ແລະ ປະຊາສໍາພັນ ກ່ຽວກັບການຮັບມື ປ້ອງກັນ ແລະ ຫຼຸດຜ່ອນ ຜົນກະທົບ ໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ;
  4. ລາຍງານການຄາດຄະເນສະພາບອຸຕຸນິຍົມ ແລະ ອຸທົກກະສາດ, ພະຍາກອນ ໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ພ້ອມທັງສ້າງແຜນປະຊາສໍາພັນກ່ຽວກັບການຮັບມື ສະພາບໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງປະຈຳປີ; ລາຍງານດ້ານເຕັກນິກກ່ຽວກັບການປະເມີນ ແລະ ກຳນົດລະດັບນໍ້າ ໃນເຂດພື້ນທີ່ມີຄວາມສ່ຽງ ເພື່ອແຈ້ງເຕືອນໄພນໍ້າຖ້ວມ ແລະ ເຕືອນໄພແຫ້ງແລ້ງ; ຜ່ານແຜນການ ແລະ ແຜນງົບປະມານ ດ້ານການບຳລຸງຮັກສາ, ຂະຫຍາຍຕາໜ່າງສະຖານີອຸຕຸນິຍົມ ແລະ ອຸທົກກະສາດ, ພະຍາກອນ ແລະ ລະບົບເຕື່ອນໄພ; ສ້າງ ແລະ ປັບປຸງລະບົບຂໍ້ມູນຂ່າວສານ ລວມທັງການສະໜອງຂໍ້ມູນ ຂ່າວສານ ໃນການແຈ້ງເຕືອນໄພໃຫ້ສັງຄົມ ຮັບຊາບ ແລະ ສາມາດເຂົ້າເຖິງຂໍ້ມູນຂ່າວສານໄດ້;
  5. ລາຍງານ ສະພາບການຂໍອະນຸຍາດນຳໃຊ້ນ້ຳ ຂອງບັນດາອ່າງເກັບນ້ຳ, ຄວາມສົມດຸນຂອງນ້ຳ, ແຜນວາດການຈໍລະຈອນການໄຫຼຂອງນໍ້າ ແລະ ບົດປະເມີນປະລິມານການໄຫຼຂອງນ້ຳ ໃນອ່າງຮັບນໍ້າ; ປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບຈາກໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ;
  6. ລາຍງານການອະນາໄມຄອງນ້ຳ, ຮ່ອງນ້ຳ, ສາຍນໍ້າ ເພື່ອໃຫ້ລະບົບການຈໍລະຈອນຂອງນໍ້າໄຫຼສະດວກ;
  7. ລາຍງານການສຳຫຼວດ, ອອກແບບ ແລະ ສ້າງລະບົບລະບາຍນໍ້າຖ້ວມຂັງໃນຕົວເມືອງ, ທໍ່ລະບາຍນ້ຳຕາມເສັ້ນທາງ, ຕາຝັ່ງເຈື່ອນ ແລະ ຍົກລະດັບຄູກັນນ້ຳ ເພື່ອປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບຈາກໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ;
  8. ລາຍງານການບຳລຸງຮັກສາ ແລະ ຕິດຕາມກວດກາປະຕູລະບາຍນໍ້າສຸກເສີນຂອງເຂື່ອນໄຟຟ້າ ແລະ ຊົນລະປະທານ ໃຫ້ສາມາດໃຊ້ງານໄດ້ເປັນປົກກະຕິ.

ຜົນຂອງກອງປະຊຸມໃນຄັ້ງນີ້ຈະໄດ້ຮັບການຈັດຕັ້ງຜັນຂະຫຍາຍ ເພື່ອເຮັດໃຫ້ວຽກງານການຮັບມືກັບສະພາບນໍ້າຖ້ວມ-ແຫ້ງແລ້ງມີປະສິດທິຜົນຍິ່ງຂຶ້ນ.

ຂ່າວ-ພາບ: ພູວຽງຄຳ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກາເຟມິຣາໂຄລາວ ຮ່ວມຮັບໃຊ້ກອງປະຊຸມ 3RC-CCM ສ້າງຄວາມປະທັບໃຈໃຫ້ຜູ້ເຂົ້າຮ່ວມ ທັງພາຍໃນ ແລະ ຕ່າງປະເທດ

ກາເຟມິຣາໂຄລາວ ຮ່ວມຮັບໃຊ້ກອງປະຊຸມ 3RC-CCM ສ້າງຄວາມປະທັບໃຈໃຫ້ຜູ້ເຂົ້າຮ່ວມ ທັງພາຍໃນ ແລະ ຕ່າງປະເທດ

​ ເພື່ອເປັນການສົ່ງເສີມ ແລະ ເຜີຍແຜ່ຜະລິດຕະພັນຂອງຄົນລາວໃຫ້ເປັນທີ່ຮູ້ຈັກໃນລະດັບສາກົນ, ຜະລິດຕະພັນກາເຟ "ມິຣາໂຄລາວ" (Miracle Lao) ໄດ້ເຂົ້າຮ່ວມບໍລິການເຄື່ອງດື່ມກາເຟໃຫ້ບັນດາຜູ້ແທນ ທີ່ເຂົ້າຮ່ວມກອງປະຊຸມ 3RC-CCM ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 14 ຫາ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ.
ອາຫານລາວພື້ນບ້ານ ເນັ້ນສຸຂະພາບ ສືບສານພູມປັນຍາທ້ອງຖິ່ນ

ອາຫານລາວພື້ນບ້ານ ເນັ້ນສຸຂະພາບ ສືບສານພູມປັນຍາທ້ອງຖິ່ນ

ປະເທດລາວ ອຸດົມສົມບູນໄປດ້ວຍພືດພັນທັນຍາຫານທໍາມະຊາດທີ່ຫຼາກຫຼາຍ ນັບທັງປຸງແຕ່ງເປັນອາຫານ, ປຸງແຕ່ງຢາເພື່ອປິ່ນປົວພະຍາດ-ຮັກສາສຸຂະພາບ ແລະ ນໍາໃຊ້ເຂົ້າໃນວຽກງານອຸດສາຫະກໍາຕ່າງໆ.
ຜົ້ງສາລີ ວາງວິໄສທັດຮອດປີ 2030ຈະສຸມໃສ່ພັດທະນາຕາມ 5 ທ່າແຮງຫຼັກ

ຜົ້ງສາລີ ວາງວິໄສທັດຮອດປີ 2030ຈະສຸມໃສ່ພັດທະນາຕາມ 5 ທ່າແຮງຫຼັກ

ແຂວງຜົ້ງສາລີໄດ້ວາງວິໃສທັດຮອດປີ 2030 ຈະນຳພາເສດຖະກິດຂອງແຂວງໃຫ້ເປັນເອກະລາດ ສຸມໃສ່ພັດທະນາຕາມ 5 ທ່າແຮງບົ່ມຊ້ອນປາຍແຫຼມຂອງແຂວງ, ຄຸ້ມຄອງການພັດທະນາເສດຖະກິດ-ສັງຄົມໃຫ້ມີປະສິດທິພາບ, ປະສິດທິຜົນ, ມີຄວາມສົມດຸນຕາມທິດສີຂຽວ ແລະ ຍືນຍົງ ພ້ອມທັງນຳເອົາປະຊາຊົນບັນດາເຜົ່າຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
ພາຍໃຕ້ການນຳພາຂອງພັກ ແຂວງຜົ້ງສາລີ ນັບມື້ເຕີບໃຫຍ່ເຂັ້ມແຂງຢ່າງຕໍ່ເນື່ອງ

ພາຍໃຕ້ການນຳພາຂອງພັກ ແຂວງຜົ້ງສາລີ ນັບມື້ເຕີບໃຫຍ່ເຂັ້ມແຂງຢ່າງຕໍ່ເນື່ອງ

ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ແລະ ດ້ວຍການເສີມຂະຫຍາຍກຳລັງແຮງສັງລວມຂອງຊາດ, ຂອງຍຸກສະໄໝ ເຮັດໃຫ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະສະໄໝ ແລະ ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດແຕ່ລະຄັ້ງ ບັນລຸຕາມຄາດໝາຍ ຊຶ່ງໄດ້ສ້າງຄວາມເຊື່ອໝັ້ນອັນໜັກແໜ້ນໃຫ້ປະຊາຊົນລາວບັນດາເຜົ່າ ແລະ ເພື່ອນມິດສາກົນ, ທັງສ້າງພື້ນຖານອັນໜັກແໜ້ນໃຫ້ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ຮັບປະກັນຄວາມມີສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນບັນດາເຜົ່າດີຂຶ້ນເປັນລຳດັບ.
ຄໍາມ່ວນ ແຕ່ງຕັ້ງຄະນະຊີ້ນໍາ ແລະ ກອງເລຂາວຽກງານກໍ່ສ້າງຮາກຖານການເມືອງ

ຄໍາມ່ວນ ແຕ່ງຕັ້ງຄະນະຊີ້ນໍາ ແລະ ກອງເລຂາວຽກງານກໍ່ສ້າງຮາກຖານການເມືອງ

ວັນທີ 17 ກັນຍານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ ໄດ້ຈັດກອງປະຊຸມຜ່ານມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາ ແລະ ກອງເລຂາຊ່ວຍວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ, ໂດຍການເປັນປະທານຂອງທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ, ມີບັນດາທ່ານການນໍາຂອງແຂວງ, ການນໍາຂັ້ນເມືອງ, ບັນດາພະແນກການ, ຂະແໜງການຕ່າງໆຂັ້ນແຂວງເຂົ້າຮ່ວມ.
ຄອບຄົວການນຳແຂວງຄຳມ່ວນ ມອບຕັ່ງ 50ໜ່ວຍ ໃຫ້ ປກສ ແຂວງ

ຄອບຄົວການນຳແຂວງຄຳມ່ວນ ມອບຕັ່ງ 50ໜ່ວຍ ໃຫ້ ປກສ ແຂວງ

ວັນທີ 17 ກັນຍາ 2026 ທີ່ກອງບັນຊາການ ປກສ ແຂວງຄຳມ່ວນ,ທ່ານນາງ ຖະໜອມຈິດ ໂຄດພູທອນ ພັນລະຍາຂອງທ່ານເລຂາພັກແຂວງຄຳມ່ວນ ໄດ້ມອບຕັ່ງ ຈຳນວນ 50ໜ່ວຍ ໃຫ້ແກ່ ປກສ ແຂວງ ເພື່ອນຳໃຊ້ໃນວຽກງານ.
ຊາວໜຸ່ມແຂວງອັດຕະປື ຮ່ວມໃຈບໍລິຈາກເລືອດ ຊ່ວຍເຫຼືອເພື່ອນມະນຸດ

ຊາວໜຸ່ມແຂວງອັດຕະປື ຮ່ວມໃຈບໍລິຈາກເລືອດ ຊ່ວຍເຫຼືອເພື່ອນມະນຸດ

ເພື່ອເປັນການສ້າງຂະບວນການເນື່ອງໃນວັນສຳຄັນຂອງພັກ-ຂອງຊາດ, ພ້ອມທັງຮ່ວມຊ່ວຍເຫຼືອຄົນເຈັບ, ສະໜອງເລືອດໃຫ້ພຽງພໍ ແລະ ກຽມພ້ອມຮັບມືກັບເຫດການສຸກເສີນທີ່ອາດເກີດຂຶ້ນ, ພ້ອມທັງປະຕິບັດຕາມບົດບັນທຶກການຮ່ວມມື ລະຫວ່າງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ອົງການກາແດງແຂວງໃຫ້ເກີດຜົນເປັນຈິງ.ດັ່ງນັ້ນໃນວັນທີ 17 ກັນຍາ 2026, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງອັດຕະປື ແລະ ອົງການກາແດງແຂວງ ໄດ້ຮ່ວມກັນຈັດກິດຈະກຳບໍລິຈາກເລືອດຈາກອາສາສະໝັກຊາວໜຸ່ມອ້ອມຂ້າງແຂວງ ຂຶ້ນທີ່ສຳນັກງານຄະນະບໍລິຫານງານຊາວໜຸ່ມແຂວງ ພາຍໃຕ້ຫົວຂໍ້: “ໃຫ້ເລືອດ ໃຫ້ຊີວິດ ຊາວໜຸ່ມລາວເຮັດດ້ວຍໃຈ ອາສາສະໝັກ ໂດຍບໍ່ຫວັງສິ່ງຕອບແທນ”, ເພື່ອຮ່ວມແຮງຮ່ວມໃຈຊ່ວຍເຫຼືອເພື່ອນມະນຸດທີ່ຕ້ອງການເລືອດ.
ທ່ານ ລິນຄຳ ດວງສະຫວັນ ເຄື່ອນໄຫວວຽກງານ ພ້ອມມອບເຄື່ອງຊ່ວຍເຫຼືອ ທີ່ແຂວງອຸດົມໄຊ ແລະ ແຂວງຫຼວງນ້ຳທາ

ທ່ານ ລິນຄຳ ດວງສະຫວັນ ເຄື່ອນໄຫວວຽກງານ ພ້ອມມອບເຄື່ອງຊ່ວຍເຫຼືອ ທີ່ແຂວງອຸດົມໄຊ ແລະ ແຂວງຫຼວງນ້ຳທາ

ໃນວັນທີ 14 ກັນຍາຜ່ານມານີ້ ທີ່ ເມືອງໄຊ ແຂວງອຸດົມໄຊ, ທ່ານ ລິນຄຳ ດວງສະຫວັນ ກຳມະການສູນກາງພັກ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ, ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ ພາຍໃນກະຊວງ ກສ ໄດ້ລົງຢ້ຽມຢາມ ໂຄງການຊົນລະປະທານ ອ່າງເກັບນ້ຳ ນ້ຳຫີນ. ໂດຍການໃຫ້ກຽດຕ້ອນຮັບ ຂອງທ່ານ ຄຳດີ ວົງລ້ອມ ຮອງເລຂາຄະນະບໍລິຫານງານພັກແຂວງ, ທ່ານຫົວໜ້າຫ້ອງວ່າການແຂວງ, ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ, ຫົວໜ້າສູນກະສິກຳ ພາກເໜືອ ພ້ອມດ້ວຍທີມງານຂອງແຂວງ ຮ່ວມຕິດຕາມ.
ອົງການ HALO Trust ສືບຕໍ່ເກັບກູ້ ລບຕ ເພື່ອຫຼຸດຜ່ອນຄວາມສ່ຽງ ສ້າງຄວາມປອດໄພໃຫ້ປະຊາຊົນ ຢູ່ແຂວງສະຫວັນນະເຂດ

ອົງການ HALO Trust ສືບຕໍ່ເກັບກູ້ ລບຕ ເພື່ອຫຼຸດຜ່ອນຄວາມສ່ຽງ ສ້າງຄວາມປອດໄພໃຫ້ປະຊາຊົນ ຢູ່ແຂວງສະຫວັນນະເຂດ

ອົງການຮາໂລທຣາສທ໌ (HALO Trust) ໄດ້ສືບຕໍ່ດຳເນີນພາລະກິດເກັບກູ້ ແລະ ທຳລາຍລະເບີດບໍ່ທັນແຕກ (ລບຕ) ຢູ່ແຂວງສະຫວັນນະເຂດ ເພື່ອຫຼຸດຜ່ອນຄວາມສ່ຽງ ແລະ ສ້າງຄວາມປອດໄພໃຫ້ປະຊາຊົນໃນທ້ອງຖິ່ນ.
ຜະລິດຕະພັນເຜົ່າມົ້ງຮ່ວມວາງສະແດງໃນງານນິເທດສະການ “ຄຸນຄ່າພູມປັນຍາລາວ” ຄັ້ງທີ 1

ຜະລິດຕະພັນເຜົ່າມົ້ງຮ່ວມວາງສະແດງໃນງານນິເທດສະການ “ຄຸນຄ່າພູມປັນຍາລາວ” ຄັ້ງທີ 1

ຜະລິດຕະພັນພູມປັນຍາຊົນເຜົ່າມົ້ງຮ່ວມວາງສະແດງໃນງານນິເທດສະການ “ຄຸນຄ່າພູມປັນຍາລາວ” ຄັ້ງທີ 1 ເພື່ອເຜີຍແຜ່ ຄຸນຄ່າຂອງພູມປັນຍາທ້ອງຖິ່ນພ້ອມທັງສືບສານ ແລະ ຕໍ່ຍອດ ມໍລະດົກຂອງຊົນເຜົ່າ.
ເພີ່ມເຕີມ