ກອງປະຊຸມຄົບຄະນະບໍລິຫານງານພັກຄັ້ງທີ 2 ສະໄໝທີ VI ຄອສພ

ກອງປະຊຸມຄົບຄະນະບໍລິຫານງານພັກຄັ້ງທີ 2 ສະໄໝທີ VI ຄອສພ

ກອງປະຊຸມຄົບຄະນະບໍລິຫານງານພັກຄັ້ງທີ 2 ສະໄໝທີ VI ຄອສພ
ໃນຕອນເຊົ້າ ວັນທີ 7 ກໍລະກົດ ນີ້, ກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ VI ໄດ້ເປີດຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມຊັ້ນສອງ (ຄອສພ) ພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳພັນ ເຜິຍຍະວົງ ກຳມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ເຂົ້າຮ່ວມມີບັນດາສະຫາຍຄະນະປະຈຳພັກ ແລະ ກຳມະການຄະນະພັກ.
ກອງປະຊມຄບຄະນະບລຫານງານພກຄງທ 2 ສະໄໝທ VI ຄອສພ - image 1
 


ພາຍຫຼັງປະທານກອງປະຊຸມມີຄຳເຫັນເຈາະຈີ້ມແລ້ວ, ບັນດາ ຄະນະປະຈຳພັກ ແລະ ກຳມະການຄະນະພັກ ກໍໄດ້ປະກອບຄຳເຫັນຕໍ່ 2 ເອກະສານ ຊຶ່ງກອງປະຊຸມໄດ້ປຶກສາຫາລື ແລະ ຮັບຟັງການຜ່ານມະຕິຂອງຄະນະເລຂາທິການສູນກາງພັກ ແລະ ມະຕິຂອງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ VI, ບົດສະຫຼຸບຜົນການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VI ແລະ ແຜນດໍາເນີນງານຂອງຄະນະບໍລິຫານງານພັກ ສະໄໝທີ VI, ຫຼັງຈາກນັ້ນ ບັນດາສະຫາຍໃນຄະນະບໍລິຫານງານພັກ ໄດ້ແລກປ່ຽນປະກອບຄໍາເຫັນຕໍ່ ບົດສະຫຼຸບຫຍໍ້ຜົນການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VI ແລະ ແຜນດໍາເນີນງານຂອງຄະນະບໍລິຫານງານພັກ ສະໄໝທີ VI ຢ່າງກົງໄປກົງໄປມາ ແລະ ມີຄວາມເປັນເອກະພາບສູງຕໍ່ເອກະສານສອງເອກະສານດັ່ງກ່າວ ຊຶ່ງຈຸດປະສົງແຜນດຳເນີນງານສະໄໝທີ VI ຂອງ ຄອສພ ແມ່ນ ເພື່ອສ້າງຄວາມເປັນເອກະພາບຕໍ່ເນື້ອໃນຕົ້ນຕໍຂອງມະຕິກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກ ຄອສພ, ໄດ້ກຳນົດວຽກງານຈຸດສຸມທີ່ຄະນະບໍລິຫານງານຕ້ອງເອົາໃຈໃສ່ນຳພາ-ຊີ້ນຳ ແຕ່ນີ້ຫາກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກ ຄອສພ; ເພື່ອກຳນົດແຜນການເຄື່ອນໄຫວ ແລະ ວິທີນຳພາຂອງຄະນະບໍລິຫານງານພັກ ໃຫ້ຈະແຈ້ງ ເປັນລະບົບ ແລະ ມີຈຸດສຸມ, ຮັບປະກັນສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ, ສ້າງຄວາມເຊື່ອໝັ້ນໃຫ້ພະນັກງານ, ສະມາຊິກພັກຕໍ່ກັບການນຳພາຂອງຄະນະບໍລິຫານງານພັກ ໃຫ້ສູງຂຶ້ນ, ດ້ວຍການສົມທົບກັບການແກ້ໄຂບັນຫາທີ່ເປັນພື້ນຖານທີ່ໄດ້ຮັບຮອງໃນກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກ ຄອສພ.
ຕອນທ້າຍຂອງກອງປະຊຸມ, ໄດ້ຮັບຟັງການໃຫ້ກຽດໂອ້ລົມຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ປະທານກອງປະຊຸມ ເພິ່ນໄດ້ໃຫ້ທິດຊີ້ນໍາວຽກງານຈຸດສຸມໃນຕໍ່ໜ້າຈຳນວນໜຶ່ງ ໂດຍເນັ້ນໜັກໃຫ້ຄະນະບໍລິຫານງານພັກທຸກສະຫາຍ ຍົກສູງຄວາມຮັບຜິດຊອບຂອງຕົນ ເປັນແບບຢ່າງນຳໜ້າ ໃນໜ້າທີ່ວຽກງານຂອງຕົນຮັບຜິດຊອບ ແລະ ຊີ້ນຳ-ນຳພາ, ເອົາໃຈໃສ່ສຶກສາອົບຮົມ ນຳພາວຽກງານການເມືອງ-ແນວຄິດ ໃຫ້ພະນັກງານສະມາຊິກພັກຢູ່ໃນກົມກອງຂອງຕົນເປັນປົກກະຕິ, ນຳພາຈັດຕັ້ງເຊື່ອມຊຶມບັນດາເອກະສານມະຕິກອງປະຊຸມໃຫຍ່ຄັັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ, ພ້ອມທັງຈັດຕັ້ງຜັນຂະຫຍາຍແຜນພັດທະນາວຽກງານໂຄສະນາອົບຮົມ ປີ 2026-2030 ທີ່ນອນໃນ 9 ແຜນງານ 42 ໂຄງການ ຫັນເປັນແຜນລະອຽດເຂົ້າໃນວຽກງານຕົວຈິງຂອງແຕ່ລະໜ່ວຍພັກກໍຄືຂອງແຕ່ລະກົມ.
(ຂ່າວ: ສົມລິດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ອີງຕາມຂໍ້ມູນທີ່ລັດວິສະຫາກິດກໍ່ສ້າງທາງເລກ 8 ໃຫ້ຮູ້ວ່າ: ໂຄງການປັບປຸງເສັ້ນທາງຫຼວງແຫ່ງຊາດເລກທີ 13 ໃຕ້ ມາຮອດປັດຈຸບັນ, ທາງໂຄງການຜູ້ຮັບເໝົາກໍ່ສ້າງ ກໍຄື ລັດວິສະຫະກິດກໍ່ສ້າງທາງເລກ 8 ກຳລັງຂຸ້ນຂ້ຽວລົງຢາງຂົ້ວ (ອັສຟານຊັ້ນ 1) ນັບແຕ່ກິໂລແມັດທີ 24 ຫາກິໂລແມັດທີ 28 ແລະ ອີກຈຸດໄລຍະທາງແຕ່ກິໂລແມັດທີ 28 ເມືອງໄຊທານີ ຫາກິໂລແມັດທີ 50.2 ເມືອງປາກງື່ມ ນະຄອນຫຼວງວຽງຈັນ
ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ວັນທີ 2 ພະຈິກຜ່ານມານີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ລົງຢ້ຽມຢາມ ແລະ ຕິດຕາມຊຸກຍູ້ວຽກງານຢູ່ຕາແສງຊ້າງມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງ ສະຫາຍ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ພ້ອມຄະນະນຳ ຂອງນະຄອນຫຼວງວຽງຈັນ, ເມືອງ ແລະ ຄະນະພັກ ຄະນະກຳມະການປົກຄອງຕາແສງ ຕະຫຼອດຮອດພະນັກງານ-ລັດຖະກອນ ຕາແສງຊ້າງມີໄຊ ເຂົ້າຮ່ວມ.
ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ຂອງອົງການກວດສອບແຫ່ງລັດ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030) ໄດ້ຈັດຂຶ້ນໃນວັນທີ 4 ຕຸລານີ້ ທີ່ອົງການກວດສອບແຫ່ງລັດ, ໂດຍການເປັນປະທານ ຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ, ມີຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະກົມ, ຄະນະນໍາອົງການກວດສອບປະຈຳພາກ ແລະ ພະນັກງານເຂົ້າຮ່ວມ.
ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ຈັດພິທີປະກາດເລື່ອນຊັ້ນຜູ້ພິພາກສາ ຈາກຜູ້ພິພາກສາຊັ້ນໜຶ່ງ ຂຶ້ນເປັນຜູ້ພິພາກ ສາຊັ້ນສອງ ໃນວັນທີ 4 ພະຈິກນີ້, ເປັນປະທານໂດຍ ທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ, ມີ ຫ້ອງການ, ກົມ, ຄະນະສານ ພ້ອມດ້ວຍສະຖາບັນ, ພະນັກງານ ແລະ ຜູ້ພິພາກສາ ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.
9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

ທ່ານ ໄພວັນ ສໍຄົງສິນ ຫົວໜ້າໜ້າຫ້ອງການ ວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເມືອງໂຂງ ແຂວງຈໍາປາສັກ ໄດ້ໃຫ້ສໍາພາດກ່ຽວກັບວຽກງານການທ່ອງທ່ຽວຢູ່ ເມືອງໂຂງ ຕໍ່ນັກຂ່າວໜັງສືພິມປະຊາຊົນ ໂອກາດທີ່ຄະນະຊ່ຽວຊານທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ພ້ອມດ້ວຍສື່ມວນຊົນຈາກສູນກາງ ເຄື່ອນໄຫວຢ້ຽມຢາມໂຄງການດັ່ງກ່າວ ລະຫວ່າງວັນທີ 29-31 ຕຸລາ ທີ່ຜ່ານມາ ວ່າ: ເມືອງໂຂງ ເປັນເມືອງໜຶ່ງ ທີ່ມີທ່າແຮງທາງດ້ານການທ່ອງທ່ຽວ ເຫັນວ່າມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກວ້າງຂວາງ ຊຶ່ງປັດຈຸບັນ ຄະນະນໍາແຂວງ ກໍໄດ້ເອົາໃຈໃສ່ເປັນພິເສດ ຕໍ່ການພັດທະນາ, ສົ່ງເສີມການທ່ອງທ່ຽວ ແລະ ຖືເປັນປາຍແຫຼມ ຂອງການພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄືເມືອງ.
ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພີທີເປີດງານວາງສະແດງ ຜົນງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ ຂຶ້ນໃນວັນທີ 4 ພະຈິກນີ້, ທີ່ ມຊ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການ ຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025) ພ້ອມວາງທິດທາງ 5 ປີຕໍ່ໜ້າ (2026-2030) ຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ພະແນກ ສກຂ, ເຂົ້າຮ່ວມຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ ຫົວໜ້າພະແນກ ສກຂ, ມີຄະນະຮັບຜິດຊອບ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ກອງປະຊຸມທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ ຈັດຂຶ້ນໃນວັນທີ 3 ພະຈິກຜ່ານມານີ້, ທີ່ຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ. ເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ທ່ານ ນາງ ດວງໄພວອນ ສີບຸບຜາ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການກ່ຽວຂ້ອງເຂົ້າຮ່ວມ.
9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

ໃນ 9 ເດືອນຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງໄຊເສດຖາ ແຂວງອັດຕະປື ສາມາດທັບມ້າງເປົ້າໝາຍຄ້າຢາເສບຕິດໄດ້ 10 ຄັ້ງ, ກັກຕົວຜູ້ຖືກຫາ 13 ຄົນ, ພ້ອມຂອງກາງຢາບ້າ 1,241 ເມັດ ແລະ ວັດຖຸພະຍານອື່ນໆ ຊຶ່ງເປັນຜົນງານສຳຄັນໃນການປາບປາມ ແລະ ສະກັດກັ້ນບັນຫາຢາເສບຕິດຢູ່ທ້ອງຖິ່ນ.
ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ທ່ານ ວິໄລວັນ ບຸດດາຄຳ ກຳມະການສູນກາງພັກຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້​ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນໃນ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ ເພື່ອຕິດຕາມ ແລະ ຊຸກຍູ້ການເຜີຍແຜ່, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດກົດລະບຽບພັກສະໄໝທີ XII. ໂດຍມີ ທ່ານ ສາຍຄຳ ພະໄຊສິດທິເດດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມຄະນະ ແລະ ພະນັກງານຂົງເຂດດັ່ງກ່າວເຂົ່າຮ່ວມ.
ເພີ່ມເຕີມ