ກອງປະຊຸມຄວາມປອດໄພທາງອິນເຕີເນັດ ຄັ້ງທີ 8 ທີ່ ສິງກະໂປ

ກອງປະຊຸມຄວາມປອດໄພທາງອິນເຕີເນັດ ຄັ້ງທີ 8 ທີ່ ສິງກະໂປ

ສຳນັກຂ່າວສານຫວຽດນາມ ປະຈຳ ສິງກະໂປ ລາຍງານວ່າ: ໃນວັນທີ 16-19 ຕຸລາ ນີ້, ງານວາງສະແດງຄວາມປອດໄພທາງອິນເຕີເນັດສາກົນ ສິງກະໂປ 2023 (SICW 2023) ໂດຍອົງການຄວາມປອດໄພທາງອິນເຕີເນັດ ສິງກະໂປ (CSA) ໄດ້ຈັດຂຶ້ນຢູ່ນະຄອນມາຣີນາ ໄບ ແຊນ ທີ່ ສູນປະຊຸມ ແລະ ງານວາງສະແດງສາກົນ, ດ້ວຍຫົວຂໍ້ “ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມປອດໄພໃນລະບຽບການດີຈີຕອນທີ່ພົ້ນເດັ່ນ”.

ຂ່າວລະບຸວ່າ: ເຫດການດັ່ງກ່າວໄດ້ດຶງດູດການນຳຂອງຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ, ບັນດາເຈົ້າໜ້າທີ່ລັດຖະບານ, ລັດຖະມົນຕີສິງກະໂປ, ບັນດາວິສາຫະກິດ, ຜູ້ສະໜອງການແກ້ໄຂຄວາມປອດໄພທາງອິນເຕີເນັດ ແລະ ບັນດາຜູ້ຊ່ຽວຊານແຖວໜ້າຂອງພາກພື້ນ ແລະ ໃນໂລກໃນຂົງເຂດດີຈີຕອນ.

ໃນພິທີເປີດ SICW 2023, ທ່ານ ເວືອງ ຖຸຍ ກຽດ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ກະຊວງ ປະສານງານນະໂຍບາຍເສດຖະກິດ ສິງກະໂປ ໃຫ້ຮູ້ວ່າ: ການປະຕິວັດດີຈີຕອນສ້າງຄວາມວິຕົກກັງວົນ ແລະ ຄວາມບໍ່ໝັ້ນຄົງກ່ຽວກັບຄວາມສ່ຽງ, ການສໍ້ໂກງ, ການບຸກໂຈມຕີທາງອິນເຕີເນັດ ແລະ ທາງດ້ານຈັນຍາບັນ, ຄວາມເປັນສ່ວນຕົວ ແລະ ການປົກຄອງ. ທ່ານເນັ້ນໜັກວ່າ: ມັນເປັນສິ່ງສຳຄັນທີ່ພວກເຮົາຕ້ອງພ້ອມກັນເຂົ້າໃຈຄວາມສາມາດບົ່ມຊ້ອນດ້ານດີຈີຕອນໃຫ້ດີຂຶ້ນ ແລະ ມີບັນດາມາດຕະການແກ້ໄຂເພື່ອເປັນຮູບຮ່າງ ແລະ ນຳໃຊ້ເປັນກຳລັງຂັບເຄື່ອນທີ່ນຳມາຊຶ່ງຜົນປະໂຫຍດໃຫ້ທຸກຄົນ.

ຄໍາເຫັນ

ຂ່າວຕ່າງປະເທດ

ເວ​ທີ​ປາ​ໄສ​​ປັນ​ຍາຊົນ​ໜຸ່ມ ຫວຽດ​ນາມ ທົ່ວ​ໂລກ ຄັ້ງ​ທີ 6

ເວ​ທີ​ປາ​ໄສ​​ປັນ​ຍາຊົນ​ໜຸ່ມ ຫວຽດ​ນາມ ທົ່ວ​ໂລກ ຄັ້ງ​ທີ 6

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ເວທີປາໄສປັນຍາຊົນໜຸ່ມ ຫວຽດນາມ ທົ່ວໂລກ ຄັ້ງທີ 6 ຈັດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ. ດ້ວຍຫົວຂໍ້ “ປັນຍາຊົນໜຸ່ມຫວຽດນາມໃນທົ່ວໂລກປະກອບສ່ວນເຫື່ອແຮງພ້ອມກັບປະເທດຊາດກ້າວເຂົ້າສູ່ສັງກາດໃໝ່”, ເວທີປາໄສ ມີການເຂົ້າຮ່ວມຂອງຜູ້ແທນ200 ກວ່າທ່ານ ຊຶ່ງເປັນບັນດາປັນຍາຊົນໜຸ່ມດີເດັ່ນຢູ່ພາຍໃນ ແລະ ຕ່າງປະເທດ, ຕາງໜ້າໃນຫຼາຍຂົງເຂດປາຍແຫຼມ.
ສະຫະລັດ ອາເມຣິກາ ກຽມປັບຂຶ້ນຄ່າວີຊາ

ສະຫະລັດ ອາເມຣິກາ ກຽມປັບຂຶ້ນຄ່າວີຊາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 20 ກໍລະກົດ ຜ່ານມາວ່າ: ສື່ມວນຊົນທ້ອງຖິ່ນຫຼາຍແຫ່ງຂອງສະຫະລັດ ອາເມຣິກາ ລາຍງານວ່າ, ລັດຖະບານຂອງປະທານາທິບໍດີ ໂດໂນ ທຣໍາ ກຽມຈະປະກາດເກັບຄ່າທຳນຽມວີຊາເພີ່ມເຕີມໃນການຂໍວີຊາ ໂດຍເລີ່ມຕົ້ນ250 ໂດລາແລະ ອາດມີຜົນບັງຄັບໃຊ້ໃນປີງົບປະມານ 2025/2026 ຊຶ່ງຈະເລີ່ມໃນວັນທີ 1 ຕຸລາ 2025 ນີ້.
ໄຂ້ຫວັດສັດປີກລະບາດ ໃນແອັດສະປາຍ

ໄຂ້ຫວັດສັດປີກລະບາດ ໃນແອັດສະປາຍ

ຂ່າວຕ່າງປະເທດລາຍງານໃນວັນທີ 19 ກໍລະກົດ ຜ່ານມາວ່າ: ການລະບາດຂອງພະຍາດໄຂ້ຫວັດສັດປີກ ຊະນິດ H5N1ໄດ້ເຮັດໃຫ້ໄກ່ງ່ວງຕາຍເກືອບໝົດຟາມໃນແຄວ້ນເອັກເຕຣມາດູຣາທາງພາກຕາເວັນຕົກສ່ຽງໃຕ້ຂອງປະເທດແອັດສະປາຍ, ໂດຍມີໄກ່ງວງພຽງ 10 ໂຕເທົ່ານັ້ນທີ່ລອດຊີວິດ ແລະຖືກຂ້າເພື່ອປ້ອງກັນການແຜ່ລະບາດຂອງພະຍາດດັ່ງກ່າວ ຊຶ່ງເປັນສ່ວນໜຶ່ງຂອງມາດຕະການຄວບຄຸມ.
ກຳ​ປູ​ເຈຍ​ປາບ​ປາມ​ການ​ຫຼອກ​ລວງ​ທາງ​ອິນ​ເຕີ​ເນັດຈັບ​ຜູ້​ຕ້ອງ​ຫາ 2.000 ກວ່າ​ຄົນ

ກຳ​ປູ​ເຈຍ​ປາບ​ປາມ​ການ​ຫຼອກ​ລວງ​ທາງ​ອິນ​ເຕີ​ເນັດຈັບ​ຜູ້​ຕ້ອງ​ຫາ 2.000 ກວ່າ​ຄົນ

ຂ່າວສານຊີອາໄອລາຍງານໃນວັນທີ 20 ກໍລະກົດ ຜ່ານມາວ່າ: ໃນຕອນ​ຄ່ຳ​ວັນ​ທີ 18 ກໍ​ລະ​ກົດ​ຜ່ານມານີ້, ທ່ານ​ເນັດ ເພກ​ຕ​ຣາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ​ກຳ​ປູ​ເຈຍກ່າວ​ວ່າ: ຫວ່າງມໍ່ໆ​ມານີ້, ກຳ​ປູ​ເຈຍ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ປາບ​ປາມ​ການ​ຫຼອກ​ລວງ​ທາງ​ອິນ​ເຕີ​ເນັດ ໂດຍ​ໄດ້​ຈັບ​ຜູ້​ຕ້ອງ​ຫາທັງ​ໝົດ 2.270 ຄົນ.
ຈີນ​ດຶງ​ດູດ​ທຶນ​ຕ່າງ​ປະ​ເທດຫຼາຍກວ່າ 423 ຕື້ຢວນ​

ຈີນ​ດຶງ​ດູດ​ທຶນ​ຕ່າງ​ປະ​ເທດຫຼາຍກວ່າ 423 ຕື້ຢວນ​

ຂ່າວສານຊີອາໄອລາຍງານໃນວັນທີ 20 ກໍລະກົດ ຜ່ານມາວ່າ: ນັບ​ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ມິ​ຖຸ​ນາ​ປີ​ນີ້, ທົ່ວ​ປະ​ເທດ​ຈີນ​ໄດ້​ສ້າງ​ຕັ້ງ​ວິ​ສາ​ຫະ​ກິດໃໝ່​ທີ່​ລົງ​ທຶນໂດຍ​ຕ່າງ​ປະ​ເທດ 30.014 ແຫ່ງ, ເພີ່ມ​ຂຶ້ນ​ 11.7% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ​​ໄດ້ນຳ​ໃຊ້ທຶນ​ຕ່າງ​ປະ​ເທດ​ຕົວ​ຈິງ​ເຖິງ 423 ຕື້ 230 ລ້ານຢວນ, ຫຼຸດ​ລົງ 15,2%.
ຫວຽດນາມ ປຶກສາຫາລືແຜນການພັດທະນາວິທະຍາສາດເຕັກໂນໂລຊີ

ຫວຽດນາມ ປຶກສາຫາລືແຜນການພັດທະນາວິທະຍາສາດເຕັກໂນໂລຊີ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 20 ກໍລະກົດ ຜ່ານມາຢູ່ສຳນັກງານລັດຖະບານ ຫວຽດນາມທີ່ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມຫົວໜ້າຄະນະຊີ້ນຳຂອງລັດຖະບານກ່ຽວກັບການພັດທະນາວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ຫັນເປັນດີຈີຕອນ ໄດ້ເປັນປະທານກອງປະຊຸມຄັ້ງທີ 3 ຂອງ ຄະນະຊີ້ນຳສະຫຼຸບການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ, ຜັນຂະຫຍາຍໜ້າທີ່6 ເດືອນທ້າຍປີ 2025.
ກຳປູເຈຍ ໃຊ້ງົບປະມານຫຼາຍກວ່າ 1.2 ຕື້ໂດລາ ນຳເຂົ້ານໍ້າມັນ ແລະ ອາຍແກ໊ສ

ກຳປູເຈຍ ໃຊ້ງົບປະມານຫຼາຍກວ່າ 1.2 ຕື້ໂດລາ ນຳເຂົ້ານໍ້າມັນ ແລະ ອາຍແກ໊ສ

ຂ່າວຕ່າງປະເທດລາຍງານ ໃນວັນທີ 17 ກໍລະກົດ ຜ່ານມາ; ກະຊວງ​ການ​ຄ້າ​ກຳປູ​ເຈຍ​ລາຍ​ງານ​ວ່າ: ການ​ນຳ​ເຂົ້າ​ນ້ຳມັນ​ກາ​ຊວນ, ນ້ຳມັນແອັດຊັງ ​ແລະ ​ອາຍ​ແກ໊ສທີ່ສາມາດ​ເຜົາ​ໄໝ້​ໄດ້ (combustion gas)ຂອງ​ກຳປູ​ເຈຍ​ໃນ​ເຄິ່ງປີ​ທຳ​ອິດ​ຂອງ​ປີ 2025 ​​ຫຼຸດ​ລົງ 13.2%.
ຍີ່ປຸ່ນ ເກີນດຸນການຄ້າຫຼຸດລົງ 30.8% ໃນເດືອນມິຖຸນາ

ຍີ່ປຸ່ນ ເກີນດຸນການຄ້າຫຼຸດລົງ 30.8% ໃນເດືອນມິຖຸນາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 17 ກໍລະກົດ ຜ່ານມາວ່າ: ກະຊວງການເງິນຂອງຍີ່ປຸ່ນລາຍງານຍອດເກີນດຸນການຄ້າໃນເດືອນມິຖຸນາ ຫຼຸດລົງ 30.8% ຈາກປີກ່ອນ ມາເປັນ 153 ຕື້ເຢນ, ເນື່ອງຈາກການສົ່ງອອກໄປ ສະຫະລັດ ອາເມຣິກາ ສືບຕໍ່ຫຼຸດລົງຍ້ອນຜົນກະທົບຂອງອັດຕາພາສີ.
ມູນ​ຄ່າ​ການ​ຄ້າ​ສິນ​ຄ້າ​ວັດ​ຖຸ​ຂາ​ເຂົ້າ​-ຂາ​ອອກ​ ຂອງ​ຈີນ​ໃນ​ 6 ເດືອນ​ຕົ້ນ​ປີ​ ບັນ​ລຸ 21.790 ຕື້ຢວນ

ມູນ​ຄ່າ​ການ​ຄ້າ​ສິນ​ຄ້າ​ວັດ​ຖຸ​ຂາ​ເຂົ້າ​-ຂາ​ອອກ​ ຂອງ​ຈີນ​ໃນ​ 6 ເດືອນ​ຕົ້ນ​ປີ​ ບັນ​ລຸ 21.790 ຕື້ຢວນ

ຂ່າວສານຊີອາໄອລາຍງານ ຫວ່າງມໍ່ໆມານີ້ວ່າ: ຕາມສະ​ຖິ​ຕິ​ຂອງ​ດ່ານ​ພາ​ສີ​ຈີນ, ​ໃນ​ 6 ເດືອນ​ຕົ້ນ​ປີ​ນີ້, ມູນ​ຄ່າ​ການ​ຄ້າ​ສິນ​ຄ້າວັດ​ຖຸ​ຂາ​ເຂົ້າ​-ຂາ​ອອກ​ຂອງ​ຈີນໄດ້​ບັນ​ລຸ 21.790 ຕື້ ຢວນ, ເພີ່ມ​ຂຶ້ນ 2.9% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ.
ການ​ຫັນ​ເປັນ​ດີຈີ​ຕອນ​ພາກ​ລັດ - ປະ​ຖົມ​ປັດ​ໄຈ​ໃຫ້​ແກ່​ການ​ພັດ​ທ​ະ​ນາ​ເສດ​ຖະ​ກິດ-​ສັງ​ຄົມ

ການ​ຫັນ​ເປັນ​ດີຈີ​ຕອນ​ພາກ​ລັດ - ປະ​ຖົມ​ປັດ​ໄຈ​ໃຫ້​ແກ່​ການ​ພັດ​ທ​ະ​ນາ​ເສດ​ຖະ​ກິດ-​ສັງ​ຄົມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເວທີປາໄສຫັນເປັນດີຈີຕອນພາກລັດ - ປະຖົມປັດໄຈໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ໂດຍສື່ເອເລັກໂຕນິກວິທະຍຸກະຈາຍສຽງຫວຽດນາມ ຈັດຂຶ້ນໃນວັນທີ 17 ກໍລະກົດ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ.
ເພີ່ມເຕີມ