ກອງປະຊຸມລະດົມການມີສ່ວນຮ່ວມໃນການສໍາຫຼວດພົນລະເມືອງ

ກອງປະຊຸມລະດົມການມີສ່ວນຮ່ວມໃນການສໍາຫຼວດພົນລະເມືອງແລະທີ່ຢູ່ອາໄສທົ່ວປະເທດ ຄັ້ງທີV ປີ 2025

ກອງປະຊຸມລະດົມການມີສ່ວນຮ່ວມໃນການສໍາຫຼວດພົນລະເມືອງແລະທີ່ຢູ່ອາໄສທົ່ວປະເທດ ຄັ້ງທີV ປີ 2025
ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມລະດົມການມີສ່ວນຮ່ວມໃນການສໍາຫຼວດພົນລະເມືອງ

 

ແລະທີ່ຢູ່ອາໄສທົ່ວປະເທດ ຄັ້ງທີV ປີ 2025 ໃນວັນທີ 8 ພະຈິກນີ້ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ.

ເປັນກຽດໃນກອງປະຊຸມ ພ້ອມທັງເປັນປະທານ ຂອງທ່ານ ນາງ ພອນສະຫຼີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ, ທ່ານ Kambiz Kabiri ຜູ້ປະສານງານດ້ານນະໂຍບາຍ ແລະ ສຳມະໂນຄົວອົງການສະຫະປະຊາຊາດກອງທຶນສໍາລັບປະຊາກອນ (UNFPA), ບັນດາທ່ານເອກອັກຄະລັດຖະທູດ, ທູຕານຸທູດ, ບັນດາທ່ານຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ, ພາກເອກກະຊົນ, ແຂກຖືກເຊີນ ແລະ ບັນດາກະຊວງທີ່ກ່ຽວຂ້ອງ.

ທ່ານ ນາງ ພອນສະຫຼີ ສຸກສະຫວັດໄດ້ກ່າວວ່າ: ຈຸດປະສົງຕົ້ນຕໍ ຂອງກອງປະຊຸມຄັ້ງນີ້ແມ່ນເພື່ອຮັບຟັງລາຍງານຄວາມຄືບໜ້າໃນການກະກຽມການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ແລະ ນໍາສະເໜີກ່ຽວກັບວິທີການຈັດຕັ້ງປະຕິບັດ ແລະ ການນໍາໃຊ້ເຄື່ອງມືເຕັກໂນໂລຊີເຂົ້າໃນການສໍາຫຼວດຄັ້ງນີ້, ປຶກສາຫາລືກັບບັນດາຄູ່ຮ່ວມພັດທະນາກ່ຽວກັບຄວາມເປັນໄປໄດ້ໃນການປະກອບສ່ວນທາງດ້ານງົບປະມານ ແລະ ວິຊາການ ຊຶ່ງມາຮອດປັດຈຸບັນ ສປປ ລາວ ຍັງມີຄວາມຕ້ອງການໃນດ້ານທຶນຮອນ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດການສໍາຫຼວດໃຫ້ສໍາເລັດຕາມວັດຖຸປະສົງ ແລະ ລະດັບຄາດໝາຍທີ່ກຳນົດໄວ້.

ເມື່ອເວົ້າເຖິງພົນລະເມືອງ ສປປ ລາວ ຈະມີການຂະຫຍາຍຕົວຈາກ 7.4 ລ້ານຄົນໃນປັດຈຸບັນເປັນ 7.6 ລ້ານຄົນ ໃນປີ2025 ແລະ 8.1 ລ້ານຄົນໃນປີ 2030ຊຶ່ງຂໍ້ມູນດັ່ງກ່າວນີ້ຕ້ອງໄດ້ຮັບການຢືນຢັນຕື່ມຈາກການສໍາຫຼວດຄັ້ງນີ້.

ເປົ້າໝາຍຂອງການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ແມ່ນ ຈົດນັບທຸກຄົນທີ່ດຳລົງຊີວິດຢູ່ ສປປ ລາວ ແລະ ມີໜ້າຢູ່ເປັນປະຈຳ 6 ເດືອນຂຶ້ນໄປ (De Jure) ແລະ ເກັບກຳຂໍ້ມູນທາງດ້ານເສດຖະກິດ-ສັງຄົມຂອງບຸກຄົນ ແລະ ຄົວເຮືອນໃຫ້ຄົບຖ້ວນ, ຖືກຕ້ອງ ແລະ ຊັດເຈນ; ຊຶ່ງຜ່ານການສໍາຫຼວດໃນ 4 ຄັ້ງ: ຄັ້ງທີ 1 ແມ່ນໄດ້ຈັດຕັ້ງປະຕິບັດ ໃນປີ 1985, ຄັ້ງທີ II ໃນປີ 1995, ຄັ້ງທີ III ໃນປີ 2005 ແລະ ຄັ້ງທີ IV ປີ 2015 ເປັນການສໍາຫຼວດທີ່ກວມເອົາເນື້ອໃນຂ້ອນຂ້າງຫຼາຍເພື່ອສາມາດສະໜອງຂໍ້ມູນທີ່ສໍາຄັນ ກ່ຽວກັບການຂະຫຍາຍຕົວຂອງພົນລະເມືອງ, ຄຸນລັກສະນະ ຂອງພົນລະເມືອງ, ໂຄງປະກອບທາງດ້ານເພດ, ໝວດອາຍຸ, ສະພາບການເກີດ, ການເສຍຊີວິດ, ການຍົກຍ້າຍ, ຄຸນລັກສະນະຂອງທີ່ຢູ່ອາໄສ, ການປະກອບອາຊີບ ແລະ ການເຂົ້າເຖິງການບໍລິການຕ່າງໆ ຂອງປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ. ເຖິງວ່າອັດຕາການເພີ່ມຂອງພົນລະເມືອງມີທ່າອ່ຽງຫຼຸດລົງ ແຕ່ພົນລະເມືອງກໍຍັງມີການເພີ່ມຂຶ້ນແບບຄົງທີ່.

ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງນີ້ ແມ່ນຈະເປັນແຫຼ່ງຂໍ້ມູນທີ່ສໍາຄັນໃນການຕີລາຄາສະພາບການດໍາລົງຊີວິດທາງດ້ານສັງຄົມ ແລະ ເສດຖະກິດສ່ວນໜຶ່ງໃນ 10 ປີທີ່ຜ່ານມາ ເພື່ອຮັບໃຊ້ໃຫ້ແກ່ການຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ແລະ ການກະກຽມສ້າງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ທັງເປັນການສ້າງບົດລາຍງານແຫ່ງຊາດແບບສະໝັກໃຈ (VNR) ຂອງລັດຖະບານ, ລວມທັງການຕິດຕາມເປົ້າໝາຍການພັດທະນາແບບຍືນຍົງ ແລະ ວິໄສທັດຮອດປີ 2030,

ສະນັ້ນ, ອີງໃສ່ຄວາມຈໍາເປັນດັ່ງກ່າວ ເຫັນວ່າຄວາມຕ້ອງການງົບປະມານທັງໝົດ ສໍາລັບການສໍາຫຼວດ ແມ່ນ 450 ຕື້ກີບ ຫຼືປະມານ 23,7 ລ້ານໂດລາ. ຕໍ່ກັບຄວາມຕ້ອງການດັ່ງກ່າວລັດຖະບານເຫັນໄດ້ຄວາມສໍາຄັນ ຕັດສິນໃຈ ເພີ່ມງົບປະມານເບື້ອງລັດຂຶ້ນ ຈາກ 5,4 ລ້ານໂດລາ ເປັນ 8,2 ລ້ານໂດລາ ກວມປະມານ 45% ຂອງງົບປະມານທີ່ສາມາດ ລະດົມໄດ້ທັງໝົດ ໃນປັດຈຸບັນ. ເຖິງຢ່າງໃດກໍຕາມ, ທຽບໃສ່ຄວາມຕ້ອງການທັງໝົດ ເຫັນວ່າ ງົບປະມານຍັງບໍ່ທັນພຽງພໍ ຕ້ອງໄດ້ລະດົມຕື່ມ ຈໍານວນ 5,2 ລ້ານໂດລາ. ຍ້ອນແນວນັ້ນ ການສໍາຫຼວດ ຄັ້ງ V ນີ້ມີຄວາມສໍາຄັນຫຼາຍ ເພາະຈະເປັນພື້ນຖານໃຫ້ແກ່ການຕີລາຄາຜົນສໍາເລັດ ແລະ ວາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ແລະ ຄັ້ງທີ X ກໍຄື ການບັນລຸການຫຼຸດພົ້ນຈາກປະເທດດ້ອຍພັດທະນາ ແລະ ເປົ້າໝາຍພັດທະນາແບບຍືນຍົງ 2030.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສາລະວັນ ສຸມໃສ່ຮັກສາຄວາມສະຫງົບປອດໄພໃນໄລຍະບຸນຊ່ວງເຮືອປະເພນີປະຈຳປີ 2026

ເມືອງສາລະວັນ ສຸມໃສ່ຮັກສາຄວາມສະຫງົບປອດໄພໃນໄລຍະບຸນຊ່ວງເຮືອປະເພນີປະຈຳປີ 2026

ເມືອງສາລະວັນ ແຂວງສາລະວັນ ໄດ້ກະກຽມຄວາມພ້ອມຮອບດ້ານ ເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພ ເພື່ອອຳນວຍຄວາມສະດວກໃນການສັນຈອນໄປ-ມາໃນໄລຍະງານບຸນຊ່ວງເຮືອປະເພນີປະຈຳປີ 2026 ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-26 ກັນຍານີ້, ເພື່ອສືບສານຮີດຄອງປະເພນີອັນດີງາມຂອງຊາດ, ຂອງທ້ອງຖິ່ນ ແລະ ຮັບປະກັນຄວາມປອດໄພໃຫ້ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດໃຫ້ມີບັນຍາກາດເບີກບານມ່ວນຊື່ນ.
ກອງພັນໃຫຍ່ 611 ປາຖະກະຖາມູນເຊື້ອວັນສຳຄັນທາງປະຫວັດສາດ

ກອງພັນໃຫຍ່ 611 ປາຖະກະຖາມູນເຊື້ອວັນສຳຄັນທາງປະຫວັດສາດ

ວັນທີ 23 ກັນຍານີ້, ກອງພັນໃຫຍ່ 611 ໄດ້ຈັດພິທີປາຖະກະຖາມູນເຊື້ອວັນສຳຄັນທາງປະຫວັດສາດຂອງພັກ-ຂອງຊາດ ຄື: ວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ ໂດຍການເປັນປະທານຂອງສະຫາຍ ພັນເອກ ອຸໄທ ຖະໜອມໃຈ ຫົວໜ້າການເມືອງ ກອງພັນໃຫຍ່ 611, ມີຄະນະພັກ-ຄະນະບັນຊາ, ອົງການ, ກົມກອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ເຜີຍແຜ່ຮ່າງກຳນົດອັດຕາຊົດເຊີຍໂຄງການທາງດ່ວນ ບໍລິຄຳໄຊ-ແທງຖູຍ

ເຜີຍແຜ່ຮ່າງກຳນົດອັດຕາຊົດເຊີຍໂຄງການທາງດ່ວນ ບໍລິຄຳໄຊ-ແທງຖູຍ

ຄະນະກຳມະການຄົ້ນຄວ້າຊົດເຊີຍຜົນກະທົບຕາມແລວເສັ້ນທາງດ່ວນວຽງຈັນ-ຮ່າໂນ້ຍ ເຂດບໍລິຄຳໄຊ-ແທງຖູຍ ໄດ້ເຜີຍແຜ່ຮ່າງກຳນົດອັດຕາຊົດເຊີຍ ໃນວັນທີ 23 ກັນຍານີ້, ທີ່ຫ້ອງການບ້ານທົ່ງໃຫຍ່ ເມືອງປາກຊັນ ແຂວງບໍລິຄຳໄຊ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ສຸລິຈັນ ທ່ຽງຈັນໄຊ ຮອງປະທານຄະນະກຳມະການປົກຄອງເມືອງປາກຊັນ, ມີປະທານຄະນະກຳການປົກຄອງຕາແສງບົວວຽງຄຳ, ຮອງປະທານຄະນະກຳມະການປົກຄອງຕາແສງໄຊຈະເລີນ, ອໍານາດການປົກຄອງບ້ານທົ່ງໃຫຍ່, ຫາດຊາຍສູງ, ສີບຸນເຮືອງ ແລະ ຕາງໜ້າຄອບຄົວທີ່ມີເນື້ອທີ່ຖືກຜົນກະທົບຈາກໂຄງການເຂົ້າຮ່ວມ.
ບໍ່ແກ້ວ ສະຫຼຸບວຽກງານຈັດຕັ້ງທົ່ວແຂວງ ຄັ້ງທີ VII

ບໍ່ແກ້ວ ສະຫຼຸບວຽກງານຈັດຕັ້ງທົ່ວແຂວງ ຄັ້ງທີ VII

ກອງປະຊຸມວຽກງານຈັດຕັ້ງທົ່ວແຂວງບໍ່ແກ້ວ ຄັ້ງທີ VII ຈັດຂຶ້ນໃນວັນທີ 22 ກັນຍາຜ່ານມານີ້ ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ເລຂາຄະນະບໍລິຫານງານພັກພັກແຂວງ, ປະທານສະພາປະຊາຊົນແຂວງບໍ່ແກ້ວ, ມີບັນດາພະແນກການ, ຕາງໜ້າຄະນະນໍາຈາກ 5 ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເມືອງໝື່ນ ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄໝທີ IV

ເມືອງໝື່ນ ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄໝທີ IV

ເມືອງໝື່ນ ແຂວງວຽງຈັນ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄໝທີ IV ໃນ​ວັນ​ທີ 22 ກັນ​ຍາ​ຜ່ານ​ມາ, ໂດຍການ​ເປັນ​ປະ​ທານ​ຂອງ ສະຫາຍ ວໍຣະສອນ ສີອັກຄະສອນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາຮອງເລຂາພັກເມືອງ, ຄະນະປະຈຳພັກ, ກຳມະການພັກເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ເລ​ຂາ​ພັກແຂວງ​ຄຳ​ມ່ວນໂອ້ລົມກອງປະຊຸມ ສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ

ເລ​ຂາ​ພັກແຂວງ​ຄຳ​ມ່ວນໂອ້ລົມກອງປະຊຸມ ສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ

ສະຫາຍ ໄຊຊະນະ ໂຄດພູທອນ ກຳມະການການສູນການພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນ ແຂວງຄໍາມ່ວນ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ໃນໄລຍະ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ທົ່ວແຂວງຄໍາມ່ວນໃນ​ວັນ​ທີ 22ກັນ​ຍາ​ຜ່ານ​ມາ, ໂດຍມີ ສະຫາຍ ສົມໃຈ ພານີຈັນ ຮອງເລຂາພັກແຂວງຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ອັດຕະປື ສະຫຼຸບຜົນງານກວດກາ 5 ປີ ແລະ ວາງທິດທາງ ຕໍ່ໜ້າ

ອັດຕະປື ສະຫຼຸບຜົນງານກວດກາ 5 ປີ ແລະ ວາງທິດທາງ ຕໍ່ໜ້າ

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກວດກາທົ່ວແຂວງອັດຕະປື ໄລຍະ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ (2026-2030) ຈັດຂຶ້ນໃນວັນທີ 22 ກັນຍາ 2026 ທີ່ຫໍປະຊຸມໃຫຍ່ແຂວງ, ພາຍໃຕ້ຄຳຂວັນ “ເພີ່ມທະວີວຽກງານຕິດຕາມ, ກວດກາພັກ-ລັດ, ຕ້ານ ແລະ ແກ້ໄຂການສໍ້ລາດບັງຫຼວງ ທັນສະໄໝ ແລະ ເຂັ້ມງວດ ເພື່ອການພັດທະນາ”, ໂດຍມີ ສະຫາຍ ບຸນເຖິງ ດວງສະຫວັນກຳມະການສູນກາງພັກເລຂາຄະນະພັກແຂວງປະທານສະພາປະຊາຊົນແຂວງອັດຕະປື, ເຂົ້າຮ່ວມເປັນປະທານ, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ແກ່ນທ້າວ ທຳລາຍສິນຄ້າໝົດອາຍຸ-ສິນ​ຄ້າ​ຕ້ອງ​ຫ້າມ

ແກ່ນທ້າວ ທຳລາຍສິນຄ້າໝົດອາຍຸ-ສິນ​ຄ້າ​ຕ້ອງ​ຫ້າມ

ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີທຳລາຍສິນຄ້າໝົດອາຍຸ, ສິນຄ້າເສື່ອມຄຸນນະພາບ ແລະ ສິນຄ້າຕ້ອງຫ້າມ ໃນ​ວັນ​ທີ 22 ກັນ​ຍາ​ຜ່ານ​ມາ,ໂດຍມີທ່ານ ສົມສີ ຊາວພິລາຮອງປະທານຄະນະກຳມະການປົກຄອງເມືອງ, ມີຫົວໜ້າ-ຮອງຫົວໜ້າຫ້ອງ​ການແລະພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຫ້ອງຊາຍແດນ ກອງບັນຊາການທະຫານແຂວງໄຊຍະບູລີ ຊຸກຍູ້ວຽກງານຢູ່ກອງຮ້ອຍທະຫານຊາຍແດນ 157

ຫ້ອງຊາຍແດນ ກອງບັນຊາການທະຫານແຂວງໄຊຍະບູລີ ຊຸກຍູ້ວຽກງານຢູ່ກອງຮ້ອຍທະຫານຊາຍແດນ 157

ວັນທີ 21 ກັນຍາຜ່ານມາ, ຄະນະຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງໄຊຍະບູລີ, ນໍາໂດຍ ສະຫາຍ ພັນໂທ ບຸນທະວີ ຖານະວັນ ຮອງຫົວໜ້າຫ້ອງທະຫານຊາຍແດນ, ຜູ້ຊີ້ນໍາວຽກງານພັກ-ວຽກງານການເມືອງ ຫ້ອງຊາຍແດນ ກອງບັນຊາການທະຫານແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊີ້ນຳວຽກງານ ຢູ່ກອງຮ້ອຍທະຫານຊາຍແດນ 157, ມີຄະນະພັກ-ຄະນະບັນຊາ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ຫົວໜ້າກົມໃຫຍ່ການເມືອງກອງທັບ ຊຸກຍູ້ວຽກງານຢູ່ກອງບັນຊາການທະຫານແຂວງສາລະວັນ

ຫົວໜ້າກົມໃຫຍ່ການເມືອງກອງທັບ ຊຸກຍູ້ວຽກງານຢູ່ກອງບັນຊາການທະຫານແຂວງສາລະວັນ

ວັນທີ 22 ກັນຍາຜ່ານມາ, ສະຫາຍ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ເຄື່ອນໄຫວຢ້ຽມຢາມຊຸກຍູ້ວຽກງານຢູ່ກອງບັນຊາການທະຫານແຂວງສາລະວັນ, ໂດຍການຕ້ອນຮັບຂອງສະຫາຍ ພົນຈັດຕະວາ ໂສພາ ໂພໄຊຍະວົງ ກໍາມະການພັກແຂວງ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງສາລະວັນ ພ້ອມດ້ວຍຄະນະ.
ເພີ່ມເຕີມ