ກອງປະຊຸມລັດພາຄີສົນທິສັນຍາວ່າດ້ວຍອາວຸດຊີວະພາບ

ກອງປະຊຸມລັດພາຄີສົນທິສັນຍາວ່າດ້ວຍອາວຸດຊີວະພາບ

ກອງປະຊຸມລັດພາຄີສົນທິສັນຍາວ່າດ້ວຍອາວຸດຊີວະພາບ
ໃນໂອກາດຈັດກອງປະຊຸມລັດພາຄີສົນທິສັນຍາວ່າດ້ວຍອາວຸດຊີວະພາບ ທີ່ ເຊີແນວ ຫວ່າງບໍ່ດົນມານີ້, ສປປ ລາວ ແລະສປຈີນ ໄດ້ສໍາເລັດການເປັນເຈົ້າພາບຮ່ວມຈັດກອງປະຊຸມປິ່ນອ້ອມພາຍໃຕ້ຫົວຂໍ້: “ບົດຮຽນທີ່ຖອດຖອນໄດ້ຈາກກອງປະຊຸມສໍາມະນາຄັ້ງທໍາອິດວ່າດ້ວຍການຈັດຕັ້ງປະຕິບັດ

ສົນທິສັນຍາອາວຸດຊີວະພາບ ແລະການສົ່ງເສີມຄວາມປອດໄພ ແລະ ຄວາມໝັ້ນຄົງທາງຊີວະພາບສໍາລັບພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຫຼື ອາຊຽນ”ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ລັດສະໝີ ແກ້ວມະນີເອກອັກຄະລັດຖະທູດຜູ້ຕາງໜ້າຖາວອນແຫ່ງສປປລາວປະຈຳ ສປຊ ແລະອົງການຈັດຕັ້ງສາກົນອື່ນໆທີ່ເຊີແນວແລະ ທ່ານ SHEN Jian ເອກອັກຄະລັດຖະທູດຜູ້ຊີ້ນໍາວຽກຫຼຸດຜ່ອນອາວຸດ ສປຈີນໂດຍມີຜູ້ເຂົ້າຮ່ວມທັງໝົດ 70 ທ່ານ.
ກອງປະຊຸມຄັ້ງນີ້, ໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງກອງປະຊຸມສໍາມະນາ ທີ່ ສປປ ລາວ ແລະ ສປຈີນ ໄດ້ເປັນເຈົ້າພາບຮ່ວມໃນເດືອນຕຸລາ 2024 ຜ່ານມາ ທີ່ ເສິນເຈີ້ນ ສປຈີນ ຊຶ່ງສະແດງອອກໃນການແລກປ່ຽນບົດຮຽນທີ່ດີ, ການໂຄສະນາ-ເຜີຍແຜ່ ແລະການກໍານົດທິດທາງໃນຕໍ່ໜ້າ ລວມທັງເຫັນໄດ້ສິ່ງທ້າທາຍ ແລະຄວາມຈໍາເປັນຂອງການຮ່ວມມືຂອບສອງຝ່າຍ ແລະການຮ່ວມມືຢູ່ລະດັບພາກພື້ນ ແລະສາກົນ ເພື່ອຈັດຕັ້ງປະຕິບັດສົນທິສັນຍາອາວຸດຊີວະພາບ ແລະການສົ່ງເສີມຄວາມໝັ້ນຄົງ ແລະຄວາມປອດໄພທາງຊີວະພາບ.
ກອງປະຊຸມສະແດງຄວາມຂອບໃຈຕໍ່ການເປັນເຈົ້າພາບຮ່ວມຂອງ ສປປ ລາວ ແລະສປຈີນ ແລະຄາດວ່າຈະມີກອງປະຊຸມລັກສະນະດັ່ງກ່າວຈັດຂຶ້ນໃນຕໍ່ໜ້າຕື່ມ.
ຂ່າວ:ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວການຮ່ວມມື

ທົບທວນຄືນ ການຈັດຕັ້ງປະຕິບັດມາດຕະການໂຕ້ຕອບສະພາບພະຍາດໝາກແດງໃຫຍ່ ຢູ່ ສປປ ລາວ

ທົບທວນຄືນ ການຈັດຕັ້ງປະຕິບັດມາດຕະການໂຕ້ຕອບສະພາບພະຍາດໝາກແດງໃຫຍ່ ຢູ່ ສປປ ລາວ

ກອງປະຊຸມໄດ້ນຳສະເໜີວິທີການຈັດຕັ້ງການທົບທວນຄືນໄລຍະການໂຕ້ຕອບການລະບາດພະ ຍາດ ໝາກແດງໃຫຍ່ ຢູ່ ສປປ ລາວ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 6–7 ສິງຫານີ້, ທີ່ທ່າລາດ ແຂວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ພອນປະດິດ ສັງໄຊຍະລາດ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ທ່ານ Mackenzie Rowe ຫົວໜ້າ ພະແນກເສດຖະກິດ-ການເມືອງ, ມີສະຖານເອກອັກຄະລັດຖະທູດສະຫະລັດ ອາເມຣິກາ ປະຈຳ ສປປ ລາວ, ບັນດາຜູ້ເຂົ້າຮ່ວມຈາກກົມ, ສູນ, ໂຮງໝໍສູນກາງ, ຄະນະພະແນກສາທາ 18 ແຂວງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຊາວໜຸ່ມ 3 ປະເທດນຳສະເໜີວິທີການພັດທະນາກະສິກຳແບບຍືນຍົງ ໃນ ສປປ ລາວ

ຊາວໜຸ່ມ 3 ປະເທດນຳສະເໜີວິທີການພັດທະນາກະສິກຳແບບຍືນຍົງ ໃນ ສປປ ລາວ

ລັດຖະບານແຫ່ງ ສປປ ລາວ ຮ່ວມກັບກອງທຶນສາກົນເພື່ອການພັດທະນາກະສິກຳ (IFAD) ແລະ ຫ້ອງການປະສານງານສະຫະປະຊາຊາດປະຈຳ ລາວ ແລະ ກະຊວງກະສິກຳ ແລະ ສິ່ງແວດລ້ອມ (UNRCO), ໄດ້ຈັດກອງປະຊຸມປຶກສາຫາລືນະໂຍບາຍລະດັບສູງທີ່ສຳນັກງານສະຫະປະຊາຊາດປະຈຳ ສປປ ລາວ ວັນທີ 5 ສິງຫານີ້ ກ່ຽວກັບການນຳເອົານະວັດຕະກຳດິຈິຕອນທີ່ນຳພາໂດຍຊາວໜຸ່ມເຂົ້າສູ່ການລົງທຶນໃນການພັດທະນາຊົນນະບົດ.
ການກຽມຄວາມພ້ອມຮັບມື ແລະ ໂຕ້ຕອບການລະບາດຂອງພະຍາດ ໃນ ສປປ ລາວ

ການກຽມຄວາມພ້ອມຮັບມື ແລະ ໂຕ້ຕອບການລະບາດຂອງພະຍາດ ໃນ ສປປ ລາວ

ກະຊວງສາທາລະນະສຸກ ຮ່ວມກັບກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ), ອົງການອາຫານ ແລະ ການກະເສດ (FAO) ແລະ ອົງການສະຫະປະຊາຊາດ ສໍາລັບເດັກ (UNICEF) ໄດ້ຈັດພິທີເປີດໂຄງການຍົກລະດັບການກຽມຄວາມພ້ອມຮັບມື ແລະ ໂຕ້ຕອບການລະບາດຂອງພະຍາດ ໃນ ສປປ ລາວ ພາຍໃຕ້ກອງທຶນໂຕ້ຕອບຕໍ່ການລະບາດຂະໜາດໃຫຍ່ (Pandemic Fund) ຫຼື ALERT-LAO “Advancing lao PDR’s Pandemic Response and Transformation” ຢ່າງເປັນທາງການ ໃນວັນທີ 5 ສິງຫາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ປຣິຍາ ບາຊູ ຜູ້ອຳນວຍການກອງທຶນການກຽມຄວາມພ້ອມຮັບມືການລະບາດຂອງພະຍາດ, ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງ ກສ, ທ່ານ ບີລາລ ໂອແຣັງ ເຊັບ ດູຮານີ ຜູ້ຕາງໜ້າອົງການ UNICEF ປະຈໍາ ສປປ ລາວ, ມີບັນດາຄູ່ຮ່ວມພັດທະນາ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄະນະ ຄອສພ ລາວ ພົບປະກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງນິງບິງ

ຄະນະ ຄອສພ ລາວ ພົບປະກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງນິງບິງ

ຄະນະຜູ້ແທນຈາກ ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນປະຕິວັດລາວ ໄດ້ເຄື່ອນໄຫວພົບປະແລກປ່ຽນວຽກງານກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງນິງບິງ ສສຫວຽດນາມ ຊຶ່ງຈັດຂຶ້ນໃນວັນທີ 5 ສິງຫານີ້ ທີ່ຫ້ອງປະຊຸມ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງນິງບິ່ງ ໂດຍການນຳພາຝ່າຍລາວແມ່ນ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄອສພ ພ້ອມຄະນະທີ່ກ່ຽວຂ້ອງ ແລະ ຝ່າຍຫວຽດນາມແມ່ນ ທ່ານ ຫງວຽນ ດຶກຕ່ວນ ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງນິງບິງ ພ້ອມພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
NAPPA ແລະ VASS ເຊັນບົດບັນທຶກການຮ່ວມມືທາງດ້ານວິທະຍາສາດ 2026-2030

NAPPA ແລະ VASS ເຊັນບົດບັນທຶກການຮ່ວມມືທາງດ້ານວິທະຍາສາດ 2026-2030

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ໄດ້ມີພິທີລົງນາມໃນບົດບັນທຶກການຮ່ວມມືທາງດ້ານວິທະຍາສາດ ໄລຍະປີ 2026-2030 ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ (NAPPA) ແລະ ສະຖາບັນ ບັນດິດວິທະຍາສາດສັງຄົມ ຫວຽດນາມ (VASS) ຢ່າງເປັນທາງການໃນວັນທີ 5 ສິງຫານີ້ ທີ່ຫ້ອງປະຊຸມໂຮມແຮມເມືອງແທັງ.
ສຳມະນາວິທະຍາສາດ ລາວ-ຫວຽດນາມ “ເສດຖະກິດເອກະລາດ ເປັນເຈົ້າຕົນເອງ”

ສຳມະນາວິທະຍາສາດ ລາວ-ຫວຽດນາມ “ເສດຖະກິດເອກະລາດ ເປັນເຈົ້າຕົນເອງ”

ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ລາວ-ຫວຽດນາມ ພາຍໃຕ້ຫົວຂໍ້: “ເສດຖະກິດເອກະລາດ ເປັນເຈົ້າຕົນເອງ: ຂໍ້ລິເລີ່ມ ຂອງ ສປປ ລາວ ແລະ ບົດຮຽນປະສົບການ ຂອງ ສສ ຫວຽດນາມ”. ໃນວັນທີ 5 ສິງຫານີ້, ທີ່ໂຮງ ແຮມເມືອງແທັງ ນະຄອນຫຼວງວຽງຈັນ.
ສສກ ຮ່ວມກັບ ລັດຖະບານອົສຕຣາລີ ເປີດເຄື່ອງມືປະເມີນຕົນເອງສຳລັບຄູປະຖົມ

ສສກ ຮ່ວມກັບ ລັດຖະບານອົສຕຣາລີ ເປີດເຄື່ອງມືປະເມີນຕົນເອງສຳລັບຄູປະຖົມ

ໃນວັນທີ 4 ສິງຫາ 2026 ທີ່ໂຮງແຮມ ຮໍລິເດອິນ, ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົສຕຣາລີ ຜ່ານແຜນງານບີຄວາ (BEQUAL) ໄດ້ຈັດກອງປະຊຸມນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູຊັ້ນປະຖົມສຶກສາ ໂດຍການເປັນປະທານຮ່ວມຂອງ ທ່ານ ລຳພູນ ຫຼວງໄຊ ຫົວໜ້າກົມພັດທະນາຄູ ແລະ ການບໍລິຫານການສຶກສາ ແລະ ທ່ານ ນາງ ເຄດ ກູດຟຣູດ (Kate Goodfroot), ເລຂານຸການໂທ ສະຖານທູດອົສຕຣາລີ ປະຈຳ ສປປ ລາວ, ມີຜູ້ຕາງໜ້າຈາກກົມກ່ຽວຂ້ອງຂັ້ນສູນກາງ, ພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) 8 ແຂວງ, ວິທະຍາໄລຄູ 8 ແຫ່ງ ແລະ ບັນດາຄູ່ຮ່ວມພັດທະນາ ເຂົ້າຮ່ວມຢ່າງພ້ອມພຽງ.
ສະພາທິດສະດີລາວ-ຫວຽດນາມ ພົບປະແລກປ່ຽນບົດຮຽນ ແລະ ທົບທວນການຮ່ວມມື

ສະພາທິດສະດີລາວ-ຫວຽດນາມ ພົບປະແລກປ່ຽນບົດຮຽນ ແລະ ທົບທວນການຮ່ວມມື

ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ, ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ດວນມິງຮວນ ກໍາມະການກົມການເມືອງສູນກາງພັກ ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 4 ສິງຫານີ້ ທີ່ສະພາທິດສະດີສູນກາງພັກ.
ລາວ-ຫວຽດ​ນາມ ສືບ​ຕໍ່​ຮ່ວມ​ມື ພັດທະນາບຸກຄະລາກອນສື່ມວນຊົນລາວ

ລາວ-ຫວຽດ​ນາມ ສືບ​ຕໍ່​ຮ່ວມ​ມື ພັດທະນາບຸກຄະລາກອນສື່ມວນຊົນລາວ

ວັນທີ 4 ສິງຫາຜ່ານ​ມາ ທີ່ສະຖາບັນສື່ມວນຊົນ ແລະ ໂຄສະນາ ສັງກັດສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ສສ ຫວຽດນາມ, ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມມື ລະຫວ່າງ ກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ສປປ ລາວ ແລະ ສະຖາບັນສື່ມວນຊົນ ແລະ ໂຄສະນາ ສສ ຫວຽດນາມ ສໍາລັບໄລຍະປີ 2026–2030 ເຊິ່ງຕາງໜ້າລົງນາມບົດບັນທຶກຝ່າຍລາວ ແມ່ນທ່ານ ສົົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນປະຕິວັດລາວ ແລະ ຝ່າຍຫວຽດນາມ ແມ່ນ ທ່ານ ຮອງສາດສະດາຈານ ປະລິນຍາເອກ ຟ້າມມິງເຊິນ ຜູ້ອໍານວຍການສະຖາບັນສື່ມວນຊົນ ແລະ ໂຄສະນາ ສສ ຫວຽດນາມ, ມີ​ພະ​ນັກ​ງານ​ທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ນັກສຶກສາ 3 ປະເທດ ທັດ​ສະ​ນະ​ສຶກ​ສາ ການປະຕິບັດວຽກຂອງອົງການ IFAD

ນັກສຶກສາ 3 ປະເທດ ທັດ​ສະ​ນະ​ສຶກ​ສາ ການປະຕິບັດວຽກຂອງອົງການ IFAD

ນັກສຶກສາ ຈາກ ສ ເກົາຫຼີ, ຍີ່ປຸ່ນ ແລະ ລາວ ໄດ້​ໄປ​ທັດ​ສະ​ນະ​ສາ​ສາ ການປະຕິບັດວຽກຂອງອົງການ IFAD ຢູ່ແຂວງຫຼວງພະບາງ ໃນກິດຈະກຳ ຂໍ້ລິເລີ່ມ ສໍາລັບໄວໜຸ່ມລາວ ພາຍໃຕ້ຫົວຂໍ້: ສິ່ງທ້າທາຍໃນການນໍາໃຊ້ ICT ໃນຂະແໜງການກະສິກຳ.
ເພີ່ມເຕີມ