ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025
ວັນທີ 12 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ, ລັດຖະບານໄດ້້ຈັດກອງປະຊຸມເປີດກວ້າງ ຄັ້ງທີ II ປະຈໍາປີ 2025 ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກ ລັດຖະມົນຕີ, ສະມາຊິກລັດຖະບານ, ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ (ນວ) ແລະ ບັນດາ ປະທານ-ຮອງປະທານ ຄະນະກຳມະການປົກຄອງບັນດາແຂວງ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດທຽບເທົ່າກະຊວງ, ສູນກາງແນວລາວສ້າງຊາດ, ສະພາແຫ່ງຊາດ, ອົງການຕຸລາການ, ສະຫະພັນນັກຮົບເກົ່າລາວ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດເຂົ້າຮ່ວມ.

 

ກອງປະຊມລດຖະບານເປດກວາງ ຄງທ II ປະຈຳປ 2025 - image 1
 
 

ກອງປະຊຸມລັດຖະບານເປີດກວ້າງຄັ້ງນີ້, ຈະໄດ້ດຳເນີນເປັນເວລາ 2 ວັນ ຊຶ່ງຈະໄດ້ພ້ອມກັນຄົ້ນຄວ້າ,ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບສູງຕໍ່ຫົວຂໍ້ສຳຄັນດັ່ງນີ້:

1. ລາຍງານການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໃນຕະຫຼອດໄລຍະ 1 ສະໄໝຜ່ານມາ ແລະ ວຽກຈຸດສຸມພົ້ນເດັ່ນປີ 2025 ແລະ ສະເໜີແຜນວຽກຈຸດສຸມປີ 2026 ແລະ ຄາດຄະເນແຜນ 5 ປີຕໍ່ໜ້າຂອງລັດຖະບານ;

2. ລາຍງານຄວາມຄືບໜ້າ ການຈັດຕັ້ງຜັນຂະຫຍາຍມະຕິ ວ່າດ້ວຍສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ແລະ ຜ່ານຮ່າງມະຕິ ວ່າດ້ວຍການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດມະຕິ ວ່າດ້ວຍການສ້າງເສດຖະກິດເອກະ ລາດເປັນເຈົ້າຕົນເອງໃນໄລຍະໃໝ່ສະບັບປັບປຸງ;

3. ຮ່າງດໍາລັດ ວ່າດ້ວຍການກຳນົດໜ້າວຽກ ແລະ ການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາປະຈຳປີ 2026 ແລະ ແຜນການແກ້ໄຂຜົນການກວດກາ-ກວດສອບ;

4. ລາຍງານບັນດາໂຄງການທີ່ສຳຄັນຈຳນວນໜຶ່ງຄື: ການອອກແບບ, ກໍ່ສ້າງ, ລະດົມທຶນ ແລະດຳເນີນກິດຈະການໂຄງການທາງລົດໄຟລາວ-ຫວຽດນາມຊ່ວງທີ 1 ແຕ່ຕົວເມືອງທ່າແຂກ ແຂວງຄໍາມ່ວນ ຫາ ມູເກຍ ຊາຍແດນລາວ-ຫວຽດນາມ ໄລຍະທາງ 147 ກິໂລແມັດ ໃນຮູບແບບກໍ່ສ້າງ, ດໍາເນີນງານ ແລະ ມອບໂອນ (BOT) ລວມທັງຜົນການເຈລະຈາສັນຍາສຳປະທານ CA ຂອງໂຄງການດັ່ງ ກ່າວ; ສະເໜີແຜນບຸລິມະສິດໃນການກໍ່ສ້າງ ແລະ ປັບປຸງເສັ້ນທາງໃນປີ 2026, ໂຄງການທາງດ່ວນ ພ້ອມທັງສະເໜີກົນໄກ ແລະ ວິທີຈັດຕັ້ງປະຕິບັດຕົວຈິງ;

5. ສະເໜີແຜນປະຕິບັດຕົວຈິງໃນການຫັນການເກັບລາຍຮັບເປັນທັນສະໄໝສຳລັບປີ 2026;

ໂອກາດນີ້, ທ່ານນາຍົກລັດຖະມົນຕີໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ເປັນກອງປະຊຸມລັດຖະບານເປີດກວ້າງ ຄັ້ງສຸດທ້າຍຂອງລັດຖະບານ ຊຸດທີ IX ແລະ ກໍເປັນກອງປະຊຸມລັດຖະບານເປີດກວ້າງຄັ້ງທໍາອິດ ທີ່ໄດ້ປະຊຸມຮ່ວມກັບບັນດາທ່ານປະທານຄະນະກຳມະການປົກຄອງ ນວ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດ, ທັງເປີດຂຶ້ນໃນທ່າມກາງບັນຍາກາດທີ່ຫາກໍສໍາເລັດການສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ການສະເຫຼີມສະຫຼອງວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິບັດລາວດ້ວຍຜົນສໍາເລັດຢ່າງຈົບງາມ. ນອກນັ້ນ, ຍັງໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ຍັງສືບຕໍ່ເຄັ່ງຮ້ອນ ແລະ ສັບສົນ ໂດຍສະເພາະແມ່ນຄວາມຂັດແຍ່ງທາງດ້ານການທະຫານ, ເສດຖະກິດ-ການຄ້າ, ບັນຫາຊາຍແດນ ແລະ ອື່ນໆ ຊຶ່ງບັນຫາເຫຼົ່ານີ້ຍັງຈະສືບຕໍ່ເປັນສິ່ງທ້າທາຍ ແລະ ອາດສ້າງຜົນກະທົບຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນຢູ່ຫຼາຍປະເທດ, ທັງເຮັດໃຫ້ສະພາບເສດຖະກິດໂລກທີ່ມີຄວາມຫຍຸ້ງຍາກຢູ່ແລ້ວນັ້ນ ຍິ່ງຈະສືບຕໍ່ເພີ່ມຄວາມຜັນຜວນ ແລະ ມີຜົນກະທົບເປັນວົງກວ້າງຕື່ມ. ຈາກສະພາບດັ່ງກ່າວ, ປະເທດເຮົາກໍຈະໄດ້ຮັບຜົນກະທົບຈໍານວນໜຶ່ງ ຕໍ່ການຈັດຕັ້ງປະຕິບັດວຽກງານ ຂອງລັດຖະບານ ໂດຍສະເພາະປີ 2026 ເປັນປີເລີ່ມຕົ້ນ ປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີXII ຂອງພັກປະຊາຊົນ ປະຕິວັດລາວ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X.

ກອງປະຊມລດຖະບານເປດກວາງ ຄງທ II ປະຈຳປ 2025 - image 2
 

ສະນັ້ນ, ຈະຕ້ອງໄດ້ສືບຕໍ່ສຸມໃສ່ຕິດຕາມຢ່າງໃກ້ຊິດ ໃນການແກ້ໄຂບັນຫາທີ່ເກີດຂຶ້ນ ເພື່ອບໍ່ໃຫ້ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ-ລັດຖະກອນ ແລະ ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ. ຮຽກຮ້ອງມາຍັງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ ຕໍ່ບັນດາຫົວຂໍ້ທີ່ນຳມາພິຈາລະນາດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງຊັດເຈນ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້ ແນໃສ່ເຮັດໃຫ້ຜົນຂອງກອງປະຊຸມໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ແລະ ມີປະສິດທິຜົນສູງ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສສຍລ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ສສຍລ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ໃຫ້ໜ່ວຍພັກຮາກຖານກົງຈັກຊ່ວຍວຽກຂອງ ສສຍລ ໃນວັນທີ 8 ກັນຍາຜ່ານມາ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານຄະນະບໍລິຫານງານ ສສຍລ; ມີຄະນະບໍລິຫານງານພັກ, ຄະນະໜ່ວຍພັກຮາກຖານຫ້ອງການ, ກົມ, ສູນ, ຫ້ອງການ ຄຊກມດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
24 ປີ ສະຫະພັນນັກຮົບເກົ່າ ແຂວງອັດຕະປື ສືບສານມູນເຊື້ອ ແລະ ສ້າງຄວາມເຂັ້ມແຂງສູ່ອະນາຄົດ

24 ປີ ສະຫະພັນນັກຮົບເກົ່າ ແຂວງອັດຕະປື ສືບສານມູນເຊື້ອ ແລະ ສ້າງຄວາມເຂັ້ມແຂງສູ່ອະນາຄົດ

ສະຫະພັນນັກຮົບເກົ່າແຂວງອັດຕະປື ຢືນຢັນຈະສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ທາດແທ້ອັນດີງາມຂອງນັກຮົບເກົ່າແຫ່ງຊາດລາວ, ສ້າງຄວາມເຂັ້ມແຂງໃຫ້ແກ່ອົງການ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກ ແລະ ປຸກລະດົມຖັນແຖວນັກຮົບເກົ່າ ເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ຊາວໜຸ່ມແຂວງອຸດົມໄຊ ມອບເຄື່ອງ ບັນເທົາທຸກຊ່ວຍປະຊາຊົນປະສົບໄພນ້ຳຖ້ວມ

ຊາວໜຸ່ມແຂວງອຸດົມໄຊ ມອບເຄື່ອງ ບັນເທົາທຸກຊ່ວຍປະຊາຊົນປະສົບໄພນ້ຳຖ້ວມ

ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ແຂວງອຸດົມໄຊ ນຳໂດຍ ສະຫາຍ ບຸນມີ ສຳລີບູນ ຮັກສາການເລຂາ ພ້ອມຄະນະທີມງານ ໄດ້ລົງມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ປະຊາຊົນ 3 ບ້ານ ຄື: ບ້ານຫ້ວຍລາ, ກອນຄຳ ແລະ ທ່າກາດ, ເມືອງແບງ ແຂວງອຸດົມໄຊ ທີ່ປະສົບໄພພິບັດທຳມະຊາດຈາກນ້ຳຫ້ວຍໄຫຼຊຸ ໃນວັນທີ 8 ກັນຍາ 2026, ຊຶ່ງສາເຫດຈາກຝົນຕົກໜັກຕໍ່ເນື່ອງໃນໄລຍະເດືອນສິງຫາ ຜ່ານມາ ເຮັດໃຫ້ນ້ຳປ່າໄຫຼຊຸຮຸນແຮງ ສົ່ງຜົນກະທົບຕໍ່ຫຼາຍຄອບຄົວ, ເຮັດໃຫ້ດິນເຊາະເຈື່ອນ, ເນື້ອທີ່ນາ ແລະ ສວນກະສິກຳເສຍຫາຍ, ເຮືອນບາງຫຼັງເສຍຫາຍ, ເຄື່ອງຊ່ວຍເຫຼືອທີ່ນຳມາມອບ ປະກອບມີ: ເຄື່ອງນອນ, ເຄື່ອງໃຊ້ຄົວເຮືອນ, ປ່ອງປາ, ເກືອ, ສະບູຝຸ່ນ, ສະບູອາບນໍ້າ ແລະ ສິ່ງຂອງຈຳເປັນອື່ນໆ ລວມມູນຄ່າ 38 ລ້ານກີບ, ຕາງໜ້າຮັບໂດຍ ຄະນະນຳຂອງເມືອງ, ຄະນະບ້ານ ແລະ ປະຊາຊົນຜູ້ປະສົບໄພ.
ບຸນຊ່ວງເຮືອປະເພນີທີ່ ນະຄອນ ຫຼວງພະບາງ ປີນີ້ຄືກຄື້ນຫຼາຍ ມີສີພາຍ ແລະເຮືອຊ່ວງ ຫຼາຍທ້ອງຖິ່ນເຂົ້າຮ່ວມ 27 ລໍາ

ບຸນຊ່ວງເຮືອປະເພນີທີ່ ນະຄອນ ຫຼວງພະບາງ ປີນີ້ຄືກຄື້ນຫຼາຍ ມີສີພາຍ ແລະເຮືອຊ່ວງ ຫຼາຍທ້ອງຖິ່ນເຂົ້າຮ່ວມ 27 ລໍາ

ວັນທີ່ 11 ກັນຍາ 2026 ນີ້ ທີ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ໄດ້ຈັດງານບຸນຊ່ວງເຮືອປະເພນີ ໂອກາດບຸນຫໍ່ເຂົ້າປະດັບດີນ ປະຈໍາປີ ພສ 2569 ຄສ 2026, ໂດຍມີ ພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະ ເລຂາທິການສູນກາງພັກ, ພ້ອມດ້ວຍການນຳ-ອະດີດການນຳຂັ້ນສູນກາງ, ຂັ້ນແຂວງ, ນະຄອນ-ເມືອງ, ແຂກຮັບເຊີນ, ຕະຫຼອດຮອດມວນຊົນທັງພາຍໃນ ແລະຕ່າງປະເທດ ຮ່ວມຊົມ ຮ່ວມເຊຍ ຕາມແຄມຝັ່ງນ້ຳຄານ ຢ່າງຄຶກຄື້ນ-ມ່ວນຊື່ນ.
ທ່ານ ທອງສະລິດ ມັງໜໍ່ເມກ ເຄື່ອນໄຫວຊຸກຍູ້ວຽກງານສຶກສາ ແຂວງຄຳມ່ວນ

ທ່ານ ທອງສະລິດ ມັງໜໍ່ເມກ ເຄື່ອນໄຫວຊຸກຍູ້ວຽກງານສຶກສາ ແຂວງຄຳມ່ວນ

ວັນທີ 10 ກັນຍາ 2026, ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມຕິດຕາມ ແລະ ຊຸກຍູ້ການຮຽນ-ການສອນ ໃນໂອກາດເປີດສົກຮຽນ 2026–2027 ຢູ່ແຂວງຄໍາມ່ວນ ພ້ອມມອບອຸປະກອນການສຶກສາ,ກິລາ ແລະ ເງິນໃຫ້ສອງໂຮງຮຽນ ,ໂຮງຮຽນລະ 50 ລ້ານກີບ. ໃຫ້ການຕ້ອນຮັບຄະນະມີ ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ, ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງ, ມີຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ການນຳເມືອງ, ຜູ້ບໍລິຫານການສຶກສາ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ລາວ ກຽມເປັນເຈົ້າພາບກອງປະຊຸມເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ

ລາວ ກຽມເປັນເຈົ້າພາບກອງປະຊຸມເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ

ພິທີຖະແຫຼງຂ່າວກອງປະຊຸມ ແລະ ມອບລາງວັນຜູ້ປະກອບການຍິງດີເດັ່ນອາຊຽນ 2026 ຈັດໂດຍສະມາຄົມຮັກທຸລະກິດຍິງ ທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ), ເຂົ້າຮ່ວມມີຮອງປະທານ ສຄອຊ, ຄະນະບໍລິຫານງານສະມາຄົມນັກທຸລະກິດຍິງ ແລະ ຜູ້ຕາງໜ້າຈາກເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ (AWEN).
ຫັດຖະກໍາເຄື່ອງປັ້ນດິນເຜົາ ປັນຍານິເວດ ຮ່ວມງານວາງສະແດງສິນຄ້າພູມປັນຍາລາວ

ຫັດຖະກໍາເຄື່ອງປັ້ນດິນເຜົາ ປັນຍານິເວດ ຮ່ວມງານວາງສະແດງສິນຄ້າພູມປັນຍາລາວ

ຈາກດິນທຳມະດາສູ່ງານສິລະປະ “ປັນຍານິເວດ” ສືບສານຫັດຖະກຳເຄື່ອງປັ້ນ-ດິນເຜົາລາວ ຫັດຖະກຳເຄື່ອງປັ້ນດິນເຜົາເປັນອີກໜຶ່ງງານສິລະປະທີ່ສະທ້ອນເຖິງພູມປັນຍາ ແລະ ສີມືຂອງຄົນລາວ ຈາກດິນເບິ່ງຄືວ່າທຳມະດາ ເມື່ອຜ່ານກຳມະວິທີ ແລະ ຂະບວນການແບບພິຖີພິຖັນກໍກາຍເປັນພາຊະນະທີ່​ນຳ​ໃຊ້​ໄດ້​ແລະ​ງົດ​ງາມ.
ກອງປະຊຸມ ຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ກອງປະຊຸມ ຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ໃນວັນທີ 10 ກັນຍາ 2026, ທີ່ ສະໂມສອນແຂວງອຸດົມໄຊ ໄດ້ມີກອງປະຊຸມ ຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ປະຈຳປີ 2026 ໂດຍການເປັນປະທານຂອງ ທ່ານ ເຫຼັກໄຫຼ ສີວິໄລລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງຮອງປະທານຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ໂດຍມີ ທ່ານ ຄໍາແສງ ອາລີ, ຮອງປະທານຄະນະກໍາມະການປົກຄອງແຂວງອຸດົມໄຊ, ບັນດາຮອງລັດຖະມົນຕີ, ຄະນະກຳມະການດ້ານຄວາມປອດໄພທາງຫຼວງຂັ້ນແຂວງ, ນະຄອນຫຼວງ, ພ້ອມດ້ວຍຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ພາກສວ່ນກ່ຽວຂ້ອງ ເຂົ້າຮ່ວມ.
ປະກາດບົ່ງຕົວເເຕ່ງຕັ້ງຄະນະພັກຮາກຖານຄະນະໜ່ວຍພັກ ທີ່ຂຶ້ນກັບຮາກຖານ ດ່ານສາກົນນາເພົ້າ

ປະກາດບົ່ງຕົວເເຕ່ງຕັ້ງຄະນະພັກຮາກຖານຄະນະໜ່ວຍພັກ ທີ່ຂຶ້ນກັບຮາກຖານ ດ່ານສາກົນນາເພົ້າ

ພິທີປະກາດບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ແລະ ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານດ່ານສາກົນນາເພົ້າເມືອງບົວລະພາແຂວງຄຳມ່ວນ. ໄດ້ຈັດຂຶ້ນໃນວັນທີ 10 ກັນຍາ 2026 ທີ່ສະໂມສອນແຂວງ ໂດຍມີ ທ່ານ ສາຍຄຳ ພະໄຊສິດທິເດດ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີ ທ່ານ ຄໍາສິງ ໄຊສິດທິເດດ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກການເງິນແຂວງ, ພ້ອມດ້ວຍ ຄະນະພັກ-ຄະນະຄຸ້ມຄອງດ່ານ, ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ປະກາດການ​ຈັດ​ຕັ້ງຫ້ອງ​ການຄະນະສະ​ມາ​ຊິກ ສ​ພ​ຂປະຈຳເຂດເລືອກຕັ້ງເມືອງເຊບັ້ງໄຟ

ປະກາດການ​ຈັດ​ຕັ້ງຫ້ອງ​ການຄະນະສະ​ມາ​ຊິກ ສ​ພ​ຂປະຈຳເຂດເລືອກຕັ້ງເມືອງເຊບັ້ງໄຟ

ພິທີປະກາດການຈັດຕັ້ງ ຫ້ອງການ ຄະນະສະມາຊິກສະພາປະຊາຊົນແຂວງ (ສ​ພ​ຂ) ຄຳ​ມ່ວນຊຸດ​ທີ V ປະຈຳເຂດເລືອກຕັ້ງເມືອງເຊ​ບັ້ງ​ໄຟ, ຈັດ​ຂຶ້ນ​ໃນ​ວັນ​ທີ 10 ກັນ​ຍາ​ນີ້, ໂດຍມີ ທ່ານ ແກ້ວອຸດອນ ບຸດສິງຂອນ ກຳມະການປະຈໍາພັກແຂວງຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 12, ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ