ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ

ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ແລະ ຜູ້ອໍານວຍການໃຫຍ່ອົງການຊັບສິນທາງປັນຍາໂລກ

ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ແລະ ຜູ້ອໍານວຍການໃຫຍ່ອົງການຊັບສິນທາງປັນຍາໂລກ
ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ຜູ້ອໍານວຍການໃຫຍ່ອົງການຊັບສິນທາງປັນຍາໂລກ ໄດ້ຈັດຂຶ້ນໃນວັນທີ 18 ກັນຍາ ນີ້ ທີ່ນະຄອນຫຼວງວຽງຈັນສປປ ລາວ, ໂດຍການເປັນປະທານ ຂອງທ່ານ ມະໄລທອງ ກົມມະສິດ
 ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ(ອຄ)ທັງເປັນລັດຖະມົນຕີເສດຖະກິດອາຊຽນ ຂອງສປປລາວ, ໂດຍການເຂົ້າຮ່ວມຂອງ ທ່ານ ດາເຣັນຕັງ ຜູ້ອໍານວຍການໃຫຍ່ອົງການຊັບສິນທາງປັນຍາໂລກ,ທ່ານ ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ,ມີບັນດາທ່ານລັດຖະມົນຕີເສດຖະກິດປະເທດສະມາຊິກອາຊຽນ, ທ່ານລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກໍາ ປະເທດຕີມໍແລັດສະເຕ, ພ້ອມດ້ວຍບັນດາຄະນະຜູ້ແທນສະມາຊິກອາຊຽນເຂົ້າຮ່ວມ.
ທ່ານ ມະໄລທອງ ກົມມະສິດ ກ່າວວ່າ: ປີ 2024 ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ ພາຍໃຕ້ຫົວຂໍ້ "ການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ". ພ້ອມກັນນັ້ນ, ສປປ ລາວ ກໍໄດ້ຮັບກຽດເປັນປະທານໜ່ວຍງານຮ່ວມມືດ້ານຊັບສິນທາງປັນຍາອາຊຽນ ຊຶ່ງມີທັງກາລະໂອກາດ ແລະ ສິ່ງທ້າທາຍ ຊຶ່ງຮຽກຮ້ອງໃຫ້ອາຊຽນຕ້ອງເພີ່ມທະວີຄວາມສາມັກຄີເປັນໜຶ່ງດຽວ ແລະ ຮ່ວມມືກັນຢ່າງສະໜິດແໜ້ນ ເພື່ອຊຸກຍູ້ການພັດທະນາເຕັກໂນໂລຊີ ແລະ ນະວັດຕະກໍາ ເຂົ້າໃນວຽກງານຊັບສິນທາງປັນຍາ ເພື່ອປະກອບສ່ວນຊຸກຍູ້ການຫັນເປັນດີຈີຕອນ ໃນພາກພື້ນອາຊຽນ ເທື່ອລະກ້າວ.
ອາຊຽນ ແລະ ອົງການຊັບສິນທາງປັນຍາໂລກ ເປັນຄູ່ຮ່ວມມືທີ່ຍາວນານ ໃນດ້ານວຽກງານຊັບສິນທາງປັນຍາ ສະແດງອອກໃນຜົນສຳເລັດຫຼາຍດ້ານ ເປັນຕົ້ນຜົນສໍາເລັດໃນການລົງນາມ ໃນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ອາຊຽນ ແລະ ອົງການຊັບສິນທາງປັນຍາໂລກ ວ່າດ້ວຍການຂະຫາຍາຍການຮ່ວມມືໃນການສົ່ງເສີມຈຸນລະວິສະຫະກິດ,ວິສາຫະກິດຂະໜາດນ້ອຍ-ຂະໜາດກາງ(SMEs), ການນໍາໃຊ້ເຕັກໂນໂລຊີດີຈີຕອນ, ການນໍາໃຊ້ຊັບສິນທາງປັນຍາ ໃຫ້ເປັນສິນເຊື່ອ, ການນໍາໃຊ້ຊັບສິນທາງປັນຍາໃນອຸດສາຫະກໍາສ້າງສັນ ໃນເດືອນສິງຫາປີຜ່ານມາ. ຜົນສໍາເລັດດັ່ງກ່າວ ເປັນບາດກ້າວສຳຄັນໃນການເພີ່ມທະວີການຮ່ວມມື ແລະ ຍົກສູງບົດບາດຄວາມສໍາຄັນຂອງວຽກງານຊັບສິນທາງປັນຍາໃນພາກພື້ນອາຊຽນ ໃຫ້ກ້າວສູ່ສາກົນ.
ກອງປະຊຸມຄັ້ງນີ້,ສະແດງເຖິງຄວາມໝາຍໝັ້ນທີ່ຈະຮ່ວມມືກັນໃນການຊຸກຍູ້ການຈັດຕັ້ງປະຕິບັດແຜນປະຕິບັດງານດ້ານຊັບສິນທາງປັນຍາອາຊຽນ ສໍາລັບປີ 2016-2025 ໃຫ້ບັນລຸຜົນສໍາເລັດຢ່າງເປັນຮູບປະທໍາ ໂດຍສະເພາະການທົບທວນສັນຍາການຮ່ວມມືດ້ານຊັບສິນທາງປັນຍາອາຊຽນ ທີ່ເປັນໜຶ່ງໃນແຜນວຽກບຸລິມະສິດດ້ານເສດຖະກິດອາຊຽນ ພາຍໃຕ້ການເປັນປະທານອາຊຽນຂອງ ສປປ ລາວ ປີ 2024 ຊຶ່ງອົງການຊັບສິນທາງປັນຍາໂລກໄດ້ໃຫ້ການສະໜັບສະໜູນ ໃນການຈັດຕັ້ງປະຕິບັດແຜນວຽກດັ່ງກ່າວ ຢ່າງມີຜົນສຳເລັດ. ປີນີ້, ອາຊຽນພວມກະກຽມສ້າງແຜນຍຸດທະສາດການຮ່ວມມືດ້ານວຽກງານຊັບສິນທາງປັນຍາອາຊຽນ 2045. ເພື່ອເພີ່ມທະວີການຮ່ວມມືຊຶ່ງກັນ ແລະ ກັນ ກໍານົດທິດທາງການພັດທະນາວຽກງານຊັບສິນທາງປັນຍາ ໃຫ້ກ້າວສູ່ລະດັບສາກົນ ເທື່ອລະກ້າວ. ການປຶກສາຫາລືຄັ້ງນີ້ ເປັນໂອກາດດີໃນການແລກປ່ຽນຄໍາຄິດຄໍາເຫັນ ເພື່ອໝູນໃຊ້ວຽກງານ ຊັບສິນທາງປັນຍາ ເຂົ້າໃນການຊຸກຍູ້ການເຕີບໂຕເສດຖະກິດສີຂຽວ, ເສດຖະກິດສີຟ້າ, ເສດຖະກິດສ້າງສັນ, ເສດຖະກິດດີຈີຕອນ ແລະ ເສດຖະກິດວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອກໍານົດທິດທາງການຮ່ວມມືດ້ານຊັບສິນທາງປັນຍາ ຢ່າງເປັນຮູບປະທໍາ ແລະ ມີປະສິດທິຜົນ.
(ຂ່າວ:ຍຸພິນທອງ-ພາບ:ແສງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ເປີດງານວາງສະແດງສິນຄ້າລາວ - ຫວຽດນາມ ປະຈໍາປີ 2026

ເປີດງານວາງສະແດງສິນຄ້າລາວ - ຫວຽດນາມ ປະຈໍາປີ 2026

ກົມການຄ້າຕ່າງປະເທດກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ສປປ ລາວ ຮ່ວມ ກັບກົມສົ່ງເສີມການຄ້າກະຊວງອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ ໄດ້ຈັດງານວາງສະ ແດງສິນຄ້າລາວ-ຫວຽດນາມ ປະຈໍາປີ 2026 (VIET-LAOEXPO 2026) ຂຶ້ນລະຫວ່າງວັນທີ 16-20 ກໍລະກົດນີ້ ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມ ຕັດແຖບຜ້າເປີດງານມີທ່ານ ພຸດທະວັນ ນັນທະວົງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈໍາລາວ, ພ້ອມດ້ວຍຜູ້ປະກອບການຫົວໜ່ວຍທຸລະກິດລາວ ແລະ ຫວຽດນາມ, ແຂກຖືກເຊີນເຂົ້າຮ່ວມ.
ເລຂາຄະບໍລິຫານງານພັກແຂວງຈໍາປາສັກ​ ພົບປະຢ້ຽມຢາມ ທ່ານ ທູດລາວ ປະຈຳ ຮົງກາລີ

ເລຂາຄະບໍລິຫານງານພັກແຂວງຈໍາປາສັກ​ ພົບປະຢ້ຽມຢາມ ທ່ານ ທູດລາວ ປະຈຳ ຮົງກາລີ

ໃນໂອກາດ​ທີ່​ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະບໍລິຫານງານພັກແຂວງ ປະທານ​ສະພາ​ປະຊາຊົນ​ແຂວງຈໍາປາສັກ​ ພ້ອມດ້ວຍຄະນະ​ ເດີນທາງມາເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ປະເທດຮົງກາຣີ ແລະ ໄດ້ພົບປະຢ້ຽມຢາມ ທ່ານ ຄຳພອນ ວົງສັນຕິ​ ເອກ​ອັກ​ຄະ​ລັດ​ຖະ​ທູດລາວ ປະຈຳ ຮົງກາລີ, ໃນ​ວັນ​ທີ 15 ກໍ​ລະ​ກົດ​ຜ່ານ​ມາ.​
ຢຶດໝັ້ນແນວຄິດສະຫາຍທີ່ດີ ສ້າງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງໃນລະດັບສູງ

ຢຶດໝັ້ນແນວຄິດສະຫາຍທີ່ດີ ສ້າງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງໃນລະດັບສູງ

ຄໍາວ່າ “ສະຫາຍ” ໄດ້ສະທ້ອນເຖິງຄຸນສົມບັດທາງການເມືອງ ທີ່ສອງຝ່າຍ ລາວ-ຈີນ ມີຄວາມໄວ້ເນື້ອເຊື່ອໃຈກັນ ແລະ ຄວາມເຫັນດີເຫັນພ້ອມທາງຍຸດທະສາດທີ່ຈະຮ່ວມກັນກ້າວໜ້າພ້ອມກັນ. ຕະຫຼອດໄລຍະ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ, ສອງພັກ ແລະ ສອງປະເທດ ຍາມໃດກໍຖືເອົາການນຳພາຂອງພັກເປັນຫຼັກແຫ່ງການຢຶດຖື, ໄດ້ນຳເອົາຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງຕິດພັນກັບທົ່ວຂະບວນການພັດທະນາແຫ່ງສາຍພົວພັນ, ເຮັດໃຫ້ມິດຕະພາບອັນເປັນປະເພນີແບບສະຫາຍອ້າຍນ້ອງດຽວກັນນັ້ນ ມີຄວາມເຂັ້ມແຂງ ແລະ ຍືນຍົງກວ່າເກົ່າ. ນັບແຕ່ຍຸກໃໝ່ເປັນຕົ້ນມາ, ຜູ້ນຳສູງສຸດຂອງສອງພັກ ໄດ້ຮ່ວມກັນວາງແຜນຜັງການສ້າງຄູ່ຮ່ວມຊາຕາກຳລາວ-ຈີນທີ່ເຂັ້ມແຂງໜຽວ ແໜ້ນໃນທຸກສະພາບການ, ສ້າງຄວາມໝາຍອັນໃໝ່ໃຫ້ແກ່ແນວຄິດ “ສະຫາຍທີ່ດີ” ນີ້.
ກອງປະຊຸມເວທີການຮ່ວມມື ແລະ ແລກປ່ຽນນະໂຍບາຍທາງດ້ານວັດທະນະທຳອາຊຽນ-ຈີນ

ກອງປະຊຸມເວທີການຮ່ວມມື ແລະ ແລກປ່ຽນນະໂຍບາຍທາງດ້ານວັດທະນະທຳອາຊຽນ-ຈີນ

ໃນວັນທີ 15 ກໍລະກົດ 2026 ນີ້, ຄະນະຜູ້ແທນ ສປປ ລາວ ນໍາໂດຍ ທ່ານ ນາງ ດາລານີ ພົມມະວົງສາ, ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ເຂົ້າຮ່ວມກອງປະຊຸມເວທີການຮ່ວມມື ແລະ ແລກປ່ຽນນະໂຍບາຍທາງດ້ານວັດທະນະທຳອາຊຽນ-ຈີນ ປະຈຳປີ 2026 ພາຍໃຕ້ຫົວຂໍ້: “ ການອະນຸລັກປົກປັກຮັກສານະວັດຕະກຳ ແລະ ໂຄສະນາສົ່ງເສີມມະດົກວັດທະນະທຳໂລກຮ່ວມກັນມືນພາກພື້ນ” ຊຶ່ງໄດ້ຈັດຂຶ້ນ ທີ່ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ສປ ຈີນ ໂດຍມີ ທ່ານ Liao Pinhu, ຮອງປະທານເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ, ປະທານຄະນະກໍາມະການປົກຄອງເມືອງ Chongzhou, ຜູ້ແທນຈາກບັນດາປະເທດສະມາຊິກອາຊຽນ ແລະ ສປ ຈີນ ທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ລາວ-ໄທ ຮ່ວມສັງເກດການລາດຕະເວນທາງນໍ້າ ຄັ້ງທີ 5

ລາວ-ໄທ ຮ່ວມສັງເກດການລາດຕະເວນທາງນໍ້າ ຄັ້ງທີ 5

ການລາດຕະເວນຮ່ວມທາງນໍ້າ ຂອງໜ່ວຍປະຕິບັດງານ ເພື່ອແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ລາວ-ໄທ ລະຫວ່າງ ກອງບັນຊາການທະຫານແຂວງບໍ່ແກ້ວ ສປປ ລາວ ກັບ ກອງກຳລັງຜາເມືອງ ແຂວງຊຽງຣາຍ ລາຊະອານາຈັກໄທ ໄດ້ຈັດຂຶ້ນໃນວັນທີ 14 ກໍລະກົດ 2026 ທີ່ສຳນັກງານ ດ່ານສູນກວດກາຈຸດລະກອນ ລາຊະອານາຈັກໄທ ໂດຍມີ ທ່ານ ພັນເອກ ແສງເພັດ ແສງມະນີ ຫົວໜ້າການທະຫານ ກອງບັນຊາການທະຫານ ແຂວງບໍ່ແກ້ວ ຫົວໜ້າຄະນະປະຕິບັດງານເພື່ອແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ລາວ-ໄທ, ທ່ານ ພົນຕີ ສາທິດ ໄວຍະນົນ ຫົວໜ້າຜູ້ບັນຊາການ ກອງກຳລັງຜາເມືອງ ກອງທັບລາຊະອານາຈັກໄທ ຫົວໜ້າຄະນະປະຕິບັດງານເພື່ອແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ໄທ-ລາວ ພ້ອມດ້ວຍຄະນະປະຕິບັດງານ ແລະ ໜ່ວຍປະສານງານປະຈຳພື້ນທີ່ທັງສອງຝ່າຍ ລາວ-ໄທ, ໄທ-ລາວ ເຂົ້າຮ່ວມ.
ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ລົງນາມຮ່ວມມື ປີ 2026-2028

ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ລົງນາມຮ່ວມມື ປີ 2026-2028

ໃນວັນທີ 15 ກໍລະກົດ 2026 ໄດ້ຈັດພິທີລົງນາມແຜນການຮ່ວມມື ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ (ອອປສ)ແລະ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ໃນໄລຍະປີ 2026-2028, ຊຶ່ງໃຫ້ກຽດລົງນາມໂດຍ ສະຫາຍ ນາງ ລີວົງ ລາວລີ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ສະຫາຍ ຫງວຽນ ຮຸຍ ຕຽນ ກຳມະການສູນກາງພັກ ກອມມູນິດ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ.
ລາວ-ຫວຽດນາມ ສືບຕໍ່ເພີ່ມທະວີການຮ່ວມມືວຽກງານໄອຍະການປະຊາຊົນ

ລາວ-ຫວຽດນາມ ສືບຕໍ່ເພີ່ມທະວີການຮ່ວມມືວຽກງານໄອຍະການປະຊາຊົນ

ໂດຍຕອບສະໜອງ ຕາມການເຊື້ອເຊີນ ຂອງ ສະຫາຍ ນາງ ລີວົງ ລາວລີ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ, ຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ນໍາໂດຍ ສະຫາຍ ຫງວຽນ ຮຸຍ ຕຽນ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງ ວັນທີ 15-17 ກໍລະກົດ 2026 ຢ່າງເປັນທາງການ.
ສະຫາຍ ທອງສະຫວັນ ພົມວິຫານ ຕ້ອນຮັບ ຄະນະຜູ້ແທນກະຊວງ​ການ​ຕ່າງປະເທດ ສສ ຫວຽດນາມ

ສະຫາຍ ທອງສະຫວັນ ພົມວິຫານ ຕ້ອນຮັບ ຄະນະຜູ້ແທນກະຊວງ​ການ​ຕ່າງປະເທດ ສສ ຫວຽດນາມ

ໃນວັນທີ 15 ກໍລະກົດນີ້, ສະຫາຍ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນກະຊວງການຕ່າງປະເທດ ສສ ຫວຽດນາມ ນຳໂດຍ ສະຫາຍ ນາງ ເລ ທີ ທູ ຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ພ້ອນດ້ວຍຄະນະ 7 ທ່ານ ໃນໂອກາດເດີນທາງມາຮ່ວມກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມກ່ຽວກັບການຮ່ວມມື, ແລກປ່ຽນບົດຮຽນວຽກງານພົວພັນ ຄົນເຊື້ອຊາດລາວ/ຫວຽດນາມຢູ່ຕ່າງປະເທດ ຊຶ່ງຈັດຂຶ້ນໃນວັນທີ 15-16 ກໍລະກົດ ນີ້ ທີ່ກະ ຊວງການຕ່າງປະເທດ.
ນຳພາການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ ໃນທຸກສະພາບການຂອງຍຸກໃໝ່ບົນຈິດໃຈ “4 ດີ” ໂດຍ: ທ່ານ ຟາງເວິນ, ທ່ານ ສຽນໂຢວສີ (ມະຫາວິທະຍາໄລຊູໂຈວ ຄະນະລັດທິມາກ)

ນຳພາການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ ໃນທຸກສະພາບການຂອງຍຸກໃໝ່ບົນຈິດໃຈ “4 ດີ” ໂດຍ: ທ່ານ ຟາງເວິນ, ທ່ານ ສຽນໂຢວສີ (ມະຫາວິທະຍາໄລຊູໂຈວ ຄະນະລັດທິມາກ)

2026 ນີ້,ສອງປະເທດລາວ-ຈີນສະເຫຼີມສະຫຼອງຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ແລະ ປີແຫ່ງມິດຕະພາບ ລາວ-ຈີນ. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ໄດ້ຊີ້ໃຫ້ເຫັນວ່າ: ສອງປະເທດລາວ-ຈີນເປັນບ້ານໃກ້ເຮືອນຄຽງທີ່ດີ ແລະ ເປັນເພື່ອນມິດທີ່ດີ ທີ່ມີພູຜາປ່າໄມ້ຕິດຈອດກັນ ມີແມ່ນໍ້າລໍາເຊໄຫຼລ່ວງກັນ ແລະ ມີນໍ້າໃຈມິດຕະພາບທີ່ສືບທອດກັນມາແຕ່ບູຮານນະການ, ພ້ອມທັງເປັນສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ ທີ່ມີອຸດົມການຮ່ວມກັນ ແລະ ຮ່ວມຊາຕາກຳ. ຈິດໃຈ “4 ດີ” ບໍ່ພຽງແຕ່ເປັນການສະຫຼຸບຢ່າງເລິກເຊິ່ງຕໍ່ມິດຕະພາບອັນຍາວນານຂອງສອງປະເທດລາວ-ຈີນເທົ່ານັ້ນ, ຫາກຍັງເປັນເຂັມຊີ້ທິດການເຄື່ອນໄຫວໃນການສ້າງຄູ່ຮ່ວມຊະຕາກຳລາວ-ຈີນທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ອີກດ້ວຍ.
ອັດຕະປື - ກວາງຫງາຍ ແລກປ່ຽນບົດຮຽນ ດ້ານກະສິກຳ

ອັດຕະປື - ກວາງຫງາຍ ແລກປ່ຽນບົດຮຽນ ດ້ານກະສິກຳ

ກອງປະຊຸມພົບປະແລກປ່ຽນບົດຮຽນ ດ້ານວຽກງານກະສິກຳ ລະຫວ່າງ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງອັດຕະປື ກັບ ສະມາຄົມຊາວກະສີກອນ ແຂວງກວາງຫງາຍ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 10 ກໍລະກົດຜ່ານມາ ທີ່ ແຂວງອັດຕະປື, ໂດຍມີ ທ່ານ ກົງໃຈ ສີດາວົງ ກຳມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງອັດຕະປື, ມີທ່ານ ຫງວຽນ ກວາງ ຖຸ໋ຍ ກໍາມະການພັກແຂວງ, ຮອງປະທານຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ, ປະທານສະມາຄົມຊາວກະສີກອນ ແຂວງກວາງຫງາຍ ພ້ອມຄະນະທັງສອງຝ່າຍເຂົ້າຮ່ວມ.
ເພີ່ມເຕີມ